ພັດທະສີມາຫຼືສີມາຫຼືສີມເປັນອາຄານສະຖານທີ່ສຳຄັນພາຍໃນວັດ ເນື່ອງຈາກເປັນສະຖານທີ່ທີ່ພຣະສົງຄ໌ໃຊ້ທຳ ສັງຄະກັມ ຊຶ່ງໃນສມັຍພຸທກາລນັ້ນການທຳສັງຄະກັມຂອງພຣະສົງຄ໌ຈະໃຊ້ໃນພື້ນທີ່ໂລ່ງແຈ້ງ ທີ່ໄດ້ກຳນົດຂອບເຂດພື້ນທີ່ ສັງຄະກັມ ໂດຍການກຳນົດຕຳແໜ່ງ “ສີມາ” ເທົ່ານັ້ນ ແຕ່ໃນປັດຈຸບັນໄດ້ມີຜູ້ມາບວດຫຼາຍຂື້ນ ແລະພາຍໃນສີມນັ້ນ ໄດ້ປະດິສຖານ ພຣະພຸທຮູບອົງສຳຄັນໆ ຈຶ່ງມີຜູ້ມາສັກກາຣະບູຊາ ແລະຮ່ວມທຳບຸນເປັນຈຳນວນມາກ ຈຶ່ງໄດ້ສ້າງສີມ ໃຫ້ເປັນອາຄານຖາວອນ ແລະມີການປະດັບຕົກແຕ່ງຢ່າງສວຍງາມ
1. ຄວາມໝາຍແລະຄວາມເປັນມາຂອງພັດທະສີມາ
ພັດທະສີມາຫຼືສິມ ມາຈາກຄຳວ່າ ສີມາ ຊຶ່ງເປັນພາສາບາລີໝາຍເຖິງ ເຂດແດນທີ່ສົງຄ໌ກຳນົດໄວ້ເປັນບ່ອນປະຊຸມ ຂອງສົງຄ໌ , ພຣະທັມປິດົກ (ປ.ອ.ປຍຸຕໂຕ) ກ່າວວ່າ ສີມາ ໝາຍເຖິງເຂດກຳນົດຄວາມພ້ອມພຽງຂອງສົງຄ໌ ເຂດທີ່ສົງຄ໌ ຕົກລົງໄວ້ສຳຫຼັບພິກຂຸທັງຫຼາຍທີ່ຢູ່ພາຍໃນເຂດນັ້ນຈະຕ້ອງທຳສັງຄະກັມຮ່ວມກັນ ແລະວັຈນານຸກົມພຸທສາດ ສະບັບ ປະມວນທັມໃຫ້ຄຳຈຳກັດຄວາມສີມາວ່າ ກຳແພງ ເຂດ ແດນເຊັ່ນ ເຂດບ້ານ ແດນນາ ຊຶ່ງກົງກັບພາສາອັງກິດວ່າ “boundary, limit, precinct, consecrated area”.
ສະຫຼຸບແລ້ວ “ພັດທະສີມາຫຼືສີມ” ໝາຍເຖິງ ເຂດແດນຫຼືອານາເຂດທີ່ໄດ້ກຳນົດຂື້ນເພື່ອໃຊ້ໃນກິດຈະກັມຂອງສົງຄ໌ ຊຶ່ງຕ້ອງທຳໃນພັດທະສີມາຫຼືສີມເທົ່ານັ້ນ
ໃນສມັຍພຸທກາລ ເມື່ອພຣະພຸທເຈົ້າຊົງປະກາດພຣະສາສນາແລະມີຜູ້ມາຂໍອຸປະສົມບົດບັນພະຊາເປັນພຣະສາວົກ ພຣະພຸທອົງຊົງກ່າວ ເອຫິພິກຂຸອຸປະສຳປະທາ (ພຣະພຸທເຈົ້າບວດໃຫ້ໂດຍພຣະອົງເອງ) ເມື່ອມີພຣະສົງຄ໌ສາວົກມາກຂື້ນ ພຣະພຸທອົງຊົງໃຫ້ພຣະສົງສາວົກເຫຼົ່ານັ້ນ ຈາຣິກໄປຍັງທິດຕ່າງໆ ເພື່ອເຜີຍແຜ່ພຣະພຸທສາສນາ ແລະພຣະທັມຄຳສອນ ຂອງພຣະອົງ ຜູ້ທີ່ໄດ້ຟັງພຣະທັມນັ້ນມີຄວາມເຫຼື້ອມໃສສັດທາຂໍບວດເປັນພຣະສາວົກມາກຂື້ນ ພຣະສົງຄ໌ສາວົກ ເຫຼົ່ານັ້ນກໍນຳຜູ້ທີ່ຈະບວດໃນພຣະພຸທສາສນາເຂົ້າເຝົ້າພຣະພຸທເຈົ້າ ເພື່ອຊົງເມດຕາບວດໃຫ້ແກ່ຜູ້ມີຈິດສັດທາເຫຼົ່ານັ້ນ ຊຶ່ງພຣະສົງຄ໌ທີ່ຈາຣິກໄປເຜີຍແຜ່ພຣະພຸທສາສນາແລະພຣະທັມຄຳສອນໃນທີ່ຕ່າງໆ ນັ້ນ ຕ່າງກໍຢູ່ຫ່າງໄກ ຈາກທີ່ ພຣະພຸທອົງຊົງປະທັບຢູ່ ຈຶ່ງມີຄວາມລຳບາກໃນການເດີນທາງມາເຂົ້າເຝົ້າ ພຣະພຸທເຈົ້າ
ດັ່ງນັ້ນ ພຣະພຸທເຈົ້າຈຶ່ງມີພຣະບໍຣົມພຸດທານຸຍາດໃຫ້ພຣະສົງຄ໌ສາວົກເຫຼົ່ານັ້ນບວດໃຫ້ແກ່ຜູ້ມີຄວາມເຫຼື້ອມໃສສັດທາ ຊຶ່ງເປັນການລົດຂັ້ນຕອນຄວາມລຳບາກແກ່ເຫຼົ່າພຣະສົງຄ໌ສາວົກ ໃນສມັຍພຸທກາລນັ້ນ ພຣະທັມ ພຣະວິນັຍທີ່ພຣະ ພຸທເຈົ້າ ຊົງບັນຍັດໄວ້ໃຫ້ພຣະສົງຄ໌ສາວົກປະຕິບັດຕາມນັ້ນຍັງບໍ່ໄດ້ຈົດບັນທຶກຮວບຮວມເປັນຄຳພີ ພຣະໄຕຼປິດົກ ໄຈ້ແຍກເປັນ ໝວດໝູ່ເຊັ່ນປັດຈຸບັນ ຈຶ່ງຕ້ອງອາໄສການຈົດຈຳ ທ່ອງຈຳໂດຍການສູດສືບຕໍ່ໆ ກັນເອີ້ນວ່າ “ການສູດພຣະປາຕິໂມກ” ເມື່ອມີເຫດການຕ່າງໆ ທີ່ພຣະສົງຄ໌ສາວົກຈະຕ້ອງຕັດສິນໃຈຮ່ວມກັນ ປຶກສາຫາລືເພື່ອແກ້ ບັນຫາ ຫຼືທຳກິດບາງຢ່າງ ຮ່ວມກັນ ດ້ວຍເຫດນີ້ ພຣະອົງຈຶ່ງກຳນົດໃຫ້ພຣະສົງຄ໌ຕ້ອງປະຊຸມຮ່ວມກັນເອີ້ນວ່າ ທຳສັງຄະກັມ ຄື ທຳກິດຂອງສົງຄ໌ ໃຫ້ແລ້ວເຊັ່ນ ການສູດພຣະປາຕິໂມກ ການອຸປສົມບົດບັນພະຊາ ການກຣານກະຖິນແລະ ການປະວາຣະ ນາກັມ ເປັນຕົ້ນ ໂດຍໃຫ້ທຳສັງຄະກັມໃນບໍຣິເວນທີ່ກຳນົດໄວ້ເທົ່ານັ້ນ ເພື່ອບໍ່ໃຫ້ຄາຣະວາດມາຫຍຸ້ງກ່ຽວກັບ ກິດຂອງສົງຄ໌ ຜູ້ຊົງສີລ ແຕ່ໃນສມັຍຕົ້ນພຸທກາລນັ້ນພຣະສົງຄ໌ຍັງບໍ່ມີທີ່ຢູ່ເປັນທີ່ຖາວອນເທື່ອ
