๛⌘ສິນ 227 ຂອງ ພຣະ ພິກຂຸ⌘⇝
ບວດເປັນພິຂຸແລ້ວ
ຕ້ອງຕັ້ງຢູ່ໃນອານຸສາດຄຳສອນ 8 ຢ່າງ ຄື:
1.
ນິດໄສ 4
2.
ອະກະຣະນິຍະກິດ 4
ປັດໄຈເຄື່ອງອາໄສຂອງບັນພະຊິດ
ນັກບວດ ເອີ້ນວ່າ ນິດໄສ ມີ 4 ຢ່າງ ຄື:
1.
ທ່ຽວບິນທະບາດ: ເປັນກິດຈະວັດ ທີ່ຈະຕ້ອງທຳ ດ້ວຍການອອກບິນທະບາດ ເພື່ອໂຜດເວໄນຍະສັດ
ແລະການສະແຫວງຫາອາຫານ ເພື່ອດຳລົງຊີວິດຢູ່ເພື່ອປະພຶດພຼົມມະຈັນ.
2.
ນຸ່ງຫົ່ມ ຜ້າບັງສະກຸນ: ໝາຍເຖິງ ນຸ່ງຫົ່ມຜ້າທີ່ໄດ້ມາຕາມມີຕາມໄດ້ ຜ້າທີ່ຕົກຕາມປ່າ
ໃນປັດຈຸບັນຄືການນຸ່ງຜ້າບັງສະກຸນ ຈີວອນ ທີ່ໄດ້ປະຣິມົນທົນຮຽບຮ້ອຍ.
3.
ຢູ່ກ້ອງຮົ່ມໄມ້: ໝາຍເຖິງ ອາໃສ່ຢູ່ທີ່ເຫງົ້າໄມ້ເພື່ອບຳເພັນພຽນໃນການລະກິເລດ ໃນປັດຈຸບັນຄືການຢູ່ສະຖານທີ່ເປັນວັດ
ເສນາສະນະອັ່ນສະຫງົບ ເໝາະກັບການບຳເພັນພາວະນາ.
4.
ສັນຢາດອງດ້ວຍນ້ຳມູດເນົ່າ: ໝາຍເຖິງ ເປັນຜູ້ທີ່ອອກຈາກເຮືອນມາບວດແລ້ວ ຍາມເຈັບໄຂ້ກໍໄດ້ປິ່ນປົວຕົນເອງ
ດ້ວຍຢາສະໝຸນໄພ ໃນປັດຈຸບັນ ຄືການຮູ້ຈັກສັນຢາຮັກສາຕົນໃນຍາມເຈັບປ່ວຍ
ກິດທີ່ບໍ່ຄວນເຮັດ
ເອີ້ນວ່າ ອະກະຣະນິຍະກິດ ມີ 4 ຢ່າງ ຄື:
1.
ເສບເມຖູນ: ຄືການເສບສັງວາດເໝືອນດັ່ງຊາວບ້ານ.
2.
ລັກຂອງເພີ່ນ: ຄືການຖືເອົາສິ່ງຂອງທີ່ເຈົ້າຂອງເພີ່ນບໍ່ໄດ້ໃຫ້.
3.
ຂ້າສັດ: ການທຳລາຍຊີວິດຂອງສັດອື່ນໃຫ້ລຳບາກ ຫຼືຕາຍໄປ.
4.
ຂີ້ຕົວະ: ເວົົ້າອວດຄຸນພິເສດທີ່ບໍ່ມີໃນຕົວ.
(ກິດ 4 ຢ່າງນີ້ ບັນພະຊິດ ນັກບວດ
ບໍ່ຄວນເຮັດ)
ສິກຂາ
ຂອງພິກຂຸມີ 3 ຢ່າງ ຄື: ສິນ ສະມາທິ ປັນຍາ.
1.
ການຮັກສາກາຍ ວາຈາ ໃຫ້ຮຽບຮ້ອຍ
ຊື່ວ່າ ສິນ.
2.
ການຮັກສາໃຈ ໃຫ້ໝັ້ນທ່ຽງ
ຊື່ວ່າ ສາມາທິ.
3.
ຄວາມຮອບຮູ້ໃນກອງສັງຂານ ຊື່ວ່າ
ປັນຍາ.
ປາຣິສຸດທິສິນ
4.
1.
ປາຕິໂມກຂະສັງວະລະສິນ: ໄດ້ແກ່ການສັງລວມໃນພະປາຕິໂມກ ເວັ້ນຂ້ໍທີ່ພະພຸດທະເຈົ້າຫ້າມ ເຮັດຕາມຂ້ໍທີ່ພະອົງສົງອານຸຍາດ
ແປວ່າ ສິນ ທີ່ເຮັດໃຫ້ຜູ້ຮັກສາມົ້ນຈາກອະບາຍ ຜູ້ມີສັທາແກ່ກ້າ ກໍ່ຮັກສາຫຼ້ອນ.
2.
ອິນທະຣິຍະສັງວະຣະສິນ: ສັງລວມອິນຊີທັງ 6 ຄື: ລະວັງ ຕາ, ຫູ, ດັງ, ລີ້ນ, ກາຍ, ໃຈ, ຕາໃນເວລາເຫັນຮູບ
ຫູໃນເວລາຟັງສຽງ ດັງໃນເວລາດົມກິ່ນ ລິ້ນເວລາຊິມຣົສ ກາຍໃນເວລາສຳພັດຖືກຕ້ອງດ້ວຍກາຍ
ໃຈຮູ້ທຳມາຣົມ ຜູ້ມີສັທາແກ່ກ້າກໍ່ຮັກສາສິນນີ້ໄດ້.
3.
ອາຊີວະປາຣິສຸດທິສິນ: ລ້ຽງຊີວິດໂດຍຊອບທຳ ບໍ່ລອກລວງເຂົາ ລ້ຽງຊີວິດ ຄື: ເວັ້ນຈາກ ປະທຸດສະຮ້າຍຕະກູນ
ເອົາໃຈເຂົາຕ່າງໆດ້ວຍການອັນເຮັດຜິດວິໄນມຸງເພື່ອໃຫ້ເຂົາຊອບຕົນເປັນສ່ວນຕົວ ແລະ
ການຫາລ້ຽງຊີບໃນທາງທີ່ບໍ່ສົມຄວນແກ່ພິຂຸ ເປັນໝໍເວດມົນ ກົນຄາຖາເປັນຕົ້ົົນ
ຕາມພະປະຕິໂມກວິໄນ.
4.
ປັດຈະຍະສັນນິດສິຕະສິນ: ພິຈາລະນາເສຍກ່ອນ ຈື່ງບໍລິໂພກປັດໄຈ 4
ຄື: ຈີວອນ ບິນທະບາດ ເສນາສະນະ ແລະ ຄິລານະເພສັດ ບໍ່ບໍລິໂພກດ້ວຍຕັນຫາ, ສະນັ້ນ
ການທີ່ຈະເຂົາເຖິງປັດຈະຍະສັນນິດສິຕະສິນ ໂດຍຖືກຕ້ອງນັ້ນ ຈະຕ້ອງໃຊ້ປັນຍາພິຈາລະນາດ້ວຍບົດປະຕິສັງຂາໂຍທັງ
4 ດ້ວຍໃຈທຸກໆຄັ້ງ ຈຶ່ງບໍລິໂພກປັດໄຈ 4 ມີ ຈີວອນ ແລະ ບິນທະບາດເປັນຕົ້ນ
ບໍ່ແມ່ນພ່ຽງຈົ່ມແຕ່ປາກ ຈະບໍ່ເຂົ້າຮອດປັດຈະຍະສັນນິດສິຕະສິນ.
۞ໂທດທີ່ເກີດເພາະຄວາມລ່ວງລະເມີດ ໃນຂ້ໍ ທີ່ພຣະພຸດທະເຈົ້າຫ້າມເອີ້ນວ່າ ອາບັດ, ອາບັດນັ້ນວ່າຕາມຊື່
ມີ 7 ຢ່າງ ຄື: ປາລະສຶກ 1 ສັງຄາທິເສດ 1 ທູນລັດໄຈ 1 ປາຈິດຕີ 1 ປາຕິເທສະນິຍະ 1 ທຸກກົດ
1 ທຸບພະສິດ 1.
۞ອາບັດປາລະສຶກນັ້ນ ພິກຂຸຕ້ອງເຂົ້າແລ້ວ ຕ້ອງຂາດຈາກຄວາມເປັນພິກຂຸ ໃຫ້ສິກເສັຍ, ສັງຄາທິເສດນັ້ນ
ພິກຂຸຕ້ອງເຂົ້າແລ້ວ ຕ້ອງຢູ່ກຳຈື່ງຈະພົ້ນໄດ້, ອາບັດອີກ 4 ຢ່າງ
ເມື່ອພິກຂຸຕ້ອງເຂົ້າແລ້ວ ຕ້ອງສະແດງຕໍ່ໜ້າສົງ ຫຼື ຄະນະ ຫລື ພິກຂຸຕົນໃດຕົນນຶ່ງ
ຈຶ່ງພົ້ນໄດ້.
ອາການທີ່ພິກຂຸຕ້ອງອາບັດເຫລົ້ານີ້ ມີ 6 ຢ່າງ ຄື:
1.
ຕ້ອງດ້ວຍບໍ່ລະອາຍແກ່ບາບ
ແກ້ງຍ່ຳຍີສິກຂາບົດນ້ອຍໃຫ່ຍ.
2.
ຕ້ອງດ້ວຍບໍ່ຮູ້ຈັກສິກຂາບົດນ້ອຍໃຫ່ຍ.
3.
ຕ້ອງດ້ວຍສົງໄສແລ້ວ ຂຶນເຮັດໄປ.
4.
ຕ້ອງດ້ວຍສຳຄັນວ່າຄວນ
ໃນຂອງທີ່ບໍ່ຄວນ
5.
ຕ້ອງດ້ວຍສຳຄັນວ່າບໍ່ຄວນ
ໃນຂອງທີ່ຄວນ
6.
ຕ້ອງດ້ວຍລົງລື່ມສະຕິ.
ຂ້ໍທີ່ພະພຸດທະເຈົ້າຫ້າມ
ເຊິງຍົກຂື້ນມາເປັນສິກຂາບົດທີ່ມາໃນພະປະຕິໂມກ 1 ບໍ່ໄດ້ມາໃນພະປະຕິໂມກ 1.
ສິກຂາບົດທີ່ມາໃນພະປະຕິໂມກນັ້ນຄື:
1.
ປາລະຊຶກ 4
2.
ສັງຄາທິເສດ 13
3.
ອານິຍົດ 2
4.
ນິດສັກຄິປາຈິດຕີ 30
5.
ສຸດທິກະປະຈິດຕີ 92
6.
ປາຕິເທສະນິຍະ 4
7.
ເສຂິຍະວັດ 75 ໂຮມເປັນ 220 ນັບທັງ
ອະທິກະຣະນະສະມະຖະ 7ນຳດ້ວຍ ຈື່ງເປັນ 227.
1. ປາລະຊຶກ 4.
1.
ພິກຂຸເສບເມຖຸນ ຕ້ອງຊຶກ
2.
ພິກຂຸລັກເອົາຂອງທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້
ມີລາຄ່າ 5 ມາສົກ ຕ້ອງປາລະຊຶກ (4 ມາສົກ ທໍ່ກັບ 1ບາດ).
3.
ພິກຂຸແກ້ງຂ້າຄົນໃຫ້ຕາຍ
ຕ້ອງປາລະຊຶກ.
4.
ພິກຂຸຂີ້ຕົວະ
ເວົ້າອວດອຸດຕະຣິມະນຸດສະທຳ ຄື ທຳອັນຍິ່ງທີ່ບໍ່ມີໃນຕົນ ຕ້ອງປາລະຊຶກ.
2. ສັງຄາທິເສດ 13.
1.
ພິກຂຸແກ້ງເຮັດໃຫ້ນ້ຳອາສຸຈິອອກ
ຕ້ອງສັງຄາທິເສດ.
2.
ພິກຂຸມີໃຈກຳໜັດຢູ່
ຈັບຕ້ອງກາຍແມ່ຍິ່ງ ຕ້ອງສັງຄາທິເສດ.
3.
ພິກຂຸມີໃຈກຳໜັດຢູ
ເວົ້າກ່ຽວກັບແມ່ຍິ່ງ ຕ້ອງສັງຄ່າທິເສດ.
4.
ພິກຂຸມີໃຈກຳໜັດຢູ່
ເວົ້າເລົ້າໂລມໃຫ້ແມ່ຍິ່ງບຳເລີຕົນດ້ວຍກາມ ຕ້ອງສັງຄາທິເສດ.
5.
ພິກຂຸສັກຊື່ໃຫ້ຜູ້ຊາຍ ແມ່ຍີ່ງ
ເປັນຜົວເມັຍກັນ ຕ້ອງສັງຄາທິເສດ.
6.
ພິກຂຸສ້າງກຸດດີທີ່ຕ້ອງກໍ່
ແລະທາດ້ວຍປູນ ຫຼື ດິນ
ເຊີ່ງບໍ່ມີໃຜ້ເປັນເຈົ້າຂອງ ຈຳເພາະເປັນທີ່ຢູ່ຂອງຕົນ ຕ້ອງເຮັດໃຫ້ໄດ້ປະມານຄື: ທາງຍາວ
12 ຄືບ ທາງກ້ວາງ 7 ຄືບພະສຸຄົດ ແລະຕ້ອງໃຫ້ສົງຊີ້ບອກສະຖານທີ່ບ່ອນຈະສ້າງໃຫ້ກ່ອນ ຖ້າບໍ່ໃຫ້ສົງຊີ້ບອກໃຫ້ກໍດີ
ເຮັດເກີນປະມານກໍດີ ຕ້ອງສັງຄາທິເສດ.
7.
