ສະບາຍດີຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ເວັບໄຊ ເວັບນີ້ຈະພາທ່ານຮຽນຮູ້ໄປກັບເທັກໂນໂລຊີ ການຕິດຕໍ່ສື່ສານ ສາລະໜ້າຮູ້ ເຫດການຕ່າງໆ ບໍ່ວ່າທ່ານຈະຢູ່ໃສບ່ອນໃດຂອງໂລກ ກໍ່ສາມາດຕິດຕໍ່ສື່ສານຫາກັນໄດ້ ກັບໄອທີ ໂລກຂອງຄົນຍຸກໃໝ່ ຍຸກແຫ່ງການຕິດຕໍ່ສື່ສານ.

ກ່ຽວກັບຂໍ້ມູນນັກສືກສາສາຍໄອທີ IT.ປີ 2 ວິຊາ: ອິນເຕີເນັດ: ກຸ່ມ: https://khamchan123.blogspot.com, ສົນໃຈລົງໂຄສະນາຂອງທ່ານຕິດຕໍ່ໄດ້ທີ່, E-mail: khamchan9358@gmail.com ຫຼື ຕິດຕໍ່ໄດ້ທີ່ເບີ:020 9608573 , 1. ຊື່ ພຮະ ຄຳຈັນ ທຳມະວົງ ແມ່ນເປັນຜູ້ຄວບຄຸມທັງໝົດ ຮຽນຢູ່ ວິທະຍາໄລ ທອງສະບາ ບໍ່ແກ້ວ ສາຍ ໄອທີ ວ.ດ.ປ ເກີດ 2./4/.1998 ທີ່ ບ້ານ ນ້ຳເດື່ອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ປະຈຸບັນຢູ່ບ້ານ ປາກຮາວເໜືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ. ເບີໂທ 020 96085734 KhamChan Thammavong ,2.ຊື່ ທ້າວ ປານ ຂັນທະວົງ ແມ່ນເປັນທີ່ປືກສາ ຮຽນຢູ່ ວິທະຍາໄລ ທອງສະບາ ບໍ່ແກ້ວ ສາຍ ໄອທີ ວ.ດ.ປ ເກີດ 14./3/.1998 ທີ່ ບ້ານ ສົມສະນຸກ ເມືອງ ຜ້າອຸດົມ ແຂວງ ບໍ່ແກ້ວ ປະຈຸບັນຢູ່ບ້ານ ຕິນທາດ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ. ເບີໂທ 020 54264461 https://web.facebook.com/pan.khanthavong.9,3.ຊື່ ທ້າວ ໄຊຍະສິດ ວຸດສະວົງ ແມ່ນເປັນທີ່ປືກສາ ຮຽນຢູ່ ວິທະຍາໄລ ທອງສະບາ ບໍ່ແກ້ວ ສາຍ ໄອທີ ວ.ດ.ປ ເກີດ 8./8/.1997 ທີ່ ບ້ານ ບ້ານດານ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ປະຈຸບັນຢູ່ບ້ານ ວຽງໃໝ່ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ. ເບີໂທ 020 5443540 https://web.facebook.com/profile.php?id=100039162977905

/

ຍອດນິທານ ຊາດົກ ພຣະເຈົ້າ 10 ຊາດ

 

1.ພຣະ ເຕເມໃບ້ (ຊາດທີ່ຍິ່ງດ້ວຍ ເນກຂັມມະ ປາຣະມີ)


​ເປັນ​ເວລາ​ອັນ​ເຫິງ​ນານ​ມາ​ແລ້ວ ຍັງ​ມີ​ພະ​ລາຊາ​ຜູ້​ຍິ່ງ​​ໃຫຍ່​ອົງ​ໜຶ່ງ ຊື່​ວ່າ: ​ເຈົ້າກາສິກະ​ລາດ ຜູ້​ເປັນ​ເຈົ້າປົກຄອງ​ເມືອງພະ​ລາ​ນະ​ສີ​ ພ້ອມ​ດ້ວຍ​ມະ​ເຫ​ສີ​ຜູ້ມີ​ພະນາ​ມວ່າ ພຣະນາງ​ຈັນທາ​ເທວີ.
     ​ເຖິງ​ວ່າ​ກະສັດ​ອົງ​ນີ້​ຈະ​ມີ​ມະ​ເຫ​ສີ​ທີ່​ງາມ​ເລີດ​ພ້ອມ​ດ້ວຍ​ສະໜົມ​ເປັນ​ຈຳນວນ​ຫລາຍ​ກໍ​ຕາມ ​ແຕ່​ກໍ​ຍັງ​ບໍ່ມີ​ຄວາມ​ສຸກ​ຍ້ອນ​ວ່າ​ບໍ່ມີ ​ໂອລົດ​ ຫລື​ ທິດາ​ທີ່​ຈະ​ມາ​ສືບ​ເຊື້ອ​ແທນ​ແນວ. ມາ​ວັນ​ໜຶ່ງ​ຊາວ​ເມືອງ​ທັງຫລາຍ​ຮີບ​ຮ້ອນ​ໃຈ​ຢ້ານຣາດຊະ​ວົງ​ຈະ​ສູນ​ສິ້ນບໍ່​ມີ​ຜູ້​ສືບ​ແທນ​ຕໍ່​ໄປ​ຈຶ່ງ​ກາບ​ທູນ​ໃຫ້​ພະ​ອົງ​ເຮັດ​ພິທີ​ບວງສວງ​ສັງ​​ເວີຍ​ເທບ​ທິດາ​ຟ້າ​ດິນ​ເພື່ອ​ຂໍ​ບຸດ​ໂດຍ​ທົ່ວ​ກັນ. ​ແຕ່​ປາກົດ​ວ່າ​ບໍ່​ມີ​ໃຜ​ຈະ​ໄດ້​ສົມ​ປະສົງ​ຈັກ​ຄົນ. ສ່ວນ​ນາງ​ຈັນທາ​ເທວີ ຜູ້​ເປັນ​ອັກຄະມະ​ເຫ​ສີ ​ໄດ້​ຖື​ປະຕິສົນທິ​ແຕ່​ພຽງ​ຜູ້​ດຽວ.​ ໂດຍ​ແມ່ນ​ເທບພະ​ບຸດ​ຜູ້​ທີ່​ເຄີຍ​ເປັນ​ເຈົ້າກຸງ​ພະ​ລາ​ນະ​ສີມາ​ກ່ອນ.​ ເມື່ອ​ເຈົ້າກາ ສິກະ​ລາດ​ຊົງ​ຊາບ​ກໍ່​ປື້ມປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ
     ​ເມື່ອ​ຄົບ 10 ​ເດືອນ ນາງ​ກໍ​ໄດ້​ປະສູດ​ໂອຣົດອອກ​ມາ ພ້ອມ​ດ້ວຍ​ເມຍ​ຂອງ​ເຫຼົ່າ​ອຳມາດ​ທັງ 500 ຄົນ​ກໍ​ປະສູດ​ບຸດ​ພ້ອມ​ກັບ​ນາງ​ຈັນ​ທາ​ເທວີພະ​ເຈົ້າກາສິກະ​ລາດ​ຈິ່ງ​ເອົາ​ກຸມມານ​ເຫຼົ່ານັ້ນມາ​ເປັນ​ເພື່ອນ​ຂອງ​ໂອລົດ​ຕົນ​ທັງ​ໝົດ​ພ້ອມ​ກັບ​ເອົາ​ນາງ​ນົມ​ມາ​ລ້ຽງ​ເຖິງ 65 ຄົນ. ຈາກ​ນັ້ນພະ​ອົງ​ກໍ​ໃຫ້​ໂຫນຣາຈານທັງຫລາຍ​ມາ​ໃສ່​ຊື່​ໃຫ້​ໂອຣົດ. ​ໂຫຣາຈານ​ທູນ​ພະຍາກອນ​ວ່າ​ເປັນ​ຜູ້​ຊົງ​ບຸນຍາ​ທິການ​ອັນ​ປະ​ເສີດ​ອາດ​ເປັນ​ພະຣາຊາ​ທິລາດ​ເຖິງ 4ທະວີບ​ທັງ​ຈະ​ບໍ່​ມີ​ອັນຕະລາຍ​ມາ​ພ້ອງ​ພານ​ດ້ວຍດັ່ງນັ້ນ​ໃນ​ການ​ທີ່​ພຣະຣາດຊະ​ກຸ​ມມານ​ປະສູດ​ມີ​ຝົນຕົກ​ທົ່ວ​ລາຊະ​ອານາຈັກ​ໃຫ້​ຄວາມ​ຊຸ່ມ​ເຢັນ​ແກ່​ຄົນສັດ ​ແລະ ​ພືດ​ຕ່າງໆ​ໂຫຣາຈານ​ຈິ່ງ​ພ້ອມ​ກັນ​ຖວາຍ​ພຣະນາມ​ວ່າ: ພຣະ​ເຕ​ເມ.
     ​ເມື່ອ​ອາຍຸ​ໄດ້ 11​ເດືອນ ພຣະ​ເຕ​ເມ​ພ້ອມ​ດ້ວຍ​ນາງ​ນົມ​ທັງຫຼາຍ​ມາ​ເຂົ້າ​ເຝົ້າພະລາດ​ຊະ​ບິດາ,​ເມື່ອນັ້ນພຣະ​ເຕ​ເມ​ເຫັນ​ພໍ່​ຂອງ​ຕົນ​ຕັດ​ສັ່ງ​ໃຫ້​ລົງ​ໂທດ​ອາຍາ​ແກ່​ໂຈນທັງ 4, ຈິ່ງ​ນຶກ​ໄດ້ວ່າ: ​ໂອ! ​ພະລາດ​ຊະ​ບິດາ​ຂອງ​ເຮົາ​ຕ້ອງ​ໄປສະ​ເຫວີຍ​ທຸກ​ຢູ່​ທີ່​ນະຣົກ​ແນ່ນອນ.
    ຄັນ​ແລ້ວ​ເມື່ອ​ກັບ​ທີ່​ຂອງ​ຕົນ​ເອງ ຈຶ່ງ​ລະ​ລຶກຊາດ​ປາງ​ກ່ອນ​ຂອງ​ຕົນ​ເອງ​ໄດ້​ວ່າ ​ໃນ​ຊາດ​ອາ​ດີດ​ຕະການ​ຕົນ​ເຄີຍ​ເປັນ​ເຈົ້າຄອງ​ນະຄອນ​ແຫ່ງ​ນີ້ ​ແລະ ​ໄດ້​ເຫັນ​ພໍ່​ຂອງ​ຕົນ​ຕັດສິນ​ອາຍາ​ແກ່​ໂຈນ​ນັ້ນອີກ​ອັນ​ເປັນ​ເຫດ​ໃຫ້​ເຮົາ​ໄປ​ຕົກ​ນະຣົກ​ແນ່ນອນ. ​ເມື່ອຊົງ​ດຳຣິ​ເຊັ່ນ​ນັ້ນຈິ່ງ​ສະດຸ້ງ​ຕື່ນ​ຢ້ານ​ກວາ​ເປັນ​ຍິ່ງ​ໜັກ​ ແລ້ວ​ຈິ່ງ​ຄິດ​ຕໍ່​ໄປ​ວ່າ​ເຮັດ​ແນວ​ໃດ​ນໍ​ເຮົາ​ຈິ່ງ​ຈະ​ພົ້ນຈາກ​ລາດ​ຊະ​ມົນທຽນ​ແຫ່ງ​ນີ້. ຄາວໜຶ່ງ​ກໍ່​ມີ​ເທບ​ພະ​ທິດາ​ຜູ້​ເຄີຍ​ເປັນ​ແມ່​ຂອງ​ພະ​ອົງ​ໃນ​ຊາດ ປາງກ່ອນ​ປະກົດ​ຕົວ​ອອກ​ມາ​ແລ້ວ​ຕັດ​​ໃຫ້​ຄຳ​ແນ​ະນຳ​ວ່າ: ​ໃຫ້​ທຳ​ຕົນ​ເປັນ​ຄົນ​ເປ້ຍ​ລ່ອຍງ່ອຍ​ງະ​ບ້າ​ໃບ້​ ​ແລ້ວ​ເຂົາ​ກໍ​ຈະ​ເຂ່ຍ​ອອກ​ລາດ​ສົມບັດ​ໄປ​ດັ່ງ​ປະສົງ​ແທ້​ແລ້ວ.
    ຕໍ່​ນັ້ນມາລາ​ດຊະ​ກຸມມານ​ກໍ​ບໍ່​ສະ​ແດງ​ອາການ​ໃດໆທັງ​ສິ້ນ ​ແມ້ກະທັ້ງຢາກ​ນົມ​ກໍ່ບໍ່​ຮ້ອງບໍ່​ໄຫ້​ ແລະ ​ກໍ່​ບໍ່​ເຄື່ອນ​ໄຫວ​ໃດໆທັງ​ສິ້ນຈົນ​ນາງ​ນົມ​ທັງຫລາຍ​ລົງ​ຄວາມ​ເຫັນ​ວ່າ​ເປັນ​ຄົນ​ເປ້ຍ​ລ່ອຍ​ງ່ອຍ​ໃບ້ດັ່ງນັ້ນຈິ່ງ​ທົດ​ລອງ​ໃຫ້​ສະ​ເຫວີຍ​ນົມ​ທິບເປັນ​ເວລາ 1 ປີ​ກໍ​ຍັງ​ຄົງ​ເຊັ່ນ​ນັ້ນ. 2 ປີ ຕໍ່​ມາ​ທົດ​ລອງ​ດ້ວຍ​ການ​ເອົາ​ເຂົ້າໜົມມາ​ອອຍ ກໍ​ຍັງ​ເຊັ່ນ​ເຄີຍ ບໍ່​ມີ​ທ່າ​ທີ​ໃດໆ. 3 ປີ​ທົດ​ລອງ​ດ້ວຍ​ຜົນລະ​ໄມ້. 4 ທົດ​ລອງ​ດ້ວຍ​ຂອງ​ຫລິ້ນ. 5 ປີ​ ທົດ​ລອງ​ດ້ວຍ​ດົນຕີ​ມະ​ໂຫລີ​ຕ່າງໆ ​ແຕ່​ກຸມມານ​ກໍ​ຍັງ​ບໍ່​ສົນ​ພະ​ໄທ. 6 ປີ​ ທົດ​ລອງ​ດ້ວຍ​ການ​ເອົາ​ກຸມມານ ແລະ​ ເດັກ​ທັງ 500​ ຄົນ​ໄປ​ໄວ້​ເຮືອນ​ໃບ​ລານ ​ແລ້ວ​ຈູດ​ໄຟ​ຂຶ້ນ​ເດັກ​ນ້ອຍ​ຄົນ​ອື່ນ​ແລ່ນ​ໜີ​ອອກ​ມາໝົດ​ ແຕ່​ກຸມມານ​ຍັງ​ນິ້ງ​ເສີຍ. 7 ປີ ທົດ​ລອງ​ດ້ວຍ​ຊ້າງ​ຕົກ​ມັນ. 8 ປີ ​ທົດ​ລອງ​ດ້ວຍ​ໃຫ້​ງູ​ກ້ຽວ​ພັນ.
     ເຖິງ​ວ່າ​ພະ​ລາຊາ​ຜູ້​ເປັນ​ພໍ່​ຈະ​​ໃຫ້ການ​ທົດ​ລອງ​ດ້ວຍ​ວິທີ​ການ​ຕ່າງໆນາ​ເຊິ່ງອັນ​ເປັນ​ຜົນ​ຮ້າຍ​ໃຫ້​ແກ່​ກຸມມານ​ແຕ່​ກຸມມານ​ກໍ​ຍັງ​ນິ້ງ​ເສີຍ. ຈົນ​ມາ​ຮອດ​ອາຍຸ​ໄດ້ 14​ ປີ ​ພະ​ລາຊາ​ ກໍ​ຍັງ​ບໍ່​ລົດ​ລະ​ຄວາມ​ພະຍາຍາມ​ຈິ່ງ​ທົດ​ລອງ​ດ້ວຍ​ໃຫ້​ໄປ​ນອນ​ເກືອກ​ກົ້ວອຸດ​ຈະລະ. ອາຍຸ 15​ ປີ ​ໃຫ້​ໄປ​ນອນ​ເທິງ​​ແທ່ນ​ທີ່​ມີ​ຖ່ານ​ໄຟ​ແຕ່​ພະ​ກຸມມານ​ກໍ​ຍັງ​ອົດ​ກັ້ນ​ໄດ້.
     ຈົນ​ລ່ວງ​ເຂົ້າອາຍຸ​ໄດ້ 16 ປີ ຕອນ​ນີ້ພະ​ກຸມມານ​ເປັນ​ໜຸ່ມ​ແລ້ວ​ພະ​ລາຊາ​ຈິ່ງ ​ໃຫ້​ເອົາ​ສາວ​ທີ່​ສວຍ​ທີ່​ສຸດ​ຫລາຍ​ຕໍ່​ຫລາຍ​ຄົນ​ມາ​ປະ​ເລົ້າປະ​ລົມ​ແຕ່​ສຸດ​ທ້າຍ​ກໍ​ບໍ່​ໄດ້ຜົນ​ອີກ​ເຊັ່ນ​ເຄີຍ. ພະ​ເຈົ້າກາສິກະ​ລາດຈິ່ງ​​ໄດ້​ໃຫ້​ໂຫຣາຈານ​ມາ​ທຳນາຍ​ອີ​ກຄັ້ງ ​ໂຫຣາຈານ​ຈິ່ງ​ຕັດ​ວ່າ ຖ້າ​ຂືນລ້ຽງ​ໄວ້​ຈະ​ເປັນ​ກາລະ​ກີ​ຈະ​ເກີດ​ອາ​ເພດ​ຂຶ້ນສາມ​ປະການ: ​ໜຶ່ງ ຈະ​ເປັນ​ອັນຕະລາຍ​ແກ່​ພະ​ຊົນ​ຊີບ​ຂອງ​ພະ​ອົງ ສອງ ຈະ​ເປັນ​ອັນຕະລາຍ​ແກ່​ເສດຕະສັດ​ຂອງ​ພະ​ອົງ ​ແລະ ​ສາມ ​ແມ່​ນອັນຕະລາຍ​ແກ່​ມະ​ເຫ​ສີ​ຂອງ​ພະ​ອົງ ​ເມື່ອ​ເປັນ​​ເຊັ່ນ​ນັ້ນພະ​ລາຊາ​ຈິ່ງ ຕັດ​ສັ່ງ​ຂັບ​ໄລ່​ໜີ​ອອກ​ຈາກ​ວັງ​ແຕ່​ນາງ​ຈັນທາ​ເທວີ​ຈິ່ງ​ອ້ອນວອນ​ຂໍ​ໄວ້​ຖ້າ​ຈະ​ຂັບ​ໄລ່​ໄສ​ສົ່ງ​ກໍ​ຂໍໃຫ້​ລູກ​ຂອງ​ຕົນ​​ເອງ​ໄດ້​ສະ​ເຫວີ​ຍລາດ​​ໄດ້7​ປີກ່ອນ.​ ແຕ່​ພະ​ລາຊາ​ບໍ່​ຍອມ. ມະ​ເຫ​ສີ​ກໍ​ບໍ່​ລົດ​ລະ​ຄວາມ​ພະຍາ​ມ,ດ້ວຍ​ເຫດ​ນັ້ນພະ​ລາຊາ​ຈິ່ງ​ຕັດ​ໃຫ້​ສະ​ເຫວີ​ຍ ລາດ​ພຽງ 7ວັນ​ ຕາມ​ຄຳ​ອ້ອນວອນ​ຂອງ​ມະ​ເຫ​ສີ.
    ຕໍ່​ມາພະ​ຊາ​ລາຊາ​ກໍ​ໄດ້​ທຳ​ພິທີ​ລາຊາພິ​ເສກ​ໃຫ້​ແກ່​ກຸມມານ​ຂອງ​ຕົນ ຈົນ​ເຖິງ​ວັນ​ຖ້ວນ​ເຈັດ​ແຫ່ງ​ການ​ຄອງ​ລາດຊະ​ສົມບັດ ​ແລະ ​ເປັນ​ວັນ​ແຫ່ງ​ຄວາມ​ຕາຍ​ຂອງ​ພະ​ເຕ​ເມ​ກໍ​ມາ​ເຖິງ. ນາຍ​ສຸນັນ ສາຣະຖີ ​ໄດ້​ຮັບ​ລາດ​ຊະ​ອົງການ​ໄປ​ຝັງ​ເສຍ​ທີ່​ປ່າຊ້າ​ຜີ​ດິບ​ ຕາມ​ຄຳ​ແນະນຳ​ຂອງ​ໂຫຣາຈານ​ແຕ່​ເຊົ້າໆ ທ່າມກາງ​ສຽງ​ຮ້ອງ​ໄຫ້​ອາ​ໄລ​ອາ  ວ​ອນຂອງ​ຜູ້​ເປັນ​ແມ່.​ ເມື່ອ​ນາຍ​ສາຣະຖີຂັບ​ລົດ​ອອກ​ມາ​ແທນ​ທີ່​ຈະ​ໄປ​ທາງ​ທິດຕາ​ເວັນ​ຕົກ​ກັບ​ໄປ​ທາງ​ທິດຕາ​ເວັນ​ອອກ.​ ເມື່ອຣົດຂອງ​ກຸມມານ​ພົ້ນຈາກ​ປະຕູ​ເມືອງ ກໍ​ປື້ມພະ​ໄທ ຄວາມ​ປະສົງ​ຂອງ​ເຮົາ​ໄດ້ມາ​ເຖິງ​ທີ​ສຸດ​​ແລ້ວ. ຝ່າຍ​ນາຍ​ສາຣະຖີຂັບ​ລົດ​ມາ​ໄກ​ແລ້ວ ​ກໍ​ແວະ​ເຂົ້າປ່າຊ້າ​ອີກ​ແຫ່ງ​ໜຶ່ງ​ທີ່​ບໍ່​ແມ່ນ​ປ່າຊ້າ​ຜີ​ດິບ,​ແລ້ວ​ລົງ​ຈາກ​ລົດ​ໄປ​ຂຸດ​ຂຸມ​ເພື່ອ​ທີ່​ຈະ​ຈັດການ​ຝັງ​ສົບ​ຂອງ​ເຕ​ເມ​ກຸມມານ. ພະ​ເຕ​ເມ​ກໍ​ທົດ​ລອງ​ເຄື່ອນ​ໄຫວ​ທຸ​ກສ່ວນ​ຂອງ​ຮ່າງ​ກາຍ​ເບິ່ງ​ເມື່ອ​ເຫັນ​ວ່າ​ຍັງ​ໃຊ້​ການ​ໄດ້​ຢູ່​ຈິ່ງ​​ໂດດ​ລົງ​ຈາກ​ລົດ ​ແລ້ວ​ມຸ່ງ​ໜ້າ​ໄປ​ຫາ​ນາຍ​ສາຣະຖີ ​ແລ້ວ​ຖາມ​ວ່າ : ທ່ານ​ຂຸດ​ຂຸມ​ສີ່ຫຼ່ຽມນີ້​ເພື່ອ​ອັນ​ໃດນາຍ​ສາຣະຖີຈິ່ງ​ຕອບ​ວ່າ ຈະ​ຝັງ​ສົບ ພຣະກຸມມານ​ບ້າ​ໃບ້ ພ້ອມ​ທັງ​ແຫງນ​ໜ້າ​ຂຶ້ນ​ເບິ່ງ​ແຕ່​ກໍ່​ຍັງ​ຈຳ​ບໍ່​ໄດ້​​ແລ້ວ​ຖາມ​ວ່າ ທ່ານ​ເປັນ​ເທວະ​ດາ​ ຫລື​ ວ່າ​ຄົນຫັ້ນ. ​ເຮົາ​ກໍ​ເປັນ​ຜູ້​ທີ່​ທ່ານ​ຈະ​ຝັງ​ນັ້ນ​ແຫລະ.ບໍ່​ຕ້ອງ​ສົງ​ໄສ​ດອກ​ທ່ານ ​ເຮົາ​ຄື​ເຕ​ເມ​ຜູ້​ທີ່​ທ່ານ​ຈະ​ຝັງ​ນັ້ນ​ແຫຼະ ພະ​ກຸມມານ​ຫົວຂຶ້ນ​ແລ້ວ​ຕັດ​ສັ່ງ​ຕໍ່​ໄປ​ວ່າ : ​ຄວາມ​ຈິ່ງ​ແລ້ວ​ເຮົາ​ບໍ່​ໄດ້​ເປັນ​ຄົນ​ເປ້ຍ​ລ່ອຍ​ງ່ອຍ​ໃ​ບ້ດອກ ​ເຮົາ​ບໍ່​ຢາກ​ຈະ​ເປັນ​ພະ​ເຈົ້າ​ແຜ່ນດິນ ​ເພາະ​ກົວ​ຈະ​ຕົກ​ນະຣົກຈິ່ງ​ໄດ້​ແກ້ງ​ທຳ​ເພື່ອ​ໃຫ້​ລາດ​ຊະ​ບິດາ​ເຂ່ຍ​ອອກ​ຈາກ​ລາດຊະ​ສົມບັດ​ເສຍ​ ຊຶ່ງ​ທຸກ​ຢ່າງ​ກໍ​ສຳ​ເລັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ. ນາຍ​ສາຣະຖີທັງ​ງົງ​ພ້ອມ​ທັງ​ຫຼຽວ​ໄປ​ເບິ່ງ​ທີ່​ລົດ​ເພື່ອ​ຄວາມ​ແນ່​ໃຈ. ​ເພື່ອ​ຄວາມ​ແນ່​ໃຈ​ພະ​ເຕ​ເມ​ຈິ່ງ​ຕັດ​ສັ່ງ​ໃຫ້​ນາຍ​ສາຣະຖີ​ໄປ​ສຳ​ຫຼວດ​ເບິ່ງ​ທີ່​ລົ​ດ. ຈາກ​ນັ້ນພະ​ເຕ​ເມ​ຈິ່ງ​ໄດ້ດຳລິ​ໃຫ້​ນາຍ​ສະຣະຖີ ​ເຖິງ​ເລື່ອງການ​ກະທຳ​ຂອງ​ພະ​ເຈົ້າ​ແຜ່ນດິນ​ທີ່​ຈະ​ສົ່ງ​ຜົນ​ໄປ​ຕົກ​ນະ​ຣົກ​​ໃຫ້​ຟັງ.
     ຄັນ​ແລ້ວພະ​ເຕ​ເມ​ກໍ່​ເວົ້າອີກ​ວ່າ ​ເຮົາ​ຈະ​ຂໍ​ບວດ​ດີກ​ວ່າ ຈະ​ບໍ່​ໄດ້​ຕົກ​ນະຣົກອີກ​ຕໍ່​ໄປ​ເຮົາ​ບໍ່​ຢາກ​ເປັນ​ດອກ​ພະ​ເຈົ້າ​ແຜ່ນດິນ​ນັ້ນ.​ ເມື່ອ​ເປັນ​ເຊັ່ນ​ນັ້ນນາຍ​ສາຣະຖີກໍ​ຂໍ​ບວດ​ຕາມ.​ ແຕ່​ພະ​ເຕ​ເມ​ກໍ​ບໍ່​ປະຕິ​ເສດ​ແຕ່​ວ່າ​ຕ້ອງ​ໄດ້​ໄປ​ບອກ​ບິດາ​ມານ​ດາ​ຂອງ​ເຮົາ​ກ່ອນ​ແລ້ວ​ທ່ານ​ຈິ່ງ​ກັບ​ມາບ​ວດນຳ​ເຮົາ ​ເຮົາ​ຈະ​ລໍ​ທ່ານ​ຢູ່​ທີ່​ນີ້.
    ເມື່ອ​ນາຍ​ສາ​ຣະຖີກັບ​ໄປ​ແລ້ວ ພະ​ເຕ​ເມ​ກໍ​ໄດ້​ບວດ​ເປັນ​ລື​ສີ ຢູ່​ໃນ​ອາສົມ​ທີ່​ພະ​ວິສະນຸ ​ໄດ້​ສ້າງ​ຖວາຍ​ນັ່ງ​ບຳ​ເພັນ​ພຽນ​ຢູ່. ນາຍ​ສາຣະຖີ​ໄດ້​ເຂົ້າ​ໄປ​ກາບ​ທູນ​ແລ້ວ​ເລົ່າ​ເລື່ອງ​ທີ່​ຕົນ​ໄດ້​ພົບ​ໃຫ້​ພະ​ລາຊາ​ ແລະ ​ມະ​ເຫມີ​ຟັງທຸກ​ປະການ ​ເມື່ອ​ຮູ້​ດັ່ງນັ້ນມະ​ເຫ​ສີ​ກໍ​ດີ​ໃຈ​ເປັນ​ທີ່​ສຸດ ຈິ່ງ​ອອກ​ເດີນທາງ​ໄປ​ຫາ​ພະ​ເຕ​ເມ​ກ່ອນ​ໝູ່ ຮວມທັງ​ສະ​ໜົມ 16 000 ນາງ. ສ່ວນ​ພະ​ລາຊາກໍ​ຕາມ​ຫລັງ​ມາ​ເຊັ່ນກັນ ​ແລ້ວ​ພະ​ລາຊາ​ກໍ​ໄດ້​ວອນ​ໃຫ້​ພະ​ເຕ​ເມ​ກັບ​ໄປສະ​ເຫວີຍ​ລາດຕື່ມ​ແຕ່​ພະ​ເຕ​ເມ​ກໍ​ປະຕິ​ເສດ​ແລ້ວ​ຍັງ​ໄດ້​ເລົ່າ​ເລື່ອງ​ຜົນ​ແຫ່ງ​ກຳ​ທີ່​ຈະ​ເປັນ​ເຫດ​ໃຫ້​ໄປ​ຕົກ​ນະຣົກ​ໃຫ້​ທຸກ​ຄົນ​ຟັງ​ໃນ​ນະ​ທີ່​ນັ້ນ.​ເມື່ອ ທຸກ​ຄົນ​ໄດ້​ຟັງ​ແລ້ວ​ກໍ​ສະ​ລົດ​ໃຈ ຈາກນັ້ນກໍ​ພາກັນ​ບວດນຳ​ລື​ສີ​ເຕ​ເມໝົດທຸກ​ຄົນ​ລວມທັງ​ພະ​ລາຊາ​ ແລະ ​ມະ​ເຫ​ສີ​ນຳ ຈົນ​ເຮັດ​ໃຫ້​ພະນະ​ຄອນ​ຈະ​ຫວ່າງ​ເປົ່າ​ໄປ​ດ້ວຍ​ຜູ້​ຄົນ. ປະຊາຊົນ​ໃນ​ເມືອງ ​ເມື່ອ​ຮຼ້ຂ່າວ​ວ່າ ​ພະ​ເຈົ້າ​ແຜ່ນດິນ​ຂອງ​ຕົນ​ອອກບວດ​ກໍ່​ຄ້ອຍ​ຕາມ​ໄປ​ບວດ​ນຳ​ກັນໝົດທຸກ​ຄົນ. ນະປ່າ​ແຫ່ງ ນັ້ນກໍ​ເຕັມ​ໄປ​ດ້ວຍ​ອາສົມ​ລື​ສີ​ສ່ວນ​ສັດສາ​ວາ​ສິ່ງ​ຕ່າງໆກໍ​ປ່ອຍ​ເຂົ້າປ່າ​ໄປໝົດ. ລື​ສີ​ທັງໝົດພາຍ​ໃຕ້​ການ​ນຳ ພາ​ຂອງ​ພະ​ເຕ​ເມ​ໄດ້​ພາກັນ​ຕັ້ງ​ໃຈ​ບຳ​ເພັນ​ພຽນ​ຈົນ​ໄດ້​ຊານ​ສະມາບັດ ​ແລ້ວ​ໄດ້​ໄປ​ເກີ​ດ​ໃນ​ພົມມະ​ໂລກ​ໃນ​ທີ່​ສຸດ.