ກາລຕໍ່ມາພຣະເຈົ້າພິມພິສາລມະຫາຣາຊແຫ່ງແຄວ້ນມະຄົດ ມີສັດທາໄດ້ຖວາຍສວນໄມ້ໄຜ່ຂອງຣາຊວົງສ໌ໃຫ້ເປັນ ວັດທຳອິດໃນພຣະພຸທສາສນາຊື່ວ່າ “ວັດເວລຸວັນ” ໃຫ້ພຣະສົງຄ໌ໂດຍມີພຣະພຸທເຈົ້າເປັນປະທານໄດ້ອາໄສຢູ່ ແຕ່ພຣະສົງຄ໌ ສ່ວນຫຼາຍອາໄສຢູ່ຕາມປ່າທຳມະຊາດ ດັ່ງນັ້ນ ເມື່ອພຣະສົງຄ໌ຈາຣິກໄປຍັງທີ່ຕ່າງໆ ຈຶ່ງຊົງໃຫ້ເອົາວັດຖຸບາງຢ່າງ ເປັນເຄື່ອງ ກຳນົດເຂດແດນເອີ້ນວ່າ “ການຜູກສີມາ” ຊຶ່ງວິທີຜູກສີມານັ້ນມີ 7 ຂັ້ນຕອນ ຈະຕ້ອງເຮັດໄປຕາມລຳດັບ ດັ່ງນີ້
(1) ສະຖານທີ່ໆຈະສົມມຸດເປັນສີມາຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ຣາຊການບ້ານເມືອງກ່ອນ
(2) ຕ້ອງປະຊຸມພຣະສົງຄ໌ທີ່ຢູ່ໃນເຂດສີມາຫຼືນໍາສັນທະຂອງທ່ານມາ
(3) ຕ້ອງສູດຖອນເປັນພາສາບາລີ
(4) ຈັດຕຽມລູກນິມິດໄວ້ຕາມທິດ (4 ທິດ ຫຼື 8 ທິດ)
(5) ເມື່ອສົມມຸດສີມາ ຕ້ອງປະຊຸມພຣະສົງຄ໌ຜູ້ຢູ່ພາຍໃນນິມິດ
(6) ສູດທັກນິມິດເປັນພາສາບາລີ
(7) ສູດສົມມຸດສີມາເປັນພາສາບາລີ
2. ປະເພດຂອງພັດທະສີມາ
ພຸທສາສະນິກະຊົນຄວນມີຄວາມຮູ້ໃນເຣື່ອງສີມາແລະນິມິດ ຊຶ່ງສີມາແປວ່າເຂດຫຼືແດນ ເໝືອນກັບເສົາຫິນ ເປັນເຄື່ອງບອກເຂດແດນຂອງຊາວບ້ານທົ່ວໄປນັ້ນເອງ ຕາມພຣະວິນັຍສີມາຫຼືພັດທະສີມາ ມີຢູ່ 2 ປະເພດໃຫຽ່ໆ ຄື
1. ພັດທະສີມາຄື ເຂດ ຫຼືແດນທີ່ພຣະສົງຄ໌ກໍານົດເອົາເອງ ໂດຍຈັດຕັ້ງລູກນິມິດ ແປວ່າ ເຄື່ອງໝາຍຊຶ່ງ ມີຫິນ ເປັນຕົ້ນ ວາງໄວ້ເປັນຈຸດໆ 4 ທິດຫຼື 8 ທິດກໍໄດ້ ສ່ວນຫຼາຍນິຍົມໃຊ້ລູກນິມິດນອກສີມາ 8 ໝ່ວຍ ກາລຕໍ່ມາໄດ້ເພິ່ມ ລູກນິມິດ ເຄິ່ງກາງສີມາອີກ 1 ໜ່ວຍ ຊຶ່ງມີພຣະພຸດທານຸຍາດໃຫ້ສົງຄ໌ກໍານົດຂນາດສີມາຕາມຄວາມຈຳເປັນ ບໍ່ນ້ອຍຫຼືບໍ່ໃຫຽ່ ເກີນໄປ ຂນາດນ້ອຍສຸດໃຫ້ພຣະສົງຄ໌ເຂົ້ານັ່ງຫັດຖະບາດ (ຄືນັ່ງຕົວຊື່ເດ່ແຂນອອກໄປຈັບຕົວຄົນອື່ນໄດ້) ໄດ້ບໍ່ໜ້ອຍກວ່າ 21 ອົງ ເພາະການທຳສັງຄະກັມບາງຢ່າງຕ້ອງມີຈຳນວນພຣະສົງຄ໌ 21 ອົງ ເຊັ່ນ ສູດອັພພານ (ສູດປະກາດໃຫ້ພຣະສົງຄ໌ ຜູ້ຕ້ອງ ອາບັຕສັງຄາທິເສສ ເມື່ອຮັບໂທດດ້ວຍການຢູ່ກັມຕາມເວລາ ທີ່ປົກປິດໄວ້ບວກກັບ ການຢູ່ມານັດ ເພື່ອກຽມຕົວເປັນ ພຣະສົງຄ໌ຜູ້ມີສີລບໍຣິສຸດອີກຫົກຄືນ) ແຕ່ຫາກຈະທຳສີມາໃຫຽ່ມີພຣະພຸດທານຸຍາດ ຂນາດກວ້າງບໍ່ເກີນ 3 ໂຍດ (ມາດຕາແທກທາງຍາວຕາມແບບພາສາບາລີ ໂຍດນຶ່ງເທົ່າກັບ 16 ກ.ມ.ຫຼື 200 ເສັ້ນ) ຖ້າເກີນຂນາດກໍານົດນີ້ຖືວ່າໃຊ້ບໍ່ໄດ້ (ສີມາວິບັດ) ພັດທະສີມານີ້ແບ່ງອອກເປັນ 4 ປະເພດ ໄດ້ແກ່
(ກ) ຂັນທະສີມາຄື ສີມາຂນາດນ້ອຍທີ່ສົງຄ໌ກໍານົດຜູກສະເພາະໂຮງອຸໂບສົດທີ່ຢູ່ໃນມະຫາສີມາ ໂດຍມີວັດຖຸປະສົງເປັນ ເຄື່ອງຂັ້ນແດນ (ສີມັນຕຣິກ) ລະຫວ່າງມະຫາສີມາກັບຂັນທະສີມາ ເພື່ອບໍ່ໃຫ້ສີມາທັງ 2 ຄາບກ່ຽວກັນ
(ຂ) ມະຫາສີມາຄື ສີມາທີ່ທ່ານກໍານົດຜູກທົ່ວບໍຣິເວນວັດ
(ຄ) ສີມາ 2 ຊັ້ນ ໝາຍເຖິງ ມະຫາສີມາກັບຂັນທະສີມາໃນວັດດຽວກັນ