ຖ້າບ່ອນຈະສ້າງຂື້ນນັ້ນ
ມີທາຍົກເປັນເຈົ້າຂອງ ເຮັດໃຫ້ເກິນປະມານນັ້ນໄດ້ ແຕ່ຕ້ອງໃຫ້ສົງຊີ້ບອກບ່ອນໃຫ້ກ່ອນ
ຖ້າບໍ່ໃຫ້ສົງຊີ້ບອກບ່ອນໃຫ້ກ່ອນ ຕ້ອງສັງຄາທິເສດ.
8.
ພິກຂຸຄຽດເຄືອງໃຫ້ກັນແລ້ວ
ແກ້ງໂຈດພິກຂຸອື່ນ ຕ້ອງອາບັດປາຣະຊຶກ ບໍ່ມີມູນຄວາມຈິງ ຕ້ອງສັງຄາທິເສດ.
9.
ພິກຂຸຄຽດເຄືອງໃຫ້ກັນແລ້ວ
ແກ້ງຫາເລື່ອງໂຈດໃຫ້ພິກຂຸອື່ນວ່າ ຕ້ອງປາຣາຊຶກ ຕ້ອງສັງຄາທິເສດ.
10. ພິກຂຸພະຍາຍາມທີ່ຈະທຳລາຍສົງໃຫ້ແຕກກັນ ພິກຂຸອື່ນຫ້າມບໍ່ຟັງ
ສົງສູດກຳຕັກເຕືອນເພື່ອທີ່ຈະໃຫ້ລະຂໍ້ທີ່ປະພືດນັ້ນ ຖ້າບໍ່ລະ ຕ້ອງສັງທິເສດ.
11. ພິກຂຸປະພຶດຕາມພິກຂຸຜູ້ທຳລາຍສົງນັ້ນ ພິກຂຸອື່ນຫ້າມບໍ່ຟັງ ສົງສູດກຳຕັກເຕືອນເພື່ອທີ່ຈະໃຫ້ລະຂໍ້ທີ່ປະພຶດນັ້ນ
ຖ້າບໍ່ລະ ຕ້ອງສັງທິເສດ.
12. ພິກຂຸເວົ້າຍາກສອນຍາກ ພິກຂຸອື່ນຫ້າມບໍ່ຟັງ
ສົງສູດກຳຕັກເຕືອນເພື່ອທີ່ຈະໃຫ້ລະຄວາມປະພືດນັ້ນ ຖ້າບໍ່ລະ ຕ້ອງສັງທິເສດ.
13. ພິກຂຸປະທຸດສະຮ້າຍສະກຸນ ຄື: ເວົ້າປະຈົດຄະຫັດ ໃຫ້ພໍໃຈໃນຕົນ ສົງໄລ່ອອກຈາກວັດ
ກັບເວົ້າຕິຕຽນສົງ ພິກຂຸອື່ນຫ້າມບໍ່ຟັງ ສົງສູດຄຳຕັກເຕືອນເພື່ອຈະໃຫ້ລະຄວາມປະພຶດນັ້ນ
ຖ້າບໍ່ລະ ຕ້ອງສັງຄາທິເສດ.
3. ອະນິຍົດ 2.
1.
ພິກຂຸນັ່ງໃນທີ່ລັບຕາກັບແມ່ຍິງສອງຕໍ່ສອງ
ຖ້າມີຄົນຜູ້ທີ່ຄວນເຊື່ອຖືໄດ້ ມາເວົ້າຂື້ນດ້ວຍອາບັດ 3 ຢ່າງ ຄື: ປາຣາຊຶກ ສັງຄາທິເສດ
ຫຼື ປາຈິດຕີ ຢ່າງໃດຢ່າງໜື່ງ
ພິກຂຸຮັບຢ່າງໃດໃຫ້ປັບຢ່າງນັ້ນຫຼືເຂົ້າວ່າຢ່າງໃດໃຫ້ປັບຢ່າງນັ້ນ.
2.
ພິກຂຸນັ່ງໃນທີ່ລັບຫູກັບແມ່ຍິ່ສອງຕໍ່ສອງ
ຖ້າມີຄົນທີ່ຜູ້ເຊື່ອຖືໄດ້ ມາເວົ້າຂື້ນດ້ວຍອາບັດ 2 ຢ່າງ ຄື: ສັງຄາຈິດຕີ ຫຼື ປາຈິດຕີ
ຢ່າງໃດຢ່າງໜື່ງ ພິກຂຸຮັບຢ່າງໃດໃຫ້ປັບຢ່າງນັ້ນ ຫຼື
ເຂົ້າວ່າຈຳເພາະທຳຢ່າງໃດໃຫ້ປັບຢ່າງນັ້ນ.
4. ນິດສັກຄີປາຈິດຕີ 30
ແບ່ງອອກເປັນ
3 ວັກ ມີວັກລະ 10 ສິກຂາບົດ
ຈິວະຣະວັກທີ
1
1.
ຜ້ານອກຈາກຜ້າອະທິຖານ
ເອີ້ນວ່າອະຕິເຣກຈີວອນ ໄດ້ແກ່ຜ້າຈີວອນທີ່ເຫຼື່ອໃຊ້ ຜ້າຈີວອນທີ່ເຫຼື່ອໃຊ້ນັ້ນ
ພິກຂຸເກັບໄວ້ ໄດ້ພຽງ 10 ວັນເປັນຢ່າງຫຼາຍ ຖ້າເກັບໄວ້ໃຫ້ລ່ວງເກີນ 10 ວັນໄປ ຕ້ອງນິດສັກຄີປາຈິດຕີ.
2.
ພິກຂຸຢູ່ປະສະຈາກໄຕຈີວອນ (
ຄືປະ ) ຜ້າໄຕຈີວອນຜືນໃດຜືນໜື່ງແມ່ນແຕ່ຄືນດ່ຽວ ຕ້ອງນິດສັກຄີປາຈິດຕີ,
ເວັ້ນໄວ້ແຕ່ໄດ້ສົມມຸຕິ.
3.
ຖ້າຜ້າເກີດຂ້ືນແກ່ພິກຂຸໆ
ປະສົງຈະເຮັດຈີວອນແຕ່ຍັງບໍ່ພໍຖ້າມີທີ່ຫວັງວ່າຈະໄດ້ມາອີກ
ເພິງເກັບຜ້ານັ້ນໄວ້ໄດ້ພຽງເດືອນໜື່ງເປັນຢ່າງຍິ່ງ ຖ້າເກັບໄວ້ເດືອນໜື່ງໄປ
ແມ່ນຍັງມີທີ່ຫວັງວ່າຈະໄດ້ຢູ່ ຕ້ອງນິດສັກປາຈິດຕີ.
4.
ພິກຂຸໃຊ້ນາງພິກຂຸນີ
ທີ່ບໍ່ແມ່ນຍາດ ໃຫ້ຊັກກໍດີໃຫ້ຍ້ອມກໍດີ ໃຫ້ທັບກໍດີເຊີ່ງຜ້າຈີວອນເກົ່າ ຕ້ອງນິດສັກຄີປາຈິດຕີ.
5.
ພິກຂຸຮັບຈີວອນແຕ່ມືນາງພິກຂຸນີທີ່ບໍ່ແມ່ນຍາດ
ຕ້ອງນິດສັກຄີປາຈິດຕີ, ເວັ້ນໄວ້ແຕ່ແລກປ່ຽນກັນ.
6.
ພິກຂຸຂໍຈີວອນນຳຄະຫັດຜູ້ບໍ່ແມ່ນຍາດ
ບໍ່ແມ່ນປະວາຣະນາໄດ້ມາ ຕ້ອງນິດສັກຄີປາຈິດຕີ,
ເວັ້ນໄວ້ແຕ່ມີສະໄໝທີ່ຈະຂໍໄດ້ຄືເວລາພິກຂຸມີຈີວອນຖືກໂຈນລັກໄປ ຫຼືມີຈີວອນອັນຈີບຫາຍເສັຍ.
7.
ໃນສະໄໝເຊັ່ນນັ້ນ
ຈະຂໍໄດ້ແຕ່ພຽງຜ້ານຸ່ງຜ້າຫົ່ມທໍ່ນັ້ນຖ້າຂໍໃຫ້ເກີ່ນກວ່ານັ້ນ ໄດ້ມາ ຕ້ອງນິດສັກຄີປາຈິດຕີ.
8.
ຖ້າຄະຫັດທີ່ບໍ່ແມ່ນຍາດ
ບໍ່ແມ່ນປະວາຣະນາເວົ້າວ່າຈະຖວາຍຈີວອນແກ່ພິກຂຸຊື່ນີ້ ພິກຂຸນັ້ນຮູ້ຄວາມແລ້ວ
ເຂົ້າໄປເວົ້າໃຫ້ເຂົ້າຖວາຍຈີວອນແນວນັ້ນແນວນີ້ທີ່ມີລາຄາແພງກວ່າດີກວ່າ
ທີ່ເຂົ້າກຳນົດໄວ້ເດີມໄດ້ມາ ຕ້ອງນິດສັກຄີປາຈີຕີ.
9.
ຖ້າຄະຫັດຜູ້ຖວາຍຈີວອນແກ່ພິກຂຸມີຫຼາຍຄົນ
ແຕ່ເຂົ້າບໍ່ແມ່ນຍາດ ບໍ່ແມ່ນປະວາຣະນາ ພິກຂຸໄປເວົ້າໃຫ້ເຂົ້າໂຮມທື່ນເປັນອັນດຽວກັນ
ເພື່ອຈະຊື່ຈີວອນອັນແພງກວ່າດີກວ່າ ທີ່ເຂົ້າກຳນົດໄວ້ເດີມນັ້ນໄດ້ມາ ຕ້ອງນິດສັກຄີປາຈີຕີ.
10. ຖ້າຜູ້ໃດຜູ້ໜື່ງເອົາຊັບມາເພື່ອໃຫ້ເປັນຄ່າຈີວອນ ແລ້ວຖາມພິກຂຸວ່າໃຜເປັນໄວຍາວັດຈາກອນ
( ຕົວແທນ ) ຂອງທ່ານຖ້າພິກຂຸຕ້ອງການຈີວອນ ກໍເພິງສະແດງຄົນວັດ ຫຼືອຸປະສົກວ່າ
ຜູ້ນີ້ເປັນໄວຍາວັດຈະກອນຂອງພິກຂຸທັງຫຼາຍ ຄັນເຂົາມອບໝາຍໃຫ້ໄວຍາວັດຈາກອນ ( ຜູ້ຮັບໃຊ້
ຫຼື ຕົວແທນ ) ແລ້ວສັງພິກຂຸວ່າ ຖ້າຕ້ອງການຈີວອນ ໃຫ້ເຂົາໄປຫາໄວຍາວັດຈາກອນ
ພິກຂຸນັ້ນເພິງເຂົາໄປຫາແລ້ວ ທວງວ່າເຮົາຕ້ອງການຈີວອນດັ່ງນີ້ໄດ້ສາມຄັ້ງ ຖ້າບໍ່ໄດ້ຈີວອນໄປຢືນແຕ່ພໍເຂົາເຫັນໄດ້ຫົກຄັ້ງ
ຖ້າບໍ່ໄດ້ ຂື້ນໄປທວງເກີນສາມຄັ້ງ ຢືນເກີນຫົກຄັ້ງໄດ້ມາ ຕ້ອງນິດສັກຄີປາຈິດຕີ
ຖ້າໄປທວງ ແລະ ຢືນຄົບກຳນົດແລ້ວຍັງບໍ່ໄດ້ຈີວອນ
ຈຳເປັນຕ້ອງໄປບອກເຈົ້າຂອງເດີມວ່າ
ຂອງນັ້ນບໍ່ສຳເລັດປະໂຫຍດແກ່ຕົນໃຫ້ເຂົາທວງເອົາຂອງເຂົາຄືນມາເສັຍ.
ໂກສິຍາວັກ ທີ 2
1.
ພິກຂຸໄຫ້ເຮັດຜ້າປູນັ່ງດ້ວຍຂົນຈຽມ
( ຂົນແກະ ) ແກມໄໝ ຕ້ອງນິດສັກຄີປາຈິດຕີ.
2.
ພິກຂຸໄຫ້ເຮັດຜ້າປູນັ່ງດ້ວຍຂົນຈຽມ
( ຂົນແກະ ) ດຳລ້ວນ ຕ້ອງນິດສັກຄີປາຈິດຕີ.
3.
ພິກຂຸໄຫ້ເຮັດຜ້າປູນັ່ງໃໝ່
ຕ້ອງເອົາຂົນຈຽມດຳລ້ວນສອງສ່ວນຂົນຈຽມຂ່າວສ່ວນໜື່ງ ຂົນຈຽມແດງສ່ວນໜື່ງ
ຖ້າໃສ່ຂົນຈຽມດຳລ້ວນເກີນສອງສ່ວນຂື້ນໄປ ຕ້ອງນິດສັກຄີປາຈິດຕີ.
4.
ພິກຂຸໃຫ້ເຮັດຜ້າປູນັ່ງໃໝ່ແລ້ວ
ຕ້ອງໃຊ້ໃຫ້ໄດ້ 6 ປີ ຖ້າຍັງບໍ່ຮອດ 6 ປີ ເຮັດຜື່ນໃໝ່ ຕ້ອງນິດສັກຄີປາຈິດຕີ,
ເວັ້ນໄວ້ແຕ່ໄດ້ສົມມຸຕິ.
5.
ພິກຂຸໃຫ້ເຮັດຜ້າປູນັ່ງ
ເພິງຕັດເອົາຜ້າປູນັ່ງເກົ່າຜື່ນໜື່ງໂດຍຮອບມາປົນລົງໃນຜ້າປູນັ່ງທີ່ເຮັດໃໝ່
ເພື່ອເຮັດໃຫ້ເສັຍສີ ຖ້າບໍ່ເຮັດດັ່ງນີ້ ຕ້ອງນິດສັກຄີປາຈິດຕີ.