 

 

 

 

 

 

 

 

ພຣະມະຫາຊະນົກ (ຊາດທີ່ຍິ່ງດ້ວຍ ວິຣິຍະ ປາຣະມີ)


 ​    ໃນ​ຊາດ​ນັ້ນພະ​ອົງ​ຊົງ​ເກີ​ດ​ເປັນ​ໂອລົດ​ຂອງ​ພະ​ເຈົ້າ ອະລິ​ດຖະຊະນົກ​ ແຫ່ງ​ເມືອງ​ມິ​ຖິລາພະ​ບິດາ​ສະ ຫວັນ​ນະ​ຄົດ​ຕັ້ງ​ແຕ່​ພະ​ອົງ​ຍັງຢູ່​ໃນ​ພະຄັນ​ເນື່ອງຈາກ​ເຮັດ​ສົງຄາມ​ກັບ​ພະ​ເຈົ້າ​ໂປ​ລະ​ຊະນົກຜູ້​ເປັນ​ພະ​ອານຸຊາ​ແລ້ວ​ເສຍ​ໄຊ​ໃນ​ສະໜາມຮົບພະ​ມານ​ດານ​ຊົງ​ລົບ​ລີ້ໄພ​​ແລ້ວ​ເດີນທາງໄປ​ເມືອງ ກາ ລະຈໍາປາ. ອາຈານ​ທິສາປາ​ໂມກ​ ເດີນທາງ​ຜ່ານ​ມາ​ພົບ​ພະນາ​ງ​ແລ້ວ​ເກີດ​ສົງສານ​ເລີຍ​ຮັບ​ເອົາ​ເປັນ​ນ້ອງ​ສາວ​ໃຫ້​ດຳລົງ​ຊີວິດ​ຢູ່​ກັບ​ຄອບຄົວ​ຂອງ​ຕົນ.

ຕໍ່​ມາ​ບໍ່ນານ​ພະນາ​ງກໍ​ປະສູດ​ໂອຣົດອອກ​ມາ ​ແລ້ວ​ໃສ່​ຊື່​ໃຫ້​ໂອຣົດຊື່ວ່າ ພຮະ​ມະຫາຊະນົກ​ກຸມມານ ​ເມື່ອ​ຈະ​ເລີ​ນ​​ເຕີບ​ໂຕ​ຂຶ້ນກໍ​ຊົງ​ມີ​ພວກ​ເດັກ​ນ້ອຍ ໃນ ໝູ່ ບ້ານນັ້ນ​ເປັນ​ເພື່ອນ​ຫລິ້ນ​ແຕ່​ເຖິງ​ຄາວ​ອາ​ລະວາ​ດຜິດ​ຖຽງ​ກັນ​ພວກ​ເດັກນ້ອຍ​ກໍ​ເວົ້າ​ໃຫ້​ວ່າ ລູກ​ກໍາພ້າ ພະ​ອົງ​ກໍ​ຖາມ​ພະ​ມານ​ດາ​ຢູ່​ຕະຫລອດ​ເຖິງ​ເຫດ ຜົນ​ທີ່​ຖືກ​ເອີ້ນ​ວ່າ​ລູກ​ກໍາພ້າ ​ພະນາ​ງ​ເຫັນ​ທີ່​ຈະ​ສຸດ​ທີ່​ຫລີກ​ລ້ຽງ​ບໍ່​ໄດ້ຈິ່ງ​ຊົງ​ເລົ່າ​ເລື່ອງ​ຄວາມ​ຈິງ​ໃຫ້​ຟັງຕັ້ງ​ແຕ່​ນັ້ນມາ​ພະ​ມະຫາ​ຊະນົກ​ຈິ່ງ​ຕັ້ງພະ​ໄທ​ສຶກສາ​ສິລະ​ປະ​ວິທະຍາ​ທີ່​ເກື້ອ​ກຸນ​ຕໍ​ນາມ​ພະ​ອົງ​ໃນ​ພາຍ​ພາກ​ໜ້າ​ຈົນ​ສຳ​​​ເລັດ.

     ວັນ​ໜຶ່ງ​ພະ​ມະຫາ​ຊະນົກ​ຕັດສິນ​ພະ​ໄທ​ວ່າ​ ຈະ​ສະ​ເດັດ​ໄປ​ຍັງ​ເມືອງ​ມິ​ຖິລາ​ເພື່ອ​ແກ່​ແຄ້ນ​​ແທນ​ພະລາດ​ຊະ​ບິດາ​ໃຫ້​ໄດ້​ແຕ່​ຈະ​ເດີນທາງ​ໂດຍ​ໄວ​ກໍ​ຄື​​ເດີນ​ເຮືອທາງ​ທະ​ເລ ພະ​ອົງ​ຊົງ​ຄິດ​ເຖິງ​ການ​ຄ້າຂາຍ​ເພື່ອ​ຈະ​ຊ່ວຍ​ໃຫ້​ມີ​ທຶນ​ພໍ​ເຕົ້າ​ໂຮມ​ພົນ​ແລະ​ຫາ​ຊື້​ອາວຸດ​ໄວ້​ໃຊ້ ຂະ​ບວນ​ເຮືອ​ແລ່ນ​ອອກ​ຈາກ​ທ່າ​ໄດ້ 7 ວັນ ກໍ​ເກີດ​ລົມ​ພະຍຸ​ຮ້າຍ​ພັດ​ຢ່າງ​ແຮງ​ຈົນ​ເຮັດ​ໃຫ້​ເຮືອ​ເພພັງ​ພວກ​ພໍ່ຄ້າ​ຕ່າງ​ກໍ​ຕົກ​ໃຈ​ເປັນອັນມາກ ສ່ວນ​ພະ​ຊະນົກ​ບໍ່​ໄດ້ຕົກ​ພະ​ໄທ​ໄປ​ຕາມ​ຄົນ​ອື່ນ​ເວລາ​ເຮືອ​ຈົມ​ນ້ຳກໍ​ປີນ​ຂຶ້ນ​ໄປ​ເສົາ​ໃບ​ລົມ​ຂອງ​ເຮືອ​ແລ້ວ​ຫລຽວ​ໄປ​ເບິ່ງ​ທິດ​ທາງ​ຂອງ​ເມືອງ​ມິ​ຖິລາ​ແລ້ວກໍ​ໂດດ​ລົງ​ສູ່​​ແມ່ນ້ຳທະ​ເລ. ວັນ​ທີ​ເຮືອ​ຂອງ​ພະ​ມະຫາ​ຊະນົກ​ຫລົ້ມຈົມ​ນັ້ນ ທີ່​ເມືອງ​ມິ​ຖິລາພະ​ເຈົ້າ​ໂປ​ລະ​ຊະນົກ​ຊົງ​ສະຫວັນ​ນະ​ຄົດ ພະ​ມະຫາ​ຊະນົກ​ຊົງ​ລອຍນໍ້າຢູ່​ກາງ​ທະ​ເລ​ໄດ້​ເຈັດ​ວັນ ພໍ​ເຖິງ​ວັນ​ອຸ​ໂປ​ສົດ​ພໍດີ ພະ​ອົງ​ກໍຊົງ​ບ້ວນປາກ​ດ້ວຍ​ນ້ຳທະ​ເລ​ແລ້ວ​ຊົງ​ສະມາທານ​ອຸ​ໂປ​ສົດ​ສິນ. ວັນນັ້ນນາງ​ມະນີ​ເມກ​ຂະ​ຫລາ​ເທບ​ທິດາ​ຜູ້​ກວດ​ທອ້ງທະ​ເລ ​ໄດ້​ບິນມາ​ພົບ​ພະ​ມະຫາ​ຊະນົກຊົງ​ລອຍນ້ຳຢູ່ ຈິ່ງ​ຊົງ​ຖາມ​ພະ​ມະຫາ​ຊະນົກ ພະ​ອົງ​ຈິ່ງ​ຕອບ​ນາງ​ມະນີ​ເມກ​ຂະ​ຫລາ​ວ່າ ​ເຊື່ອ​ຫມັ້ນວ່າຄວາ​ມພະຍາຍາມ​ຈະ​ເຮັດ​ໃຫ້​ສຳ​ເລັດ​ຜົນ​ພະ​ອົງ​ຈິ່ງ​ເລົ່າ​ຄວາມ​ຈິງ​ໃຫ້​ຟັງ ນາງ​ສົງສານ​ຈິ່ງ​ຊ່ວຍ​ອູ້ມ​ເອົາ​ພະ​ມະຫາ​ຊະນົກ​ໄປ​ສົ່ງ​ທີ່​ສວນ​ອຸທິຍານ​ໃນ​ເມືອງ​ມິ​ຖິລາ​ແລ້ວ​ຊົງ​ວາ​ງພະ​ອົງ​ລົງ​ໄວ້​ແຜ່ນ​ຫີນ​​ແຜ່ນໜຶ່ງ​.

     ພະ​ເຈົ້າ​ໂປ​ລະ​ຊະ​ນົກ​ມີ​ພະ​ທິດາ​ອົງ​ໜຶ່ງ​ຊື່ ສີ​ວະລີ ​ເຈົ້າຍິ່ງ​ອົງ​ນີ້​ມີ​ຮູບ​ໂສມ​ງົດ​ງາມ ຊາຍ​ໃດ​ໄດ້​ເປັນ​ພະ​ສາມີ ຈະ​​ໄດ້​ເປັນ​ກະສັດ​ປົກຄອງ​ລາດຊະ​ສົ​ມບັດ​ສືບ​ຕໍ່​ພະ​ເຈົ້າ​ໂປ​ລະ​ຊະນົກ​ທີ່ເມືອງ​ມິ​ຖີລາ​ແຕ່​ຊາຍ​ທີ່​ຈະ​ໄດ້​ເ​ປັນພະ​ສາມີ​ຂອງ​ນາງ​ນັ້ນ ຕ້ອງ​ມີ​ຄຸນສົມບັດ​ຄື 1​ເຮັດ​ໃຫ້​ເຈົ້າຍິງ​ໂປດ​ປານ 2 ສາມາດ​ຍົກ​ຄັນທະ​ນູຂະໜາດ1000​ຄົນ​ຍົກ​ໄດ້ 3 ຮູ້ຈັກ​ຫົວນອນ​ບັນລັງ​ສີ່ຫລ່ຽມ 4 ຊາຍ​ທີ່​ຊີ້​ຂຸມ​ຊັບ 16​ແຫ່ງ​ໄດ້.​ ແຕ່​ບໍ່​ມີ​ຊາຍ​ຄົນ​ໃດ​ທຳ​ຕາມ​ເງື່ອນ​ໄຂ​ໄດ້​ເລີຍ ຈົນກະທັ້ງປ່ອຍລາດ​ຊະ​ລົດສ່ຽງ​ທວາຍ​ຄູ່​ລາດ​ຊະ​ລົດ​ກໍແລ່ນ​ໄປ​ຢຸດ​ບົນ​ພະ​ແທ່ນ​ບ່ອນ​ພະ​ມະຫາ​ຊະນົກ​ນອນ​ຢູ່. ພະ​ມະຫາ​ຊະນົກ​ຈິ່ງ​ໄດ້​ອະພິ​ເສກ​ສົມລົດ​ກັບ​ພະນາ​ງສີ​ວະລີ​ຕາມ​ເງື່ອນ​ໄຂ​ທີ່​ໄດ້​ກຳ​ນົດ​ໄວ້ ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ພະລາດ​ຊະ​ບໍລິພານ​ແລະ ຊາວ​ເມືອງ​ເປັນອັນມາກ. ພະ​ເຈົ້າມະຫາ​ຊະນົກ​ຊົງ​ຄອງ​ລາດ​ສະ​ສົມບັດ​ມາ​ນານ​ ເລີຍ​ນຶກ​​ເຖິງ​ພະລາດ​ຊະ​ມານ​ດາ​ແລະ​ອາຈານ​ທິສາປາ​ໂມກ​ທີ​ເມື​ອງກາລະ​ຈຳ ວັນ​ໜຶ່ງ​ຈິ່ງ​ຊົງ​ໃຫ້ທະຫານ​ອຳມາດ​ໄປ​ຮັບທັງ​ສອງ​ມາ​ຢູ່​ນຳ​ທີ່​ເມືອງ​ມິ​ຖີລາ. ຄັ້ງໜຶ່ງ​ພະ​ມານ​ດາ​ປະທານ​​ໂອວາດ​ຂໍ​ໃຫ້​ພະ​ເຈົ້າມະຫາ​ຊະນົກ​ຊົງ​ປົກຄອງ​ແຜ່ນດິນ​ດວ້ຍສິນ​ທຳ​ແລະ​ໃຫ້​ສ້າງ​ໂຮງ​ທານຂຶ້ນ 6 ​ແຫ່ງ ​ແລະ​ຕັ້ງພະ​ໄທ​ບຳລຸງ​ບ້ານ​ເມືອງ​ບຳບັດ​ທຸກ​ບຳລຸງ​ສຸກ​ແກ່​ປະຊາລາດ​ຊະ​ດອນ ອີກ​ຍັງ​ນິມົນ​ພະ​ປັດ​ເຈ​ກພຸດທະ​ເຈົ້າມາ​ສັນ​ພັດ​ຕາ​ຫານທີ່​ພະລາດ​ຊະ​ວັງ​ເລື້ອຍໆ. ພະ​ເຈົ້າມະຫາ​ຊະນົກ​ຈິ່ງ​ມີ​ພະລາດຊະ​ໂອລົດອົງ​ໜຶ່ງ​ມີ​ພະນາ​ມວ່າ​ທີຄາ​ອຸ ພະ​ອົງ​ຊົງ​ແຕ່ງຕັ້ງ​ໃຫ້​ເປັນ​ມະຫາ​ອຸປະລາດ ​ແລະ ​ຊົງ​ໃຫ້​ປະຕິບັດ​ລາດຊະ​ການ​ແທນ​ພະ​ອົງ​ຢູ່​ສະ​​ເໝີໆ. ວັນ​ໜຶ່ງ​ພະ​ອົງ​ຊົງ​ຄິດ​ປຽບທຽບ​ກັບ​ການ​ເປັນ​ກະສັດ​ແລະ​ການ​ອອກບວດ ພະ​ອົງ​ຈິ່ງ​ລະ​ລຶກ​ເຖິງ​ພະ​ປັດ​ເຈ​ກພຸດທະ​ເຈົ້າຈິ່ງ​ຕັດສິນ​ພະ​ໄທ​ອອກບວດ​ໂດຍ​ມອບໝາຍພະລາດ​ຊະ​ກິດ​​ໃຫ້​ແກ່​ພະ​ໂອ​ລົດ​ ແລະ ​ກ່າວ​ລາພະ​ນາງ​ສີ​ວະລີ ສະ​ເດັດ​ມຸງ​ໜ້າ​ໄປ​ເຖິງ​ປ່າ​ຫິມມະ​ພານ​ກໍ​ຕັ້ງພະ​ໄທ​ຈະ​ເລີ​ນສິນ​ເປັນ​ເວລາ​ແປດ​ວັນ​ໄດ້​ສຳ​ເລັດ​ອະພິນຍາ​ຊະ​ມາ​ບັດ​ແລ້ວ​ກໍ​ຂຶ້ນ​ໄປສະ​ເຫວີຍ​ສຸກ​ໃນ​ພົມມະ​ໂລກ​ຕໍ່​ໄປ.