(ງ) ນະທີປາຣສີມາຄື ສີມາທີ່ສົມມຸດກວມຝັ່ງນໍ້າທັງ 2 ໂດຍເປີດແມ່ນໍ້າໄວ້ກາງສີມາຊະນິດນີ້ ຊົງພຣະພຸດທານຸຍາດ ໃຫ້ສົມມຸດໄດ້ສະເພາະໃນເຂດທີ່ມີເຮືອໄປມາຢູ່ສເມີ
2. ອະພັດທະສີມາຄື ເຂດຫຼືແດນທີ່ພຣະສົງຄ໌ບໍ່ໄດ້ກໍານົດເອົາເອງ ຊຶ່ງທາງຣາຊການ ເຈົ້າໜ້າທີ່ບ້ານເມືອງກໍານົດໄວ້ ໃນສມັຍກ່ອນພຣະສົງຄ໌ໃຊ້ເປັນເຂດປະຊຸມສົງຄ໌ ເພື່ອທຳສັງຄະກັມຊົ່ວຄາວ ແຕ່ສົງຄ໌ບໍ່ມີກຳມະສິດເອົາເປັນຂອງສົງຄ໌ຢ່າງຖາວອນ ເນື່ອງຈາກບໍ່ຮູ້ວ່າ ທາງຣາຊການຈະຍຶດຄືນເມື່ອໃດ ສມັຍນີ້ຈຶ່ງບໍ່ນິຍົມໃຊ້ອະພັດທະສີມາ
ໃນການສ້າງພັດທະສີມານັ້ນນິຍົມໃຫ້ດ້ານໜ້າຂອງສີມາປິ່ນໄປທາງທິດຕະເວັນອອກ ຊຶ່ງມີຄວາມເຊື່ອວ່າ ເປັນ ທິດມຸງຄຸນຕາມທີ່ພຣະພຸທເຈົ້າຊົງປະທັບຕຣັສຮູ້ ໂດຍປິ່ນພຣະພັກໄປທາງທິດຕະເວັນອອກແລະເປັນທິດທີ່ ດວງຕະເວັນ ເຣິ່ມຂື້ນສູ່ທ້ອງຟ້າ ສ່ອງແສງສວ່າງລົງສູ່ຜືນແຜ່ນດິນ ຈະເຮັດໃຫ້ອາວາສຫຼືອາຮາມເຂດແຫ່ງນັ້ນເປັນມຸງຄຸນສະຖານ ຢ່າງໃດກໍ່ຕາມ ຫາກຕ້ອງການສ້າງພັດທະສີມາຈຳເປັນຕ້ອງເບິ່ງສະຖານທີ່ແລະຄວາມເໝາະສົມ ດ້ວຍເຫດຜົນດັ່ງກ່າວ ຈຶ່ງມີຫຼາຍວັດບໍ່ວ່າໃນເມືອງລາວຫລືໃນປະເທດອື່ນທີ່ນັບຖືພຣະພຸທສາສນາໄດ້ສ້າງພັດທະສີມາ ໂດຍໃຫ້ດ້ານໜ້າ ຂອງສີມປິ່ນໄປໃນທິດທີ່ແຕກຕ່າງກັນ
3. ຂັ້ນຕອນການປຸກສ້າງພັດທະສີມາ
ກ່າວກັນວ່າການສ້າງພັດທະສີມານັ້ນຈະຕ້ອງເລືອກພື້ນທີ່ເປັນພິເສດ ພື້ນທີ່ນັ້ນຈະຕ້ອງບໍຣິສຸດສະອາດ ບໍມີມົລທິນ ທັງປວງ ຄວາມຈິງແລ້ວສ້າງອັນໃດກໍ່ຕາມໃນພຣະພຸທສາສນາ ມັກຈະມີການເລືອກພື້ນທີ່ສະອາດບໍຣິສຸດກັນທັງນັ້ນ ເພື່ອຄວາມເປັນສິຣິມຸງຄຸນໃຫ້ກັບພື້ນທີ່ນັ້ນໆ
ການສ້າງພັດທະສີມາຕ້ອງພິຈາຣະນາເຖິງສະຖານທີ່ທີ່ຈະສ້າງ ຈະຕ້ອງມີຄວາມບໍຣິສຸດໃນການນຳໃຊ້ກ່ອນ ການສ້າງ ພັດທະສີມາດ້ວຍເຊັ່ນ ບໍ່ເຄີຍເປັນສຸສານຫຼືສະຖານທີ່ເຜົາຄົນຕາຍມາກ່ອນ ບໍ່ເຄີຍເປັນສະຖານທີ່ປະຫານ ຫຼືບໍ່ເຄີຍ ເປັນສະຖານທີ່ທີ່ມີການທຳອັບປະມຸງຄຸນມາກ່ອນ
ການສ້າງພັດທະສີມານັ້ນ ເຣິ່ມຕົ້ນດ້ວຍການຂຽນແຜນຜັງປຸກສ້າງເພື່ອນຳສເນີເຈົ້າໜ້າທີ່ທີ່ມີສ່ວນກ່ຽວຂ້ອງ ເມື່ອໄດ້ຮັບອະນຸຍາດແລ້ວ ພຣະສົງຄ໌ຮ່ວມປະຊຸມກັນໃນເຂດພັດທະສີມາເພື່ອທຳພິທີກັມສູດຖອນ ເພື່ອໃຫ້ແນ່ໃຈວ່າ ບໍຣິເວນທີ່ກຳນົດເປັນເຂດແດນພັດທະສີມານີ້ບໍ່ໄປຊ້ອນກັບສີມາເກົ່າຫຼືເປັນພື້ນທີ່ທີ່ມີເຈົ້າຂອງຄອບຄອງຢູ່ກ່ອນ ເມື່ອທຳພິທີສູດແລ້ວກໍ່ສາມາດທຳການກໍ່ສ້າງຈົນແລ້ວຈິ່ງທຳພິທີກັມຜູກພັດທະສີມາຫຼືຝັງລູກນິມິດ ຈາກນັ້ນຈິ່ງ ຕັ້ງໃບສີມາໄວ້ເທິງຈຸດທີ່ຝັງລູກນິມິດເພື່ອເປັນເຄື່ອງ ໝາຍສະແດງໃຫ້ຮູ້ວ່າ ພື້ນດິນບ່ອນນັ້ນມີລູກນິມິດຝັງຢູ່ ໃບສີມາ ນັ້ນກໍ່ຖືກສ້າງຂື້ນຕາມແຕ່ຊ່າງຈະອອກແບບໃຫ້ສວຍງາມ ໂດຍນໍາເອົາເຄື່ອງໝາຍທາງພຣະພຸທສາສນາມາສ້າງເປັນ ລວດລາຍຂອງໃບສີມາເຊັ່ນ ເຄື່ອງໝາຍທັມມະຈັກ ຮູບເທວະດາ ເປັນຕົ້ນ ເມື່ອທຳພິທີຝັງລູກນິມິດສຳເຣັດແລ້ວຈິ່ງຖືວ່ານຳໃຊ້ພັດທະສີມານັ້ນທຳສັງຄະກັມໄດ້ຕາມພຸດທານຸຍາດ
4. ນິມິດແລະວິທີຜູກພັດທະສີມາ