6.
ພິກຂຸທ່ຽວທາງໄກ
ຖ້າມີຜູ້ຖວາຍຂົນຈຽມ ຕ້ອງການກໍຮັບໄດ້ ຖ້າບໍ່ມີໃຜເອົາມາຊ່ອຍເອົາມາເອງໄດ້ພຽງ 3 ໂຍດ
ຖ້າໃຫ້ເກີນ 3 ໂຍດ ຕ້ອງນິດສັກຄີປາຈິດຕີ.
7.
ພິກຂຸໃຊ້ນາງພິກຂຸນີີທີ່ບໍ່ແມ່ນຍາດ
ໃຫ້ຊັກກໍດີ ໃຫ້ຍອມກໍດີ ໃຫ້ສ້າງກໍດີເຊິງຂົນຈຽມ ຕ້ອງນິດສັກຄີປາຈິດຕີ.
8.
ພິກຂຸຮັບເອງກໍດີໃຊ້ໃຫ້ຜູ້ອື່ນຮັບກໍດີ
ເຊິ່ງຄຳ ແລະ ເງິນ ຫຼືຍິນດີຄຳ ແລະ ເງິນ ທີ່ເຂົາທ້ອນໄວ້ໃຫ້ຕົນ
ຕ້ອງນິດສັກຄີປາຈິດຕີ.
9.
ພິກຂຸທຳການຊື້ຂາຍດ້ວຍຣູປີຍະ (
ເງິນຕາ ) ໂດຍປະການຕ່າງໆ ຕ້ອງນິດສັກຄີປາຈິດຕີ.
10.
ພິກຂຸທຳການຊື້ຂາຍດ້ວຍປະການຕ່າງໆ
ຕ້ອງນິດສັກຄີປາຈິດຕີ.
ປັດຕະວັກ ທີ 3
1.
ບາດນອກຈາກບາດອະທິຖານ
ເອີ້ນວ່າອະຕິເຣກບາດໄດ້ແກ່ບາດທີ່ເຫຼື່ອໃຊ້ ບາດທີ່ເຫຼື່ອໃຊ້ນັ້ນ ພິກຂຸເອົາໄວ້ໄດ້ພຽງ
10 ວັນ ທໍ່ນັ້ນ ຖ້າໃຫ້ກາຍ 10 ວັນໄປ ຕ້ອງນິດສັກຄີປາຈິດຕີ.
2.
ພິກຂຸມີບາດແຫງຍັງບໍ່ຮອດ 10
ນີ້ວ ຂໍບາດໃຫມ່ນຳຄະຫັດທີ່ບໍ່ແມ່ນຍາດ ບໍ່ແມ່ນປະວາຣະນາ ໄດ້ບາດມາ ຕ້ອງນິດສັກຄີປາຈິດຕີ.
3.
ພິກຂຸຮັບປະເຄນເພສັດທັງ 4 ຄື:
ເນີຍໃສ ເນີຍຂຸ້ນ ນ້ຳມັນ ນ້ຳເຜິ້ງ ນ້ຳອ້ອຍແລ້ວເອົາໄວ້ສັນໄດ້ພຽງ 7 ວັນທໍ່ນັ້ນ
ຖ້າໃຫ້ກາຍ 7 ວັນໄປ ຕ້ອງນິດສັກຄີປາຈິດຕີ.
4.
ເມື່ອລະດູຮ້ອນຍັງເຫຼື່ອຢູ່ເດືອນນື່ງ
ຄືຕັ້ງແຕ່ແຮມຄຳ່ໜື່ງ ເດືອນ 7 ຈື່ງຊອກຫາຜ້າອາບນ້ຳຝົນໄດ້
ເມື່ອລະດູຮ້ອນຍັງເຫຼື່ອອີກເຄິ່ງເດືອນຄືຕັ້ງແຕ່ຂື້ນ 1 ຄ່ຳ ເດືອນ 8
ຈື່ງນຸ່ງຜ້າອາບນ້ຳຝົນໄດ້ ຖ້າຊອກຫາຫຼືນຸ່ງກ່ອນກຳນົດນັ້ນ ຕ້ອງນິດສັກຄີປາຈິດຕີ.
5.
ພິກຂຸໃຫ້ຈີວອນແກ່ພິກຂຸອື່ນແລ້ວ
ຄຽດຍາດເອົາຄືນມາເອງກໍດີໃຊ້ໃຫ້ຜູ້ອື່ນເອົາມາຄືນກໍດີ ຕ້ອງນິດສັກຄີປາຈິດຕີ.
6.
ພິກຂຸຂໍເສັ້ນຝ້າຍນຳຄະຫັດຜູ້ບໍ່ແມ່ນຍາດ
ບໍ່ແມ່ນປາວາຣະນາ ເອົາມາໃຫ້ສ້າງຕ່ຳເປັນຈີວອນ ຕ້ອງນິດສັກຄີປາຈິດຕີ.
7.
ຖ້າຄະຫັດຜູ້ບໍ່ແມ່ນຍາດ
ບໍ່ແມ່ນປາວາຣະນາ ສັ່ງໃຫ້ສ້າງຫູກຕ່ຳຜ້າຈີວອນ ເພື່ອຈະຖວາຍແກ່ພິກຂຸ
ຖ້າພິກຂຸໄປກຳນົດໃຫ້ເຂົາເຮັດໃຫ້ດີຂື້ນ ດ້ວຍຈະໃຫ້ຣາງວັນແກ່ເຂົາ ຕ້ອງນິດສັກຄີປາຈິດຕີ.
8.
ຖ້າຍັງອີກ 10
ວັນຈະຮອດວັນປະວາຣະນາ ຄືຕັ້ງແຕ່ຂື້ນ 6 ຄ່ຳ ເດືອນ 11 ຖ້າທາຍົກຈະຖວາຍຜ້າຈຳນຳພັນສາ
ກໍຮັບໄວ້ໄດ້ຖ້າເອົາໄວ້ເກີນກາລະຈີວອນໄປ ຕ້ອງນິດສັກຄີປາຈິດຕີ
ກາລະຈີວອນນັ້ນດັ່ງນີ້: ຖ້າຈຳວັດສາແລ້ວ ອອກວັດສານັບແຕ່ ວັນປະວາຣະນາ ໄປເດືອນໜື່ງຄືຕັ້ງແຕ່ແຮມຄ່ຳ 1
ເດືອນ 11 ຮອດເດືອນ 12 ເພັງ ຖ້າໄດ້ການກະຖິນນັບແຕ່ແຮມຄ່ຳ 1 ເດືອນ 11 ຮອດເດືອນ 4
ເພັງ.
9.
ພິກຂຸຈຳພັນສາໃນເສນາສະນະປ່າ
ເຊິ່ງເປັນບ່ອນປ່ຽວອອກວັດສາແລ້ວ ຢາກຈະມ້ຽນຈີວອນຜືນໃດຜືນໜື່ງໄປໄວ້ໃນເຮືອນ
ເມື່ອມີເຫດກໍເອົາໄວ້ໄດ້ແຕ່ 6 ຄືນເທົ່ານັ້ັ້ັ້ັ້ນ ຖ້າເອົາໄວ້ໃຫ້ກາຍ 6 ຄືນໄປ ຕ້ອງນິດສັກຄິປາຈິຕີ,
ເວັ້ນໄວ້ແຕ່ສົມມຸຕິ.
10.
ພິກຂຸຮູ້ຢູ່ ແລະ
ນ້ອມລາບທີ່ເຂົ້າຈະຖວາຍສົງ ມາເພື່ອຕົນ ຕ້ອງນິດສັກຄິປາຈິກຕີ.
5. ສຸດທິກະປາຈິດຕີ 92
ແບ່ງເປັນ 9 ວັກ
ມຸສາທະ ວັກທີ 1 ມີ 10 ສິກຂາບົດ
1.ພິກຂຸເວົ້າຕົວະ ຕ້ອງປາຈິດຕີ.
2.ພິກຂຸດາພິກຂຸ ຕ້ອງປາຈິດຕີ.
3.ພິກຂຸເວົ້າສຽດພິກຂຸ ຕ້ອງປາຈິດຕີ.
4.ພິກຂຸສອນທັມແກ່ອະນຸປະສຳບັນ
ໄດ້ແກ່ສຳມະເນນ ແລະ ຄະຫັດ ຖ້າເວົ້າພ້ອມກັນ ຕ້ອງປາຈິດຕີ.
5.ພິິກຂຸນອນໃນທີ່ມຸງທີ່ບັງອັນດ່ຽວກັບອະນຸປະສຳບັນ
ກາຍ 3 ຄືນຂື້ນໄປ ຕ້ອງປາຈິດຕີ.
6.ພິກຂຸນອນໃນທີ່ມຸງ
ທີ່ບັງອັນດ່ຽວກັບແມ່ຍິງ ແມ່ນແຕ່ຄືນດ່ຽວ ຕ້ອງປາຈິດຕີ.
7.ພິກຂຸສະແດງທຳແກ່ແມ່ຍິງເກີນກວ່າ
6 ຄຳຂື້ນໄປ ຕ້ອງປາຈິດຕີ, ເວັ້ນໄວ້ແຕ່ມີຜູ້ຊາຍຜູ້ຮູ້ຄວາມຢູ່ນຳ.
8.ພິກຂຸບອກອຸດຕະຣິມະນຸດສະທຳທີ່ມີຈິງ
ແກ້ອະນຸປະສຳບັນ ຕ້ອງປາຈິດຕີ.
9.ພິກຂຸບອກອາບັດຊົ່ວຍາມຂອງພິກຂຸອືື່ນ
ແກ່ອະນຸປະສຳບັນ ຕ້ອງປາຈິດຕີ.
10.ພິກຂຸຂຸດເອງກໍດີ
ໃຊ້ໃຫ້ຜູ້ອືື່ນຂຸດກໍດີເຊິ່ງແຜ່ນດິນ ຕ້ອງປາຈິດຕີ.
ພູຕະຄາມະ ວັກທີ 2 ມີ 10 ສິກຂາບົດ
1.ພິກຂຸຕັດຕົ້ນໄມ້ຕົ້ນຫຍ້າຂອງຂຽວ
ເຊີ່ງເກິດຢູ່ກັບທີ່ ໃຫ້ຫຼຸດຈາກທີ່ ຕ້ອງປາຈິດຕີ.
2.ພິກຂຸປະພືດອານາຈານ (ຄືປະພືດຊົ່ວບໍ່ດີ)
ສົງຣຽກຕົວມາຖາມ ແກ້ງເວົ້າລົບເລື່ອນ ມິດເສັຽບໍ່ປາກກໍດີ ຖ້າສົງສູດປະກາດຂໍ້ຄວາມນັ້ນຈົບ
ຕ້ອງປາຈິິດຕີ.
3.ພິກຂຸຕິຕຽນພິກຂຸອື່ນ
ທີ່ສົງສົມມຸຕິໃຫ້ເຮັດວຽກການສົງຖ້າເພິ່ນເຮັດໂດຍຊອບແລ້ວ ແກ້ງຕິຕຽນລ້າໆ ຕ້ອງປາຈິດຕີ.
4.ພິກຂຸເອົາ ຕຽງ ຕັ່ງ ເສື່ອສາດ ຕັ່ງອີ້
ຂອງສົງໄປໄວ້ທີ່ແຈ້ງແລ້ວ ຫຼີກໄປຈາກທີ່ນັ້ນແລ້ວ ບໍ່ມ້ຽນກໍດີ ບໍ່ໃຊ້ໃຫ້ຜູ້ອື່ນມຽນກໍດີ
ບໍ່ມອບໝາຍໃຫ້ຜູ້ອື່ນມ້ຽນກໍດີ ຕ້ອງປາຈິດຕີ (ພິສິ-ສາດ, ເສື່ອ, ເບາະ,
ໝອນຂ້າງ).
5.ພິຂຸເອົາທີ່ນອນຂອງສົງໄປປູນອນໃນກຸດີສົງແລ້ວ
ບໍ່ມ້ຽນກໍດີ ບໍ່ໃຊ້ໃຫ້ຜູ້ອື່ນມ້ຽນກໍດີ ບໍ່ມອບໝາຍໃຫ້ຜູ້ອື່ນມ້ຽນກໍດີ ຕ້ອງປາຈິດຕີ.
6.ພິກຂຸຮູ້ຢູ່ວ່າ ກຸດິນີ້ມີຄົນຢູ່ແລ້ວ
ແກ້ງເຂົ້າໄປນອນບຽດດ້ວຍວ່າຈະໃຫ້ຜູ້ຢູ່ກ່ອນຄັບໃຈເຂົ້າ ກໍຈະພ່າຍໜີໄປເອງ ຕ້ອງປາຈິດຕີ.
7.ພິກຂຸເຄືອດເຄືອງໃຫ້ພິກຂຸອື່ນແລ້ວລາກແກ່
ໄລ່ອອກເອງກໍດີ ໃຫ້ຜູ້ອື່ນລາກແກ່ໄລ່ອອກກໍດີ ຈາກກຸດິສົງ ຕ້ອງປາຈິດຕີ.
8.ພິກຂຸຫລອນນັ່ງກໍດີ ຫລອນນອນກໍດີ ຕຽງ ຫຼື
ຕັ່ງທີ່ມີຂາສຽບຕົວຕຽງຕັ້ງຢູ່ເທິງຮ້ານຮ່າງຣະໃນວິຫານເປັນຂອງສົງ ຕ້ອງປາຈິດຕີ.