 

 

 

 

3.ພຣະສຸວັນນະສາມ (ຊາດທີ່ຍິງດ້ວຍ ເມຕຕາ ປາລະມີ)



ຄັ້ງອາດີດຕະການເມື່ອພະພຸດທະເຈົ້າເປັນພະໂພທິສັດສະເຫວີຍຊາດເປັນພະສຸວັນນະສາມ ມີເລື່ອງເລົ່າວ່າຊາຍໜຸ່ມຊື່ ທຸກຸນຣະ ກັບ​ ຍິງສາວຊື່ ປາຣິກາ ທັງສອງເປັນລູກຂອງນາຍພານ​ ແລະ ​ຖືກບັງຄັບໃຫ້ແຕ່ງງານກັນ ​ແຕ່ຊາຍໜຸ່ມ​ ແລະ ​ຍິງສາວບໍ່ຕ້ອງການ​ ເພາະເຫັນວ່າ ການມີຄູ່ເປັນທຸກແຕ່ບໍ່ສາມາດຫລີກລຽງໄດ້ ​ເມື່ອແຕ່ງງານແລ້ວ ຈິ່ງຊວນກັນອອກບວດເປັນຣືສີ​​ ແລະ ຣືສີນີ ​ໃນປ່າຫິມະພານ ​ແຕ່ເຂົາທັງສອງກໍ່ບໍ່ເຄີຍຄິດເລີຍທີ່ຈະລ່ວງລະເມີດປະເວນີກັນພະອິນຢູ່ທີ່ສວງສະຫວັນຊົງເບິ່ງເຫັນວ່າໃນອະນາຄົດຮືສີທັງສອງຈະຕາບອດຊີວິດຈະລຳບາກເພາະບໍ່ມີຄົນເບິ່ງແຍງດູແລ ຈິ່ງບອກໃຫ້ຮືສີທຸກຸນຣະລູບທ້ອງຂອງຣືສີນີປາຣິກາ​​ໃນເວລານາງຈະມີລະດູຄົບຮອບເດືອນ ໃຫ້ມີລູກທັງສອງເຫັນວ່າບໍ່ໄດ້ປະພຶດພົມມະຈາລີຈິ່ງປະຕິບັດຕາມ ຕໍ່ມາບໍ່ນານຣືສີນີປາຣິກາຈິ່ງຕັ້ງຄັນ ​ແລະ​ ຄອດບຸດອອກມາເປັນຊາຍຊື່ວ່າ ສຸວັນນະສາມສຸວັນນະສາມເປັນເດັກມີບຸນ ​ຈິດໃຈດີມີເມດຕາ ສັດໃນປ່າກໍ່ລ້ວນແຕ່ເປັນມິດຂອງສຸວັນນະສາມໝົດທັງສິ້ນວັນໜຶ່ງພໍ່ແມ່ຂອງສຸວັນນະສາມອອກໄປຫາເກັບໝາກໄມ້ຄະນະເດີນທາງກັບກໍເກີດມີຝົນຕົກໜັກ ທັງສອງຈິ່ງລົບຝົນໄປຊົ້ນຢູ່ທີ່ຈອມປວກກ້ອງຫົ່ມໄມ້ແຫ່ງໜຶ່ງ ທັນໃດນັ້ນງູເຫົ່າໄດ້ອອກມາຈາກຈອມປວກແລ້ວກໍພົ່ນພິດໃສ່ເຮັດໃຫ້ທັງສອງຕາບອດທັນທີສຸວັນນະສາມເປັນຫ່ວງພໍ່ແມ່ຫລາຍຈິ່ງໄດ້ອອກໄປຕາມຊອກຫາພົບວ່າທັງສອງຕາບອດເສຍແລ້ວສຸວັນນະສາມເສຍໃຈຫລາຍຈິ່ງຮ້ອງໄຫ້ເພາະສົງສານແລ້ວກໍຫົວອອກມາດ້ວຍຄວາມດີ​​ໃຈທີ່ຈະໄດ້ລ້ຽງດູພໍ່ແມ່ຢ່າງເຕັມທີຕອນນັ້ນສຸວັນນະສາມມີອາຍຸໄດ້ 16 ປີ . ສຸວັນນະສາມຕັ້ງໃຈເຝົ້າບົວລະ ບັດຮັບໃຊ້ພໍ່ແມ່ຢ່າງໃກ້ສິດແລະມີຄວາມສຸກຕະຫລອດມາ.

ສຸວັນນະ​ສາມ​ໄດ້​ມັດ​ເຊືອກ​ເນັ່ງຈາກ​ສາລາ​ໄປ​ສະຖານ​ທີ່​ຕ່າງໆ​ເຊັ່ນ:ບ່ອນ​ຖ່າຍໜັກ​ແລະ​ຖ່າຍ​ເບົາ,ບ່ອນ​ພັກຜ່ອນ​ກາງ​ເວັນ​ແລະ​ບ່ອນພັກ ຜ່ອນ​ກາງຄືນ,ບ່ອນ​ຍ່າງ​ຈົງກົມ​ເພື່ອ​ເປັນ​ຮາວ​ໃຫ້​ແກ່​ບິດາ​ມານ​ດາ​ຂອງ​ຕົນ​ໄດ້​ຈັບ​ກ້າວ​ເດີນ​ໄປ. ສຸວັນນະ​ສາມ​ໃຫ້​ພໍ່​ແມ່​ຂອງ​ຕົນ​ໄດ້​ແອບ​ຝຶກ​ຈັບ​ຍ່າງ​ໄປ​ຕາມ​ສະຖານ​ທີ່​ຕ່າງໆຈົນ​ຊິນ​ເຄີຍ ​ແລ້ວ​ບອກ​ໃຫ້​ພໍ່​ແມ່​ສະບາຍ​ໃຈ​ ແລະ​ ໃຫ້​ຢູ່​ຢ່າງ​ບໍ່​ຕ້ອງ​ກັງວົນ​ໃຈ. ບິດາ​ມານ​ດາ​ມີ​ຄວາມ​ຮູ້ສຶກ​ຕື້ນ​ຕັນ​ໃຈ ​ແຕ່​ໃນ​ຂະນະ​ດຽວ​ກັນ​ຈິ່ງ​ຮູ້ສຶກ​ສົງສານ​ລູກ​ທີ່​ຕ້ອງ​ມາ​ຮັບ​ພາລະ​ອັນ​ຍິ່ງ​ໃຫຍ່​ຄືລ້ຽງ​ດູ​ບິດາ​ມານ​ດາ.

ວັນ​ໜຶ່ງ​ພະ​ເຈົ້າກະບິນຣະຍັກຣາຊາ​ແຫ່ງ​ເມືອ​ງພະຣານະ​ສີສະ​ເດັດ​ປະພາດ​ອອກ​ໄປ​ລ່າ​ສັດ​ຢູ່​ທີ່​ປ່າ​ຫິມະພານ​ຕາມ​ລຳພັງ​ຈິ່ງ​ໄດ້​ເຫັນ​ສຸວັນ ນະ​ສາມ​ກຳລັງ​ຕັກ​ນ້ຳ​ໃຫ້ຝູງໝູ່ກວາງທີ່​ກຳລັງ​ກິນນ້ຳຢູ່​ແລ້ວ​ສົງ​ໄສ​ວ່າ​ເປັນ​ເທວະ​ດາ​ຫລື​ວ່າ​ນາກ​ ຈິ່ງ​ໄດ້​ຍິງ​ທະນູ​ໃສ່​ຖືກ​ຂ້າງ​ຂອງ​ສຸວັນນະ​ສາມ​ເຮັດ​ໃຫ້​ສຸວັນນະ​ສາມ​ລົ້ມລົງ​ເລືອດ​ໄຫລ​ນອງ​ເຕັມ​ພື້ນ​ດິນ ​ຝູງ​ສັດ​ກໍ​ສະ​ເດີ​ດຕື່ນ​ແລ່ນ​ໜີ​ໄປໝົດ ພະ​ຣາຊາ​ກະບິນຣະ ຍັກ ອອກ​ມາ​ເບິ່ງ​ແລ້ວ​ແນະນຳ​ຕົນ​ເອງ​ຕໍ່​ສຸວັນນະ​ສາມ. ສ່ວນ​ສຸວັນນະ​ສາມ​ຈິ່ງ​ໄດ້​ກາບ​ທູນ​ເຖິງ​ຄວາມ​ເປັນ​ຫ່ວງ​ບິດາ​ມານ​ດາ​ວ່າ ຖ້າ​ຕົນ​ເອງ​ຕາຍ ​ແລ້ວ​ບິດາ​ມານ​ດາ​ຈະ​ຕ້ອງ​ທຸກ​ກໍ​ຕ້ອງ​ລຳບາກ​ເພາະ​ບໍ່​ມີ​ຄົນ​ເບິ່ງ​ແຍງ​ດູ​ແລສ່ວນ​ພະ​ຣາຊາ​ຮູ້​ວ່າ​ຕົນ​ເອງ​ມີ​ຄວາມ​ຜິດ​ຢ່າງ​ຍິ່ງ​ທີ່​ໄດ້​ກະທຳ​ລົງ​ໄປ​ຈິ່ງ​ໄດ້​ໃຫ້​ສັດ​ຈະ​ສັນຍາຕໍ່​ສຸວັນນະ​ສາມ​ວ່າຈະ​ເບິ່ງ​ແຍງ​ດູ​ແລ​ພໍ່​ແມ່່​ໃຫ້​ດີ​ທີ່​ສຸດ. ​ແລ້ວ​ຖາມ​ທາງ​ໄປ​ສາລາ ຈາກ​ນັ້ນສຸວັນນະ​ສາມ​ກໍ່​ສະ​ລົບ​ໄປ. ພະຣາຊາ​ກໍ່​ໄດ້​ສາລະພາບ​ທີ່​ຕົນ​ເອງ​ມີ​ຄວາມ​ຜິດ​ຕໍ່ຣືສີ​ທັງ​ສອງ. ຣືສີ​ທັງ​ສອງບໍ່​ໄດ້​ຄິດ​ຄຽດ​ແຄ້ນ​ແຕ່​ຢ່າງ​ໃດ​ແຕ່​ກໍ​ຮ້ອງ​ໄຫ້​ດວ້ຍຄວາມທຸກ​ໂສກ​ແລ້ວ​ຂໍ​ໃຫ້​ຊ່ວຍ​ພາ​ໄປ​ຫາ​ສຸວັນນະ​ສາມ ​ເມື່ອ​ໄປ​ເຖິງ​ນາງ​ປາຣິກາຣືສີ​ນີລູບຄຳ​ເບິ່ງ​ກໍ​ຮູ້​ວ່າ​ສຸວັນນະ​ສາມ​ຍັງ​ບໍ່​ຕາຍ​ຈິ່ງ​ຕັ້ງສັດຈະ​ອາ​ທິ ຖານ​ຂໍ​ໃຫ້​ຢາ​ພິດ​ໄດ້​ເຫືອດ​ຫາຍ​ໄປ​ຈາກ​ຮ່າງກາຍ​ຂອງ​ລູກ​ຊາຍ​,​ ໃນຂະນະ​ນັ້ນ​ເທບ​ທິດາ​ສູນ​ທະ​ລີ​ຊຶ່ງ​ເຄີຍ​ເປັນ​ມານ​ດາ​ຂອງ​ສຸວັນນະ​ສາມ​ ແຕ່​ຊາດ​ອາ​ດີດ​ມາ​ແລ້ວ​ເຖິງ​ເຈັດ​ຊາດ ​ແລະ​ ຄອຍ​ຄຸ້ມຄອງ​ຊ່ວຍ​ເຫຼືອສຸວັນນະ​ສາມ​ຢູ່ ກໍ​ກາບ​ຄຳ​ສັດຈະ​ອາທິ​ຖານ ສຸວັນນະ​ສາມ​ຈິ່ງ​ຟື້ນ​ຂຶ້ນ ມາ​ຢ່າງ​ໜ້າ​ອັດສະຈັນ ອີກ​ຍັງ​ເຮັດ​ໃຫ້​ດວງ​ຕາ​ຂອງ​ພໍ່​ແລະ​ແມ່​ຫາຍ​​ເປັນ​ປົກກະຕິ ທັງ​ສີ່​​ມີ​ຄວາມ​ດີ​ອົກ​ດີ​ໃຈ​ຫຼາຍ​ແລ້ວ​ກັບ​ໄປ​ທີ່​ສາລາ. ສຸວັນ ນະ​ສາມ​ກາບ​ທູ​ນພະຣາຊາ​ໃຫ້​ຕັ້ງຢູ່​ໃນ​ສິນ​ກິນ​ໃນ​ທຳ ພະຣາຊາ​ຈິ່ງ​ນ້ອມ​ຮັບ​ເອົາ​ຄຳເວົ້າຂ​ອງສຸວັນນະ​ສາມ​ໄປ​ປະຕິບັດ​ຕາມ​ ແລ້ວ​ຂໍ​ຂະ​ມາ​ສຸວັນນະ​ສາມ ຈາກ​ນັ້ນກໍ​ອຳ​ລາຣືສີ​ແລະຣືສີ​ນີກັບ​ໄປ​ທີ່​ພະນະ​ຄອນຂອງ​ຕົນ ພະ​ຣາຊາ​ກະບິນຣະຍັກ​ຊົງ​ບຳ​ເພັນ​ກຸສົນ​ຕ່າງໆຕະ ຫລອດ​ຈົນ​​ເຖິງພະ​ຊົນ​ຊີ​ບ ຝ່າຍ​ສຸວັນນະ​ສາມ​ແລະ​ບິດາ​ມານ​ດາ​ກໍ​ຕັ້ງ​ໃຈ​ຈະ​ເລີ​ນບຳ​ເພັນ​ທຳຈົນ​ໄດ້​ຊານ​ຊະ​ມາ​ບັດຢູ່​ມາ​ຈົນ​ຄວນ​ແກ່​ອາຍຸ​ໄຂ​ແລ້ວ​ໄປ​ເກີດ​ໃນ​ພົມມະ​ໂລກ.

 

 

 

 

 

4.ພຣະ ເນມິລາຊ (ຊາດທີ່ຍິງດ້ວຍ ອາທິຖານ ປາລະມີ)



 ເມື່​ອຄັ້ງອາ​ດີດ​ຍັງ​ຕະການ​ຍັງມີພະ​ເຈົ້າ​ເນ​ມີຣາດ​ເປັນຣາຊາ​ທີ່​ສືບ​ເຊື້ອສາຍ​ຮາ​ຊວົງ​ມາ​ແຕ່ພະຣາຊາ​ມະຄະ​ເທວະ ພະ​ອົງ​ສືບຮາດ​ຊະ​ສົມບັດ​ທີ​ເມືອງ​ມິ​ຖິລາ​ແຄວ້ນ​ວິ​ເທຫະ ​ເມື່ອ​ຊົງ​ຈະ​ເລີ​ນ​ເຕີບ​ໂຕ​ຂຶ້ນກໍຊົງ​ຍິນ​ດີ​ໃນ​ການ​ບໍລິຈາກ​ທານ​ແລ​ະຮັກສາ​ສິນ ພະຣາຊາ​ເນ​ມີຣາດສັ່ງ​ໃຫ້​ສ້າງ​ໂຮງ​ທານ​ຢູ່​ທີ່​ທ່າມການ​ເມືອງ​ແລະ​ທີ່​ປະຕູ​ອ້ອມ​ພະນະ​ຄອນ. ພະ​ອົງ​ຊົງ​ສະຫລະຣາຊສົມບັດ​ເພື່ອ​ໃຊ້​ຈ່າຍ​ໃນ​ການ​ບຳ​ເພັນ​ທານ​ທຸກ​ວັນຊົງ​ຮັກສາ​ສິນ​ຫ້າ​ແລະ​ໂບສົດ​ເລື້ອຍໆມາ ຊາວ​ເມືອງ​ກໍ​ພາກັນ​ເຮັດບຸນ​ໃຫ້​ທານ​ຮັກສາ​ສິນ​ເຊັ່ນ​ກັນຊາ​ວ​ເມືອງ​ເຫລົ່າ ນັ້ນ​ເມື່ອຕາຍ​ໄປ​ແລ້ວກໍ​ໄປ​ເກີດ​ຢູ່​ສະຫວັນ​ຊັ້ນຕ່າງໆ ​ແລະ​ ຕ່າງ​ຄົນ​ກໍ​ເວົ້າ​ຍ້ອງຍໍ​ສັນລະ​ເສີນ​ພະ​ກຽດ​ຕິ​ກຸນ​ຂອງ​ພະ​ເຈົ້າ​ເນ​ມີຣາດ​ໃຫ້​ຖວາຍ​ເທບ​ເທວາ​ຟັງ. ຢູ່​ມາ​ວັນ​ໜຶ່ງພະ​ເຈົ້າ​ເນ​ມີຣາດຊົງ​ສົງ​ໄສ​ຢູ່​ວ່າຄວາມ​ດີ​ທີ່​ພະ​ອົງ​ຊົງ​ບຳ​ເພັນ​ຢູ່​ນັ້ນຄື​ການ​ໃຫ້​ທານ​ກັບ​ການ​ຮັກສາ​ສິນ​ຢ່າງ​ໃດ​ມີ​ຜົນ​ຫລາຍ​ກວ່າ​ກັນ​ເຖິງ​ເວລາ​ໃກ້​ຈະ​ຮຸ່ງຂອງ​ວັນ15​ຄໍ່າ​ວັນໜຶ່ງ ພະ​ອິນ​ໄດ້​ສະ​ເດັດ​ມາ​ຫາ​ພະ​ອົງ​ທີ​ຫ້ອງ​ບັນທົມ​ ແລ້​ວພະ​ເຈົ້າ​ເນ​ມີຣາດຈິ່ງ​ຖາມ​ຂໍ້​ສົງ​ໄສພະ​ອິນ​ຊົງ​ຕອບ​ວ່າ: ການ​ຮັກສາ​ສິນ​ມີ​ຜົນ​ຫລາຍ​ກວ່າ​ການ​ໃຫ້​ທານ ການ​ໃຫ້​ທານ​ສົ່ງ​ຜົນ​ໄປ​ໃຫ້​ເກີດ​ແຕ່​ເທິງ​ສະຫວັນ​ແຕ່​ການ​ຮັກສາ​ສິນ​ສົ່ງ​ຜົນ​ໃຫ້​ໄປ​ເກີດ​ທີ່​ພົມມະ​ໂລກ,​ ແທ້​ຈິງ​ແລ້ວ​ການ​ໃຫ້​ທານ​ແລະ​ການ​ຮັກສາ​ສິນ​ຕ່າງ​ກໍ​ເປັນການ​ສ້າ​ງຄວາມ​ດີ ຈິ່ງ​ຄວນ​ເຮັດ​ທັງ​ສອງ​ຢ່າງ​ຄວບ​ຄູ່​ກັນ​ໄປ. ​ເມື່ອ​ພະ​ອິນ​ກັບ​ໄປ​ເຖິງ​ສະຫວັນ​ຊັ້ນດາວະດິງຈິ່ງ​ຕັດ​ເລົ່າ​ເລື່ອງ​ຂອງ​ພະ​ເຈົ້າ​ເນ​ມີຣາດ​ໃຫ້​​ເທວະ​ດາ​ທັງຫລາຍ​ຟັງ,​ ເທວະ​ດາ​ທັງຫລາຍ​ຈິ່ງ​ຂໍ​ອັງ​ເຊີນ​ໃຫ້​ພະ​ເຈົ້າ​ເນ​ມີຣາດສະ​  ເດັ​ດຂຶ້ນມາ​ເທິງ​ສະຫັວນ ຊັ້ນດາວະດິງພະ​ອິນ​ກໍ​ຊົງ​ມີ​ບັນຊາ​ໃຫ້​ມາຕະລີ​ເທບພະ​ບຸດ​ມາ​ຮັບ​ພະ​ເຈົ້າ​ເນ​ມີຣາດສະ​ເດັດ​ໄປ​ທີ່​ສະ ຫວັນ​ຊັ້ນດາວະດິງ. ພະ​ເຈົ້າ​ເນ​ມີຣາດຊົງ​ຮັບ​ຄຳ​ເຊີນ​ ແລະ​ ກໍ​ໄດ້​ອຳ​ລາພະ​ຣາຊບໍຣິພານສະ​ເດັດຂຶ້ນນັ່ງ​ທີ່​ເວ​ຊຍັນຣາດຊະຣົດ. ກ່ອນ​ເຖິງ​ສະຫວັນ​ຊັ້ນດາວະດິງ​ມາຕະລີ​ເທບພະ​ບຸດ​ກໍ​ໄດ້​ນຳພາ​ພະ​ເຈົ້າ​ເນ​ມີຣາດ ສະ​ເດັດ​ທ່ຽວ​ຊົມ​ນະຣົກກ່ອນມາ​ຕະລີ​ເທບພະ​ບຸດ​ບັນດານ​ໃຫ້​ນະຣົກຂຸມ​ຕ່າງໆ​ປະກົດ​ໃຫ້​ພະ​ເຈົ້າ​ເນ​ມີຣາດ​ໄດ້​ເຫັນ​ໃນ​ເວລາ​ດຽວ​ກັນ​ເນື່ອງ​ຈາກ​ເວລາ​ບໍ່ພໍທີ່​ຈະ​ຊົມ​ນະຣົກທັງ 16 ຂຸມ. ຫລັງ​ຈາກ​ຂັບ​ເວດ​ຊະ​ຍັນຣາຊຣົດນຳ​ພະ​ເຈົ້າ​ເນ​ມີຣາດທ່ຽວ​ຊົມ​ຂຸມ​ນະຣົກ​ແລ້ວ​ມາ​ຕະລີ​ເທບພະ​ບຸດ​ກໍ​ນຳ​ໄປ​ຊົມ​ສະຫວັນ​ໄດ້​ພົບ​ວິມານ​ຂອງນາງ​ເທບ​ທິດາ​ອາ​ລຸ​ນີກ່ອນ​ເປັນອັນ​ດັບ​ທຳ​ອິດ ວິມານ​ນັ້ນ​ເປັນ​ແກ້ວ​ມະນີ​ກ້ວາງ​ໃຫຍ່​ໄດ້12​ສອງ​ໂຍດ​ ມີ​ຍອດປະດັບ​ດ້ວຍ​ແກ້ວມະນີ ​ໃນ​ບໍລິ​ເວນ​ຂອງ​ວິມານ​ນັ້ນມີ​ສວນ​ແລະ​ສັດ​ໂບຄະຣະນີໜ້າ​ຊື່ນ​ຊົມຈາກ​ນັ້ນມາ​ຕະລີ​ເທບພະ​ບຸດ​ກໍ​ຂັບ​ເວ​ຊະ​ຍັນຣາຊຣົດນຳ​ພະ​ເຈົ້າ​ເນ​ມີຣາດ​ໄປ​ທ່ຽວ​ຊົມ​ວິມານ​ອົງ​​ອື່ນໆມີ​ເທ​ບພະ​ບຸດ​ແລະ​ເທບ​ທິດາ​ເຈົ້າຂອງ​ວິມານ​ອອກ​ມາ​ຕ້ອນຮັບ​ແລ້ວ​ບອກ​ຜົນ​ບຸນ​ຕ່າງໆທີ​ຕົນ​ເອງ​ໄດ້​ກະທຳ​ມາ​ແຕ່​ຊາດ​ດີດ​​ໃຫ້​ພະ​ເນ​ມີຣາດ​ໄດ​ຮັບ​ຟັງ ມາ​ຕະລີ​ເທບພະ​ບຸດ​ກໍບັນດານ​ໃຫ້​ສະຫວັນ​ຊັ້ນຕ່າງ​ຕ່າງປະກົດ​ແລ້ວ​ກໍ​ຟ້າວ​ນຳ​ພະ​ເຈົ້າ​ເນ​ມີຣາດສະ​ເດັດ​ໄປ​ເຝົ້າພະ​ອິນ​ທີ່​ສຸ​ທຳ​ມາ​​ເທ​ວະສະ​ພາຕາມ​ພະ​ບັນຊາ​ຂອງ​ພະ​ອິນ. ພະ​ເຈົ້າ​ເນ​ມີຣາດ​ໄດ້​ກ່າວ​ທຳ​ໃຫ້​ເຫລົ່າ​ເທວະ​ດາທັງຫລາຍ​ໄດ້​ຟັງ​ຕິດ​ຕໍ່​ກັນ​ເຖິງ​ເຈັດ​ວັນ ຈາກ​ນັ້ນພະ​ອົງ​ໄດ້​ກ່າວ​ສັນລະ​ເສີນ​ພະ​ຄຸນ​ຂອງ​ມາ​ຕະລີ​ເທບພະ​ບຸດ​ທີ່​ໄດ້​ພາ​ຕົນ​ເອງຊົມ​ນະຣົກ​ແລະ​ສະຫວັນ​ແລ້ວ​ທູນ​ລາພະ​ອິນ​ກັບ​ໂລກ​ມະນຸດ. ໝູ່ອຳມາ​ຣາດ​ຊະ​ບໍລິພານ​ແລະ​ຊາວ​ເມືອງ​ຕ່າງ​ກໍ​ທູນ​ຂໍ​ໃຫ້​ພະ​ເນ​ມີຣາດ​ເລົ່າ​ສິ່ງ​ທີ່​ຕົນ​ເອງ​ເຫັນ​ໃຫ້​ພວກ​ເຂົາ​ຟັງພະ​ເຈົ້າ​ເນ​ມີຣາດຊົງ​ເລົ່າ​ໃຫ້​ຟັງ​ເມື່ອ​ໄດ້​ຟັງເລື່ອງ​ນະ​ຣົກສະຫວັນ​ແລ້ວທຸກ​ຄົນ​ຕ່າງ​ກໍ​ມີ​ຈິດ​ໃຈ​ຍຶດ ໝັ້ນທຳ​ຄວາມ​ດີ​ຢູ່​ໃນ​ບຸນ​ກຸສົນ​ຂອງ​ຕົນ​ຂຶ້ນຫລາຍ​ກວ່າ​ເກົ່າ​ສະ​ເໝີມາ. ຝ່າຍ​ພະ​ເຈົ້າ​ເນ​ມີຣາດຊົງ​ສະ​ເຫວີຍຣາດ​ໂດຍ​ຜາ​ສຸກ​ສື​ບມາຈົນ​ວັນ​ໜຶ່ງ​ພະອົງ​ຊົງ​ເຫັນ​ເສັ້ນຜົມ​ຂອງ​ຕົນ​ຫງອກ​ຂາວ​ອອກ​ມາ​ເສັ້ນໜຶ່ງຈິ່ງ​ເຂົ້າ​ໃຈ​ໃນ​ຄວາມ​ບໍ່​ທ່ຽ​ງແທ້​ຂອງ​ສັງຂານພະ​ອົງ​ຈິ່ງ​ຊົງ​ອອກບວດ​ຕາມ​ບູຮານ​ຣາ​ຊປະ​ເພນີ​ແລ້ວ​ຈະ​ເລີ​ນພົມວິຫານ 4 (​ເມດ​ຕາ ກະຣຸນາ​ ອຸ​ເບ​ກຂາ​ ແລະ ​ມຸທິຕາ) ຈົນ​ສຳ​ເລັດ​ຊານ​ຊະ​ມາ​ບັດ​ຄັນ​ຕໍ່​ກາລະ​ນານ​ ກໍ​ໄດ້​ເຖິງ​ຊີວິດ​ຕັກ​ກະ​ໄສ​ໄປ​ບັງ​ເກີດ​ໃນ​ພົມມະ​ໂລກ.