ນິມິດ ແປວ່າ ເຄື່ອງໝາຍຫຼືວັດຖຸທີ່ໃຊ້ເປັນເຄື່ອງໝາຍເຂດແຫ່ງສີມາ ພຣະພຸດທະເຈົ້າກຳນົດໄວ້ມີ 8 ປະການຄື (1) ພູເຂົາ (2) ສິລາ (ຫິນ) (3) ປ່າໄມ້ (4) ຕົ້ນໄມ້ (5) ໂພນປວກ (6) ຫົນທາງ (7) ແມ່ນໍ້າ (8) ສະນໍ້າ ຊຶ່ງນິມິດເຫຼົ່ານີ້ມີຢູ່ ຕາມທໍາມະຊາດ ເຮັດໃຫ້ການກໍານົດເຂດແດນທໍາສັງຄະກັມ ປະຊຸມສົງຄ໌ເຮັດໄດ້ຍາກແລະມັກຄາດເຄື້ອນ ເຊັ່ນ ຫາກໃຊ້ຕົ້ນໄມ້ເປັນເຄື່ອງໝາຍບອກເຂດແດນ ເມື່ອຕົ້ນໄມ້ນັ້ນຫັກຂົ່ນລົງຫຼືຕາຍໄປ ກໍ່ຈະເຮັດໃຫ້ເຂດແດນທີ່ ອາສັຍຕົ້ນໄມ້ນັ້ນເປັນເຄື່ອງໝາຍຈະຄາດເຄື້ອນໄປ
ກາລຕໍ່ມາ ຈຶ່ງໄດ້ກໍານົດນິມິດປະເພດນຶ່ງຂື້ນແທນ ຊຶ່ງເປັນການສ້າງຫຼືເຮັດຂື້ນເຊັ່ນ ຂຸດບໍ່ນໍ້າ ຄັນຄູນໍ້າ ສະນໍ້າ ແລະ ກ້ອນຫິນ ໂດຍສະເພາະກ້ອນຫິນເປັນທີ່ນິຍົມກັນຫຼາຍເພາະໝັ້ນຄົງ ທົນທານແລະເຄື້ອນຍ້າຍໄດ້ຍາກ ຕໍ່ມາເມື່ອເທກ ໂນໂລຍີມີຄວາມກ້າວໜ້າມາກຂື້ນ ຈຶ່ງມີການເຮັດ (ປະດິດ) ກ້ອນຫິນໃຫ້ເປັນໜ່ວຍມົນໆ ປະມານເທົ່າ ບາຕຂອງພຣະສົງຄ໌ ເປັນເຄື່ອງໝາຍຂື້ນແທນ ເອີ້ນວ່າ “ລູກນິມິດ” ດັ່ງທີ່ເຫັນຢູ່ໃນປັດຈຸບັນ ເມື່ອມີລູກນິມິດ ເປັນເຄື່ອງໝາຍບອກເຂດແດນ ຕໍ່ມາຈຶ່ງມີພິທີກັມ ເອີ້ນວ່າການ “ຝັງລູກນິມິດ” ຂື້ນ
ການຝັງລູກນິມິດນີ້ ເອີ້ນອີກຢ່າງນຶ່ງວ່າການ “ຜູກພັດທະສີມາ” ແປວ່າ ເຂດທໍາສັງຄະກັມທີ່ກໍານົດຕາມພຸດທານຸຍາດ ໃນພິທີຜູກພັດທະສີມານັ້ນຈະຕ້ອງມີພຣະສົງຄ໌ຄົບຈຳນວນອົງສົງຄ໌ຄື ມີພຣະສົງຄ໌ຈຳນວນ 5 ອົງຂື້ນໄປ ໂດຍປັດຈຸບັນ ເລີ້ມຕົ້ນຈາກພຣະສົງຄ໌ປະຊຸມພ້ອມກັນໃນສີມາເພື່ອທໍາພິທີສູດຖອນ ເມື່ອພຣະສົງຄ໌ສູດຖອນສະຖານທີ່ທີ່ກໍານົດ ເປັນເຂດ ແດນທໍາສັງຄະກັມແລ້ວວ່າມີເຂດແດນເທົ່າໃດ ໂດຍທົ່ວໄປລູກນິມິດທີ່ໃຊ້ຜູກສີມາຈະມີຈໍານວນ 9 ລູກ ໂດຍຝັງຕາມທິດຕ່າງໆ ຮອບສີມາທັງ 8 ທິດໆ ລະ 1 ລູກ ແລະຝັງໄວ້ກາງສີມາອີກນຶ່ງລູກ ເປັນລູກເອກ ເມື່ອຈະຜູກພັດທະສີມາພຣະສົງຄ໌ຈໍານວນ 4 ອົງ ກໍ່ຈະຍ່າງຈາກທິດຕະເວັນອອກໄປຕາມຈຸດວາງລູກນິມິດເພື່ອສູດທັກສີມາ ໂດຍວຽນຂວາໄປຈົນຄົບທັງ 8 ທິດ ແລະອ້ອມມາ ຈົນເຖິງທິດຕະເວັນອອກອີກເທື່ອນຶ່ງ ເພື່ອໃຫ້ແນວນິມິດຄົບກັນເປັນສີ່ຫຼ່ຽມຫຼືວົງມົນ ເມື່ອສູດທັກນິມິດຈົບແລ້ວ ກໍ່ຈະກັບເຂົ້າໄປປະຊຸມສົງຄ໌ໃນສີມາ ແລະສູດປະກາດສີມາອີກເທື່ອນຶ່ງ ຫຼັງຈາກນັ້ນກໍ່ຈະທໍາການຕັດລູກນິມິດລົງຂຸມເພື່ອຖົມ ແລ້ວສ້າງເປັນຖານຕັ້ງໃບສີມາຕໍ່ໄປ
5. ຄວາມໝາຍຂອງລູກນິມິດ
ລູກນິມິດທັງ 9 ລູກນັ້ນ ຈຳນວນ 1 ລູກເປັນນິມິດເອກຕັ້ງຢູ່ກາງສີມາ ເພື່ອເປັນການຖວາຍບູຊາພຣະພຸທເຈົ້າ ສ່ວນຈຳນວນ 8 ລູກ ຈະຖືກຈັດໃຫ້ຢູ່ຕາມທິດຕ່າງໆ ໂດຍຮອບສີມາເອີ້ນວ່າ ທິດທັງ 8 ມີຄວາມໝາຍເປັນມຸງຄຸນຄື ເປັນອົງແທນພຣະອໍຣະຫັນສາວົກ ຊຶ່ງການຝັງລູກນິມິຕຈຳນວນ 8 ລູກນັ້ນນິຍົມຝັງຫ່າງຈາກຕົວສີມາປະມານ 2-4 ແມັດ ສ່ວນຂຸມຝັງລູກນິມິຕນິຍົມຂຸດລວງກວ້າງນຶ່ງແມັດ ຍາວນຶ່ງແມັດແລະເລິກປະມານນຶ່ງແມັດ ໂດຍແຕ່ລະ ລູກນິມິດມີ ຄວາມໝາຍດັ່ງນີ້
(1) ນິມິດລູກເອກ ເປັນລູກທີ່ມີຄວາມສໍາຄັນຫຼາຍ ຖືເປັນປະທານຂອງລູກນິມິດທັງໝົດຈະຝັງໄວ້ບໍຣິເວນໃຈກາງສີມາ (ສະບືສິມ) ໂດຍອ້ອມດ້ວຍລູກນິມິດອີກ 8 ລູກ ຊຶ່ງເປັນການຖວາຍບູຊາພຣະພຸທເຈົ້າ ຜູ້ເປັນສາສດາຂອງພຣະພຸທສາສນາ ເປັນພຣະປະມຸກແຫ່ງສົງຄ໌ ເປັນການອັນເຊີນ ແລະບູຊາພຣະເກດ ເທພຜູ້ຮັກສາສະຖານທີ່ສ່ວນກາງຂອງສີມາ