(ພິກຂຸ 2 ຕົນຢູ່ກຸດິດຽວກັນ ຕຽງໜື່ງຢູ່ເທິງ
ຕຽງໜື່ງຢູ່ລຸ່ມ ພິກຂຸຕົນຢູ່ເທິງ ຫລອນນັ່ງຕຽງຈາມແຮງ
ຂາຕຽງຫລົ້ນຕົກຖືກຫົວພິກຂຸຢູ່ລຸ່ມ ພຣະພຸດທະເຈົ້າຈຶ່ງຊົງບັນຍັດສິກຂາບົດນີ້).
9.ພິກຂຸເອົາດິນຫຼືປູນພອກຫລັງຄາກຸດິ
ເພີງພອກໄດ້ແຕ່ພຽງ 3 ຊັ້ນ ຖ້າພອກໃຫ້ເກີນ 3 ຊັ້ນ ຕ້ອງປາຈິດຕີ.
10.ພິກຂຸຮູ້ຢູ່ວ່າ ນ້ຳມີຕົວສັດ
ເອົາຫົດຫຍ້າຫລືດິນ ຫລືໃຊ້ໃຫ້ຜູ້ອື່ນຫົດ ຕ້ອງປາຈິດຕີ.
ໂອວາທະ ວັກທີ 3 ມີ 10 ສິກຂາບົດ
1.ພິກຂຸທີ່ສົງບໍ່ໄດ້ສະມຸຕິ
ສັ່ງສອນນາງພິກຂຸນີ ຕ້ອງປາຈິດຕີ.
2.ພິກຂຸສົງສົມມຸຕິແລ້ວ
ຕັ້ງແຕ່ພະອາທິດຕົກແລ້ວໄປ ສອນນາງພິກຂຸນີ ຕ້ອງປາຈິດຕີ.
3.ພິກຂຸໄປສອນນາງພິຂຸນີ ຮອດບ່ອນຢູ່ ຕ້ອງປາຈິດຕີ.
ເວັ້ນໄວ້ແຕ່ນາງພິກຂຸເຈັບໄຂ້.
4.ພິກຂຸຕິຕຽນພິຂຸອື່ນວ່າ
ສອນນາງພິກຂຸນີເພາະເຫັນແກ່ລາບ ຕ້ອງປາຈິດຕີ.
5.ພິກຂຸໃຫ້ຈີວອນແກ່ນາງພິກຂຸນີ
ທີ່ບໍ່ແມ່ຍາດ ຕ້ອງປາຈິດຕີ ເວັ້ນໄວ້ແຕ່ແລກປ່ຽນກັນ.
6.ພິກຂຸຫຍິບເອງກໍດີ ໃຫ້ຜູ້ອື່ນຫຍິບກໍດີ
ເຊິ່ງຈີວອນ ເພື່ອນາງພິກຂຸນີທີ່ບໍ່ແມ່ນຍາດພີນ້ອງ ຕ້ອງປາຈິດຈີ.
7.ພິກຂຸຊວນນາງພິກຂຸນີເດີນທາງຮ່ວມກັນ
ແມ່ນສິ້ນໄລ່ຍະບ້ານໜື່ງ ຕ້ອງປາຈິດຕີ ເວັ້ນໄວ້ແຕ່ທາງປ່ຽວ.
8.ພິກຂຸຊວນນາງພິກຂຸນີ ລົງເຮືອຮ່ວມລຳດຽວກັນ
ຂື້ນນ້ຳກໍດີ ລ່ອງນ້ຳກໍດີ ຕ້ອງປາຈິດຕີ, ເວັ້ນໄວ້ແຕ່ຂ້າມຟາກ.
9.ພິກຂຸສັນຂອງຄ້ຽວ
ຂອງກິນທີ່ນາງພິກຂຸນີບັງຄັບໃຫ້ຄະຫັດເຂົ້າຖວາຍ ຕ້ອງປາຈິດຕີ,
ເວັ້ນໄວ້ແຕ່ເຂົ້າຫ້າງໄວ້ກ່ອນ.
10.ພິກຂຸນັ່ງນອນ ໃນທີ່ລັບກັບນາງພິກຂຸນີ
ສອງຕໍ່ສອງ ຕ້ອງປາຈິດຕີ.
ໂພຊະນະ ວັກທີ 4 ມີ 10 ສິກຂາບົດ:
1.
ອາຫານໃນໂຮງທານທີ່ທົ່ວໄປ
ບໍ່ນິຍົມບຸກຄົນ ພິກຂຸບໍ່ເຈັບໄຂ້ ສັນໄດ້ແຕ່ຈຳເພາະວັນດ່ຽວແລ້ວ ຕ້ອງຫຍຸດເສັຽໃນລະຫວ່າງ
ຕໍ່ໄປຈຶ່ງສັນໄດ້ອີກ ຖ້າສັນຕິດໆກັນສອງວັນຂື້ນໄປ ຕ້ອງປາຈິດຕີ.
2.
ທາຍົກເຂົ້າມານິມົນ
ອອກຊື່ໂພຊະນະ (ຂອງກິນ) ທັງ 4 ຢ່າງຄື: ເຂົ້າສຸກ ເຂົ້າໜົມສົດ ເຂົ້າໜົມແຫ້ງ ປາ ຊີ້ນ
ຢ່າງໃດຢ່າງໜື່ງ ຖ້າໄປຮັບຂອງນັ້ນມາ ຫຼື ສັນຂອງນັ້ນພ້ອມກັນຕັ້ງແຕ່ 4 ຕົນຂື້ນໄປ ຕ້ອງປາຈິດຕີ,
ເວັ້ນໄວ້ແຕ່ສະໄໝ (ຄືເວລາ) ເຈັບໄຂ້ຢ່າງໜື່ງ ໜ້າຈີວະຣະກາລຢ່າງໜື່ງ ເວລາທຳຈີວອນຢ່າງໜື່ງ
ເດີນທາງໄກຢ່າງໜື່ງ ໄປທາງເຮືອຢ່າງໜື່ງ ຢູ່ຫຼາຍຕົນນຳກັນບິນທະບາດບໍ່ພໍສັນຢ່າງໜື່ງ
ໂພຊະນະເປັນຂອງສະມະນະຢ່າງໜື່ງ.
3.
ພິກຂຸຮັບນິມົນບ່ອນໜື່ງ
ໂດຍໂພຊະນະທັງ 4 ຢ່າງໃດຢ່າງໜື່ງແລ້ວ ບໍ່ໄປສັນໃນທີ່ນິມົນນັ້ນ ໄປສັນໃນທີ່ອື່ນ
ຕ້ອງປາຈິດຕີ, ເວັ້ນໄວ້ແຕ່ຍົກສ່ວນນິມົນໄວ້ກ່ອນນັ້ນ ໃຫ້ແກ້ພິກຂຸອື່ນ ຫຼື ມີສະໄໝ
ຄື: ເວລາເຈັບໄຂ້1 ຄາຖວາຍຈີວອນ1 ເວລາເຮັດຈີວອນ1.
4.
ພິກຂຸໄປບິນທະບາດໃນບ້ານ
ທາຍົກເອົາເຂົ້າໜົມມາຖວາຍຫຼາຍ ຈະຮັບໄດ້ເປັນຢ່າງຫຼາຍ ພຽງ 3 ບາດເທົ່ານັ້ນ
ຖ້າຮັບເກີນກວ່ານັ້ນ ຕ້ອງປາຈິດຕີ, ຂອງທີ່ຮັບມາຫຼາຍເຊັ່ນນັ້ນ
ຕ້ອງແບ່ງປັນໃຫ້ພິກຂຸອື່ນ.
5.
ພິກຂຸສັນບໍ່ທັນແລ້ວ
ມີຜູ້ເອົາໂພຊະນະອາຫານຢ່າງໃດຢ່າງໜື່ງເຂົ້າມາປະເຄນຫ້າມແລ້ວ ລຸກຈາກທີ່ນັ່ງນັ້ນ
ແລ້ວໄປສັນຂອງກິນເຊິ່ງບໍ່ເປັນເງຶ່ອນພິກຂຸໄຂ້ຫຼືບໍ່ໄດ້ທຳວິໄນກຳໄວ້ ຕ້ອງປາຈິດຕີ.
6.
ພິກຂຸຮູ້ຢູ່ວ່າ
ພິກຂຸອື່ນຫ້າມແລ້ວ (ຕາມສິກຂາບົດທີ່ 4) ຄິດຈະຍົກໂທດເພິ່ນ ແກ້ງເອົາຂອງຂົບຂອງກິນບໍ່ເປັນເງື່ອນພິກຂຸໄຂ້ໄປລໍ້
ໃຫ້ເພິ່ນສັນຖ້າເພິ່ນສັນແລ້ວ ຕ້ອງປາຈິດຕີ.
7.
ພິກຂຸສັນຂອງຂົບຂອງກິນ
ທີ່ເປັນອາຫານໃນເວລາວິການ ຄືຕັ້ງແຕ່ທ່ຽງກາງວັນແລ້ວໄປຈົນຮອດວັນໃໝ່ ຕ້ອງປາຈິດຕີ.
8.
ພິກຂຸສັນຂອງຂົບຂອງກິນ
ເຊິ່ງຮັບປະເຄນໄວ້ຄ້າງຄືນ ຕ້ອງປາຈິດຕີ.
9.
ພິກຂຸຂໍໂພຊະນະອັນປານິດ ຄື:
ເຂົ້າສຸກຄົນດ້ວຍເນີຍໃສ ເນີຍຂຸ້ນ ນ້ຳມັນ ນ້ຳເຜິ້ງ ນ້ຳອ້ອຍ ປາ ຊີ້ນ ນົມສົດ ນົມສົມ
ແຕ່ຄະຫັດຜູ້ທີ່ບໍ່ແມ່ນຍາດ ບໍ່ແມ່ນປະວາຣະນາ ເອົາມາສັນ ຕ້ອງປາຈິດຕີ.
10. ພິກຂຸກຶນກິນອາຫານທີ່ບໍ່ມີຜູ້ໃຫ້ ຄືຍັງບໍ່ໄດ້ຮັບປະເຄນໃຫ້ລ່ວງປາກເຂົ້າໄປ ຕ້ອງປາຈິດຕີ,
ເວັ້ນໄວ້ແຕ່ນ້ຳແລະໄມ້ສີແຂ້ວ.
ອະເຈລະກະ ວັກທີ 5 ມີ 10 ສິກຂາບົດ:
1.
ພິກຂຸໃຫ້ຂອງຄ້ຽວຂອງກິນ
ແກ່ນັກບວດນອກສາດສະໜາດ້ວຍມືຂອງຕົນ ຕ້ອງປາຈິດຕີ.
2. ພິກຂຸຊວນພິກຂຸອື່ນໄປທ່ຽວບິນທະບາດນຳກັນ ຫວັງຈະປະພຶດອະນາຈານ (ຄືປະພຶດບໍ່ດີ)
ໄລ່ເພິ່ນກັບມາເສັຽ ຕ້ອງປາຈິດຕີ.
3. ພິກຂຸເຂົ້າໄປນັ່ງແຊກແຊງ ໃນສະກຸນທີ່ກຳລັງບໍລິໂພກອາຫານຢູ່ ຕ້ອງປາຈິດຕີ.
4. ພິກຂຸນັ່ງໃນຫ້ອງກັບແມ່ຍິງ ບໍ່ມີຜູ້ຊາຍເປັນເພືອນ ຕ້ອງປາຈິດຕີ.
5. ພິກຂຸນັ່ງໃນທີ່ແຈ້ງກັບແມ່ຍິງ ສອງຕໍ່ສອງ ຕ້ອງປາຈິດຕີ.
6. ພິກຂຸຮັບນິມົນດ້ວຍໂພຊະນະທັງ 4 ແລ້ວຈະໄປໃນທີ່ອື່ນຈາກທີ່ນິມົນນັ້ນ
ໃນເວລາກ່ອນສັນກໍດີ ສັນກັບມາແລ້ວກໍດີ ຕ້ອງລາພິກຂຸທີ່ມີຢູ່ໃນວັດກ່ອນຈື່ງຈະໄປໄດ້
ຖ້າບໍ່ລາ ຕ້ອງປາຈິດຕີ, ເວັ້ນໄວ້ແຕ່ມີສະໄໝ ຄື: ຈີວະຣະທານ ຄືເວລາຖວາຍຈີວອນ 1
ຈີວະຣະກາລ ໄດ້ຮັບອານິສົງກາຖິນ ຄືເວລາເຮັດຈີວອນໜື່ງ.
7. ຖ້າເຂົ້າປະວາຣະນາດ້ວຍປັດໄຈສີ່ພຽງ 4 ເດືອນ ເພິງຂໍເຂົາໄດ້ພຽງກຳນົດທໍ່ນັ້ນ
ຖ້າຂໍໃຫ້ເກີນກວ່ານັ້ນໄປ ຕ້ອງປາຈິດຕີ, ເວັ້ນໄວ້ແຕ່ເຂົາປະວາຣະນາ
ຫຼືປະວາຣະນາເປັນນິດ.
8. ພິກຂຸໄປເບິ່ງຂະບວນທັບ ເຊິ່ງເຂົາຍົກໄປເພື່ອຈະຮົບກັນ ຕ້ອງປາຈິດຕີ,
ເວັ້ນໄວ້ແຕ່ມີເທດ.
9. ຖ້າເຫດທີ່ຕ້ອງໄປມີຢູ່ ເພິງໄປຢູ່ໄດ້ໃນກອງທັບພຽງ 3 ວັນ ຖ້າເກີນກວ່າກຳນົດນັ້ນໄປ ຕ້ອງປາຈິດຕີ.
10. ໃນເວລາຢູ່ໃນກອງທັບຕາມກຳນົດນັ້ນ ຖ້າໄປເບີ່ງເຂົາຮົບກັນກໍດີ
ຫຼືໄປເບີ່ງເຂົາກວດພົນກໍດີ ເບີ່ງເຂົາຈັດຂະບວນທັບກໍດີ
ເບີ່ງໝູ່ເສນາທີ່ຈັດເປັນຂະບວນແລ້ວກໍດີ ຕ້ອງປາຈິດຕີ.