 

 

 

 

 

 

 

 

 

 

 

 5. ພຣະມະໂຫສົດ (ຊາດທີ່ຍິງດ້ວຍ ປັນຍາປາຣະມີ)



    ໃນກາລະຄັ້ງໜຶ່ງນານມາແລ້ວຢູ່ທີ່ນະໝູ່ບ້ານແຫ່ງໜຶ່ງຊື່ ປາຈີນວະນະມັດຊະຄາມ ​ແຫ່ງ​ເມືອງ​ມິ​ຖີລາ​ແຄວ້ນ​ວິ​ເທ​ຫະ ມີ​ເສດຖີ​ທີ່​ມີ​ຊື່ວ່າສີຣິວັດທະນະກະ​ ແລະ​ ມີ​ພັນ​ລະ​ຍາ ​ຊື່​ ສຸມະນະ​ເທວີ ທັງ​ສອງ​ມີ​ລູກ​ຊາຍ​ຄົນ​ໜຶ່ງ​ຊື່ວ່າ ມະ​ໂຫສົດ ທີ່​ໄດ້​ຊື່ນີ້ກໍ​ເພາະວ່າ​ເວລາ​ຄອດ​ອອກ​ມານັ້ນມະ​ໂຫສົດ​ກຳ​ຢາ​ອອກ​ມາ​ນຳ​ແລ້ວ ສົ່ງ​ໃຫ້​ມານ​ດາ​ເພື່ອ​​ແຈກ​ໃຫ້​ຄົນ​ທີ່​ເຈັບ​ໄຂ້​​ໄດ້ພະຍາດ​ຕ່າງໆທຸກ​ຊະນິດ ​ເຮັດ​ໃຫ້​ຝູງ​ຊົນ​ຕ່າງ​ກໍ​ຫາຍ​ດີ​ຈາກ​ໂຣກຕ່າງໆ​ທີ່​ຕົນ​ມີ​ຢູ່. ຂະນະ​ທີ່​ມະ​ໂຫສົດ​ເກີດ​ນັ້ນພະ​ເຈົ້າວິ​ເທ​ຫະຣາດຊຶ່ງ​ເປັນ​ກະ​ສັດ​ຊົງ​ພະສຸ​ບິນ​ນິມິດ​ປະຫລາດ​ ແລ້ວ​ນັກປາດ​ຕ່າງ​ກໍ​ພາກັນ​ທຳນາຍ​ວ່າ​ຈະ​ມີ​ນັກປາດ​ຄົນ​ໃໝ່ທີ່​ຫາ​ໃຜ​ມາສະ​ເໝີ​ເໝືອນບໍ່​ໄດ້​ກຳ​ເນີ​ດຂຶ້ນມາ.​ ເມື່ອ​ມະ​ໂຫສົດ​ອາຍຸ​ໄດ້​ 7ຂວບ​ ໄດ້​ອອກ​ແບບ​ສາຣາ​ຫລັງ​ໃຫຍ່ໄວ້​ກາງ​ໝູ່​ບ້ານ​ມີ​ລັກ ສະນະ​​ແຕກຕ່າງ​ສາ​ຣາທົ່ວ​ໄປ​ແບ່ງ​ເປັນ​ຫ້ອງໆສຳລັບ​ຄົນ​ຍາກຈົນ​ນັກບວດພໍ່ຄ້າ,​ ແລະ​ຄົນ​ເດີນທາງ ຍິງ​ອານາ​ຖາ​ເກີດ​ລູກອີກ​ຍັງ​ມີ​ສະໜາມກິລາ ​ແລະ​ ບ່ອນ​ປະຊຸມ ມະ​ໂຫສົດ​ຍັງ​ອອກ​ແບບ​ສະ​ນໍ້າ​ສຳລັບ​ຄົນ​ພັກ​ອາ​ໄສ​ໄດ້​ລົງ​ອາບ. ສ່ວນ​ພະ​ເຈົ້າວິ​ເທ​ຫະຣາ​ດຊົງ​ສົ່ງ​ອຳມາດ​ສີ່​ຄົນ​ຊອກ​ຫາ​ນັກປາດ​ຕາມ​ທີ່​ຕົນ​ໄດ້​ສຸບິນ​ນິມິດ. ອຳມາດ​ຄົນ​ໜຶ່ງ​ໄດ້​ໄປ​ທີ່​ສາລາ​ ທີ​ມະ​ໂຫສົດ​ອອກ​ແບບ​ໄວ້​ຈິ່ງ​ໄດ້​ຮູ້​ວ່າ​ນັກປາດ​ຄົນ​ນັ້ນຄື​ມະ​ໂຫສົດກຸມມານ​ ແລ້ວ​ຈິ່ງ​ໄປ​ກາບ​ທູນ​ພະ​ເຈົ້າວິ​ເທ​ຫະຣາດພະ​ເຈົ້າວິ​ເທ​ຫະຣາດຈິ່ງ​ສັ່ງ​ໃຫ້​ສັງ​ເກດ​ການ​ເບິ່ງ​ກ່ອນ. ອຳມາດ​ຕັ້ງ​ໃຈ​ສັງ​ເກດ​ການ​ເບິ່ງ​ ຈິ່ງ​ໄດ້​ເຫັ​ນການ​ແກ້​ບັນ​ຫາ​ຫລາຍ​​ເລື່ອງດ້ວຍ​ປັນຍາ​ຂອງມະ​ໂຫສົດ​ກຸມມານ ຈິ່ງ​ແນ່​ໃຈ​ວ່າ​ເປັນ​ນັກປາດ​ແນ່ນອນ​ຕົວຢ່າງ​ເຊັ່ນ​ເລື່ອງ: ງົວ ມີ​ຊາຍ​ຄົນ​ໜຶ່ງ​ຊື້ງົວ​ມາ​ຈາກ​ບ້ານນອກ​ ພໍ​ເດີນທາງ​ມາ​ຮອດ​ລະຫວ່າງ​ທາງ​ຈິ່ງ​ພັກຜ່ອນ​ຢູ່​ກ້ອງ​ຮົ່ມ​ໄມ້​ແຫ່ງ​ໜຶ່ງ​ແລ້ວ​ເຊືອບ​ລັບ​ໄປ,​​ ເມືອ​ຕື່ນ​ຂຶ້ນ​ມາ​ບໍ່ເຫັນ​ງົວ​ຂອງ​ຕົນ​ຈິ່ງ​ໄດ້​ແລ່ນ​ໄລ່​ຕາມ​ຫາ ຈົນ​ມາ​ເຫັນ​ໂຈນ​ຄົນ​ໜຶ່ງ​ກຳລັງ​ຈູງ​ງົວ​ຂອງ​ຕົນ​ຍ່າງ​ໄປ ​ແຕ່​ໂຈນ​ກໍ​ອ້າງ​ວ່າ​ເປັນ​ຂອງ​ຕົນຖຽງ​ກັນ​ໄປ​ຖຽງ​ກັນ​ມາ​ ຈົນ​ມາ​ເຖິງ​ສາລາ​ຂອງ​ມະ​ໂຫສົດ. ມະ​ໂຫສົດ​ຈິ່ງ​ຕັດສິນ​ດ້ວຍ​ການ​ຖາມ​ຊາຍ​ທັງ​ສອງ​ວ່າ​ໃຫ້​ງົວ​ກິນ​ຫຍັງ​ເປັນຄັ້ງສຸດ​ທ້າຍ​ໂຈນ​ຕອບ​ວ່າ​ໃຫ້​ກິນ​ແປ້ງ​ປົນ​ກັບ​ງາ ​ແລະ ​ເຂົ້າໜົມ ສົດ​ຕ່າງ​ຕ່າງ ​ສ່ວນ​ອີກ​ຄົນ​ໜຶ່ງ​ໃຫ້​ກິນ​ຫຍ້າ​ຢ່າງ​ດຽວ​ມະ​ໂຫສົດ​ຈິ່ງ​ໃຊ້​​ໃຫ້​ຄົນ​ໄປ​ຫາໃບປະຍົງ ມາ​ເຮັດ​ຢາ​ແລ້ວ​ໃຫ້​ງົວ​ກິນ​ປາກົດ​ວ່າ​ງົວ​ຮາກ​ອອກ​ມາ​ເປັນ​ຫຍ້າ​ຄວາມ​ຈິງ​ ຈິ່ງ​ປາກົດ. ມ​ະ​ໂຫສົດ​ໄດ້​ແກ້​ບັນຫາ​ເລື່ອງ​ຍາດ​ລູກຢູ່​ມາ​ວັນ​ໜຶ່ງ​ຍິງ​ຄົນ​ໜຶ່ງ​ກຳ​ລັງ​ລົງ​ອາບນ້ຳ ​ແລະ ​ກໍ​ໄດ້​ວາງ​ລູກ​ຂອງ​ຕົນ​ໄວ້​ແຄມ​ແມ່​ນ້ຳ ​ຂະນະ​ນັ້ນນາງ​ຍັກ​ສິນິ​ໂຕ​ໜຶ່ງ​ໄດ້​ຈຳ​ແລງ​​ແປງ​ເພດ​ເປັນ​ຍິງ​ມາຂໍອູ້ມ​ເອົາ​ເດັກ​ແລ້ວ​ກໍ​ຍ່າງ​ລົບ​ຫນີ​ໄປ ​ແມ່​ຂອງ​ເດັກ​ຈິ່ງ​ແລ່ນ​ຕາມ ​​ເກີດ​ໂຕ້​ຖຽງ​ກັນ​ມາ​ເຖິງ​ສາລາ​ຂອງ​ມະ​ໂຫສົດ. ມະ​ໂຫສົດ​ຈິ່ງ​ຂີດ​ເສັ້ນລົງ  ​ໃສ່​ໜ້າດິນ​ແລ້ວ​ວາງ​ເດັກ​ລົງ​ຂວາງ​ເສັ້ນ ຈາກ​ນັ້ນ​ໃຫ້​ ນາງ​ຍັກ​ສິນິຈັບ​ມື​ເດັກ​ສ່ວນ​ແມ່​ຈັບ​ຂາ​ເດັກ​ແລ້ວ​ໃຫ້ດຶງ ຖ້າ​ໃຜຍາດ​ແຍ່ງ​ໄດ້​ກໍ​ເປັນ​ລູກ​ຂອງ​ຄົນ​ນັ້ນ​ເມື່ອ​ຕ່າງ​ຝ່າຍ​ຕ່າງ​ດຶງ​ຈິ່ງ​ເຮັດ​ໃຫ້​ເດັກນ້ອຍ​ເຈັບ​ ແລ້​ວຮ້ອງ​ໄຫ້ຍິງ​ຄົນ​ທີ່​ຈັບ​ຂາ​ກໍ​ຟ້າວ​ປ່ອຍ​ເດັກ​ຄົນ​ນັ້ນ​ແຕ່​ອີ​ກຄົນໜຶ່ງ​ບໍ່​ຍອມ​ປອ່ຍ ມະ​ໂຫສົດ​ຈິ່ງ​ຕັດສິນ​ວ່າ​ຄົນ​ທີ່​ຟ້າວ​ປອ່ຍ​ແມ່ນ​​ແມ່ຄົນ​ທີ່​ແທ້​ຈິງ​ຂອງ​ເດັກ​ເພາະ​ແມ່​ມັກ​ມີ​ຈິດ​ໃຈ​ອ່ອນ​ໂຍນ​ໃນ​ເມື່ອ​ເຫັນ​ລູກ​ຕ້ອງ​​ໄດ້ຮັບ​ບາດ​ເຈັບ ສ່ວນ​ອີກ​ຄົນ​ຫນຶ່ງ​ເປັນ​ນາງ​ຍັກ​ສິນິ ມະ​ໂຫສົດ​ຈິ່ງ​ແນະນຳ​ໃຫ້​ນາງ​ຍັກ​ສິນີ​ ໃຫ້ຕັ້ງໝັ້ນຢູ່​ໃນ​ສິນ​ກິນ​ໃນ​ທຳ. ວັນ​ໜຶ່ງ​ມະ​ໂຫສົດ​ຕ້ອງ​ແກ້​ບັນຫາ​ເລື່ອງ​ໄກ່​ເພາະ​ພະ​ເຈົ້າວິ​ເທ​ຫະຣາດ​ໄດ້​ຮັບ​ສັ່ງ​ໃຫ້​ຊາວບ້ານ​ວ່າ​​ໃຫ້​ສົ່ງ​ງົວ​ເຜືອ​ກ ທີ​ມີ​ເຂົາ​ຢູ່​ຂາ​ມີ​ໜອກ​ທີ່​ຫົວ ຮ້ອງ​ວັນ​ລະ 3​ເວລາ ​ໄປໃຫ້​ ຖ້າ​ບໍ່​ໄດ້​ຈະ​ປັບ​ໃຫມ​ເປັນ​​ເງິນພັນ​ຕຳລຶງມະ​ໂຫສົດ​ຈິ່ງ​ບອກ​ໃຫ້​ຊາວບ້ານ​ນຳ​ເອົາ​ໄກ່​ຂາວ​ໄປ​ຖວາຍ​ເພາະ​ໄກ່​ຂາວ​ມີ​ໜອກ​ທີ່​ຫົວ​ເປັນ​ຄືໜອກງົວ ​ແລະ ​ມີ​ເດືອຢູ່​ຂາ​ຄື​ເຂົາ​ງົວ​ ແລ້ວ​ຍັງ​ຂັນ​ວັນ​ລະ​ສາມ​ເວລາ ​ເມື່ອ​ຊາວບ້ານ​ນຳ​ໄກ່ຂາວ​ມາ​ຖວາຍ​ພະ​ເຈົ້າວິ​ເທ​ຫະຣາ​ດພະ​ອົງ​ສຸດ​ທີ່​ດີ​ພະ​ໄທ​ເປັນອັນມາກ​ເພາ​ະ​ໄດ້​ຕາມ​ປະສົງ.

ພະ​ເຈົ້າວິ​ເທ​ຫະຣາດ​ຊົງ​ອອກ​ອຸບາຍ​ລັບ​ສັ່ງ​ໃຫ້​ສົ່ງ​ແກ້ວມະນີທີ່​ນ້ອຍ​ແລະ​ບອບ​ບາງ​ປະມານ​ແປດ​ຄົດສົ່ງ​ໃຫ້​ຊາວບ້ານ​ເອົາ​ດ້າຍ​ເກົ່າ​ທີ່​ຮ້ອຍ​ຢູ່​ນັ້ນອອກ​ແລ້ວ​ຮ້ອຍ​ໃຫມ່​ເສຍ​ ຖ້າ​ເຮັດ​ບໍ່​ໄດ້​ຈະ​ປັບ​​ໄຫມ​ເປັນ ເງິນ​ພັນ​ຕຳລຶງ​ມະ​ໂຫສົດ​ກຸມມານ​ຈິ່ງ​ຮັບ​ອາສາຄື​ເອົາ​ດ້າຍ​ໃຫມ່​ຈຸ່ມ​ນ້ຳ​ເຜິ້ງ​ແຍ່​ເຂົ້າ​ໄປ​ຮູ​ຂອງ​ແກ້ວມະ ນີ​ແລ້ວ​ໃຊ້​ນໍ້າ​ເຜິ້ງທາ​ແກ້ວມະນີ​ອີກ​ເບື້ອງໜຶ່ງຈາກ​ນັ້ນຈິ່ງ​​ໄດ້ນຳ​ໄປໄວ້​ໃກ້​ກັບ​ຮັງ​ມົກ​ແດງ ມົດ​ແດງ​ໄດ້​ກິນ​ຈິ່ງ​ຄາບ​ດ້າຍ​ເຂົ້າ​ໄປ​ໃນ​ຮູ​ຂອງ​ແກ້ວມະນີ​ ແລະ​ ຄາບ​ດ້າຍ​ເກົ່າ​ອອກ​ດ້າຍ​ໃຫມ່​ຈິ່ງ​ຮ້ອຍ​ເຂົ້າ​ໄປ​ແທນ​ດ້າຍ​ເກົ່າຈາກ​ນັ້ນມະ​ໂຫສົດ​ກຸມມານ​ສັ່ງ​ໃຫ້​ຄົນ​ນຳ​ໄປ​ຖວາຍ​ພະ​ເຈົ້າວິ​ເທ​ຫະຣາດພະ​ອົງ​ພໍ​ພະ​ໄທ​ມາກ.