(2) ທິດຕະເວັນອອກ (ບູຣະພາ) ລູກທີ່ຢູ່ດ້ານໜ້າຂອງສີມາ ຖືເປັນລູກນິມິດບໍຣິວານທີ່ມີຄວາມໂດດເດັ່ນເປັນພິເສດ ເປັນລູກທຳອິດທີ່ເລີ້ມນັບ ດັ່ງນັ້ນ ຈຶ່ງປຽບນິມິດລູກນີ້ເໝືອນປະຖົມສາວົກຂອງພຣະພຸດທະເຈົ້າຄື ພຣະອັນຍາໂກນທັນຍະ ພຣະອັຄຣະສາວົກຜູ້ໄດ້ຮັບຍົກຍ້ອງວ່າ ເປັນເອຕທັຄຄະຜູ້ຮູ້ຣາຕີກາລນານຄື ມີຄວາມຮູ້ຫຼາຍ ຜ່ານໂລກມາຫຼາຍ ການຝັງລູກນິມິດໄວ້ດ້ານນີ້ ເພື່ອເປັນການບູຊາພຣະອັນຍາໂກນທັນຍະ ເປັນການອັນເຊີນແລະບູຊາພຣະຈັນ ເທພຜູ້ຮັກສາສະຖານທີ່ສ່ວນດ້ານໜ້າຂອງສີມາ
(3) ທິດຕະເວັນອອກສ່ຽງໃຕ້ (ອາຄະເນ) ຢູ່ດ້ານໜ້າຝັ່ງຂວາຂອງສີມາ ການຝັງລູກນິມິດໄວ້ທາງທິດນີ້ເພື່ອບູຊາ ພຣະມະຫາກັສປະເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູຊົງທຸດົງ ກາລຕໍ່ມາໄດ້ເປັນປະທານສົງຄ໌ທຳສັງຄາຍະນາ ເປັນການອັນເຊີນແລະບູຊາພຣະອັງຄານ ເທພຜູ້ຮັກສາສະຖານທີ່ ທາງດ້ານທິດຕະເວັນອອກສ່ຽງໃຕ້ຂອງສີມາອີກອົງນຶ່ງ
(4) ທິດໃຕ້ (ທັກສິນ) ເປັນລູກນິມິດທີ່ຢູ່ທາງດ້ານຂວາຂອງສີມາ ເປັນການບູຊາພຣະສາຣີບຸຕ ພຣະອັຄຣະສາວົກຝ່າຍຂວາ ຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງປັນຍາ ເປັນການອັນເຊີນແລະບູຊາພຣະພຸດ ເທພຜູ້ຮັກສາສະຖານທີ່ດ້ານທິດໃຕ້ຂອງສີມາ
(5) ທິດຕະເວັນຕົກສ່ຽງໃຕ້ (ຫໍຣະດີ) ທິດດ້ານຫຼັງຝັ່ງຂວາຂອງສີມາ ການຝັງລູກນິມິດທາງດ້ານນີ້ ເພື່ອບູຊາພຣະອຸບາລີເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງວິນັຍ ເປັນການອັນເຊີນແລະບູຊາພຣະເສົາ ຊຶ່ງເປັນເທພນຶ່ງໃນນົພເຄາະທັງ 9 ຄື ເທພຜູ້ດູແລຮັກສາສະຖານທີ່ດ້ານຕະເວັນຕົກສ່ຽງໃຕ້ຂອງສີມາ
(6) ທິດຕະເວັນຕົກ (ປະຈິມ) ເປັນລູກນິມິດທີ່ຝັງຢູ່ດ້ານຫຼັງຂອງສີມາ ເປັນເຄື່ອງໝາຍຂອງເງົາ ຊຶ່ງປຽບໄດ້ກັບພຣະເຖຣະທີ່ເປັນພຸດທະອຸປຖາກ ຄອຍເຝົ້າຕິດຕາມຮັບໃຊ້ພຣະພຸດທະອົງເໝືອນເງົາຕາມຕົວ ດັ່ງນັ້ນ ການຝັງລູກນິມິດທາງທິດນີ້ເພື່ອເປັນການບູຊາ ພຣະອານົນເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງພະຫຸສູດແລະເປັນມະຫາພຸດທະອຸປຖາກແດ່ພຣະພຸດທະເຈົ້າ ແລະອັນເຊີນບູຊາພຣະພະຫັດ ເທພຜູ້ຮັກສາທິດຕະເວັນຕົກ
(7) ທິດຕະເວັນຕົກສ່ຽງເໜືອ (ພາຍັບ) ການຝັງລູກນິມິດທີ່ຢູ່ດ້ານຫຼັງຝັ່ງຊ້າຍຂອງສີມານີ້ ເປັນການບູຊາ ພຣະຄວັມປະຕິເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງລາບສັກຣະແລະຮູບງາມ ແລະອັນເຊີນບູຊາພຣະຣາຫູ ຊຶ່ງເປັນເທພປະຈຳທິດນີ້
(8) ທິດເໜືອ (ອຸດອນ) ລູກນິມິດທີ່ຝັງທາງດ້ານນີ້ ຖືວ່າເປັນລູກທີ່ສໍາຄັນອີກລູກນຶ່ງ ຊຶ່ງຢູ່ດ້ານຊ້າຍຂອງສີມາ ເພື່ອເປັນການບູຊາ ພຣະໂມຄຄັລລານະ ພຣະອັຄຣະສາວົກຝ່າຍຊ້າຍຂອງພຣະພຸດທະເຈົ້າຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງສະແດງລິດ ແລະອັນເຊີນບູຊາພຣະສຸກ ເທພຜູ້ຮັກສາປະຈຳທິດນີ້
(9) ທິດຕະເວັນອອກສ່ຽງເໜືອ (ອີສານ) ລູກນິມິດທີ່ຝັງຢູ່ດ້ານໜ້າຝັ່ງຊ້າຍຂອງສີມາທາງທິດ ເໜືອນີ້ ເປັນເຄື່ອງໝາຍແຫ່ງຄວາມຜູກພັນ ມີຜົນທາງດ້ານຈິຕໃຈ ຖືເປັນທິດສຸດທ້າຍເພື່ອເປັນການບູຊາ ພຣະຣາຫຸນເຖຣະ ຊຶ່ງເປັນພຣະໂອຣົສຂອງເຈົ້າຊາຍສິດທັດຖະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດ ໃນທາງການສຶກສາ ແລະອັນເຊີນບູຊາພຣະອາທິດ ເທພຜູ້ຮັກສາປະຈຳທິດນີ້