ສຸຣາປານະ ວັກທີ 6 ມີ 10 ສິກຂາບົດ:
1.
ພິກຂຸດື່ມເຫຼົ້າ ແລະນ້ຳເມົາ ຕ້ອງປາຈິດຕີ.
2. ພິກຂຸຈີ້ພິກຂຸ ດ້ວຍນິ້ວມື ຕ້ອງປາຈິດຕີ.
3. ພິກຂຸລອຍນ້ຳຫຼີ້ນ ຕ້ອງປາຈິດຕີ.
4. ພິກຂຸສະແດງຄວາມບໍ່ເອື້ອເຟື້ອໃນວິໄນ ຕ້ອງປາຈິດຕີ.
5. ພິກຂຸຫລອກພິກຂຸໃຫ້ຢ້ານຜີ ຕ້ອງປາຈິດຕີ.
6. ພິກຂຸບໍ່ເປັນໄຂ້ ດັງໄຟໃຫ້ລຸກເປັນແປວເອງກໍດີ ໃຊ້ໃຫ້ຜູ້ອື່ນດັງໃຫ້ກໍດີ
ເພື່ອຈະຝີງ ຕ້ອງປາຈິດຕີ, ດັງໄຟເພື່ອເຫດອື່ນບໍ່ເປັນອາບັດ.
7. ພິກຂຸຢູ່ໃນມັດຊິມະປະເທດ ຄືກາງປະເທດອິນເດຍ 15 ວັນຈື່ງອາບນ້ຳໄດ້ເທື່ອໜື່ງ
ຖ້າບໍ່ເຖິງ 15 ວັນອາບນ້ຳ ຕ້ອງປາຈິດຕີ, ເວັ້ນໄວ້ແຕ່ມີເຫດຈຳເປັນ ໃນປັດຈັນທະປະເທດ
ເຊັ່ນ: ປະເທດເຮົາອາບນ້ຳໄດ້ເປັນນິດ ບໍ່ເປັນອາບັດ.
8. ພິກຂຸໄດ້ຈີວອນໃໝ່ມາ ຕ້ອງທຳພິນທຸດ້ວຍສີ 3 ຢ່າງຄື: ຂຽວຄາມ ສີຕົມ ດຳອ່ຳ
ຢ່າງໃດຢ່າງໜື່ງກ່ອນ ຈື່ງນຸ່ງຫົ່ມໄດ້ ຖ້າບໍ່ທຳພິນທຸກອນ ແລ້ວນຸ່ງຫົ່ມ ຕ້ອງປາຈິດຕີ.
9. ພິກຂຸວິກັບ (ຝາກ) ຈີວອນກັບພິກຂຸຫຼືສາມະເນນແລ້ວຜູ້ຮັບຝາກຍັງບໍ່ໄດ້ຖອນໃຫ້
ນຸ່ງຫົ່ມຈີວອນນັ້ນ ຕ້ອງປາຈິດຕີ.
10. ພິກຂຸເຊື່ອງ ຫຼືໃຊ້ເຄື່ອງບໍລິຂານ ຄື: ບາດ ຈີວອນ ຜ້າປູນັ່ງ ກ່ອງເຂັ້ມ
ແລະຜ້າມັດແອວສິ່ງໃດສິ່ງໜື່ງ ຂອງພິກຂຸອື່ນ ດ້ວຍຄິດຈະຫຍອກລ້ໍຫຼີ້ນ ຕ້ອງປາຈິດຕີ.
ສັບປານະ ວັກທີ 7 ມີ 10 ສິກຂາບົດ:
1.
ພິກຂຸແກ້ງຂ້າສັດເດັຍຣັດສານ ຕ້ອງປາຈິດຕີ.
2.
ພິກຂຸຮູ້ຢູ່ວ່າ ນ້ຳມີຕົວສັດ
ສັນຫຼືໃຊ້ນ້ຳນັ້ນ ຕ້ອງປາຈິດຕີ.
3.
ພິກຂຸຮຸ້ຢູ່ວ່າ
ອະທິກອນນິ້ສົງທຳແລ້ວໂດຍຊອບ ເລີກຖອນເສັຍກັບທຳໃໝ່ ຕ້ອງປາຈິດຕີ.
4.
ພິກຂຸຮູ້ຢູ່
ແກ້ງປົກປິດອາບັດຊົ່ວຫຍາບຂອງ ພິກຂຸອື່ນ ຕ້ອງປາຈິດຕີ.
5.
ພິກຂຸຮຸ້ຢູ່ວ່າ
ກຸລະບຸດມີອາຍຸຢ່ອນກວ່າ 20 ປີ ເປັນອຸປັດຊາ ອຸປະສົມບົດ (ບວດພະ) ຕ້ອງປາຈິດຕີ.
6.
ພິກຂຸຮູ້ຢູ່ວ່າ
ພໍ່ຄ້າຜູ້ທີ່ຈະຫລີກໜີພາສີ ເດີນທາງດ້ວຍກັນແມ່ນສິ້ນໄລຍະບ້ານໜື່ງ ຕ້ອງປາຈິດຕີ.
7.
ພິກຂຸຊວນແມ່ຍິງເດີນທາງດ້ວຍກັນ
ແມ່ນສິ້ນໄລຍະບ້ານໜື່ງ ຕ້ອງປາຈິດຕີ.
8.
ພິກຂຸກ່າວຂັດຄ້ານທຳມະເທດສະໜາ
ຂອງພຣະພູດທະເຈົ້າ ພິກຂຸອື່ນຫ້າມບໍ່ຟັ່ງ ສົງສູດປະການຂໍ້ຄວາມນັ້ນຈົບ ຕ້ອງປາຈິດຕີ.
9.
ພິກຂຸຄົບກັບພິກຂຸເຊັ່ນນັ້ນ
ຄືຮ່ວມກິນກໍດີ ຮ່ວມນອນກໍດີ ຮ່ວມອຸໂປສົດສັງຄະກຳກໍດີ ຕ້ອງປາຈິດຕີ.
10. ພິກຂຸກ້ຽວກ່ອມສາມະເນນ ທີ່ພິກຂຸໃຫ້ຈິບຫາຍແລ້ວ ເພາະໂທດທີ່ກ່າວຂັດຄ້ານທຳມະເທດສະໜາ
ຂອງພຣະພຸດທະເຈົ້າໃຫ້ເປັນອຸປະຖາກກໍດີ ຮ່ວມກິນກໍດີ ຮ່ວມນອນກໍດີ ຕ້ອງປາຈິດຕີ.
ສະຫະທຳມີກະ ວັກທີ 8 ມີ 12 ສິກຂາບົດ:
1.
ພິກຂຸປະພຶດອະນາຈານ (ບໍ່ດີ)
ພິກຂຸອື່ນຕັກເຕືອນ ເວົ້າຜັດພ້ຽນວ່າ ຍັງບໍ່ໄດ້ຖາມຜູ້ເພີ່ນຮູ້ກ່ອນ
ຂ້າພະເຈົ້າຈະບໍ່ສຶກສາໃນສິກຂາບົດນີ້ ຕ້ອງປາຈິດຕີ, ທຳມະດາຜູ້ສຶກສາຍັງບໍ່ຮູ້ສິ່ງໃດ
ຄວນຈະຮູ້ສິ່ງນັ້ນ ຄວນໄຕ່ຖາມໄລ່ລຽງກັບຜູ້ເພີ່ນຮູ້.
2.
ພິກຂຸອື່ນເພີ່ນທອງປາຕິໂມກຢູ່
ພິກຂຸຕັ້ງແກ້ງເວົ້າໃຫ້ເພີ່ນຄາຍຄວາມພຽນພະຍາຍາມ ຕ້ອງປາຈິດຕີ.
3.
ພິກຂຸຕ້ອງອາບັດແລ້ວ
ແກ້ງເວົ້າວ່າ ຂ້າພະເຈົ້າຫາຮູ້ດ່ຽວນີ້ວ່າຂໍ້ນີ້ມາໃນພະປາຕິໂມກ ຖ້າພິກຂຸອື່ນຮູ້ຢູ່ວ່າ
ເພີ່ນເຄີຍຮູ້ມາກ່ອນແລ້ວ ແຕ່ແກ້ງເວົ້າກັນ ເພີ່ນວ່າເພິງສູດປະກາດຄວາມຂໍ້ນັ້ນ
ເມື່ອສົງສູດປະກາດແລ້ວ ຕັ້ງແກ້ງເຮັດບໍ່ຮູ້ຕື່ມ ຕ້ອງປາຈິດຕີ.
4.
ພິກຂຸຄຽດ ເສັຽໃຈ
ໃຫ້ປະຫານພິກຂຸອື່ນ ຕ້ອງປາຈິດຕີ.
5.
ພິກຂຸຄຽດ ເສັຽໃຈ
ງ້າມືຂື້ນໃສ່ພິກຂຸອື່ນ ຕ້ອງປາຈິດຕີ.
6.
ພິກຂຸໂຈດຟ້ອງພິກຂຸອື່ນ
ດ້ວຍອາບັດສັງຄາຕິເສດບໍ່ມີມູນ ຕ້ອງປາຈິດຕີ.
7.
ພິກຂຸແກ້ງກໍຄວາມລຳຄານໃຫ້ແກ້ພິກຂຸອື່ນ
ຕ້ອງປາຈິດຕີ.
8.
ເມື່ອພິກຂຸວິວາດຜິດຖຽງກັນຢູ່
ພິກຂຸໄປລີ້ຟັ່ງຄວາມເພື່ອຈະໄດ້ຮູ້ວ່າ ເຂົາວ່າຢ່າງໃດແກ່ຕົນ ຫຼືພວກຂອງຕົນ ຕ້ອງປາຈິດຕີ.
9.
ພິກຂຸໃຫ້ສັນທະ
ຄືມອບໃຫ້ສົງທຳສັງຄາກຳທີ່ເປັນທຳແລ້ວພາຍຫຼັງກັບຕິຕຽນສົງຜູ້ທຳກຳນັ້ນ ຕ້ອງປາຈິດຕີ.
10. ເມື່ອສົງກຳລັງປະຊຸມຕັດສິ້ນຄວາມຂໍ້ໃດຂໍ້ໜື່ງ ພິກຂຸຢູ່ໃນທີ່ປະຊຸມນັ້ນ
ຈະຫລີກໄປໃນຂະນະຕັດສິ້ນຄວາມຂໍ້ນັ້ນຍັງບໍ່ແລ້ວ ບໍ່ໃຫ້ສັນທະກ່ອນ ລຸກໄປເສັຽ ຕ້ອງປາຈິດຕີ.
11. ພິກຂຸພ້ອມກັບສົງໃຫ້ຈີວອນເປັນບຳເໜັດ ແກ້ພິກຂຸອົງໃດອົງໜື່ງແລ້ວ
ພາຍຫຼັງກັບຕິຕຽນພິກຂຸອື່ນວ່າ ໃຫ້ເພາະເຫັນແກ່ໜ້າ ຕ້ອງປາຈິດຕີ.
12. ພິກຂຸນ້ອມລາບທີ່ທາຍົກເຂົາຕັ້ງໃຈມາຖວາຍສົງ ມາເພື່ອບຸກຄົນ ຕ້ອງປາຈິດຕີ.
ຣະຕະນະ ວັກທີ 9 ມີ 10 ສິກຂາບົດ:
1.
ພິກຂຸບໍ່ໄດ້ຮັບອະນຸຍາດກ່ອນ
ເຂົ້າໄປໃນຫ້ອງພະເຈົ້າແຜ່ນດິນສະເດັດຢູ່ກັບພະມະເຫສີ ຕ້ອງປາຈິດຕີ.
2.
ພິກຂຸເຫັນເຄື່ອງໃຊ້ຂອງຄະຫັດຕົກຢູ່
ຖືເອົາເປັນຂອງເກັບໄດ້ເອງກໍດີໃຫ້ຜູ້ອື່ນຖືເອົາກໍດີ ຕ້ອງປາຈິດຕີ,
ເວັ້ນແຕ່ເຄື່ອງນັ້ນຕົກຢູ່ໃນວັດທີ່ຕົນຢູ່ ຫຼືໃນບ່ອນເຊົາ ຕ້ອງມ້ຽນໃຫ້ເຈົ້າຂອງ ຖ້າບໍ່ມ້ຽນຕ້ອງທຸກກົດ.
3.
ພິກຂຸບໍ່ບອກລາພິກຂຸອື່ນທີ່ມີຢູ່ໃນວັດກ່ອນ
ເຂົ້າໄປໃນບ້ານໃນເວລາວິການ ຕ້ອງປາຈິດຕີ, ເວັ້ນໄວ້ແຕ່ການດ່ວນ.
4.
ພິກຂຸເຮັດກ່ອງເຂັມດ້ວຍກະດູກກໍດີ
ດ້ວຍງາກໍດີ ດ້ວຍເຂົ້າກໍດີ ຕ້ອງປາຈິດຕີ, ຕ້ອງທັບກ່ອງເຂັມນັ້ນເສັຽກ່ອນ
ຈື່ງສະແດງອາບັດຕົກ.
5.
ພິກຂຸເຮັດຕຽງ ຫຼືຕັ່ງໃຫມ່
ຕ້ອງເຮັດໃຫ້ມີຂາສູງພຽງ 8 ນີ້ວພະສຸຄົດ ເວັ້ນໄວ້ແຕ່ແມ່ຕຽງ ຖ້າເຮັດໃຫ້ເກີນກຳນົດນີ້ ຕ້ອງປາຈິດຕີ,
ຕ້ອງຕັດໃຫ້ໄດ້ປະມານເສັຍກ່ອນ ຈື່ສະແດງອາບັດຕົກ.
6.