ພະ​ເຈົ້າວິ​ເທ​ຫະຣາດຮັບ​ສັ່ງ​ໃຫ້​ມະ​ໂຫສົດ​ເຂົ້າ​ເຝົ້າ ພ້ອມ​ມ້າ​ອັດສະດອນ​ ມະ​ໂຫສົດ​ເດີນທາງ​ມາ​ພ້ອມ​ບິດາບໍລິວາ​ນ​ ແລະ ​ລາພະ​ເຈົ້າວິ​ເທ​ຫະຣາດຊົງ​ມີ​ຄວາມ​ເຊື່ອ​ຢູ່​ວ່າພໍ່​ແມ່​ຍ່ອມ​ດີກ​ວ່າ​ລູກ​ສະ   ​ເໝີ ມະ​ໂຫສົດ​ຄັດ​ຄ້າ​ນວ່າບໍ່​ເປັນ​ຢ່າງ​ທີ່​ພະ​ອົງ​ຄິດ​ສະ​ເໝີ​ໄປ​ນັກປາດ​ທັງ​ສີ່​ບໍ່ພໍ​ໃຈ​ທີ່​ມະ​ໂຫສົດ​ຄັດຄ້ານ​ແລະ​ ສະຫລາດ​ກວ່າ ມະ​ໂຫສົດ​ຈິ່ງ​ທູນ​ໄປ​ວ່າ​ລາ​ທີ່​ນຳ​ມາ​ໂຕ​ລະ​ເທົ່າ​ໃດ ພະ​ເຈົ້າວິ​ເທ​ຫະຣາດຕັດ​ວ່າ​ປະມານ​ແປດ​ຕຳລຶງ ມະ​ໂຫສົດ​ຈິ່ງ​ຖາມ​ອີກ​ວ່າ​ມ້າ​ອັດສະດອນທີ່​ເປັນ​ລູກ​ຂອງ​ລາ​ໂຕ​ນີ້ມີຄ່າ​ເທົ່າ​ໃດພ​ະ ອົງ​ຕັດ​ວ່າ ຫາ​ປະ​ເມີນ​ຄ່າ​ບໍ່​ໄດ້ ມະ​ໂຫສົດ​ຈິ່ງ​ກາບ​ທູນ​ວ່າ ​ເພາະ​ເຫດ​ນີ້ບິດາ​ຫລື​ມານ​ດາ​ບໍ່​ດີກ​ວ່າ​ບຸດສະ ​ເໝີ​ໄປ ພະ​ເຈົ້າວິ​ເທ​ຫະຣາດດີ​ພະ​ໄທ​ມາກ ພະ​ອົງ​ຈິ່ງ​ຂໍ​ມະ​ໂຫສົດ​ໄວ້​ເປັນຣາຊບຸດ​ບຸນ​ທຳຈາກ​ສີຣິວັດທະ ນະ​ກະ​ເສດຖີ​ຜູ້​ເປັນ​ບິດາ ​ແລ້ວໃຫ້​ຢູ່ເປັນຂ້າ​ເຝົ້າຮັບ​ຮາ​ຊການ​ຕໍ່​ໄປ. ມະ​ໂຫສົດ​ຮັບຣາຊການ​ຖວາຍ​ພະ​ເຈົ້າວິ​ເທ​ຫະຣາດຈົນ​ມີ​ອິດສະຣິຍາ​ຍົດ ​ແລະ ບໍລິວານ​ມາກ​ມາຍ. ​ເມື່ອ​ມະ​ໂຫສົດ​ອາຍຸ​ໄດ້ 16 ປີ ພະ ນາ​ງອຸທຸມ ພອນມະ​ເຫ​ສີ​ຂອງ​ພະ​ເຈົ້າວິ​ເທ​ຫະຣາດ ຈະ​ຈັດ​ຫາ​ຍິງ​ມາ​ໃຫ້​ເປັນ​ຄູ່​ຂອງ​ມະ​ໂຫສົດ​ແຕ່​ມະ​ໂຫສົດ​ຂໍ​ເລືອກ​ເອງ​ຈິ່ງ​ປອມ​ຕົວ​ເປັນ​ຊ່າງ​ຊຸນ​ຜ້າ​ ເດີນທາງ​ໄປ​ເຖິງ​ໝູ່​ບ້ານ​ອຸດຕະຣະວະ​ຍະ​ມັດ​ສະ​ຄາມ.​ໃນ​ລະຫວ່າງ​ທາງນັ້ນ​ເອງ​ ມະ​ໂຫສົດ​ໄດ້​ສວນ​ທາງ​ກັບ​ນາງ​ອະ​ມອນ​ເຊິ່ງ​ເປັນ​ທິດາ​ຂອງ​ຕະກຸນ​ເສດຖີ​ທຸກ​ຍາກ ກຳລັງ​ນຳ​ເຂົ້າຕົ້ມ​ໄປ​ສົ່ງ​ບິດາ​ ຢູ່​ທີ​ນາ​ແຕ່​ນາງ​ເປັນ​ຄົນ​ທີ່​ສະຫລາດ​ປາດ​ເປືອງ​ດ້ວຍ​ປັນຍາ​ເໝາະສົມ​ທີ​ຈະ​ເປັນ​ຄູ່​ຄອງ​ຂອງ​ຕົນ,​ ຕໍ່​ມາ​ທັງສອງ​ພະ​ເຈົ້າວິ​ເມ​ຫະລາດ​ກໍ​ໄດ້​ຈັດ​ງານ​ແຕ່ງງານ​ໃຫ້​ທັງ​ສອງ​ຢ່າງ​ສົມ​ກຽດ. ຕັ້ງ​ແຕ່​ນັ້ນມາ​ນາງ​ອະ​ມອນ​ ແລະ ​ໂຫສົດ​ກໍ​ຢູ່​ດ້ວຍ​ກັນ​ໂດຍ​ຜາ​ສຸກ. ສ່ວນ​ມະ​ໂຫສົດ​ໄດ້​ເປັນ​ເສ​ບໍດີ​ຜູ້​ທີ່​ທຸກ​ຄົນ​ຮວ່ມທັງ​ພະ​ມະຫາ​ກະສັດ​ກໍ​ນັບຖື​ເປັນ​ຢ່າງ​ຍິ່ງ​ເຂົາ​ໄດ້​ຮັບຣາດຊະການສະໜອງ​ພະ​ເດດ​ພະ​ຄຸນ​ມາ​ຕາບ​ຈົນ​ອາຍຸ​ໄຂ​ຂອງ​ຕົນ.

 

 

 

 

 

 

 

 

 

 

 

 

 

 

 

 

6.ພຣະ ພູຣິທັດ (ຊາດທີ່ຍິ່ງດ້ວຍ ສີຣ ປາຣາມີ)


ພຣະ​ທິດາ​ຂອງ​ພະ​ເຈົ້າພົມ​ມະ​ທັດຊຶ່ງ​ມີ​ພະນາ​ມວ່າ ພຣະ​ນາງ​ສະ​ມຸດ​ທະ​ຊາ ​ໄດ້​ອະພິ​ເສກ​ສົມຣົດກັບ​ພະຍາ​ນາ​ກຜູ້​ແປງ​ກາຍ​ເປັນ​ມະນຸດ​ ຊື່ວ່າ​ພຣະ​ຕະຣົ​ດກະສັດ​ ແຫ່ງ​ນາກ​ພິພົບ​ມີ​ພຣະ​ໂອ​ຮົດ​ດ້ວຍ​ກັນ 4ພຣະອົງ​ຄື: ສຸທັດ​ສະ​ນະ​ກຸ​ມານພຣະ​ທັດ​ຕະກຸມມານສຸ​ໂພຄະ​ກຸມມານ​ ແລະ ​ອະຣິດທະ​ກຸມມານ ​ເມື່ອ​ພຣະ​ໂອ​ຣົດ​ຈະ​ເລີ​ນ​ເຕີບ​ໂຕ ພຣະ​ຍາ​ນາກ​ຕະຮົດ​ໄດ້​ແບ່ງ​ສົມບັດ​ໃນ​ນາກ​ພິພົບ​ໃຫ້ປົກຄອງ​ກັນ​ຄົນ​ລະ​ສ່ວນ​ຄື: ທັດ​ຕະກຸມມານ​ໄປ​ເຝົ້າພະ​ບິດາ​ເດືອນລະ​ສອງ​ຄັ້ງ ສ່ວນ​ພະ​ໂອຣົດອີ​ສາມ​ພະ​ອົງ​ເຝົ້າພຽງ​ເດືອນ​ລະຄັ້ງ ດ້ວຍສາ​ເຫດ​ທີ່​ທັດ​ຕະກຸມມານສະຫຼາດກວ່າ​ຈິ່ງ​ສະໜອງ​ວຽກງານ​ໄດ້​ຫຼາຍ​ກວ່າ ຄັ້ງທ້າວ​ວິຣູປັກ​ ພາ​ພວກ​ນາກ​ຂຶ້ນ​ໄປ​ເຝົ້າພະ​ອິນ​ເທິງ​ສະຫັວນຊັ້ນດາວະ​ດຶງ​ທັດ​ຕະກຸມມານ​ກໍ​ຕາມ​ສະ​ເດັດ​ໄປ​ນຳ ​ໃນ​ເວລາ​ນັ້ນ​ເຫຼົ່າ​ເທວະ​ດາ​ແກ້​ຂໍ້​ສົງ​ໄສ​ຂອງ​ພະ​ອິນ​ບໍ່​ໄດ້​ ທັດ​ຕະກຸມມານ​ ຈິ່ງ​ອາສາ​ຂໍ​ສະ​ແດງ​ຄວາມ​ສາ ມາດ​ເຮັດ​ໃຫ້​ພະ​ອິນ​ໂປດ​ປານ ​ແລະ ​ປະທານ​ຊື່​ໃຫ້​ວ່າ​: ພູຣິທັດ​ກຸມມານ ​ແປ​ວ່າ​ກຸມມານ​ຜູ້​ມີ​ປັນຍາ​   ກ້ວາງ​ຂວາງ​ດຸດ​ແຜ່ນດິນ​​​ ແລະ​ ເມື່ອ​ໄດ້​ໄປ​ເຫັນ​ສະຫວັນ​ ພູຣິທັດມີ​ຄວາມ​ຮູ້ສຶກ​ຢາກ​​ເກີດ​ເປັນ​ເທວະ​ດາ​ທີ່​ຈະ​ໄດ້​ຢູ່​ເທິງ​ສະຫວັນ,​ ເມື່ອ​ເຄີຍ​ໄດ້​ຮູ້​ວ່າຢາກ​ໄປ​ເກີດ​ເປັນ​ເທວະ​ດາ​ຕ້ອງ​ຮັກສາ​ສິນ ພູ​ຮິ​ທັດ​ຈິ່ງ​ກາບ​ທູນ​ຂໍ​ອານຸຍາດ​ບິດາ​ມານ​ດາ​ ແລະ​ ພະ​ຊາຍາ​ ຂຶ້ນມາ​ຮັກສາ​ສິນຢູ່​ເທິງ​ໂລກ​ມະນຸດ ພູ​ຮິ​ທັດ​ກຸມມານ​ຮັກສາ​ສິນ​ໄດ້​ຢ່າງ​ເຄັ່ງ​ຄັດ ອາທິ​ຖານ​ຈິ​ດ​ໄວ້ວ່າ: ໜັງ ​ເອັນ​ ກະດູກ ​ເລືອດ​ຂອງ​ເຮົາ ຫາກ​ໃຜ​ຕ້ອງການ​ກໍ​ຈົ່ງ​ເອົາ​ໄປ​ເຖີດ ​ເຮົາ​ຈະ​ບໍ່ຫວງ ບໍ່​ປ້ອງ​ກັນ ຍິນ​ດີ​ຍອມ​ສະຫຼະ​ໃຫ້ ພູຣິທັດ​ຈຳ​ສິນ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ປົກ ກະຕິ​ສຸກ​ສະ​ເໝີມາ.

ມີນາ​ຍພານ​ສອງ​ພໍ່​ລູກ​ມາ​ຈາກ​ເມືອງ​ພະຣານະ​ສີອອກຫາ​ລ່າ​ສັດ​ມາ​ຕາມ​ແຄມ​ແມ່ນ້ຳ ມາເຖິງ​ບ່ອນ​ພະ​ພູຣິທັດ​ຈຳ​ສິນ​ຢູ່​ກໍ​ເຫັນ​ຮອຍ​ຕີນ​ສັດ​ນາໆຊະນິດ ​ລົງ​ໄປ​ກິນນ້ຳ​ໃນ​ແມ່ນໍ້າຈິ່ງ​ເຝົ້າມອງ​ດູ​ເບິ່ງ ພານ​ສອງ​ພໍ່​ລູກ​ໄດ້​ຍິນ​ສຽງ​ເພງ​ບັນເລງຈິ່ງ​ຮູ້​ວ່າ​ພວກ​ນາກ​ມາ​ຖວາຍ​ສັກກາຣະ​ແດ່​ ພູຣິທັດ​ກຸມມານ ທັງ​ສອງ​ຈິ່ງ​ເຂົ້າ​ໄປ​ຫາ​ພູ​ຮິ​ທັດ​ກຸມມານ​ແລ້ວ​ຖາມ​ເຖິງ​ເລື່ອງ​ລາວ ພູຣິທັດ​ເລົ່າ​ຄວາ​ມ​ເປັນ​ມາ​ດ້ວຍ​ທ່າ​ທາງ​ທີ່​ເປັນ​ມິດ​ຕໍ່​ນາຍພານ​ທັງ​ສອງ​ແລ້ວ​ຈິ່ງ​ສົ່ງ​ພານ​ທັງ​ສອງ​ພໍ່​ລູກ​ໄປ​ນາກ​ພິພົບ​ທາງ​ສາຍ​ນ້ຳວົນ ​ເມື່ອ​ມາ​ເຖິງ​ນາກ​ພິພົບ​ທັງ​ສອງ​ໄດ້​ຮັບ​ການ​ຕ້ອນຮັບ​ເປັນ​ຢ່າງ​ດີ​ ສ່ວນ​ພູ​ຣິທັດ​ກຸມມານ ​ກໍ​ສະ​ເດັດ​ກັບ​ໄປ​ຈຳ​ສິນ​ຢູ່​ທີ່​ເດີມ ຕໍ່​ມາ​ມີ​ພາມ​ຄົນ​ໜຶ່ງ​ ຊື່​ອາລຳພາຍ ​​ໄດ້​ຮຽນ​​ເວດມົນການ​ຈັບ​ງູ​ມາ​ຈາກຣືສີ​ຕົນ​ໜຶ່ງ ອຳນາດ​ມົນ​ຊ່ວຍ​ໃຫ້​ໄດ້​ແກ້ວ​ວິ​ເສດ​ມາ​ຈາກ​ນາງ​ນາກ ພາມ​ເດີນ​ໃຊ້ເວດມົນ​ມາ​ເລື້ອຍໆ ຈົນ​ມາ​ພົບ​ພານ​ສອງ​ພໍ່​ລູກ ພານ​ພໍ່​ເຫັນ​ລູກ​ແກ້ວ​ວິ​ເສດ​ເກີດ​ຢາກ​ໄດ້​ຈິ່ງ​ຂໍ​ແກ້ວ​ວິ​ເສດ​ຈາກ​ພາມ​ຄົນ​ນັ້ນ ຝ່າຍ​ພາມ​ກໍ​ຍິນ​ດີ​ແຕ່​ຕ້ອງ​ມີ​ຂໍ້​ແລກປ່ຽນ​ຄື​ໃຫ້​ບອກ​ທີ່ຢູ່​ຂອງ​ພະຍາ​ນາກ​ ຝ່າຍ​ພານ​ລູກ​ບໍ່ພໍ​ໃຈ​ທີ່​ບິດາ​ອະກະຕັນຍູ​ຈິ່ງ​​ໄດ້ໜີ​ໄປ​ບວດ​ເປັນ​ຮື​ສີ ​ເມື່ອ​ພາມ​ໄປ​ເຖິງ​ທີ່ຢູ່​ຂອງ​ພະຍາ​ນາກ​ຕາມ​ຕ້ອງການ​ແລ້ວ​ ພານ​ພໍ່​ກໍ​ໄດ້ແກ້ວວິ​ເສດ​ຈາ​ກພາມ ​ແຕ່​ແລ້ວ​ແກ້ວ​ວິ​ເສດ​ກໍ​ໄດ້​ຫລຸດ​ອອກ​ຈາກ​ມື​ຂອງ​ເຂົາ​ຈົມ​ຫາຍ​ລົງ​ໄປ​ໃນ​ນາກ​ພິພົບ ພາມ​ອາ​ລຳ​ພາຍ​ ທຳ​ພິທີ​ໃຊ້​​ເວດມົນ​ຈັບ​ພູຣິທັດ​ເຮັດ​ໃຫ້ພະຍາ​ນາກ​ພູຣິທັດ ສະ​ເຫວີ​ຍທຸກ​ຄະ​ເວດທະນາ​​ແສນ​ສາ​ຫັດ​ແຕ່​ພະຍາຍາ​ຂົ່ມ​ໃຈ​ບໍ່​ໂກດ​ເຄືອງ​ເພື່ອ​ຮັກສາ​ສິນ​ໄວ້​ ພາມ​ຈັບ​ພູຣິທັດ​ໃສ່​ຖົງ​ມັດ​ເຖົາວັນ​ແລ້ວ​ເດີນທາງ​ໄປ​ທີ່​ຕ່າງໆ​ເພື່ອ​ສະ​ແດງ​ໃຫ້ພະ​ເຈົ້າພະຣານະ​ສີ​ທອດ​ພະ​ເນ​ດຢູ່​ທີ່​ປະຕູ​ເມືອງ ຂະນະ​ນັ້ນສຸທັດ​ສະ​ນະ​ກຸມມານ​ຜູ້​ເປັນ​ອ້າຍ​ປອມ​ຕົວ​ເປັນຣືສີ​ ແລະ​ ນາງ​ນາກ​ອັດ​ຈະ​ມຸຄີ​ປອມ​ເປັນ​ລູກ​ຂຽດ​ ສຸທັດ​ສະ​ນະ​ກຸມມານ​ຈິ່ງ​ທ້າ​ທາຍ​ໃຫ້​ພາມ​ນຳພູຣິທັດ​ນາກ​ໃຫ້​ມາ​ສູ້​ກັບ​ຂຽດ​ຂອງ​ຕົນພາມ​ຮັບ​ຄຳ​ທ້າ​ ແລ້ວ​ຂຽດ​ກໍ​ຄາຍ​ພິດ​ອອກ​ມາ​ສາມ​ຢົດ​ໃສ່​ຝ່າມືຣືສີ​ແປງອາຍ​ພິ​ດໄດ້​ຖື​ກຜິວໜັງ​ຂອງ​ພາມ​ເຮັດ​ໃຫ້​ກາຍ​ເປັນ​ໂລ​ກ​ເຮື້ອນທັນທີ​ ພາມ​ຕົກ​ໃຈ​ຢ້ານ​ກົວ​ຈິ່ງ​ຍອມ​ປອຍ​ພະຍາ​ນາກ​ພູ​ຣິທັດ​ນາກ​ ເມື່ອ​ພະຍາ​ນາກ​ພູຣິທັດ​ໄດ້​ຮັບອິດສະຫຼະ​ພາບ​ແລ້ວ ​ກໍ​ສະ​ແດງຣິດ​ແປງ​ຮ່າງ​ເປັນ​ມະນຸດ​ມີ​ເຄື່ອງ​ຊົງ​ສວຍ​ງາມ​ດ້ວຍ​ການ​ບຳ​ເພັນ​ສິນ​ບາຣະມີ​ຂັ້ນສູງ​ສຸດ​ເຖິງ​ຈະ​ຖືກ​ທໍລະ​ມານ​ຈົນ​ເກືອ​ບ ຕາຍກໍ​ບໍ່​ທຳຮ້າຍ​ຕໍ່​ຜູ້​ທີ່​ທໍລະມານ​ນັ້ນ ຟ່າ​ຍພະ​ເຈົ້າພະຣານະ​ສີ​ເມື່ອ​ຊົງ​ຊາບ​ວ່າ​ພະຍາ​ນາກ​ເປັນພະ​ໂອຣົດຂອງ​ພະນາ​ງສະມຸດທະ​ຊາ ຜູ້​ເປັນ​ພະ​ທິນີຂອງ​ພະ​ອົງ​ກໍ​ດີ​ພະ​ໄທ ຊົງ​ໂອບ​ກອດ​ຫຼານ​ດ້ວຍ​ຄວາມ​ຍິນ​ດີ​ຫລັງ​ຈາກນັ້ນຈິ່ງ​ແຍກ​ຍ້າຍກັບ​ວິຫານ​ສະຖານ​ຂອງ​ຕົນ.ນາງ​ສະ​ມຸດ​ທະ​ຊາຢູ່​ໃນ​ເມືອງ​ນາກ​ ຈົນ​ສິ້ນອາຍຸ​ໄຂ  ສວ່ນພູ​ຮິ​ທັດ​ ແລະ​ບໍຣິວານ​ ເມືອ​ສິ້ນອາຍຸ​ສັງຂານ​ແລ້ວ ​ໄດ້​ໄປ​ບັງ​ເກີດ​ໃນ​ສະຫວັນ​ອັນ​ເຕັມ​ໄປ​ດ້ວຍ​ບໍລົມ​ສຸກ​ທຸກ​ຖ້ວນ​ໜ້າ.