ໃນງານບຸນຕິດທອງຝັງລູກນິມິຕ ນິຍົມໃສ່ປື້ມຂຽນຫຼືແຜ່ນທອງ ສໍຂຽນ ເຂັມ ດ້າຍ ລົງໃນຂຸມດ້ວຍ ເພາະມີຄວາມ ເຊື່ອວ່າ ຫາກຜູ້ທຳບຸນຂຽນຂໍ້ຄວາມທີ່ອະທິຖານລົງປື້ມຂຽນຫຼືແຜ່ນທອງ ຈະມີຄວາມຈຳດີ ບໍ່ຫຼົງລືມງ່າຍ ສ່ວນເຂັມມີຄວາມໝາຍວ່າ ຈະມີປັນຍາແຫຼມຄົມ ດ້າຍໝາຍເຖິງ ຄວາມຕໍ່ເນື່ອງມີຊີວິຕຍືນຍາວແລະ ການຕິດທອງ ລູກນິມິຕ ເພື່ອໃຫ້ກາຍຜ່ອງໃສຜິວພັນສວຍງາມ ນອກຈາກນີ້ຜູ້ມີຈິຕສັດທາຈະນຳຂອງມີຄ່າໃສ່ລົງໄປໃນຂຸມດ້ວຍເຊັ່ນ ແກ້ວແຫວນເງິນທອງ ເພາະຖືວ່າເປັນການຝາກວັດຖຸເຫຼົ່ານີ້ໄວ້ໃນພຣະພຸທສາສນາ ເມື່ອສິ້ນຊີວິຕແລ້ວຈະໄດ້ໄປເກີດໃນ ພົບພູມທີ່ດີ ມີຊັບສົມບັດແກ້ວແຫວນ ເງິນທອງ ໂດຍສ່ວນຫຼາຍນິຍົມນຳຂອງມີຄ່າໃສ່ລົງໄປໃນຂຸມນິມິຕລູກເອກ ຊຶ່ງເປັນຈຸດສູນກາງຂອງສີມາຈະມີຄວາມປອດໄພຈາກຄົນລັກຂະໂມຍຂຸດຂື້ນມາ ເນື່ອງຈາກ ເມື່ອຝັງລູກນິມິຕແລ້ວຈະ ຖົມດິນໃຫ້ແໜ້ນໜາ ເທປູນຊີມັງບໍຣິເວນດ້ານໃນຂອງສີມາ ຫຼືສີມໃນບາງວັດຈະປູກະເບື້ອງ(tiles)ອີກຊັ້ນຫນຶ່ງ
6. ອານິສົງສ໌ຂອງການຝັງລູກນິມິດ
ເນື່ອງຈາກໃນສມັຍກ່ອນ ການທີ່ຈະສ້າງພັດທະສີມາໄດ້ຫຼັງນຶ່ງໆ ຫຼືແມ່ນແຕ່ຈະສ້ອມແປງພັດທະສີມາເກົ່າໃຫ້ ມີຄວາມສວຍງາມນັ້ນບໍ່ແມ່ນເຣື່ອງງ່າຍໆ ຈະຕ້ອງໃຊ້ເວລາຍາວນານ ດັ່ງນັ້ນ ຈຶ່ງເຊື່ອກັນວ່າ ຫາກຜູ້ໃດມີໂອກາດເຮັດບຸນ “ຝັງລູກນິມິດ” ຈະມີອານິສົງສ໌ເຖີງ 6 ປະການ ດັ່ງນີ້
(1) ເປັນຄົນບໍ່ມີໂຣຄ ພັຍໄຂ້ເຈັບທຸກຊາດ ປາສະຈາກອຸປັດທະວະທັງຫຼາຍ
(2) ເປັນຄົນບໍ່ເກີດໃນຕະກູລຕໍ່າ
(3) ຫາກເກີດໃນມະນຸດໂລກ ກໍ່ຈະເກີດເປັນທ້າວພຣະຍາມະຫາກະສັດ
(4) ຫາກເກີດໃນເທວະໂລກ ກໍ່ຈະເກີດເປັນທ້າວສັກກະເທວະຣາຊ
(5) ຈະສົມບູນດ້ວຍຊັບສິນເງິນທອງ ມີຜິວພັນຜ່ອງໃສ
(6) ມີອາຍຸຍືນຍາວ
7. ຄວາມໝາຍແລະຄວາມເປັນມາຂອງຍອດຊໍ່ຟ້າ
ນອກຈາກຜູກພັດທະສີມາຫຼືຝັງລູກນິມິດແລ້ວ ພັດທະສີມານັ້ນຈຳເປັນຕ້ອງມີຍອດຊໍ່ຟ້າ ຊຶ່ງຢູ່ຈຸດສູງສຸດຂອງສີມ ເປັນເຄື່ອງໝາຍແຫ່ງການຄົບອົງປະກອບທາງອາຄານສຳຄັນຂອງສາສນາ
ຍອດຊໍ່ຟ້າໝາຍເຖິງ ຊໍ່ທີ່ຍືດຂື້ນໄປເທິງທ້ອງຟ້າເປັນສັນຍາລັກແຫ່ງການບູຊາພຣະຣັຕນະຕຣັຍ ແລະຈຳພວກ ເທພ ເທິງສວັນຊັ້ນຟ້າ ຍອດຊໍ່ຟ້າຈະນຳໃຊ້ປະດັບສະເພາະ ພຣະຣາຊວັງ ສີມາ ວິຫານແລະສິ່ງກໍ່ສ້າງອື່ນໆ ບາງປະເພດ ໃນວັດ ເທົ່ານັ້ນ
ຄວາມຈິງແລ້ວ ຍັງບໍ່ມີຜູ້ໃດສາມາດອະທິບາຍທີ່ມາຂອງຍອດຊໍ່ຟ້າໄດ້ຢ່າງຄົບຖ້ວນແລະຮູບຮ່າງ ໜ້າຕາຍອດຊໍ່ຟ້າ ກໍ່ມີຕ່າງໆ ກັນແລ້ວແຕ່ວ່າເປັນຂອງພູມິພາກໃດເຊັ່ນ ບາງແຫ່ງປັ້ນເປັນຮູບສັດທຳມະດາຫຼືເປັນສັດຫິມະພານກໍ່ໄດ້ ຢ່າງໃດກໍ່ຕາມມີຄົນພຍາຍາມອະທິບາຍຮູບລັກສະນະແລະຄວາມໝາຍຍອດຊໍ່ຟ້າໄວ້ຕ່າງກັນ ດັ່ງນີ້
- ຮູບເໝືອນຫົງຫຼືນົກໃນເທພນິຍາຍໝາຍເຖິງ ແດນສວັນທັງຫົກຊັ້ນ ຊຶ່ງເປັນການປະສົມຄໍາລະຫວ່າງຄຳວ່າ ຍອດ ຊໍ່ແລະຟ້າ ຍອດໝາຍເຖິງ ສູງສຸດ ຊໍ່ໝາຍເຖິງ ພວງ ສ່ວນຟ້າໝາຍເຖິງ ສ່ວນທາງເທິງຫຼືແດນສວັນ
- ສິ່ງທີ່ຍືດອອກໄປ ໝາຍເຖິງການຍືດອອກໄປສູ່ແດນສວັນ