ພິກຂຸເຮັດຕຽງ ຫຼືຕັ່ງຫຸ້ມງິ້ວ
ຕ້ອງປາຈິດຕີ, ຕ້ອງຮື້ອອກເສັຍກ່ອນຈື່ງສະແດງອາບັດ.
7.
ພິກຂຸເຮັດຜ້າປູນັ່ງ
(ໄດ້ແກ່ຜ້ານິສິທະນະ) ຕ້ອງເຮັດໃຫ້ໄດ້ປະມານໆ ນັ້ນຍາວ 2 ຄຶບພະສຸຄົດ ກ້ວາງຄຶບເຄິ່ງ
ຕີນຄຶບໜື່ງ, ຖ້າເຮັດໃຫ້ເກີນປະມານນີ້ ຕ້ອງປາຈິດຕີ, ຕ້ອງເຮັດໃຫ້ໄດ້ປະມານເສັຍກ່ອນ ຈື່ງສະແດງອາບັດຕົກ.
8.
ພິກຂຸເຮັດຜ້ານຸ່ງປົກບາດແຜ
ກ້ວາງ 2 ຄຶບ, ຖ້າເຮັດໃຫ້ເກີນກຳນົດນີ້ ຕ້ອງປາຈິດຕີ,
ຕ້ອງຕັດໃຫມ່ໄດ້ປະມານເສັຽກ່ອນ ຈື່ງສະແດງອາບັດຕົກ.
9.
ພິກຂຸເຮັດຜ້າອາບນ້ຳຝົນ
ຕ້ອງຕັດໃຫ້ໄດ້ປະມານໆ ນັ້ນຍາວ 6 ຄຶບພະສຸຄົດ ກ້ວາງ 2 ຄຶບເຄິ່ງ,
ຖ້າເຮັດໃຫ້ເກີນກຳນົດນີ້ ຕ້ອງປາຈິດຕີ, ຕ້ອງຕັດໃຫ້ໄດ້ປະມານເສັຽກ່ອນ
ຈື່ງສະແດງອາບັດຕົກ.
10. ພິກຂຸເຮັດຈີວອນ ເຮັດໃຫ້ທໍ່ຈີວອນພະສຸຄົດກໍດີ ເຮັດໃຫ້ເກີນກວ່ານັ້ນກໍດີ ຕ້ອງປາຈິດຕີ,
ປະມານຈີວອນພະສຸຄົດນັ້ນຍາວ 9 ຄຶບ ກ້ວາງ 6 ຄຶບ ຕ້ອງຕັດໃຫ້ໄດ້ປະມານເສັຍກ່ອນ
ຈື່ງສະແດງອາບັດຕົກ.
6. ປາຕິເທສະນິຍະ 4:
1.
ພິກຂຸຮັບຂອງຄ້ຽວຂອງສັນ
ແຕ່ມືນາງພິກຂຸນີທີ່ບໍ່ແມ່ນຍາດພີນ້ອງດ້ວຍມືຂອງຕົນ ມາສັນ ຕ້ອງປາຕິເທສະນິຍະ.
2.
ພິກຂຸຢູ່ໃນທີ່ນິມົນ
ຖ້າມີນາງພິກຂຸນີມາສັ່ງທາຍົກໃຫ້ເອົາຂອງສິ່ງນັ້ນສິ່ງນີ້ມາຖວາຍ
ທ່ານຕ້ອງໄລ່ນາງພິກຂຸນີນັ້ນອອກໄປເສັຍຖ້າບໍ່ໄລ່ ຕ້ອງປາຕິເທສະນິຍະ.
3.
ພິກຂຸບໍ່ເຈັບໄຂ້
ເຂົາບໍ່ໄດ້ນິມົນ ຮັບຂອງຄ້ຽວຂອງກິນໃນຕະກູນທີ່ສົງສົມມຸຕິວ່າເປັນເສຂະ
(ຄືຜູ້ຍັງຕ້ອງສືກສາຢູ່ໄດ້ແກ່ພະອະຣິຍະບຸກຄົນຊັ້ນໂສດາບັນ ສະກະທາຄາມິ ແລະອະນາຄາມິ)
ມາສັນ ຕ້ອງປາຕິເທສະນິຍະ.
4.
ພິກຂຸຢູ່ໃນເສນາສະນະປ່າ
ເປັນບ່ອນປ່ຽວບໍ່ເຈັບໄຂ້ ຮັບຂອງຄ້ຽວຂອງສັນທີ່ທາຍົກບໍ່ໄດ້ແຈ້ງຄວາມໃຫ້ຮູ້ກ່ອນ
ດ້ວຍມືຂອງຕົນມາສັນ ຕ້ອງປາຕິເທສະນິຍະ.
7. ເສຂິຍະວັດ 75 :
ວັດທີ່ພິກຂຸຈະຕ້ອງສືກສາ
ແລະປະຕິບັດຕາມ ເອີ້ນວ່າ ເສຂິຍະວັດໆນັ້ນ ຈັດເປັນ 4 ໝວດຄື: ໝວດທີ 1 ເອີ້ນວ່າ ສາຣູບ,
ໝວດທີ 2 ເອີ້ນວ່າ ໂພຊະນະປະຕິສັງຍຸດ, ໝວດທີ 3 ເອີ້ນວ່າ ທຳມະເທສະນາປະຕິສັງຍຸດ
ແລະໝວດທີ 4 ເອີ້ນວ່າ ປະກິນນະກະ.
ສາຣູບ ໝວດທີ 1 ມີ 26;
1.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ
ນຸ່ງ ໃຫ້ຮຽບຮ້ອຍ.
2.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ
ຫົ່ມ ໃຫ້ຮຽບຮ້ອຍ.
3.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ ປົກກາຍດ້ວຍດີ
ໃຫ້ຮຽບຮ້ອຍ ໄປ ໃນບ້ານ.
4.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ
ປົກກາຍດ້ວຍດີ ໃຫ້ຮຽບຮ້ອຍ ນັ່ງ ໃນບ້ານ.
5.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ
ສັງລວມມືຕີນດ້ວຍດີ ໄປ ໃນບ້ານ.
6.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ
ສັງລວມມືຕີນດ້ວຍດີ ນັ່ງ ໃນບ້ານ.
7.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ
ທອດສາຍຕາລົງຕຳ ໄປ ໃນບ້ານ.
8.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ
ທອດສາຍຕາລົງຕຳ ນັ່ງ ໃນບ້ານ.
9.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ
ບໍ່ຈ້ອນຜ້າ ໄປ ໃນບ້ານ.
10. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ຈ້ອນຜ້າ ນັ່ງ ໃນບ້ານ.
11. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ຫົວສຽງດັງ ໄປ ໃນບ້ານ.
12. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ຫົວສຽງດັງ ນັ່ງ ໃນບ້ານ.
13. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ປາກສຽງດັງ ໄປ ໃນບ້ານ.
14. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ປາກສຽງດັງ ນັ່ງ ໃນບ້ານ.
15. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ໄກວຄິງ ໄປ ໃນບ້ານ.
16. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ໄກວຄິງ ນັ່ງ ໃນບ້ານ.
17. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ໄກວແຂນ ໄປ ໃນບ້ານ.
18. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ໄກວແຂນ ນັ່ງ ໃນບ້ານ.
19. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ແກ່ວງຫົວ ໄປ ໃນບ້ານ.
20. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ແກ່ວງຫົວ ນັ່ງ ໃນບ້ານ.
21. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ເອົາມືຄ້ຳແອວ ໄປ ໃນບ້ານ.
22. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ເອົາມືຄ້ຳແອວ ນັ່ງ ໃນບ້ານ.
23. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ເອົາຜ້າປົກຫົວ ໄປ ໃນບ້ານ.
24. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ເອົາຜ້າປົກຫົວ ນັ່ງ ໃນບ້ານ.
25. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ຢ່າງແຢ້ງແຢ້ ໄປ ໃນບ້ານ.
26. ພິກຂຸຕ້ອງສຶກສາວ່າ ເຮົາຈັກ ບໍ່ກອດຫົວເຂົ່າ ນັ່ງ ໃນບ້ານ.
ໂພຊະນະປະຕິສັງຍຸດ
ໝວດທີ 2 ມີ 30 :
1.
ພິກຂຸຕ້ອງສຶກສາວ່າ ເຮົາຈັກ ຮັບບິນທະບາດໂດຍເຄົາຣົບ.
2.
ພິກຂຸຕ້ອງສຶກສາວ່າ
ເມື່ອຮັບບິນທະບາດ ເຮົາຈັກເບີ່ງແຕ່ໃນບາດ.
3.
ພິກຂຸຕ້ອງສຶກສາວ່າ
ເຮົາຈັກຮັບແກງພໍສົມຄວນແກ່ເຂົ້າສຸກ.
4.
ພິກຂຸຕ້ອງສຶກສາວ່າ ເຮົາຈັກຮັບບິນທະບາດ
ແຕ່ພໍສະເໝີຂອບປາກບາດ.
5.
ພິກຂຸຕ້ອງສຶກສາວ່າ
ເຮົາຈັກສັນບິນທະບາດໂດຍເຄົາຣົບ.
6.
ພິກຂຸຕ້ອງສຶກສາວ່າ
ເມື່ອຮັບບິນທະບາດ ເຮົາຈັກເບີ່ງແຕ່ໃນບາດ.
7.
ພິກຂຸຕ້ອງສຶກສາວ່າ
ເຮົາຈັກສັນບິນທະບາດ ບໍ່ໃຫ້ເປັນກະບັກກະບ່ຳ.
8.
ພິກຂຸຕ້ອງສຶກສາວ່າ
ເຮົາຈັກສັນແກງພໍສົມຄວນແກ່ເຂົ້າສຸກ.
9.
ພິກຂຸຕ້ອງສຶກສາວ່າ
ເຮົາຈັກບໍ່ສັນຫຽວາມເຂົ້າສຸກແຕ່ຍອດລົງໄປ.
10. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ເຊື່ອງແກງຫຼືຂອງກິນດ້ວຍເຂົ້າສຸກ
ເພາະຢາກຈະໄດ້ຫຼາຍ.
11. ພິກຂຸຕ້ອງສຶກສາວ່າ ເຮົາບໍ່ເປັນໄຂ້ ຈັກບໍ່ຂໍແກງ
ຫຼືເຂົ້າສຸກເພື່ອປະໂຫຍດແກ່ຕົນມາສັນ.
12. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ເບີ່ງບາດຂອງຜູ້ອື່ນ ດ້ວຍຄິດຈະເອົາໂທດ.
13. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ເຮັດຄຳເຂົ້າໃຫ້ໃຫຍ່ຫຼາຍ.
14. ພິກຂຸຕ້ອງສຶກສາວ່າ ເຮົາຈັກເຮັດຄຳເຂົ້າໃຫ້ກົມ.
15. ພິກຂຸຕ້ອງສຶກສາວ່າ ເມື່ອຄຳເຂົ້າບໍ່ທັນຮອດປາກ ເຮົາຈັກບໍ່ອ້າປາກໄວ້ຖ້າ.
16. ພິກຂຸຕ້ອງສຶກສາວ່າ ເມື່ອສັນຢູ່ ເຮົາຈັກບໍ່ເອົານິ້ວມືສອດເຂົ້າປາກ.
17. ພິກຂຸຕ້ອງສຶກສາວ່າ ເມື່ອຄຳເຂົ້າຍັງຢູ່ໃນປາກ ເຮົາຈັກບໍ່ປາກ.
18. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນໂຍນຄຳເຂົ້າເຂົ້າໃນປາກ.
19. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນກັດຄຳເຂົ້າ.
20. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນເຮັດແກ້ມຕູ້ຍອອກ.
21. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນດິດນິ້ວມືຫຼິ້ນ.
22. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນເຮັດເມັດເຂົ້າຕົກລົງໃນບາດ ຫຼືໃນທີ່ນັ້ນ.
23. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນແມບຫລິ້ນ.
24. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນໃຫ້ດັງຈັບໆ.
25. ພິກຂຸຕ້ອງສຶກສາວ່າ ເຮົາຈັດບໍ່ສັນໃຫ້ຈັດຊູດໆ.
26. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນເລັຽມື.
27. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນຂອດບາດ.
28. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນເລັຽສົບ.
29. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ສັນມືເປື້ອນຈັບພາຊະນະນ້ຳ.
30. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ເອົານ້ຳລ້າງບາດ ທີ່ມີເມັດເຂົ້າຖອກລົງພາຍໃນເຮືອນ.
ທັມມະເທດສະໜາປະຕິສັງຍຸດ
ໝວດທີ 3 ມີ 16 :
1.
ພິກຂຸຕ້ອງສຶກສາວ່າ
ເຮົາຈັກບໍ່ສະແດງທຳແກ່ຄົນບໍ່ເປັນໄຂ້ກັ້ງຄັນຣົ່ມ.
2.
ພິກຂຸຕ້ອງສຶກສາວ່າ
ເຮົາຈັກບໍ່ມີໄມ້ຄ້ອນໃນມື.
3.
ພິກຂຸຕ້ອງສຶກສາວ່າ
ເຮົາຈັກບໍ່ມີສາດຕຣາ (ຂອງມີຄົມ) ໃນມື.
4.
ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ມີອາວຸດ
(ປືນ) ໃນມື.
5.
ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່
ໃຊ້ເກີບໄມ້, ເກີບແຕະ.
6.
ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່
ໃສ່ເກີບໜັງ (ເກິບທົ່ວໄປ).
7.
ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່
ເປັນຜູ້ໄປໃນຍານພະຫະນະ ມີລົດເປັນຕົ້ນ.
8.
ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່
ສະແດງທຳໃຫ້ຜູ້ທີ່ຢູ່ເທິງທີ່ນອນ.
9.
ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່
ສະແດງທຳໃຫ້ຜູ້ນັ່ງກອດຫົວເຂົ່າ.
10. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ ສະແດງທຳໃຫ້ຜູ້ເອົາຜ້າຄຽນຫົວ.
11. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ ສະແດງທຳໃຫ້ຜູ້ເອົາຜ້າປົກຫົວ ຫຼືໃສ່ໝວກ.
12. ພິກຂຸຕ້ອງສຶກສາວ່າ ເຮົານັ່ງຢູ່ເທິງພື້ນດິນ ຈັກບໍ່ສະແດງທຳ
ແກ່ຄົນບໍ່ເຈັບໄຂ້ ຜູ້ນັ່ງເທິງອາສະນະ.
13. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ ສະແດງທຳເມື່ອເຮົານັ່ງອາສະນະຕ່ຳ.
14. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ ສະແດງທຳເມື່ອເຮົານັ້ນຢືນຢູ່
ຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ ຜູ້ນັ່ງຢູ່.
15. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ ສະແດງທຳເມື່ອເຮົາຢ່າງໄປຂ້າງຫຼັງ
ຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ ຜູ້ຢ່າງໄປຂ້າງໜ້າ.
16. ພິກຂຸຕ້ອງສຶກສາວ່າ ເຮົາຈັກບໍ່ ສະແດງທຳເມື່ອເຮົາຢ່າງໄປນອກທາງ
ຈັກບໍ່ສະແດງແກ່ຄົນບໍ່ເຈັບໄຂ້ ຜູ້ຢ່າງໄປໃນທາງ.
ປະກິນນະກະ
ໝວດທີ 4 ມີ 3:
1.
ພິກຂຸຕ້ອງສຶກສາວ່າ ເຮົາບໍ່ເຈັບໄຂ້ຈັກບໍ່ຢືນຖ່າຍອຸຈະລະ
ຖ່າຍປັດສາວະ.
2.
ພິກຂຸຕ້ອງສຶກສາວ່າ ເຮົາບໍ່ເຈັບໄຂ້ຈັກບໍ່ຖ່າຍອຸດຈາລະ
ຖ່າຍປັດສາວະ ແລະຖົ່ມນ້ຳລາຍລົງໃນຂອງຂຽວ ມີຫຍ້າເປັນຕົ້ນ.
3.
ພິກຂຸຕ້ອງສຶກສາວ່າ ເຮົາບໍ່ເຈັບໄຂ້ຈັກບໍ່ຖ່າຍອຸດຈະລະ
ຖ່າຍປັດສາວະ ແລະຖົ່ມນ້ຳລາຍລົງໃນນ້ຳ.
8. ອະທິກະຣະນະສະມະຖະ ມີ 7:
ວິທີ່ລະງັບອະທິກອນທັງ 4 ເອີ້ນວ່າ
ອະທິກະຣະນະສະມະຖະ ມີ 7 ຢ່າງຄື:
1.
ສັມມຸຂາວິໄນ ໄດ້ແກ່ການລະງັບອະທິກອນທັງ 4 ນັ້ນ ໃນທີ່ພ້ອມໜ້າສົງ, ພ້ອມໜ້າບຸກຄົນ,
ພ້ອມໜ້າວັດຖຸ, ແລະພ້ອມໜ້າທຳ.
2.
ສະຕິວິໄນ ໄດ້ແກ່ການທີ່ສົງສູດປະກາດໃຫ້ສົມມຸຕິແກ່ພຣະອະຣະຫັນ ວ່າເປັນຜູ້ມີສະຕິສົມບູນ
ເພື່ອບໍ່ໃຫ້ຜູ້ໃດໂຈດເພິ່ນອີກດ້ວຍອາບັດ.
3.
ອະມູລະຫະວິໄນ ໄດ້ແກ່ການທີ່ສົງສູດປະກາດໃຫ້ສົມມຸຕິແກ່ພິກຂຸຜູ້ຫາຍເປັນບ້າແລ້ວ
ເພື່ອຈະບໍ່ໃຫ້ຜູ້ໃດໂຈດດ້ວຍອາບັດທີ່ເພິ່ນເຮັດໃນເວລາເປັນບ້ານັ້ນ.
4.
ປະຕິນຍາຕະກະຣະນະ ໄດ້ແກ່ການປັບອາບັດຕາມຄວາມຍອມຮັບຂອງຈຳເລີຍຜູ້ຮັບວ່າເປັນຄວາມຈິງ.
5.
ເຍພຸຍຍະສິກາ ໄດ້ແກ່ການຕັດສິນຄວາມ ເອົາຕາມສຽງສ່ວນຫຼາຍເປັນປະມານ.
6.
ຕັດສະປາປິຍະສິກາ ໄດ້ແກ່ການລົງໂທດແກ່ຜູ້ເຮັດຜິດ.
7.
ຕິນະວັດຖາຣະກະວິໄນ ໄດ້ແກ່ການໃຫ້ປະນິປະນອມກັນທັງສອງຝ່າຍ ບໍ່ຕ້ອງຊຳຣະຄວາມເກົ່າ.
ສິກຂາບົດນີ້: ທີ່ຍົກຂື້ນເປັນອາບັດຖູນລັດໄຈແດ່ທຸກກົດ ທຸບພາສິດແດ່
ເປັນສິກຂາບົດ ບໍ່ໄດ້ມາໃນພະປາຕິໂມກ.
§§ ອະທິກອນ (ຄະດີ) ມີ
4 §§
1.
ວິວາທະທິກອນ: ໄດ້ແກ່ການຖຽງກັນວ່າ ສິ່ງນີ້ແມ່ນທຳແມ່ນວິໄນ ສິ່ງນີ້ບໍ່ແມ່ນທຳແມ່ນວິນັຍ.
2. ອານຸວາທາທິກອນ: ໄດ້ແກ່ໂຈດຟ້ອງກັນ ຫຼື
ກ່າວຫາກັນດ້ວຍອາບັດນັ້ນໆ.
3. ອາປັດຕາທິກອນ: ໄດ້ແກ່ການຕ້ອງອາບັດທັງປວງ
ແລ້ວແກ້ໄຂຕົວເອງໃຫ້ພົ້ນຈາກອາບັດ.
4.
ກິດຈາທິກອນ: ໄດ້ແກ່ກິດສົງທີ່ຈະຕ້ອງເຮັດຕ້ອງທຳ.
§§ ບົດສອນທັມມະ §§
1.
ຜູ້ເຖິງພ້ອມແລ້ວ ດ້ວຍສິກຂາ
ແລະ ອາຊີວະຂອງພິກຂຸທັງຫຼາຍ ຄື: ອະທິສິນ ແລະ ອະຊີວະສິກຂາບົດທີ່ພະພຸດທະເຈົ້າຊົງບັນຍັດຕັ້ງໄວ້
ຈື່ງເປັນພິກຂຸໄດ້ ຄັນເປັນພິກຂຸແລ້ວ ກໍຕ້ອງຮູ້ຈັກອາການທີ່ຕ້ອງອາບັດ 6 ຢ່າງ ຄື:
1.ຕ້ອງດ້ວຍບໍ່ລະອາຍແກ່ບາບ
ແກ້ງຍ່ຳຍີສິກຂາບົດນ້ອຍໃຫຍ່ 1.
2.ຕ້ອງດ້ວຍບໍ່ຮູ້ສິກຂາບົດຖີ່ຖ້ວນ 1.
3.ຕ້ອງດ້ວຍສົງໄສ ແລ້ວຂຶນເຮັດໄປ 1.
4.ຕ້ອງດ້ວຍສຳຄັນວ່າ ຄວນໃນສິ່ງທີ່ບໍ່ຄວນ 1.
5.ຕ້ອງດ້ວຍສຳຄັນວ່າ ບໍ່ຄວນໃນສິ່ງທີ່ຄວນ 1.
6.ຕ້ອງດ້ວຍລົງລືມສະຕິ 1.
ຖ້າບໍ່ຮູ້ຈັກອາການທີ່ຕ້ອງອາບັດ 6 ຢ່າງນີ້ແລ້ວ
ຍາກຢູ່ທີ່ຈັກຮັກສາຕົນໃຫ້ເປັນຜູ້ທີ່ມີສິນບໍລິສຸດ ພົ້ນຈາກອາບັດໂທດໄດ້, ເຫດດັ່ງນັ້ນເຮົາທັງຫຼາຍເພິງເປັນຜູ້ພ້ອມພຽງກັນ
ຕັ້ງໃຈຟັ່ງສິກຂາບົດໂດຍເຄົາລົບໃຫ້ສຳເລັດປະໂຫຍດຂອງຕົນ ເທິ້ນ.
2.
ຜູ້ເຖິງພ້ອມແລ້ວດ້ວຍສິກຂາ ແລະ
ອະຊີວະຂອງພິກຂຸ ຄື ອະທິສິນ ແລະ ສິກຂາບົດທີ່ພິກຂຸສົງບັນຍັດຕັ້ງໄວ້ຈຶ່ງເປັນພິກຂຸໄດ້,
ເພາະເຫັດນັ້ນ ເຮົາທັງຫຼາຍຂໍປະຕິຍານວ່າ ເປັນພິກຂຸແລ້ວ
ຕ້ອງສຶກສາໃຫ້ຮູ້ທົ່ວໄປໃນສິກຂາບົດນ້ອຍໃຫຍ່ທັງປວງ ຖ້າບໍ່ຮູ້ແມ່ນໃຫ້ໄຕ່ຖາມ
ຂໍ້ຄວາມໃນສິກຂາບົດນັ້ນໆ ໃຫ້ຮູ້ໃຫ້ເຂົ້າໃຈ ອັນນີ້ ເປັນກິດຂອງພິກຂຸທີ່ສືກສາຢູ່ ເພິງຮູ້ທົ່ວໄປໃນສິກຂາບົດທັງປວງ
ຖ້າບໍ່ຮູ້ໃຫ້ໄຕ່ຖາມຊັກຖາມຂໍ້ຄວາມໃນສິກຂາບົດນັ້ນໆ ໃຫ້ຮູ້ໃຫ້ເຂົ້າໃຈ
ອັນນີ້ເປັນຄວາມຊອບໃນພິກຂຸນັ້ນ, ເຫດດັ່ງນັ້ນ
ເຮົາທັງຫຼາຍເພິ່ງເປັນຜູ້ພ້ອມພຽງກັນຕັ້ງໃຈສຶກສາ ຮັບຟັ່ງສິກຂາບົດ
ໂດຍເຄົາລົບໃຫ້ສຳເລັດປະໂຫຍດຂອງຕົນ ເທິ້ນ.
3. ບຸກຄົນບວດໃນສາດສະໜາ ມີ 4 ຈຳພວກຄື:
-
ພວກໜື່ງຊື່ ອຸປະຊີວິກາ
ເຂົ້າບວດໃນສາດສະໜາເພື່ອລ້ຽງຊີວິດເປັນສຸກສະບາຍທໍ່ນັ້ນ.
-
ພວກສອງຊື່ ອຸປະກິລິກາ
ເຂົ້າບວດໃນສາດສະໜາ ເພື່ອທ່ຽວຊອກຫາຂອງຫຼີ້ນພໍສະນຸກສະບາຍທໍ່ນັ້ນ.
-
ພວກສາມຊື່ ອຸປະມຸຍຫິກາ
ເຂົ້າບວດໃນສາດສະໜາ ໂດຍຄວາມເປັນຄົນຫລົງງົມງາຍ.
-
ພວກສີ່ ອຸປະນິດສະຣະນິກາ
ເຂົ້າບວດໃນສາດສະໜາເພື່ອຈະອອກຈາກທຸກ ກະທຳໃຫ້ແຈ້ງ ເຊິ່ງພະນິບພານ.
ຜູ້ບວດໃນສາດສະໜາ ມີ 4 ຈຳພວກນີ້
ສອງພວກຂ້າງຕົ້ນທີ່ບວດ ເພື່ອອາໄສລ້ຽງຊີວິດ ແລະຊອກຫາຂອງຫຼີ້ນນີ້ບໍ່ຊອບທຳ ບໍ່ຊອບວິນັຍ
ເຖິງຈະສຶກສາຮ່ຳຮຽນໄປຟັ່ງໄປ ກໍເປັນແຕ່ສັກວ່າທຳ ບໍ່ຕິບັດແທ້ຈິງ
ເພາະຄວາມມຸ່ງໝາຍຂອງຕົນຈະຊອກຫາລ້ຽງຊີວິດ ແລະຊອກຫາຂອງຫຼີ້ນທໍ່ນັ້ນ.
ພວກທີ່ບວດລົງງົມງາຍນັ້ນ
ຕ້ອງການທຳ ແລະ ວິນັຍຢູ່ແຕ່ບໍ່ຮູ້ຈັກທຳຈັກວິນັຍ ເຂົາວ່າຢ່າງໃດກໍລັບຕາເຮັດໄປ ຜິດທຳ ຜິດວີນັຍ
ບໍ່ຮູ້ສຶກຕົວ.
ພວກທີ່ບວດໃນສາດສະໜາ ເພື່ອອອກຈາກທຸກທຳໃຫ້ແຈ້ງ
ເຊິ່ງພະນິບພານນັ້ນ ຕ້ອງການນັກ ໃນທຳແລະວິນັຍ ເພາະວ່າທຳແລະວິນັຍນັ້ນ
ເປັນພະສາດສະດາແທນອົງພະພຸດທະເຈົ້າ ເປັນອຸບາຍອອກຈາກທຸກ ທຳໃຫ້ແຈ້ງເຊິ່ງພະນິບພານ
ຄວນທີ່ຈະຕ້ອງການທຳຕ້ອງການວິນັຍ ໃຫ້ຍິ່ງກວ່າສິ່ງອື່ນຈຶ່ງຈະຊອບ.
ເຫດດັ່ງນັ້ນ:
ບັດນີ້ຈະໄດ້ສະແດງວິນັຍຍະກະຖາ ຈົ່ງພາກັນຕັ້ງໃຈຟັ່ງໂດຍເຄົາລົບໃຫ້ສຳເລັດປະໂຫຍດຂອງຕົນ
ເທິ້ນ.