 

 

 

 

 

 

 

 

7.ພຣະຈັນທະກຸມານ (ຊາດທີ່ຍິ່ງດ້ວຍຂັນຕິ ປາຣາມີ)




 ພະ​ເຈົ້າ​ເອກະ​ລາດ​ແຫ່ງ​ເມືອງ​ບຸບ​ພະວະ​ດີ ຊົງ​ມີ​ພະ​ໂອຣົດພະນາ​ມວ່າ​ເຈົ້າຊາຍ​ ຈັນທະ​ກຸມມານ ດຳລົງ​ຕຳ​ແໜ່​ງອຸປະຣາດ​ເຮັດ​ໜ້າ​ທີ່​ວ່າຣາຊະ​ການ​ແທນ​ພະ​ເຈົ້າ​ເອກະຣາດ ມີ​ປຸ​ໂຣຮິດຄົນ​ໜຶ່ງ​ຊື່ ກັນ​ທະ​ຫາ​ລະ​ເຂົາ​ເຮັດ​ວຽກ ​ແລະ ​ຊື່ສັດ​ພັກດີ​ໃນ​ທຳ​ອິດ ​ແຕ່​ຕໍ່​ມາ​ເປັນ​ຄົນ​ບໍ່​ຊື່​ກົງ​ເພາະ​ຮັບ​ສິນ​ບົນ​ວັນ​ຫນຶ່ງ​ເຈົ້າຊາຍ​ຈັນທະ​ກຸມມານ ຊົງ​ພົບ​ຊາຍ​ຄົນ​ໜຶ່ງ​ຍ່າງ​ມາ​ດ້ວຍ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ ​ເຈົ້າຊາຍ​ຈິ່ງ​ຕັດ​ຖາມ​ ຊາຍ​ຄົນ​ນັ້ນຈິ່ງ​ໄດ້​ຮູ້​ວ່າ​ເຂົາ​ຄື​ຜູ້​ຊະນະ​ຄະດີ​ແຕ່​ຕ້ອງ​ຖືກ​ຕັດສິນ​ໃຫ້​​ແພ້ ຈິ່ງ​ສະ​ເດັດ​ໄປ​ສາລາ​ວ່າຄວາມ​ແລ້ວ​ຮັບ​ສັ່ງ​ໃຫ້​ຮືຟື້ນຄະດີ​ຂຶ້ນມາ​ພິຈາລະ ນາໃຫມ່ຊົງ​ສອບ​ສວນ​ດ້ວຍ​ພະ​ອົງ​ເອງ ​ແລະ ​ເມື່ອ​ພິຈາລະນາ​ລັກ​ຖານ​ແລ້ວ​ຈິ່ງ​ຕັດສິນ​ໃຫ້​ຊາຍ​ຄົນ​ນັ້ນຊະນະ​ຄະດີ​ ປະຊາຊົນ​ຈິ່ງ​ໄດ້​ຍ້ອງຍໍ​ສັນລະ​ເສີນ ພະ​ເຈົ້າ​ເອກະຣາດຈິ່ງ​ຊົງຕັ້ງ​ເຈົ້າຊາຍ​ຈັນທະ​ກຸມມານ​ໃຫ້ເປັນຜູ້​ພິພາກສາ​ແທນ​ກັນ​ທະ​ຫາ​ລະກັນ​ທະ​ຫາ​ລະ​ຮູ້ສຶກ​ອັບອາຍ​ແລະ​ໂກດ​ແຄ້ນ​ເຈົ້າຊາຍ ຈິ່ງ​ຫາ​ທາງ​ແກ້​ແຄ້ນ​ຕະຫຼອດ​ເວລາ ຄືນ​ວັນ​ໜຶ່ງ​ພະ​ເຈົ້າ​ເອກະຣາດຊົງ​ສຸບິ​ນ ນິ ມິດ​ເຖິງ​ສະຫວັນ​ຊັ້ນດາວະ​ດຶງ ພໍ​ຮຸ່ງ​ເຊົ້າ ກັນ​ທະ​ຫາ​ລະ​ມາ​ເຂົ້າ​ເຝົ້າຈິ່ງ​ຕັດ​ຖາມ​ເຖິງ​ທາງ​ໄປ​ສະຫັວນ ກັນ​ທະ​ຫາ​ລະ​ເຫັນ​ໂອກາດ​ຈະ​ໄດ້​ແກ້​ແຄ້ນ​ຈິ່ງ​ກາບ​ທູນ​ໃຫ້​ທຳ​ພິທີ​ບູຊາຍັນ ດ້ວຍ​ການ​ຂ້າ​ພະມະ​ເຫ​ສີ,​ພະ​ໂອຣົດ​ ແລະ​ ພະ​ທິດາ​ຖວາຍ​ໃຫ້​ເທບພະ​ເຈົ້າ ຄວາມ​ຈິງ​ແລ້ວ ກັນ​ທະ​ຫາ​ລະ ມີ​ປະສົງ​ຈະ​ຂ້າ​ເຈົ້າຊາຍ​ຈັນທະ​ກຸມມານພຽງ​ພະ​ອົງ​ດຽວ ​ແຕ່​ຢ້ານຈະ​ຖືກ​ກ່າວ​ຫາ​ວ່າ​ມີ​ຄວາມ​ແຄ້ນ​ຕໍ່​ເຈົ້າຊາຍ ຈິ່ງ​ເອົາ​ຄົນ​ອື່ນ​ມາ​ກ່ຽວຂ້ອງນຳ​ ເພື່ອ​ບໍ່​ໃຫ້​ພະ​ເຈົ້າ​ເອກະຣາດສົງ​ໄສ. ​ເຈົ້າຊາຍ​ຈັນທະ​ກຸມມານ​ຊົງ​ຢືນ​ຢູ່​ປາກ​ຂຸມ​ບູຊາຍັນ ​ແລະ​ ກາບ​ທູນ​ວິ້ງວອນ​ວ່າ: ຂ້າ​ແຕ່​ພະ​ບິດາ​ພໍ່​ແມ່​ທັງຫຼາຍ​ໃນ​ໂລກ​ຍ່ອມ​ຢາກ​ໄດ້​ລູກ​ແມ້ຈະ​ຍາກ​ພຽງ​ໃດ​ກໍ​ບໍ່​ຫວັ່ນ ຖ້​າໄດ້​ສົມ​ປາຖະໜາ​ແລ້ວກໍ​ຕ້ອງ​ອົບ​ອ້ອມ​ລ້ຽງ​ດູ​ດ້ວຍ​ຄວາມ​ຮັກ​ ແຕ່​ພະ​ອົງ​ເປັນ​ເຖິງ​ກະສັດ​ຜູ້​ທີ່​ພຽບພ້ອມ​ດ້ວຍ​ສັກ​ສະ​ລິນ​ຄານ ​ເຫດ​ໃດ​ໄດ້​ລູກ​ເມຍ​ມາ​ແລ້ວ​ຈະ​ຂ້າ​ຖິ້ມ​ເສຍ. ຝ່າຍ​ພະ​ເຈົ້າ​ເອກະຣາດຕັດ​ວ່າ​ເມື່ອ​ພວກ​ເຈົ້າ​ເປັນ​ທຸກ​ເພາະ​ຮັກ​ຊີວິດ​ ພໍ່​ກໍ​ເປັນ​ທຸກ​ເພາະ​ຮັກ​ພວກ​ເຈົ້າ​ ແຕ່​ພໍ່​ຢາກ​ໄປ​ສະຫວັນ​ຍິ່ງ​ໜັກ​ຈິ່ງ​ຈະ​ຂ້າ​ຄົນ​ເລົ່ານນີ້ບູຊາຍັນ​ ເຖິງ​ລູກ​ເມຍ​ຂອງ​ເຮົາ​ຕາຍ​ແລ້ວ​ກໍ​ຈະ​ໄດ້​ໄປ​ຢູ່​ບົນ​ສະຫວັນ​ກັບ​ເຮົາ ຂະນະ​ທີ່​ທຸກ​ຄົນ​ກຳລັງ​ໂສກ​ເສົ້າຢູ່​ນັ້ນການ​ທຳ​ພິທີ​ບູຊາຍັນ​ກໍ​ສຳ​ເລັດ​ພໍດີ ອຳມາດ​ຈິ່ງ​ຈັບ​ພະ​ກຸ​ມມານ​ໃຫ້​ເຂົ້າ​ໄປ​ປະ​ທັບກົ້ມ ພະ​ສຽນ​ລໍ​ຄົມ​ດາບ​ຢູ່​ທີ່​ປາກ​ຂຸມຝ່າ​ນປຸ​ໂຣຫິດ​ກັນ​ທະ​ຫາ​ລະ​ຫຼຽວ​ເບິ່ງ​ເຈົ້າຊາຍ​ດ້ວຍ​ຄວາມ​ແຄ້ນ​ເຂົາ​ກຳ​ດາບ​ໄວ້​ແໜ້ນ​ຍ່າງ​ເຂົ້າ​ໄປ​ໃກ້​ ຫວັງ​ຈະ​ໝາຍ​ຕັດ​ພະ​ສຽນ​ຂອງ​ເຈົ້າຊາຍ​ໃຫ້​ກະ​ເດັນ​ສົມ​ແຄ້ນ​ແລ້ວ​ທັນ​ໃດ​ນັ້ນ ດ້ວຍ​ການ​ອະທິຖານ​ຂອງພະ ນາ​ງຈັນທາ​ພະ​ຊາຍາ​ຂອງ​ເຈົ້າຊາຍ​ຈັນທະ​ກຸມມານກໍ​ມີ​ສຽງ​ລັ່ນ​ອອກ​ມາ​ຈາກ​ເບື້ອງບົນຟ້າ ຢ່າ ຢ່າ​ແຕະຕ້ອງ​ເຈົ້າຊາຍ​ຈັນທະ​ກຸມມານ​ຜູ້​ເປັນ​ທີ່​ຮັກ​ຂອງ​ຂ້າ ຖ້າ​ເຈົ້າຝືນ​ຂັດ​ຄຳ​ສັ່ງ​ຂອງ​ຂ້າ ຂ້າ​ຈະ​ຕີ​ຫົວ​ຂອງ​ເຈົ້າ​ໃຫ້ແຫຼກ​ລະ​ອຽດ ພະ​ອິນ​ຊົງ​ຖື​ກະບອງ​ເຫຼັກ​ແກ່ວ​ງຢູ່​ກາງ​ອາກາດ​ເບິ່ງດູ​ປຸ​ໂຣຫິດ​ດ້ວຍ​ສາຍ​ພະ​ເນ​ດ​ແຂງ​ແຂງ ​ແລ້ວ​ຕັດ​ກັບ​ພະ​ເຈົ້າ​ເອກະຣາດວ່າ ທ່ານ​ເອງ​ເປັນ​ເຖິງ​ພະຣາຊາ ​ແຕ່​ກໍ​ຊົ່ວ​ຊ້າ​ໂງ່​ງ່າວ ​ຫຼົງ​ເຊື່ອ​ຄຳ​ຍຸ​ແຍ່​ເຖິງ​ກັບ​ຍອມ​ຂ້າ​ລູກ​ເມຍ​ຕົວ​ເອງ ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ໄປ​ສະຫັວນ​ແຕ່​ບໍ່​ມີ​ທາງ​ໄດ້​ໄປ​ດອກ​ ນອກຈາກ​ຈະ​ໄດ້​ລົງ​ນະຣົກ​ເທົ່າ​ນັ້ນ​ແຫຼະ ​ເມື່ອ​ພະ​ອິນ​ມາ​ຊ່ວຍ​ພວກ​ຊາວບ້ານ​ກໍ​ໄດ້​ໂອກາດ​ໂຮມ​ກັນ​ເຂົ້າ​ໄລ່​ຕີ​ກັນ​ທະຫາຣະ​ ເຖິງ​ກັບ​ຕາຍ​ໄປ​ເລີຍຈາກ​ນັ້ນກໍ່​ພາກັນ​ລູ່​ເຂົ້າມາ​ຫວັງ​ຈະ​ປົງ​ພະ​ຊົນ​ຊີບ​ຂອງ​ເຈົ້າ​ເອກະຣາດ ​ເຈົ້າຊາຍ​ຈັນທະ​ກຸມມານ​ເຂົ້າຂັດຂວາງ​ແລະ​ວອນ​ຂໍ​ຊີວິດ​ພະ​ບິດາ​ຂອງ​ຕົນ ພວກ​ຊາວ​ເມືອງ​ຍອມ​ຍົກ​ໂທດ​ໃຫ້​ແຕ່​ບໍ່ຍອມຮັບ​ພະ​ເຈົ້າ​ເອກະຣາດ​ເປັນ​ພະ​ເຈົ້າ​ແຜ່ນດິນ​ຂອງ​ຕົນ​ອີກ​ຕໍ່​ໄປພວກ​ເຂົາ​ພ້ອມ​ໃຈ​ກັນ​ເນຣະ​ເທດ​ພະ​ອົງ​ໃຫ້​​ໄປ​ຢູ່​ໃນ​ເມືອງ​ຂອງ​ຄົນ​ຈັນທານ​ ແລະ ​ອາ​ພິ​ເສກ​ເຈົ້າຊາຍຈັນທະ​ກຸມມານ​ຂຶ້ນ​ເປັນ​ພະ​ເຈົ້າ​ແຜ່​ນດິນ​ແທນ​. ​ເຈົ້າຊາຍ​ຈັນທະ​ກຸມມານ​ຊົງຈຳ​ໃຈ​ໃຫ້​ພະ​ບິດາ​ຖືກ​ເນຣະ​ເທດ​ຕາ​ມະຕິ​ຂອງ​ມະຫາຊົນ ຫລັງ​ຈາ​ກຊົງ​ຈັດການ​ປົກຄອງ​ບ້ານ​ເມືອງ​ຮຽບຮ້ອຍ​ແລ້ວ ພະ​ອົງ​ກໍ​ສະ​ເດັດ​ອອກ​ໄປ​ຢ້ຽມ​ພະ​ບິດາ​ຢູ່​ບໍ່​ຂາດ ຮັບ​ສັ່ງ​ໃຫ້​ເຈົ້າຫນ້າ​ທີ່ດູ​ແລ ​ແລະ​ຈັດ​ຫາ​ສິ່ງ​ທີ່​ພະ​ບິດາ​ຕ້ອງການ​ມາ​ໃຫ້ ​ເມືອງ​ບຸບ​ພະວະ​ດີ​ກັບ​ສູ່​ສະພາວະ​ປົກກະຕິ​ອີກ​ຄັ້ງໜຶ່ງຜູ້​ຄົນ​ເບີກ​ບານ​ແຈ່ມ​ໃສ​ດຳລົງ​ຊີວິດ​ຢູ່​ດ້ວຍ​ກັນ​ຢ່າງ​ມີ​ຄວາມສຸກ​ຕະລອດ​ກາລະ​ນານ.

 

 

 

 

 

 

 

 

  

  8. ພຣະນາຣະທະ(ຊາດທີ່ຍິ່ງດ້ວຍ ອຸເປກຂາ ປາຣາມີ)


ເມື່ອ​ຄັ້ງພະ​ເຈົ້າອັງ​ຄະຕິຣາດສະ​ເຫວີຍຣາຊສົມ​ຢູ່​ໃນ​ເມືອງ​ມິ​ຖິລາ ພະອົງມີ​ພະຣາຊທິດາ​ຊົງ​ພະນາ​ມວ່າ ພຣະນາງຣຸຈາຣາດກຸມ​າຣີ ມີ​ອຳມາດ​ຜູ້​ໃຫຍ່ 3 ນາຍ​ ຄື: ວິ​ໄຊ ສຸ​ນາມ ​ແລະ ອະລາດ. ຄັນ​ເຖິງ​ວັນ​ເພັນ​ເດືອນ12  ຊາວ​ເມືອງ​ກໍພາກັນ​ຕົບ​ແຕ່ງ​ພຣະນະ​ຄອນ ​ແລ້ວ​ຫລິ້ນ​ມະຫໍ​ຣະສົບຄຶກຄື້ນສະໜຸກ​ສະ ໜາ​ນ ຝ່າຍ​ພຣະ​ເຈົ້າອັງຄະ​ຕິ​ໄດ້​ຮຽກ​ປະຊຸມ​ອຳມາດ​ທັງ​ສາມ​ຊົງ​ຕັດ​ປຶກສາ​ວ່າ ​ໃນ​ຄືນ​ເດືອນຫງາຍ​ຢ່າງ​ນີ້​ເຮົາ​ຄວນ​ທຳ​ຢ່າງ​ໃດ​ຈິ່ງ​ຈະ​ດີອຳມາດ​ທັງ​ສາມ​ຕ່າງ​ຖວາຍ​ຄຳ​ແນະນຳ​ຄົນ​ລະ​ຢ່າງ​ວ່າ ຂໍ​ເດຊະ ​ເຮົາ​ຄວນ​ຍົກ​ທັບ​ໄປ​ຕີ​ເອົາ​ບ້ານ​ເມືອງທີ່​ຍັງ​ບໍ່​ຂຶ້ນ​ແກ່​ເຮົາ ຢ່າງ​ນີ້​ຈິ່ງ​ຈະ​ດີ ອະ​ລາດ​ອຳມາດ​ກາບ​ທູນ. ຂໍ​ເດຊະ​ເຫຼົ່າອະຣິຣາດ​ສັດຕູ​ຕ່າງໆຕ່າງ​ກໍ​ພາກັນ​ພ່າຍ​ແພ້​ສວາ​ມີ​ພັກ​ຕໍ່​ພະ​ອົງ​ແລ້ວ​ທັງ​ນັ້ນ​ໃນຣາຕີ​ຢ່າງ​ນີ້​ຄວນ​ລ້ຽງ​ດູ​ອວຍ​ໄຊ​ໃຫ້​ພອນ ​ແລະ ​ມີ​ການ​ຟ້ອນ​ລຳ​ຂັບ​ຮ້ອງ​ໃຫ້​ສະໜຸກ​ສະໜາ​ນຈະ​ເປັນ​ການ​ດີກ​ວ່າ ສຸ​ນາມ​ອຳ​ມາດ​ທູນ. ສ່ວນ​ວິ​ໄຊ​ອຳມາດ​ຄົນ​ສຸດ​ທ້າຍ​ທູນ​ວ່າ ການ​ລ້ຽງ​ດູ​ອວຍ​ໄຊ​ໃຫ້​ພອນ ​ແລະ​ ການ​ຟ້ອນ​ລຳ​ບໍ່​ຈຳ​ເປັນ​ເລີຍ ​ເພາະ​ຫາ​ສາລະ​ບໍ່​ໄດ້ ຄວນ​ສະ​ແຫວ​ງຫາ​ສາລະ​ປະ​ໂຫຍ​ດ ດ້ວຍ​ການ​ໄປ​​ໄຕ່​ຖາມ​ກັບ​ສະມະ ນະ​ພຣາມຜູ້​ມີ​ສິນ​ທັມ​ຈະ​ດີກ​ວ່າ. ​ເມື່ອພະ​ເຈົ້າອັງ​ຄະຕິ​ໄດ້​ຟັງ​ດັ່ງນັ້ນ​ແລ້ວ​ ກໍ​ເຫັນ​ດ້ວຍ​ກັບ​ວິ​ໄຊ​ອຳມາດ​ກໍ​ຍົກ​ພົນ​ໂຍທາ​ອອກ​ໄປ​ຍັງມະຣຶກຄະ​ທາ​ຍະ​ວັນ​ ຕັດ​ຖາມ​ປັນຫາ​ກັບ​ຄຸ​ນາ​ຊີ​ວົກວ່າ ຄົນ​ຄວນ​ປະພຶດ​ຕົນ​ຕໍ່​ມານ​ດາ​ບິດາ ຄູ​ອາຈານ ພັນ​ລະ​ຍາ ຄົນ​ຊະລາ ສະມະນະ​ພຣາມພົນ​ພາຫະນະ ບ້ານ​ເມືອງ​ຢ່າງ​ໃດຄົນ​ປະພຶດ​ເຊັ່ນ​ໃດ​ຈິ່ງ​ຈະ​ໄປ​ສະຫວັນ​ ແລະ ນະ​ຣົກ ​ໄດ້​ໂປຣດຊີ້​ແຈງ​ໃຫ້​ຂ້າພະ​ເຈົ້າ​ໄດ້​ຊາບ​ດ້ວຍ​ເຖີດ. ຄຸ​ນາ​ຊີ​ວົກ ​ໄດ້​ຊີ​ແຈງ​ແກ່​ພະ​ຣາຊາ​ດ້ວຍ ປາ​ສາ​ຂອງ​ນັກບວດ​ນອກ​ສາສະໜາ​ ກ່າວ​ຄື ປະຕິ​ເສດ​ບາບ​ບຸນ ຄຸນ​ໂທດ ຄຸນ​ບິດາ​ມານ​ດາ ທັງໝົດຊຶ່ງ​ຂໍ້​ໄຂ​ຂອງ​ຄຸ​ນາ​ຊີ​ວົກນີ້​ໄດ້​ຮັບ​ການ​ສະ​ຫນັບ​ສະ​ໜູນຈາກ​ອະ​ລາດ​ອຳມາດ​ເປັນ​ຢ່າງ​ດີ. ຂະນະ​ດຽວ​ກັນ​ບຸຣຸດ​ເຂັນ​ໃຈ​ຜູ້​ນັ່ງ​ຢູ່​ຂ້າງໆ ຄົນ​ໜຶ່ງ​ໄດ້​ຟັງ​ຄຳ​ຂ​ອງຄຸ​ນາ​ຊີ​ວົກ​ແລະ​ອະ​ລາດ​ອຳມາດ​ແລ້ວ​ ກໍ​ຮ້ອງ​ໄຫ້​ ພະ​ເຈົ້າອັງ​ຄະຕິ​ຈິ່ງ​ຕັດ​ຖາມ​ເຖິງ​ສາ​ເຫດ ​ເຂົາ​ໄດ້​ທູນ​ວ່າ ​ເພາະ​ໄດ້​ຟັງ​ຄຳ​ຂອງ​ທ່ານ​ທັງ​ສອງ​ນັ້ນ​ເກີດຣະລຶກຊາດ​ຫົນ​ຫລັງ​ໄດ້​ແລ້ວ​ນຳ​ເລື່ອງ​ອາ​ດີດ​ມາ​ເລົ່າ​ຟັງວ່າ ​ໃນ​ອາ​ດີດ​ຂ້າພະ​ເຈົ້າ​ໄດ້​ເກີດ​ເປັນ​ເສດຖີ ຢູ່​​ໃນ​ເມືອງ​ສາ​ເກດ​ໃຫ້​ທານ​ຮັກສາ​ສິນ​​ເປັນນິດ​ຄັນ​ຕາຍ​ຈາກ​ຊາດ​ນັ້ນ​ແລ້ວ​ໄດ້​ມາ​ເກີ​ດ​ເປັນ​ລູກ​ທາສີ​ໃນ​ເມືອງ​ນີ້​ໄດ້ຮັບ​ຄວາມ​ຍາກຈົນ​ເລື້ອຍ​ມາ​ຈົນ​ບັດ​ນີ້ ​ແຕ່​ແລ້ວ​ຂ້າພະ​ເຈົ້າກໍ​ທຳ​ຄວາມ​ດີ​ຢູ່​ສະ​ເໝີຄວາມ​ດີ​ບໍ​ມີ​ເລີຍ ຂ້າພະ​ເຈົ້າຮູ້ສຶກ​ເສຍ​ແຮງ​ທີ່​ທຳ​ຄວາມ​ດີ​ເປັນອັນມາກ​ຈຶ່ງ​ຮ້ອງ​ໄຫ້.