- ຮູບຫົວນາກຢູ່ເຄິ່ງກາງສັນຫຼັງຄາ ມັກຈະມີປາສາດອົງນ້ອຍໆ ຫຼືເສດຕະສັດຕັ້ງຢູ່ ໝາຍເຖິງ ເຂົາພຣະສຸເມຣຸ ແລະນ້ຳຈະຕ້ອງໄຫຼຈາກຈຸດນີ້ ຊຶ່ງນຳໃຊ້ຮູບນາກຫຼືມັງກອນເປັນສັນຍາລັກ
ສະລຸບແລ້ວ ຄວາມໝາຍທີ່ແທ້ຈິງຂອງຍອດຊໍ່ຟ້າ ໜ້າຈະເປັນນາກເພາະມີຄວາມກ່ຽວຂ້ອງເຖິງ ເຫດການທີ່ໄດ້ ເກີດ ຂື້ນໃນຣະບົບພູມຈັກວານກລ່າວຄື ການຕໍ່ສູ້ລະຫວ່າງພຣະຍາອິນກັບນາກເທິງເຂົາພຣະສຸເມຣຸ ຊຶ່ງທຳໃຫ້ນາກຕ້ອງ ຜ່າຍແພ້ ແລະປ່ອຍໃຫ້ນ້ຳໄຫຼລົງມາຫຼໍ່ລ້ຽງຊີວິຕບົນໂລກ
ໃນສມັຍນຶ່ງ ພຣະຍາອິນໃນອະດີດຊາດເປັນມະນຸດໃນໝູ່ບ້ານອະຈະລະຄາມ ແຄວ້ນມະຄົດ ນາມວ່າ ມັກຄະມານົບ ມັກບຳເພັນປະໂຫຽດແກ່ສາທາຣະນະຊົນເປັນປະຈຳ ໂດຍຕັ້ງຄະນະຜູ້ບຳເພັນສາທາຣະນະປໂຍດຈຳນວນ 33 ຄົນ ເຊັ່ນ ສ້າງຫົນທາງໃຫ້ຄົນສັນຈອນໄປມາ ຖາງສະຖານທີ່ຮົກຮ້າງຫວ່າງເປົ່າໃຫ້ເປັນສວນອຸທຍານສະຖານທີ່ພັກຜ່ອນ ສ້າງສາລາ ແຄມທາງ ຫ້ອງນ້ຳ ປູກຕົ້ນໄມ້ໃຫ້ມີຮົ່ມ ຂຸດນ້ຳສ້າງໃຫ້ປະຊາຊົນໄດ້ໃຊ້ໃນລະດູແລ້ງ
ກາລຜ່ານມາ ມັກຄະມານົບພ້ອມດ້ວຍບໍຣິວານໄດ້ສ້າງສາລາຫຼັງໃຫຽ່ໄວ້ໃຫ້ຜູ້ຄົນໄດ້ພັກຜ່ອນ ມີຫ້ອງປະຊຸມ ສວນດອກໄມ້ ຫ້ອງນ້ຳ ສະນ້ຳ ເປັນຕົ້ນ ພວກເຂົາໄດ້ເຊິນຊວນຄົນທັງຫຼາຍມາສ້າງຮ່ວມກັນດ້ວຍ ຊຶ່ງມັກຄະມານົບ ຜູ້ເປັນຫົາໜ້າມີພັລຍາ 4 ຄົນ ນາມວ່າ ສຸນັນທາ ສຸຈິດຕາ ສຸທັມມາ ສຸຊາດາ ໜຶ່ງໃນ 4 ຄົນນີ້ ຜູ້ມີປັນຍາດີນາມວ່າ ສຸທັມມາ ໄດ້ຫານາຍຊ່າງເຮັດຍອດ ຊໍ່ຟ້າສາລາໃຫຽ່ນີ້ ຈັດກຽມໄມ້ແກະສລັກຍອດຊໍ່ຟ້າເກັບເຊື່ອງໄວ້ຮຽບຮ້ອຍແລ້ວ ເມື່ອເວລາຕິດຍອດຊໍ່ຟ້າປາກົດວ່ານາຍຊ່າງ ໄດ້ລືມໄປ ເພາະໄມ້ທີ່ກຽມເຮັດຍອດຊໍ່ຟ້າຍັງບໍ່ທັນແຫ້ງພໍ ຈິ່ງຕົກລົງກັນວ່າ ຕ້ອງໄປຫາຊື້ຍອດຊໍ່ຟ້າໃຫ້ໄດ້ແລະເມື່ອທຸກຄົນໄປ ເຫັນຍອດຊໍ່ຟ້າທີ່ນາງສຸທັມມາກຽມໄວ້ແລ້ວ ນາງກໍ່ມອບຍອດຊໍ່ຟ້ານັ້ນ ໃຫ້ໂດຍຍໍ່ຄິດມູລຄ່າແຕ່ປະການໃດ ທຸກຄົນຈິ່ງຮັບເອົາ ຍອດຊໍ່ຟ້ານັ້ນມາຕິດສຳເຣັດຮຽບຮ້ອຍດີແລ້ວ ສາລາຫຼັງນີ້ຈຶ່ງມີຊື່ວ່າ ສາລາສຸທັມມາ ປາກົດສູ້ສາຍຕາຂອງຜູ້ຄົນທີ່ມາ ໃຊ້ບໍຣິການ
ດ້ວຍຄຸນງາມຄວາມດີທີ່ທຸກຄົນຮ່ວມກັນບຳເພັນມາ ສິ້ນຊີວິຕແລ້ວກໍ່ໄດ້ໄປເກີດເປັນເທພໃນ ສວັນ ໂດຍຫົວໜ້າ ນາມວ່າ ມັກຄະມານົບກໍ່ໄດ້ເກີດເປັນພຣະຍາອິນຫຼືທ້າວສັກກະເທວະຣາຊໃນສວັນຊັ້ນດາວະດິງ
ສ່ວນນາງສຸທັມມາ ເມື່ອສິ້ນຊີວິຕແລ້ວໄດ້ໄປເກີດເປັນເມັຽຂອງພຣະຍາອິນແລະສາລາຫຼັງນັ້ນກໍ່ນຳຂື້ນມາມີຊື່ວ່າ ສາລາສຸທັມມາ ເປັນສາລາປະດັບປະດາໄປດ້ວຍແກ້ວ 7 ປະການ ມີແທ່ນປະທັບຂອງພຣະຍາອິນຢ່າງສວຍງາມ ສາລາຫຼັງນີ້ເປັນສະຖານທີ່ປະຊຸມຂອງເທວະດາເອີ້ນວ່າ ເທວະສະພາຫຼືທັມມະສະພາຫຼືສຸທັມມາສະພາ
ດັ່ງນັ້ນ ທ່ານພຸທສາສະນິກະຊົນທັງຫຼາຍໄດ້ຮ່ວມສ້າງແລ້ວບໍ່ມີຊື່ທີ່ພັດທະສີມາ ທີ່ສາລາ ທີ່ກຸດຕິວິຫານກໍ່ດີ ກໍ່ຢ່າໄປສົນໃຈເຣື່ອງຊື່ ໃຫ້ສົນໃຈເຣຶ່ອງສັດທາເປັນສິ່ງສຳຄັນ ສັດທາເຮົາມີແລ້ວ ເຮົາບໍຣິຈາກແລ້ວ ເຮົາເຮັດແລ້ວ ຊື່ໃນເມືອງມະນຸດຈະເປັນຊື່ຜູ້ໃດກໍ່ຕາມ ແຕ່ໃນສ່ວນອານິສົງສ໌ທຸກຄົນຍ່ອມໄດ້ເຊັ່ນດຽວກັນ
8. ອານິສົງສ໌ຂອງການສ້າງຍອດຊໍ່ຟ້າ