​ເມື່ອ​ພະ​ເຈົ້າອັງ​ຄະຕິ​ໄດ້​ສະດັບ​ຟັງ​ຖ້ອຍ​ຄຳ​ຂອງ​ມິດສາ​ທິດ​ຖີບຸກຄົນ​ດັ່ງ​ນັ້ນ​ແລ້ວ​ກໍ​ຊົງ​ມີ​ພະ​ໄທ​ນ້ອມ​ໄປ​ນຳ​ແລ້ວ​ສະ​ເດັດ​ກັບ​ໄປ​ສູ່​ວັງ​ຊົງ​ຮັບ​ສັ່ງ​ໃຫ້​ບຳ​ເລີ​ພະ​ອົງ​ດ້ວຍ​ເບັນ​ຈະ​ກາມ ງົດ​ການ​ຊ່ວຍ​ເຫຼື​ອ​ເກື້ອ​ກຸນ​ໄພ​ຟ້າ​ຂ້າ​ແຜ່ນດິນ​ເສຍ ບຳລຸງ​ພະ​ອົງ​ໃຫ້​ເພີດ​ເພີນ​ຢູ່​ໃນ​ຄວາມ​ສຸກ​ເທົ່າ​ນັ້ນ. ຕໍ່ມາ ພວກ​ລ້ຽງ​ນາງ​ນົມ​​ໄດ້​ນຳ​ພຶດຕິ​ກຳ​ຂອງ​ພະ​ເຈົ້າອັງ​ຄະຕິ​ໄປ​ກາບທູນ​ພະນາ​ງຣຸຈາ​ໃຫ້​ຊົງ​ຊາບ ພະນາ​ງຊົງສະຣົດພະ​ໄທ​ຈຶ່ງ​ເຂົ້າ​ເຝົ້າກາບ​ທູນ​ແນະນຳ​ດ້ວຍ ຊົງ​ຫວັງ​ຈະ​ໃຫ້​ພະ​ຣາ​ຊບິດາ​ລະ​ມິດສາ​ທິດ​ຖິ​ເສຍ ​ແຕ່​ເຖິງ​ແມ້ພະນາ​ງຈະ​ທູນ​ແນະນຳ​ດ້ວຍ​ປະການ​ໃດໆພະຣາຊບິດາ​ກໍ​ບໍ່​ຊົງ​ລະ​ມິດ​ທິດ​ຖິ​ໄດ້ ພະນາ​ງຈິ່ງ​ຕັ້ງຈິດ​ອາທິ​ຖານ​ຂໍ​ໃຫ້​ທ້າວ​ໂລກ​ກະບານ​ມະຫາພົມ​ຊະ​ມະນະ​ພາມ​ຜູ້​ຊົງ​ທຳ​ ແລະ ​ເທວະ​ດາ​ມາ​ຊ່ວຍຊີ້​ແຈງ​ໃຫ້​ພະ​ຣາຊບິດາ​ກັບຕັ້ງຢູ່​​ໃນສຳ​ມາ​ທິດ​ຖິທີ່​ເຄີຍ​ມາ ​ໃນ​ຂະນະ​ນັ້ນນາຣະທະ​ພົມ​ຊາບ​ເຫ​ດການ​ໂດຍ​ຕະຫລອດ​​ແລ້ວ​ຈິ່ງ​ເນຣະມິດ​ເພດ​ເປັນຣືສີ​ເຫາະ​ລົງ​ມາສູ່​ຈັນທະ​ປະສາດ ຢືນ​ຢູ່ຕົງ​ພະ​ພັກ​ຂອງ​ພະ​ເຈົ້າອັງ​ຄະຕິ​ ແລະ ​ພະນາ​ງຣຸຈາຣາດ ພະ​ນາງຣຸຈາຣາດ​ເຫັນ​ດັ່ງນັ້ນກໍ​ຊົງ​ໂສ​ມານັດ​ຍິນ​ດີ ​​ແລ້ວ​ຖວາຍ​ນະມັດສະການ ຝ່າຍ​ພະ​ເຈົ້າອັງ​ຄະຕິຣາດ​ໄດ້​ສະ​ເດັດ​ລົງ​ຈາກ​ບັນລັງ​ປະ​ທັບ​ຢືນ​ຢູ່​ນະພາ​ກພື້ນ​ແລ້ວ​ຕັດ​ຖາມ​ວ່າ ທ່ານ​ເປັນ​ໃຜ ມາ​ຈາກ​ໃສນາຣະທະຣືສີ​ຕອບ​ວ່າ ອະ​ຕະມາ ຊື່​ນາຣະທະ ມາ​ຈາກ​ເທວະ​ໂລກ​ເປັນ​ກັດສະປະ​ໂຄດ​ເມື່ອ​ຢູ່​ໃນ​ເມືອງ​ມະນຸດ ພະ​ເຈົ້າອັງ​ຄະຕິ​ຖາມ​ວ່າ ທ່ານ​ນາຣະທະ​ທ່ານ​ເຫາະ​ໄດ້​ດ້ວຍ​ເຫດ​ອັນ​ໃດດ້ວຍ​ບຳ​ເພັນ​ທຳ 4 ປະການ ຄື ສັດຈະ ສຸຈະຣິດ ການ​ຝຶກ​ຝົນ​ກາຍ ​ແລະ​ ໃຈ ​ແລະ​ ການ​ບໍລິຈາກ​ທານ ນາຣະທະຣືສີ​ຕອບ. ຈາກ​ນັ້ນນາຣະທະຣືສີໄດ້ສະແດງ​ທັມ​ເພື່ອ​ໃຫ້​ພະ​ອົງ​ລະ​ມິ​ສາທິດ​ຖິ​ເສຍ ​ແລ້ວ​ສະ​ແດງ​ທຸກຂະ​ໄພ​ໃນ​ນະຣົກມີ​ປະການ​ຕ່າງໆ​ ແລະ ​ສຸ​ກໃນ​ສະຫວັນມາກ​ມາຍ​ໃຫ້​ພະ​ອົງ​ສະດັບ​ຟັງ. ​ເມື່ອ​ພະ​ອົງ​ລະ​ມິດສາທິດຖິ​ ແລະ ​ຕັ້ງຢູ່​ໃນ​ສິນ​ແລ້ວ​ທູນ​ແນະນຳ​ໃຫ້​ພະ​ອົງ​ລະຖິ້ມຄົນ​ຊົ່ວ ​ແລະ​ ບໍ່​ໃຫ້​ຊົງ​ປະໝາດ​ອີກ​ຕໍ່​ໄປ. ຄັນ​ແລ້ວ​ນາຣະທະຣືສີ​ກໍ​ກັບ​ເທວະ​ໂລກ​ຕາມ​ເດີມ ພະ​ເຈົ້າອັງ​ຄະຕິຣາດ​ໄດ້​ຕັ້ງຢູ່​ໃນ​ໂອ ວາດ​ຂອງ​ນາຣະທະຣືສີ ພະ​ເຈົ້າອັງ​ຄະຕິຣາດ ​ໄດ້​ບຳ​ເພັນ​ທານ​ເປັນນິດ​ສະ​ເໝີ​ມາ ຄັນ​​ແລ້ວ​ສະ​ເດັດ​ສະຫວັນ​ນະ​ຄົດ ກໍ​ໄປ​ສູ່​ເທວະ​ໂລກ​ດວ້ຍປະການ​ສະນີ້​ເອງ

 

 

 

 

 

 

9. ພຣະວິທູນ (ຊາດທີ່ຍິ່ງດ້ວຍ ສັດຈະ ປາຣາມີ)


 ນະ​ມິດ​ຊາ​ຊິນະ​ອຸດ​ທິຍານພະ​ເຈົ້າທະ​ນັນ​ໄຊ​ໂກບ​ໄດ້​ພົບ​ຊາຍ​ສາມ​ຄົນ ຄົນ​ທີ່ ໜຶ່ງ ​ເປັນ​ພະ​ອິນ​ແປງ ຄົນ​ທີ່​ສອງ​ເປັນ​ພະຍາ​ຄຸດ​ແປງ ​ແລະ​ ຄົນ​ທີ່​ສາມ​ເປັນ​ພະຍາ​ນາກ​ແປງ ທັງ​ສີ່​ມາ​ທີ່​ອຸດ​ທິຍານ​ແຫ່ງ​ນີ້​ກໍ​ເພື່ອ​ຫາ​ທີ່​ວິ​ເວດ​ຮັກສາ​ສິນ​ອຸ​​ໂບສົດ ​ແລະ ​ໄດ້ສົນທະນາ​ກັນ​ວ່າ​ໃຜ​ຈະ​ຮັກສາ​ສິນ​ອຸ​ໂບສົດ​ໄດ້​ດີກ​ວ່າ​ກັນ ພະ​ອິນ​ກ່າ​ວວ່າ ສິນ​ຂອງ​ພະ​ອົງ​ດີກ​ວ່າ​ຜູ້​ອື່ນ​ເພາະ​ພະ​ອົງ​ໄດ້​ສະ​ລະ​ສົມບັດ​ຢູ່​ສະຫັວນມາຮັກສາ​ສິນ ສ່ວນ​ພະຍາ​ຄຸດ​ກ່າ​ວວ່າສິລຂອງ​ຕົນ​ດີ​ກວ່າ​ເພາະວ່າ​ບໍ່​ຈັບ​ນາກກິນ​ເປັນ​ອາຫານ​ ແລ້ວ​ພະຍາ​ນາກ​ກ່າວ​ວ່າສິນ​ຂອງ​ຕົນ​ດີກ​ວ່າ​ເພາະ​ຕົນ​ບໍ່​ເຄີຍ​ໂກດ​ພະຍາ​ຄຸດ​ຜູ້​ເປັນ​ສັດຕູ ​ແລະ​ ພະ​ເຈົ້າທະ​ນົນ​ໄຊ​ໂກບ ​ກ່າວ​ວ່າ​ຕົນ​ຫລີກ​ໜີ​ສິ່ງ​ຍົ້ວ​ເຍົາ​ໃນ​ວັງ​ເພື່ອ​ມາ​ຮັກສາ​ສິນ ສະນັ້ນສິລຂອງ​ຕົນ​ດີກ​ວ່າ​ແນ່ນອນ​ແຕ່​ແລ້ວ​ທັງ​ສີ່​ກໍ​ສະຫລຸບ​ບໍ່​ໄດ້​ວ່າ​ໃຜ​ຮັກສາ​ສິລ​ໄດ້​ດີກ​ວ່າ​ກັນ ພະ​ເຈົ້າທະ​ນົນ​ໄຊ​ໂກບ ​ຈິ່ງ​ພາ​ມາ​ຫາ​ພະ​ວິທູ​ນບັນດິດ ຊ່ວຍ​ຕັດສິນ ຊຶ່ງ​ວິທູນ​ບັນດິດ​ນັ້ນ​ເປັນ​ບັນດິດ​ປະຈຳ​ຣາດຊະ​ສຳນັກ​ຂອງ​ພະ​ເຈົ້າທະ​ນົນ​ໄຊ​ໂກບ ມີໜ້າ​ທີ່​ຖວາຍ​ຄວາມຮູ້​ດ້ານ​ຕ່າງໆ​ແກ່​ພະຣາຊາ​ເມື່ອ​ວິທູນ​ບັນດິດ​ໄດ້​ຟັງ​ເລື່ອງ​ລາວ​ກໍ​ວິ​ໄສ​ວ່າ​ສິ່ງ​ທີ່​ພະ​ອົງ​ທັງ​ສີ່​ໄດ້ທຳນັ້ນລ້ວນ​ແຕ່​ເປັນຄວາມ​ດີ​ສະ​ເໝີ​ເໝືອນກັນຫາ​ກທຳ​ໃນ​ຖານະ ​ແລະ​ ໂອກາດ​ຕ່າງ​ກັນຫາ​ກມີ​ພ້ອມ​ຢູ່​ບຸກຄົນ​ໃດ​ກໍ​ຈະ​ທຳ​ໃຫ້​ສະຫງົບ​ລະງັບ​ຈາກ​ສິ່ງ​ຊົ່ວ​ຮ້າຍ​ຕ່າງໆ ຫຼື​ ບາບກຳ​ໄດ້ ກະສັດ​ທັງ​ສີ່​ພໍ​ພະ​ໄທ​ໃນ​ຂໍ້​ວິນິ​ໄສ​ຂອງ​ວິທູນ​ບັນ​ດິດ​ມາກ ​ເມື່ອ​ພະຍາ​ນາ​ກກັບ​ເຖິງ​ນາກ​ພິພົບ​ແລ້ວ​ກໍ​ໄດ້​ເລົ່າ​ເລື່ອງ​ໃຫ້​ນາງ​ວິ​ມາລາ​ຜູ້​ເປັນ​ມະ​ເຫ​ສີ​ແຫ່ງ​ຕົນ​ຟັງ ນາງ​ຈິ່ງ​ເກີດ​ສັດທາຢາກ​ຟັງ​ທຳ ຈິ່ງ​ວາງ​ແຜນ​ໃຫ້​ພະຍາ​ນາກ​ໄປ​ນຳ​ວິທູນ​ບັນດິດ​ມາ​ນາກ​ພິພົບ ນາງ​ຈິ່ງ​ທຳ​ເປັນ​ຄົນ​ນອນ​ປ່ວຍ​ບໍ່ໄດ້​ອອກ​ໄປ​ເຝົ້າສາມີ​ເໝືອນ​ແຕ່​ກ່ອນ ພະຍາ​ນາກ​ສະ​ເດັດ​ມາ​ຢ້ຽມ​ພະນາ​ງຈິ່ງ​ກາບ​ທູນ​ວ່າ​ທີ່​ປ່ວຍ​ເຊັ່ນ​ນີ້​ເພາະ​ຢາກ​ໄດ້​ຫົວ​ໃຈ​ຂອງ​ວິທູນ​ບັນດິດ ພະຍາ​ນາກ​ຕັດ​ວ່າ ຢາກ​​ໄດ້ຫົວ​ໃຈ​ຂອງ​ວິທູນ​ບັນດິດ ກໍ​ປຽບ​ເໝືອນຢາກ​ໄດ້​ດວງ​ອາທິດ​ຍາກ​ທີ່​ຈະ​ເຂົ້າ​ເຖິງ​ຕົວ​ໄດ້​ເມື່ອ ອິຣັນທະ​ດີ ຜູ້​ເປັນ​ທິດາ​ຮູ້​ເລື່ອງ ນາງ​ກາບ​ທູນ​ພະນາ​ງວິມາຣາ ວ່າ​ຈະ​ຂຶ້ນ​ໄປ​ໂລກ​ມະນຸດ​ແລ້ວ​ນຳ​ຫົວ​ໃຈ​ຂອງ​ວິທູນ​ບັນ ດິດ​ມາ​ຖວາຍ ທີ່​ຊາຍ​ຝັ່ງ​ມະຫາ​ສະມຸດ​ໃກ້​ປ່າ​ຫິມະພານ​ມີ​ບຸບຜາ​ກາຣະຄີຣີຕັ້ງ​ເປັນຕະງານ ນາງ​ອິຣັນທະ​ດີ ຂຶ້ນຈາກ​ນາກ​ພິພົບ​ແລ້ວ​ເຫາະ​ປະກົດ​ຕົວ​ພ້ອມ​ກັບ​ຂັບ​ຮ້ອງ​ເພງ​ວ່າຜູ້​ໃດ​ນຳ​ຫົວ​ໃຈ​ຂອງ​ວິທູນ​ບັນດິດ​ມາ​ຖວາຍ​ມານ​ດາ​ຂອງ​ຕົນ​ໄດ້​ນາງ​ຍິນ​ດີ​ຈະ​ເປັນ​ເມຍ​ຂອງ​ຜູ້ນັ້ນ ຂະນະ​ນັ້ນ ປຸນ​ນະ​ຍັກ​ຂີ່​ມ້າ​ສິນທົບ​ເຫາະ​ມາ​ພົບ​ນາງ​ກໍ​ເກີດ​ຫລົງ​ຮັກ ຈິ່ງ​ຮັບ​ອາສາ​ນຳ​ຫົວ​ໃຈ​ຂອງ​ວິທູນ​ບັນດິດ​ມາ​ຖວາຍ​ໃຫ້​ໄດ້ ນາງ​ອິຣັນທະ​ດີ​ໄດ້ພາ​ປຸນ​ນະ​ຍັກ​ມາ​ເຝົ້າພະ​ບິດາ​ ແລະ ​ພະ​ມານ​ດາ​ໃນ​ນາກ​ພິພົບ. ປຸນ​ນະ​ຍັກ​ເຫາະ​ໄປ​ເອົາ​ແກ້ວມະນີ​ດວງຫ​ນຶ່ງທີ່​ພູ​ເຂົາ​ເວ​ປຸນ​ຣະ ​ແລ້ວ​ກໍ​ມຸ່ງ​ຫນ້າ​ໄປ​ຍັງ​ເມືອງ​ອິນທະ​ປັດ ​ເພື່ອ​ທ້າ​ພະ​ເຈົ້າທະ​ນົນ​ໄຊ​ໂກບ​ຫຼິ້ນຊະ​ກາ​ຖ້າ​ຫາກ​ພະ​ເຈົ້າທະ​ນົນ​ໄຊ​ໂກບຊະນະ​ຈະ​ໄດ້​ແກ້ວ​ວິ​ເສດ​ແລະ​ມ້າສິນ​ທົບ ​ແຕ່​ຖ້າ​ແພ້ ຈະ​ຕ້ອງ​ໃຫ້​ສິ່ງ​ທີ່​ຕົນ​ຕ້ອງການ​ເປັນ​ຂໍ້​ແລກປ່ຽນ​ຍົກ​ເວັ້ນຕົວ​ພະ​ອົງ​ ແລະ​ ອັກຄະມະ​ເຫ​ສີ ​ເມື່ອ​ການ​ພະນັນ​ຈົບ​ເປັນ​ວ່າ​ພະ​ເຈົ້າທະ​ນົນ​ໄຊ​ໂກບ​ເປັນ​ຄົນ​ແພ້ ສະນັ້ນປຸນ​ນະ​ຍັກ​ຈິ່ງ​ກ່າວ​ວ່າຕ້ອງການ​ນຳ​ຕົວ​ຂອງ​ວິ​ທູນ​ບັນດິດ​ໄປ ພະ​ເຈົ້າທະ​ນົນ​ໄຊ​ໂກບ​ຊົງ​ຄັດຄ້ານ ​ເພາະ​ພະ​ອົງຖື​ວ່າວິທູນ​ບັນດິດ​ເປັນ​ຍາ​ດຄົນ​ໜຶ່ງ ​ເມື່ອ​ທັງ​ສອງ​ຕົກລົງ​ກັນ​ບໍ່​ໄດ້​ຈິ່ງ​ໄປ​ຫາ​ວິທູນ​ບັນດິດ​ ເພື່ອ​ໃຫ້​ຊ່ວຍ​ຕັດສິນ ຟ່າຍວິທູນ​ບັນດິດ​ກ່າວ​ວ່າ​ຕົນ​ເປັນ​ຊັບ​ສົມບັດ​ຂອງ​ພະ​ເຈົ້າທະ​ນົນ​ໄຊ​ໂກບ​ເປັນ​ທາດ​ຮັບ​ໃຊ້​ມາຕັ້ງ​ແຕ່​ເກີດ ​ແລະ ​ບໍ່​ອາດ​ຍົກ​ຕົນ​ສະ​ເໝີພະ​ເຈົ້າທະ​ນົນ​ໄຊ​ໂກບ​ຈິ່ງ​ບໍ່​ຍອມ​ຍົກ​ເວັ້ນພະ​ເຈົ້າທະ​ນົນ​ໄຊ​ໂກບ​ເສຍ​ພະ​ໄທ​ມາກ ​ແຕ່​ຕ້ອງ​ຍອມ​ໃຫ້​ປຸນນະ​ຍັກ​ເອົາ​ວິ​ທູນ​ບັນດິດ​ໄປ ປຸນ​ນະ​ຍັກ​ບອກ​ໃຫ້​ວິທູນ​ບັນດິດ​ເກາະ​ຫລັງ​ຂີ່​ມ້າ​ໄປ​ດ້ວຍ​ກັນ ມຸ່ງ​ຫນ້າ​ໄປ​ຍັງ​ເຂົາກາຣະຄີຣີທີ່​ປ່າ​ຫິມະພານ ຂະນະ​ທີ່​ຂີ່​ມ້າ​ໄປ​ນັ້ນປຸນ​ນະ​ຍັກ​ຄິດ​ຂ້າ​ວິທູນ​ບັນດິດ​ຕະຫລອດ​ເວລາ ຈິ່ງ​ສັ່ງ​ມ້າ​ຂ​ອງຕົນ ​ເລັດ​ລອດ​ໄປ​ຕາມ​ກິ່ງ​ໄມ້ ​ແລະ​ ກ້ອນ​ຫີນ​ຊ່ອງ​ແຄບໆ ວິທູນ​ບັນດິດ​ຈິ່ງ​ຖາມ​ເຫດຜົນ​ທີ່​ຄິດ​ຈະ​ຂ້າ​ຕົນ ປຸນ​ນະ​ຍັກ​ຈິ່ງ​ຕອບ​ວ່າ ​ເພື່ອ​ນຳ​ຫົວ​ໃຈ​ໄປ​ໃຫ້​ນາງ​ວິ​ມາລາມະ​ເຫ​ສີ​ຂອງ​ພະຍາ​ນາກ​ຜູ້ເປັນ​ແມ່​ຂອງ​ນາງ​ອິຣັນທະ​ດີ​ ຫາກ​ທຳ​ໄດ້​ສຳ​ເລັດ​ກໍ​ຈະ​ໄດ້​ນາງ​ອິຣັນທະ​ດີ​ມາ​ເປັນ​ຄູ່​ຄອງ ວິທູນ​ບັນດິດ​ໄດ້​ສະ​ແດງ​ທຳ​ໃຫ້​ປຸນ​ນະ​ຍັກຟັງ ສະຫລຸບ​ໄດ້​ວ່າ​ບໍ່​ໃຫ້​ທຳລາຍ​ມິດ​ບໍ່​ໃຫ້​ຫລົງ​ໄຫລ​ໃນ​ສະຕຣີ ຈົນ​ປຸນ​ນະ​ຍັກ​ເຫຼື້ອມ​ໃສ​ແລ້ວ​ຈິ່ງ​ໃຫ້​ປຸນ​ນະ​ຍັກ​ພາ​ມາ​ຍັງ​ນາກ​ພິພົບວິທູນ​ບັນດິດ​ໄດ້​ແນະນຳ​ພະຍາ​ນາກ​ ໃຫ້​ທຳ​ບຸນດ້ວຍ​ການ​ແພ່​ເມດ​ຕາ​ຈິດ​ໃຫ້​ແກ່​ນາກ​ບໍລິວານ​ທັງຫຼາຍ ຈາກ​ນັ້ນຈິ່ງ​ເຂົ້າພົບ​ນາງ​ວິມາຣາທັນ​ທີທີ່​ຮູ້​ວ່າ​ຊາຍ​ທີ່​ຢືນ​ຢູ່​ຂ້າງ​ໜ້າ​ຄື​ວິທູນ​ບັນດິດ​ ນາງ​ວິມາຣາກໍ​ດີ​ໃຈ​​ເປັນອັນມາກ ພະຍາ​ນາກ​ກັບ​ນາງ​ວິມາຣາ​ເກີດ​ສັດທາ​ວິທູນ​ບັນດິດ​ມາກ ​ຈາກ​ນັ້ນຈິ່ງ​ຍົກ​ນາງ​ອິຣັນທະ​ດີ​ໃຫ້​ແກ່​ປຸນ​ນະ​ຍັກຕາມ​ທີ່​ຕົກລົງ​ໄວ້​ ຝ່າຍ​ປຸນ​ນະ​ຍັກ​ກໍ​ປຣາບປຣຶ້ມ​ໃຈ​ເປັນ​ທີ່​ສຸດ​ໄດ້​ກ່າວ​ຍົກຍ້ອງ​ວິທູນ​ບັນດິດ​ວ່າ​ເປັນ​ຜູ້​ມີ​ພະ​ຄຸນ​ ແລ້ວ​ໄດ້​ມອບ​ແກ້ວມະນີ​ດວງ​ທີ່​ທ້າ​ພະນັນ​ກັບ​ພະ​ເຈົ້າທະ​ນົນ​ໄຊ​ໂກບ​ ຈາກ​ນັ້ນຈິ່ງ​ນຳ​ວິ​ທູນ​ບັນດິດ​ຂຶ້ນຫລັງ​ມ້າມາ​ສົ່ງ​ທີ່​ນະຄອນ​ອິນທະ​ປັດ ວິທູນ​ບັນດິດ​ໄດ້​ອວຍພອນ​ໃຫ້​ປຸນ​ນະ​ຍັກ​ກັບ​ນາງ​ອິຣັນ​ທະ​ດີ​ຢູ່​ດ້ວຍ​ກັນ​ຢ່າງ​ມີ​ຄວາມສຸກ​ແລ້ວ​ທັງ​ສາມ​ກໍ​ລາ​ຈາກ​ກັນ. ຈາກ​ນັ້ນວິທູນ​ບັນດິດ​ໄດ້​ໃຫ້​ໂອວາດ​​ແກ່​ປະຊາຊົນ​ດັ່ງ​ທີ່​ເຄີຍ​ມາ ​ໄດ້​ບຳ​ເພັນ​ບາ ຣາມີ​ມາ ຕາບ​ຈົນ​ສິນ​ອາຍຸ​ສັງຂານ​ແລ້ວ​ໄດ້​ໄປ​ເກີດ​ໃນ​ສະຫວັນ.

 

 

 

 

10.ພຣະເວສ໌ສັນດອນ(ສັດຈະ ປາຣາມີ)




 ຄັ້ງອາ​ດີດ​ຕະການ​ຊ້າ​ນານ​ມາ​ແລ້ວ​ທີ່​ພະນະ​ຄອນ​ເຊ​ດຕຸ​ດອນຣາຊທາ​ນີ ພຣະ​ເວດ​ສັນ​ດອນ​ຂຶ້ນຄອງ ຣາຊຕັ້ງ​ແຕ່​ອາຍຸ​ໄດ້16​ພັນ​ສາ​ ອະພິ​ເສກ​ສົມຣົດກັບ​ພະນາ​ງມັດ​ທີ​ເຈົ້າຍິງ​ແຫ່ງ​​ແຄ້ວ​ນ ມັກຄະມີ​ພະ​ໂອ​ຮົດ​ ແລະ ທິດາ​ຄື​ເຈົ້າຊາຍ​ຊາລີ ​ແລະ​ ເຈົ້າຍິງ​ກັນຫາ​ ພະ​ເວດ​ສັນ​ດອນ​ໃຈ​ບຸນ​ມາກ​ສ້າງ​ໂຮງ​ທານ​ໄວ້​ບໍລິຈາກ​ທານ​ໃຫ້​ແກ່​ຄົນ​ຍາກຈົນ​ເຖິງ 6​ແຫ່ງ​ຕໍ່​ມາ​ໄດ້​ຊົງ​ທານ​ຊ້າງ​ປັດ​ໃຈນາຄຊຶ່ງ​ເປັນ​ຊ້າງ​ມຸງຄຸນ​ໃຫ້​ແກ້​ແຄ້ວ​ນ  ກະລິງ​ຄະລັດ​ທີ​ສົ່ງ​ທູດ​ມາ​ຂໍ ​ເຮັດ​ໃຫ້​ຊາວ​ເມືອງ​ສີ​ພີ​ບໍ່ພໍ​ໃຈ​ເຖິງ​ກັບ​ພາກັນ​ໄປ​ກາບ​ທູນ​ພະ​ເຈົ້າສົນ​ໄຊ​ຜູ້​ເປັນ​ພະ​ບິດາ​ໃຫ້​ເນລະ​ເທດ​ອອກ​ໄປ​ຈາກ​ບ້ານ​ເມືອງ​ ພະ​ບິດາ​ຍອມ​ທຳ​ຕາມ​ມະຕິ​ຂອງ​ມະ​ຫາ​ຊົນ ​ພຣະ​ເວດ​ສັນ​ດອນ​ເອງ​ກໍ​ຍອມຮັບ ​ແຕ່​ກ່ອນ​ຈະ ຈາກ​ໄປ​ນັ້ນ​ໄດ້​ທູນ​ຂໍ​ໂອກາດ​ບໍລິຈາກ​ທານ​ຄັ້ງຍິ່ງ​ໃຫຍ່​ເອີ້ນ​ວ່າ​ສັດຕະ​ຊາດົກ​ມະຫາ​ທານ​ຄື​ໃຫ້​ຂອງ​ຢ່າງ​ລະ700​ເປັນ​ທານ​ຊຶ່ງ​ພະ​ບິດາ​ກໍ​ຊົງ​ອານຸຍາດ ຝ່າຍ​ພະນາ​ງພຸດ​ສະ​ດີ​ຜູ້​ເປັນ​ພະ​ມານ​ດາ​ເສຍ​ພະ​ໄທ​ມາກ​ ເຖິງ​ກັບ​ຮ້ອງ​ໄຫ້​ພະ​ເຈົ້າສົນ​ໄຊ​ສຸດ​ສົງສານ​ພະ ນາ​ງມັດ​ທີ​ ແລະ​ ພະ​ເຈົ້າຫຼານ​ທັງ​ສອງ​ພະ​ອົງ​ຫຼາຍຈິ່ງ​ຕັດ​ສັ່ງ​ໃຫ້​ພະນາ​ງມັດ​ທີ​ ແລະ​ ພະ​ເຈົ້າຫຼານ​ຢູ່​ ແຕ່​ພະນາ​ງມັດ​ທີ​ ບໍ່​ຢູ່​ແຕ່​ຈະຂໍ​ຕາມ​ສະ​ເດັດ​ໄປ​ນຳພະ​ສາມີ​ໄປ​ຢູ່​ປ່າ​ດ້ວຍ ລະຫວ່າງ​ທາງທີ່​ຈະ​ໄປ​ເຂົາ​ວົງ​ກົດຕ້ອງ​ຜ່ານ​ເມືອງ​ເຈດ​ຕະຣາດພະ​ເຈົ້າ​ເຈດ​ຕະຣາດຊົງ​ຖວາ​ຍການ​ຕ້ອນຮັບ ​ແລະ​ ທູນ​ເຊີນ​ໃຫ້​ສະ​ເດັດ​ຄອງ ຣາຊສົມບັດທີ່​ບ້ານ​ເມືອງ​ຂອງ​ພະ​ອົງ ​ແຕ່​ພະ​ເວດ​ສັນ​ດອນ​ຊົງ​ປະຕິ​ເສດ ​ແລະ​ ໃຫ້​ເຫດ​ຜົນ​ເຖິງ​ການ​ອອກ ບວດ​ເປັນ​ຮື​ສີ​ຢູ່ທີ່​ເຂົາ​ວົງ​ກົດພະ​ເຈົ້າ​ເຈດ​ຕະຣາດຈິ່ງ​ຖວາຍ​ຄຳ​ແນະນຳ​ທາງ​ທີ່​ຈະ​ໄປ ​ແລະ​ໃຫ້​ພານ​ເຈດ​ຕະບຸດ​ໄປ​ບົວລະບັດ​ຮັກສາ​ລະ​ຫວ່າງ​ທາງ.

ນະໝູ່ບ້ານ​ທູນ​ນະ​ວິດ​​ແຄວ້ນ​ກະລິງຄະ​ຣັດມີ​ຄອບຄົວ​ຜົວ​ແກ່​ເມຍ​ສາວ​ຢູ່​ຄູ່​ໜຶ່ງ​ຜົວ​ແກ່​ຊື່​ ຊູ​ຊົກ​ ສ່ວນ​ເມຍ​ສາວ​ຊື່ອະມິດ​ຕະຕາ ນາງ​ອະມິດ​ຕະຕາ​ບອກ​ຊູຊົກ​ໃຫ້​ໄປ​ຂໍ​ສອງ​ກຸມມານ​ຄື​ ຊາລີ​ ແລະ ​ກັນຫາ​ ມາ​ເປັນ​ຄົນ​ຮັບ​​ໃຊ້ ຊູ​ຊົກ​ ຈິ່ງ​ອອກ​ເດີນທາງ​ໄປ​ທີ່​ແຄວ້ນ​ສີ​ພີ​ສອບ​ຖາມ​ເລື່ອງ​ລາວ​ຂ​ອງພະ​ເວດ​ສັນ​ດອນ​ເລື້ອຍ​ໄປ ຂະນະ​ເດີນທາງ​ໄປ​ນັ້ນ​ເຖົ້າຊູຊົກ​ໄດ້​ພັບ​ກັບ​ພານ​ເຈດ​ຕະບຸດ​ຈິ່ງອ້າງ​ຕົນ​ເອງ​ວ່າ​ເປັນ​ທູດ​ທີ່​ມາ​ຈາກ​ແຄ້ວ​ນສີ​ພີ​ເພື່ອ​ທູນ​ເຊີນ​ພຣະ​ເວດ​ສັນ​ດອນພະນາ​ງມັດ​ທີ ພະ​ໂອຣົດ​ ແລະ​ ພະ​ທິດາ ກັບ​ໄປ​ຍັງ​ແຄວ້ນ​ສີ​ພີ ຊູຊົກ​ເດີນ​ໄປ​ຕາມ​ທາງ​ທີ່​ນາຍ​ພານ​ເຈດ​ຕະບຸດ​ບອກ​ຈົນ​ໄປ​ເຖິງ​ສາຣາຂອງ​ອັດ​ຈຸຕະຣືສີ ຊູຊົກ​ຖາມ​ເຖິງ​ທາງ​ໄປ​ສາຣາຂອງ​ພະ​ເວດ​ສັນ​ດອນ​ໂດຍ​ຕົວະ​ວ່າ​ມາ​ເພື່ອພົບ​ປະ​ສົນທະນາ​ທັມກັບ​ພະ​ເວດ​ສັນ​ດອນ. ​ເມື່ອ​ຊູຊົກ​ມາ​ຮອດ​ສາຣາຂອງ​ພະ​ເວດ​ສັນ​ດອນ ເວລານັ້ນພະ ນາ​ງມັດ​ທີເຂົ້າປ່າ​ໄປຫາ​ຫມາກ​ໄມ້​ຕ່າງໆ ຊູຊົກ​ຈິ່ງ​ເຂົ້າ​ໄປ​ຂໍພະ​ໂອ​ຣຣົດ​ ແລ​ະ ພະ​ທິດາ ​ເວດ​ສັນ​ດອນ​ຈິ່ງ​ເວົ້າ​ເຫດ​ ແລະ ​ຜົນ​ໃຫ້​ພະ​ໂອຣົດ ແລະ ​ພະ​ທິດາ​ຮູ້​ເລື່ອງ​ເຖິງ​ການ​ບຳ​ເພັນໃຫ້​ທານ​ຄັ້ງຍິ່ງ​ໃຫຍ່​ ແລະ​ ໄດ້​ຕັ້ງລາ ຄາຄ່າ​ໄຖ່ພົນຈາກ​ຄວາມ​ເປັນ​ທາດ​ຄື​ ຕ້ອງ​ມີ​ທາດ​ຮ້ອຍ​ໜຶ່ງ ທາສີ​ຮ້ອຍໜຶ່ງ ຊ້າງ​ຮ້ອຍ ມ້າ​ຮ້ອຍ ງົວອຸ​ສຸພະຣາຊ ຮ້ອຍ ​ແລະ​ ທອງຄຳ​ອີກ​ຮ້ອຍ​ເຫຼັ້ມ ​ເມື່ອ​ຜູ້ໃດ້ນຳ​ຊັບ​ເຫຼົ່າ​ນີ້ມາ​ຖວາຍ​ໄດ້​​ແລ້ວຈະ​ພົ້ນຈາກ​ຄວາມ​ເປັນ​ທາດ​ຈຳ​ໄວ້​ໃຫ້​ດີ.ຈາກນັ້ນ​ພະ​ເວດ​ສັນ​ດອນ​ກໍ​ບໍລິຈາກ​ ພະ​ໂອຣົດ​ ແລະ ​ພະ​ທິດາ​ ໃຫ້​ແກ່​ຊູຊົກ​ໄປ​ເມື່ອ​ພະນາ​ງມັດ​ທີຊົງ​ຊາບ​ກໍ​ເສຍ​ພະ​ໄທ​ມາກ ​ພະ​ເວດ​ສັນ​ດອນ​ຈິ່ງ​ຊີ້​ແຈງ​ເຖິງ​ການ​ບຳ​ເພັນທານ ພະນາ​ງມັດ​ທີ່​ຈິ່ງ​ອານຸ​ໂມທະນາ​ໃນ​ການ​ບໍລິຈາກ​ຄັ້ງນີ້. ການ​ບຳ​ເພັນ​ທານ​ບາ​ຣະມີ​ຂອງ​ພະ​ເວດ​ສັນ​ດອນຍັງ​ບໍ່​ສົມບູນ​ພະ​ອິນ​ຈິ່ງ​ແປງ​ເພດ​ເປັນ​ພານ​ໄປ​ທູນ​ຂໍ​ພະນາ​ງມັດ​ທີກັບ​ພະ​ເວດ​ສັນ​ດອນ ​ເຖິງ​ວ່າ​ພະ​ເວດ​ສັນ​ດອນ​ຈະ​ຮັກ​ນາງ​ມັດ​ທີ​ຫຼາຍ​ແຕ່​ເພື່ອ​ການ​ບຳ​ເພັນ​ບາ​ຣາມີ​ສົມບູນ​ຈິ່ງ​ຍອມ​ສະຫຼະ​ພະນາ​ງມັດ​ທີ​ສ່ວນ​ນາງ​ມັດ​ທີ​ເຂົ້າພະ​ໄທ​ດີ​ຈິ່ງ​ອານຸ​ໂມທະນາ ຝ່າຍ​ພະ​ອິນ​ກໍ​ໄດ້​ຖວາຍ​ນາງ​ມັດ​ທີ​ຄືນ​ແກ່​ພະ​ເວດ​ສັນ​ດອນ​ ແລະ​ ໄດ້​ຖວາຍ​ພອນ​ແກ່​ພະ​ເວດ​ສັນ​ດອນ​ໄດ້​ແກ່ ຫນຶ່ງ​ຂໍ​ໃຫ້​ພະ​ເຈົ້າສົນ​ໄຊ​ມາ​ທູນ​ສະ​ເດັດ​ກັບ​ພະນະ​ຄອນ​ເພື່ອຄອງຣາຊ ສອງ​ຂໍ​ໃຫ້​ຊ່ວຍ​ຊາວ​ເມືອງ​ໃຫ້​ພົ້ນທຸກ ສາມ​ໃຫ້​ຊາວ​ເມືອງ​ຈົ່ງ​ມີ​ຄວາມ​ສຸກ​ທຸກ​ເພ​ດທຸກ​ໄວ ສີ່​ຂໍ​ໃຫ້​ຢ່າ​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ສະຕຣີ ຫ້າ​ຂໍ​ໃຫ້​ໄດ້​ພົບ​ພະ​ໂອ​ຣົດ​ ແລະ ​ພະ​ທິດາ​ທີ່​ໄດ້​ພັດ​ ພ​າກຈາກກັນ ຫົກ​ຂໍ​ໃຫ້​ໄດ້​ອາຫານ​ທິບ​ທຸກ​ວັນ​ນັບ​ຕັ້ງ​ແຕ່​ໄດ້​ຄອງຣາຊ ​ເຈັດ​ຂໍ​ໃຫ້ມີ​ຈິດ​ໃຈ​ຜ່ອງ​ໃສ​ໃນ​ການ​ໃຫ້​ທານ ​ແປດ​ເມື່ອ​ຈາກ​ໂລກ​ນີ້ຂໍ​ໃຫ້​ໄປ​ຢູ່​ສະຫວັນ ​ແລະ ​​ເມື່ອ​ເກີດ​ມາ​ເປັນ​ມະນຸດ​ອີກ​ຄັ້ງກໍ​ຂໍ​ໃຫ້​ໄດ້​ຕັດສະຣູ້​ເປັນ​ພະພຸດທະ​ເຈົ້າ ພະ​ເວດ​ສັນ​ດອນ​ນ້ອມ​ຮັບ​ຄຳ​ອວຍພອນ​ດ້ວຍ​ຄວາມ​ຍິນ​ດີ. ຊູຊົກ​ພາ​ພະກັນ​ຫາ​ ແລະ ​ພະ​ຊາລີມາ​ເຖິງ​ທາງ​ແບ່ງ​ສອງ​ທາງ ທາງ​ສາຍ​ໜຶ່ງ​​ແຍກ​ໄປ​ທາງ​ອື່ນ​ສ່ວນ​ອີ​ກທາງ​ສາຍ​ໜຶ່ງ​ໄປ​ເມືອງ​ເຊ​ດຕຸດອນ ຣາຊ ທານີ​ແຕ່​ດວ້ຍບຸນ​ຂອງ​ພະ​ສອງ​ກຸມມານ ຈິ່ງ​ບັນດານ​ໃຫ້​ຊູຊົກ​ຕັດສິນ​ໃຈ​ໄປ​ເມືອງ​ເຊ​ດຕຸ​ດອນ ​ເພື່ອ​ພາ​ສອງ​ກຸມມານ​ເຂົ້າ​ເຝົ້າພະ​ເຈົ້າສົນ​ໄຊ ​ເມື່ອ​ເຫັນ​ຫຼານ​ທັງ​ສອງ​ກໍ​ຈຳ​ໄດ້​ພະນາ​ງບຸດ​ສະ​ດີ​ກໍ​ເຊັ່ນ​ກັນ​ທັງ​ສອງ​ພະ​ອົງ​ດີ​ພະ​ໄທ​ມາກ ຮັບ​ສັ່ງ​ໃຫ້​ສັບ​ສິນ​ ແລະ​ ສິ່ງ​ຂອງ​ສ່ວນ​ພະ​ອົງ​ມາ​ໄຖ່​ເອົາ​ຫຼາ​ນຮັກ​ຂອງ​ຕົນ ​ແລະ​ ໃຫ້ຊັບ​ສິນ​ອື່ນໆ​ເປັນ​ຈຳນວນ​ຫຼວງ​ຫລາຍ​ແລ້ວ​ລ້ຽງ​ອາຫານ​ຊູຊົກ​ຢ່າງ​ເຕັມທີ່ ສ່ວນ​ຊູຊົກ​ໂລບ​ມາກ​ກິນ​ອາຫານ​ຫລາຍ​ຈົນ​ເກີນ​ໄປ​ເຮັດ​ອາຫານ​ຍ່ອຍ​ຍາກ​ແລະ​ທ້ອງ​ກໍ​ແຕກຕາຍ​ໄປ​ໃນ​ທີ່​ສຸດ ພະ​ເຈົ້າສົນ​ໄຊ​ຮັບ​ສັ່ງ​ຂະ​ບວນ​ໃຫ້​ໄປ​ຮັບ​ເອົາ​ພະ​ເວດ​ສັນ​ດອນ​ ແລະ ​ນາງ​ມັດ​ທີ​ຢູ່​ເຂົາ​ວົງກົດ ຂະນະ​ນັ້ນພະ​ເຈົ້າກະລິງຄະຣັດ ກໍ​​ໃຫ້​ພາມ​ນຳ​ຊ້າງ​ປັດ​ໃຈ​ນາຄມາ​ຄືນ ພະ​ເຈົ້າສົນ​ໄຊ​ຈິ່ງ​ນຳ​ຂະ​ບວນດ້ວຍ​ຊ້າງ​ປັດ​ໃຈ​ນາຄ. ​ເມື່ອ​ກະສັດ​ທັງ 6 ​ພະ​ອົງ​ໄດ້​ແກ້ ພະ​ເຈົ້າສົນ​ໄຊ ພະນາ​ງບຸດ​ສະ​ດີ​ ພະ​ເວ​ດສັນ​ດອນ ພະນາ​ງ ມັດ​ທີ ​ພະ​ຊາລີ​ກຸມມານ​ ແລະ​ ພະກັນ​ຫາ​ກຸມມາຣີ​ໄດ້ພົບ​ກັນ​ກໍ​ດີ​ພະ​ໄທ ຮ້ອງ​ໄຫ້​ຈົນ​ສະ​ລົບ​ໄປ​ທຸ​ກ ພະ​ອົງພະ​ອິນ​ຈິ່ງ​ດົນ​ບັນດານ​ໃຫ້​ຝົນຕົກ ​ເຮັດ​ໃຫ້​ກະສັດ​ທັງ​ຫົກ​ຈິ່ງ​ຟື້ນ​ຂຶ້ນມາ ​ເມື່ອ​ສະ​ເດັດ​ກັບ​ພະນະ​ຄອນ ພະ​ເວດ​ສັນ​ດອນ​ຈິ່ງ​ໄດ້​ຂຶ້ນຄອງ​ຣາຊສົມ​ອີກ​ຄັ້ງໜຶ່ງ​ດ້ວຍ​ຄວາມ​ສັນຕິ​ສຸກ ​ເມື່ອ​ພະ​ເວດ​ສັນ​ດອນ​ສະຫວັນ​ນະ​ຄົດ​ໄປ​ສະຫວີ​ຍສຸກ​ຢູບົນ​ສະຫວັນ​ຊັ້ນດຸສິດ​ສະຫວັນ​ນະ​ທີ່​ນັນ​ເປັນ​ເວລາ​ຊ້າງ​ນານ​ຈິ່ງ​ຈຸຕິ​ລົງ​ມາ​ເກີດ​ເປັນ​ເຈົ້າຊາຍສິດ​ທັດ​ທະ​ກຸມມານ ​ແລະ​ໄດ້​ຕັດສະຮູ້​ເປັນ​ພະພຸດທະ​ເຈົ້າຂອງ​ເຮົາ​ໃນ​ກາຣະຕໍ່ມາ.

 

 


ไม่มีความคิดเห็น:

แสดงความคิดเห็น