(1) ຊື່ວ່າທ່ານໄດ້ຝັງຂຸມຊັບໄວ້ໃນພຣະພຸທສາສນາ ເພາະຊັບຄືບຸນນີ້ໂຈຣລັກເອົາໄປບໍ່ໄດ້ ແລະຜູ້ຝັງຂຸມຊັບໄວ້ໃນ ພຣະພຸທສາສນານີ້ ຍ່ອມໄດ້ຮັບອານິສົງສ໌ໃນເບື້ອງຕົ້ນ 6 ປະການຄື ເປັນຜູ້ມີຜິວພັນງົດງາມ (ສຸວັນນະຕາ) ມິສຽງມ່ວນ (ສຸສະຣະຕາ) ມີຊວດຊົງງາມ (ສຸສັນຖານັງ) ເປັນຜູ້ມີຮູບງາມ (ສຸຣູປະຕາ) ມີຄວາມເປັນໃຫຽ່ (ອາທິປັຈຈັງ) ແລະມີບໍຣິວານ (ປະຣິວາໂຣ)
(2) ຊື່ວ່າທ່ານເປັນຜູ້ມີສ່ວນໃນການສ້າງພັດທະສີມາ ກຸຕິ ວິຫານໃຫ້ແລ້ວສົມບູນ ມິຄວາມສວຍງາມ ໜ້າເບິ່ງໜ້າຊົມ ຊື່ນຕາຊື່ນໃຈແກ່ຜູ້ໄດ້ເຫັນ
(3) ຊື່ວ່າທ່ານໄດ້ບຸນກຸສົນອັນຍິ່ງໃຫຽ່ ອັນເປັນສຸພະນິມິດໃຫ້ທ່ານໄປເກີດໃນສວັນ ຫຼັງຈາກມໍຣະນາກາລແລ້ວ
(4) ຊື່ວ່າທ່ານເປັນຜູ້ມີສັດທາ ບໍຣິຈາກຊັບເພື່ອບໍາຣຸງພຣະພຸທສາສນາ
9. ຄວາມສຳຄັນແລະອານິສົງສ໌ການສ້າງພັດທະສີມາ
ການສ້າງວັດຕ້ອງອາໄສກໍາລັງຊັບ ແລະກໍາລັງຄົນເປັນຈຳນວນມາກ ເພາະຕ້ອງສ້າງກຸດຕິ ວິຫານ ແລະສາລາ ໂຮງທັມ ເພື່ອທຳພິທີກັມທາງສາສນາ ໂດຍສະເພາະພັດທະສີມາ ສະຖານທີ່ທີ່ຈະຕ້ອງໃຊ້ເພື່ອການທຳສັງຄະກັມສຳຄັນໆ ຫຼາຍຢ່າງເຊັ່ນ ການອຸປະສົມບົດແກ່ກຸລບຸດ ການສູດອັບພານກັມ ການສູດຍັດຕິທຸຕິຍະກັມວາຈາ ການສູດຍັດຕິຈະຕຸດຖະກັມວາຈາ ການສູດພຣະປາຕິໂມກ ການກຣານກະຖິນແລະການປະວາຣນາກັມ ເປັນຕົ້ນ ເນື່ອງຈາກພັດທະສີມາທີ່ສ້າງຂື້ນທຸກວັນນີ້ ຄະນະສົງຄ໌ສາມາດໃຊ້ໃຫ້ເປັນປະໂຫຽດຫຼາຍຢ່າງເຊັ່ນ ໃຊ້ເປັນທີ່ປະຊຸມສົງຄ໌ ທີ່ສະແດງທັມ ທີ່ສູດມົນ ທຳວັດເຊົ້າຄໍ່າແລະ ໃຊ້ເປັນທີ່ພັກຊົ່ວຄາວຂອງພຣະອາຄັນຕຸກະ ເປັນຕົ້ນ ດັ່ງນັ້ນ ຜູ້ທີ່ມີຈິດສັດທາຮ່ວມສ້າງພັດທະສີມາໄວ້ໃນພຣະພຸທສາສນາ ເພື່ອຖວາຍເປັນພຸທບູຊາຄື ການບູຊາຄຸນຂອງພຣະພຸທເຈົ້າ ແລະເປັນການສືບຕໍ່ອາຍຸພຣະພຸທສາສນາໃຫ້ ພຣະສົງຄ໌ໄດ້ ທໍາສັງຄະກັມນັ້ນ ຈຶ່ງນັບວ່າໄດ້ບຸນກຸສົລຫຼາຍ ທັງໃນຊາດນີ້ ແລະຊາດໜ້າ ກ່າວຄື ໃນຊາດນີ້ຍ່ອມໄດ້ຄວາມປື້ມປິຕິຢ່າງສູງ ເມື່ອຊາບວ່າພຣະສົງຄ໌ໄດ້ໃຊ້ພັດທະສີມາທີ່ຕົນສ້າງຖວາຍ ກຽດຕິຄຸນຂອງຜູ້ຖວາຍຍ່ອມໄປກວ້າງໄກ ຜູ້ຖວາຍຍ່ອມໄດ້ ສະດັບຮັບຟັງພຣະທັມເທສນາ ເພິ່ມພູນສີລ ສະມາທິ ປັນຍາທຳໃຫ້ຈິດໃຈສະອາດ ສວ່າງ ສງົບສຸຂຫຼາຍຂື້ນ ແມ່ນທຳ ກາລກິຣິຍາ (ຕາຍ) ຍ່ອມມີອາຣົມຍຶດໝັ້ນໃນກຸສົລກັມ ແລະໃນຊາດໜ້າ ຖ້າຜູ້ໃດຖວາຍພັດທະສີມາ ຫາກເຂົາຍັງມີ ກິເລສຢູ່ເມື່ອເຖິງແກ່ກັມລົງ ເຂົາຍ່ອມໄປເກີດໃນສຸຂຕິໂລກສວັນ ພຽບພ້ອມດ້ວຍສິ່ງຂອງອັນປະເສີດ ຊຶ່ງເປັນຝ່າຍໂລກີຍະ ສົມບັດ ແລະຈະໄດ້ບັນລຸຄຸນທັມຕ່າງໆ ເຊັ່ນ ຊານ ອະພິນຍາ ອະຣິຍະມັກຂ໌ ອະຣິຍະຜົລ ແລະຈະທຳໃຫ້ແຈ້ງຊຶ່ງພຣະນິພານ
10. ພັດທະສີມາໃນປັດຈຸບັນ
ໃນປັດຈຸບັນນີ້ ພຸທສາສະນິກຊົນຊາວລາວເຮົານິຍົມສ້າງພັດທະສີມາ ໂດຍທາງຄະນະສົງຄ໌ແລະຄະນະກັມການວັດ ຮ່ວມກັນປະຊຸມກຳນົດຈຸດໃດນຶ່ງທີ່ເໝາະສົມໃນບໍຣິເວນວັດ ເພື່ອສ້າງພັດທະສີມາ ແລະທໍາຕາມຂັ້ນຕອນຕ່າງໆ ເມື່ອການກໍ່ສ້າງເສັດສິ້ນແລະຈັດພິທີຜູກສີມາຮຽບຮ້ອຍແລ້ວຈຶ່ງເອີ້ນວ່າ ພັດທະສີມາ ຫຼືຄາມະສີມາ (ສີມທີ່ທຳໃນບ້ານ) ຫຼືຊາວລາວເຮົາມັກເອີ້ນວ່າ ສີມບົກ ຊຶ່ງສີມປະເພດນີ້ ນັກສະຖາປນິກ (Architect) ໄດ້ອອກແບບຢ່າງສວຍງາມຕາມຮູບແບບສິລປະສີມຂອງລາວເຮົາຢ່າງແທ້ຈິງ

ไม่มีความคิดเห็น:
แสดงความคิดเห็น