4.
ເຮົາທັງຫຼາຍປະຕິບັດຍານວ່າເປັນອຸປະສຳບັນ
ຜູ້ເຂົ້າເຖິງພະໄທຂອງພະພຸດທະເຈົ້າແລ້ວ ກໍຕ້ອງປະຕິບັດໃຫ້ສົມກັບຊື່ວ່າ ອຸປະສຳບັນ
ຄືສິ່ງໃດທີ່ພະຫ້າມບໍ່ໃຫ້ເຮັດກໍບໍ່ເຮັດ ພະສັ່ງສອນໃຫ້ເຮັດກໍເຮັດຕາມທຸກຢ່າງດັ່ງນີ້ແລ
ຈຶ່ງຊື່ວ່າອຸປະສຳບັນນະຜູ້ເຂົ້າເຖິງພະໄທຂອງພະພຸດທະເຈົ້າແລ້ວ.
ອັນໜື່ງປະຕິຍານວ່າ ເປັນພິກຂຸແລ້ວກໍຕ້ອງທຳກິດໃຫ້ສົມກັບຊື່ວ່າ ພິກຂຸ
ທີ່ວ່າຈະທຳກິດໃຫ້ສົມກັບຊື່ວ່າພິກຂຸນັ້ນ ຄືເປັນຜູ້ເຫັນໄພ ປະຕິບັດຂັດເກົາກິເລດ
ບໍ່ໃຫ້ກິເລດກຳເລິບກ້າຂື້ນ.
ອັນໜື່ງປະຕິຍານວ່າ ເປັນບັນພະຊິດ ຊື່ວ່າສະມະນະ, ທີ່ຈະປະຕິບັດໃຫ້ສົມກັບຊື່ວ່າ
ບັນພະຊິດ ຊື່ວ່າສະມະນະນັ້ນ ຄືລະກິດຂອງຄະຫັດທັງປວງມາທຳກິດຄືເວັ້ນຈາກບາບ
ລະງັບບາບນ້ອຍໃຫຍ່ ບໍ່ບຽດບຽນຜູ້ໃດຜູ້ໜື່ງໃຫ້ໄດ້ຮັບຄວາມລຳບາກ ເດືອດຮ້ອນດ້ວຍກາຍວາຈາດັ່ງນິ້ແລ
ຈື່ງຈະສົມຊື່ວ່າເປັນອຸປະສຳບັນ, ພິກຂຸ, ບັນພະຊິດ, ສະມະນະໄດ້.
ຖ້າບໍ່ປະຕິບັດຕາມຊື່ວ່າ ອຸປະສຳບັນ, ພິກຂຸ, ບັນພະຊິດ ແລະ
ສະມະນະຢ່າງວ່າມານີ້ແລ້ວ ກໍສັກວ່ານຸ່ງຜ້າເຫຼືອງ ຫົ່ມຜ້າເຫຼືອງ ແຖຜົມ ແຖໜວດທໍ່ນັ້ນ
ຈະເປັນອຸປະສຳບັນ, ເປັນພິຂຸ, ເປັນບັນພະຊິດແລະເປັນສະມະນະໄດ້ຢ່າງໃດ?
ກໍເຮົາທັງຫຼາຍປະຕິບັດໃຫ້ເປັນຜູ້ເຂົ້າເຖິງ ພະໄທຂອງພະພຸດທະເຈົ້າ ແລະເປັນຜູ້ເຫັນໄພ
ປະຕິບັດໃຫ້ດັບກິເລດ ທຳລາຍກິເລດ ເປັນຜູ້ເວັ້ນແລະລະງັບບາບນ້ອຍໃຫຍ່
ກໍຕ້ອງອາໄສຮູ້ຈັກທຳ ຮູ້ຈັກວິນັຍແລ້ວອຸດສາຫະພະຍາຍາມ ປະຕິບັດໄປຢ່າງນີ້ຈຶ່ງຈະສົມຕາມລັກສະນະຊື່ໄດ້.
ເຫດດັ່ງນັ້ນ ບັດນີ້ຈັກໄດ້ສະແດງວິນັຍຍະກະຖາ
ຈົ່ງພາກັນຕັ້ງໃຈຟັ່ງໂດຍເຄົາລົບໃຫ້ສຳເລັດປະໂຫຍດຂອງຕົນ ເທິ້ນ.
5.
ເຮົາທັງຫຼາຍ ໄດ້ປະຕິຍານຕົນນັບຖືພະສຳມາສຳພຸດທະເຈົ້າວ່າເປັນທີ່ເພິ່ງອັນອຸດົມກວ່າສິ່ງອື່ນຢ່າງນີ້ແລ້ວ
ຄວນທີ່ຈະເຄົາລົບນັບຖືທຳມະວິນັຍໃຫ້ຍິ່ງຂື້ນໄປຈື່ງຈະຊອບ ເພາະວ່າທຳແລະວິນັຍນັ້ນ
ເມື່ອຜູ້ໃດປະຕິບັດຕາມຍ່ອມເຮັດໃຫ້ຜູ້ນັ້ນ
ໄດ້ຮັບແຕ່ຄວາມສຸກສະບາຍບໍ່ຫລົງໄຫລເດືອດຮ້ອນຕໍ່ກິເລດບາບທຳທັງປວງ ເມື່ອເປັນດັ່ງນີ້ແລ້ວໃຫ້ເພິ່ງຮູ້ດ້ວຍຕົນເອງວ່າ
ອັນນີ້ເປັນບຸນ ຄື ຄວາມດີຄວາມຊອບໃນພະພຸດທະສາດສະໜາ ໄດ້ປະສົບແລ້ວ
ກໍເຮົາທັງຫຼາຍລະເພດຄະລະວາດມາບັນພະຊາປາດຖະໜາບຸນກຸສົນ ເຊິ່ງເປັນທີ່ຕັ້ງແຫ່ງຄວາມສຸກ
ບໍ່ຣຸມຈິດໃຈໃຫ້ເຣັ່ງຮ້ອນດ້ວຍໄຟກິເລດເປັນເຫດຈະນຳຜົນ ຄືຄວາມທຸກນຳມາໃຫ້ຕົນ ດັ່ງນີ້ແລ້ວຈຳຕ້ອງສຶກສາຄວນເອົາໃຈໃສ່ກຳນົດຈົດຈຳໄວ້ໃນ
ວິນັຍໃຫ້ຖ່ອງແທ້ແລະບໍ່ແກ້ງລ່ວງແລ້ວຫ່ວງດອງອາບັດນ້ອຍໃຫຍ່ໄວ້
ໃຫ້ເປັນການລ່ວງລະເມີດສິນທີ່ເປັນອັນຕະລາຽເລີຍ, ກໍບັດນີ້ຈັກໄດ້ສະແດງວິນັຍຍະກະຖາ
ຈົ່ງຈົດຈຳເອົາໄວ້ໃນໃຈແລ້ວປະຕິບັດໄປໃຫ້ສຳເລັດປະໂຫຍດຂອງຕົນ ເທິ້ນ.
6.
ເຮົາທັງຫຼາຍບວດໃນສາດສະໜານີ້
ບໍລິໂພກປັດໄຈ 4 ມີ ຈີວອນ, ບິນທະບາດ, ເສນາສະນະ ແລະຄິລະນະເພສັດ
ທີ່ທາຍົກຫວັງຜົນບຸນແລ້ວ ແລະໃຫ້ດ້ວຍສັທາ ຄວາມເຊື່ອຄວາມເຫຼື້ອມໃສ
ແລ້ວໄປທຳກິດນອກສາດສະໜາເສັຍ ກໍ່ໃຫ້ກິເລັດກຳເລິບກ້າຂື້ນ ບໍ່ທຳກິດໃນສາດສະໜາ ຄື
ປະຕິບັດດັບລາຄະ ໂທສະ ໂມຫະ ຢ່າງນີ້ບໍ່ຄວນແກ່ເຮົາທັງຫຼາຍ
ພະພຸດທະເຈົ້າຜູ້ເປັນທີ່ເພິ່ງທີ່ນັບຖື ຂອງເຮົາທັງຫຼາຍນັ້ນ ພະອົງສິ້ນລາຄະ ໂທສະ
ໂມຫະແລ້ວ ຈື່ງຊົງພະນາມວ່າ ອະຣະຫັງສຳມາສຳພຸດໂທ, ພະອົງຕັດເທດສະໜາສັງສອນສັດ
ເພື່ອໃຫ້ລະຣາຄະ ໂທສະ ໂມຫະ ຢ່າງດ່ຽວທໍ່ນັ້ນ ພະທຳຄຳສັງສອນຂອງພະອົງນັ້ນ ຈຶ່ງຊື່ວ່າສວາກຂາໂຕ,
ພະສົງສາວົກຂອງພະອົງ ກໍປະຕິບັດດັບຣາຄະ ໂທສະ ໂມຫະ ໄດ້ແລ້ວ ຈື່ງຊື່ວ່າ ສຸປະຕິປັນໂນ
ປະຕິບັດດີແລ້ວ ເພິ່ງຮູ້ເຖີດວ່າຈະຕ້ອງປະຕິບັດເພື່ອຣົບຂ້າເສິກຄື ຣາຄະ ໂທສະ ໂມຫະ
ທໍ່ນັ້ນ ພະອຸປັດຊາຈຶ່ງໄດ້ໃຫ້ຕະຈະປັນຈະກະກຳມັດຖານ 4 ຄື: ເກສາ ໂລມາ ນະຂາ ທັນຕາ ຕະໂຈ
ແຕ່ເມື່ອແຣກອຸ້ມຜ້າກາສາວະພັດເຂົ້າມາຂໍບັນພະຊາ ໃຫ້ເປັນອາວຸດສຳລັບປະຫານຂ້າເສິກ ຄື:
ຣາຄະ ໂທສະ ໂມຫະ, ອັນໜື່ງສິນຈະບໍລິສຸດໄດ້ເຮົາຕ້ອງອາໄສການສຶກສາໃຫ້ຮູ້ຈັກທຳມະວິນັຍ
ຈື່ງຈະຮັກສາຕົນໃຫ້ພົ້ນຈາກອາບັດໂທດໄດ້.
ເຫດດັ່ງນັ້ນ
ເຮົາທັງຫຼາຍເພິ່ງເປັນຜູ້ພ້ອມພຽງກັນຕັ້ງໃຈສຶກສາສະດັບຮັບຟັ່ງສິກຂາບົດ
ໂດຍເຄົາຣົບໃຫ້ສຳເລັດປະໂຫຍດຂອງຕົນ ເທິ້ນ.
7.
ບຸກຄົນມາບວດໃນສາດສະໜາມີ 2
ຈຳພວກ ບາງຈຳພວກບວດດ້ວຍສັທາ ບາງຈຳພວກບວດດ້ວຍບໍ່ມີສັທາ ເປັນພຽງແຕ່ເຫັນເຂົາບວດກໍບວດໄປ
ພວກທີ່ບໍ່ມີສັທາ ບວດເຮັດຫຍັງ? ບວດໄປ ບວດໄປ ກາຍເປັນເຖນ, ບວດເຮັດຫຍັງ? ບວດໄປ ບວດໄປ
ກາຍເປັນຂະໂມຍ, ບວດເຮັດຫຍັງ? ບວດໄປ ບວດໄປ ກາຍເປັນເຖນໂງງ່າວເລິະເທິະ
ບໍ່ຮູ້ຈັກສາດສະໜາວ່າເປັນຂອງດີ, ບວດເຮັດຫຍັງ? ບວດໄປ ບວດໄປ ກາຍເປັນພໍ່ຄ້າ,
ບວດເຮັດຫຍັງ? ບວດໄປ ບວດໄປ ກາຍເປັນເຈົ້າຊູ້, ບວດເຮັດຫຍັງ? ບວດໄປ ບວດໄປ
ກາຍເປັນຄົນເກະກະກິດວັດວາສາດສະໜາຫາທີ່ເພິ່ງບໍ່ໄດ້ ທີ່ເພິ່ງທີ່ເຄົາລົບຂອງຕົນ
ຄືທັມມະວິນັຍສອງຢ່າງນີ້ຄືສັດຖູສາດສະໜາ
ມີຜູ້ສະແດງໃຫ້ຟັ່ງບໍ່ຢາກຟັ່ງພາກັນລຸກໜີອອກໄປຂ້າງນອກ ບໍ່ຊອບຟັ່ງຖ້າເປັນຖ້ອຍຄຳຂອງຄົນຕະລົກຄະນອງຮ້ອງລຳເອະອະ
ອຶ້ອຶງ ໃຫ້ອາລົມຟົ້ງຊວ່ານກໍບໍ່ລຳຄານສູ້ນອນນັ່ງທົນຟັ່ງຢູ່ໄດ້, ບວດເຮັດຫຍັງ?
ບວດເອົາຫຍັງ? ກິນແລ້ວກໍນອນ ນອນແລ້ວກໍກິນ ຂີ້ຫົດວັດ ຍ່ຽວຫົດວັດ
ປະຕິບັດຄາດເຄື່ອນທຳມະວິນັຍເລິເທິິະ, ບວດເຮັດຫຍັງ? ບວດເອົາຫຍັງ? ຮ່ຳຮຽນຫຼືທ່ອງຈົມຢ່າງໃດຢ່າງໜື່ງກໍບໍ່ມີ
ສູດມົນໄຫວ້ພຮະພາວະນາກໍຄ້ານເຕັມທີ
ຊ່າງບໍ່ອາຍແກ່ຜີສາງເທວະດາພະຈົວທີ່ເຂົາມີສັດທານັ້ນເລີຍ
ກໍເຮົາທັງຫຼາຍບໍ່ໄດ້ວຸ້ນວາຍເລິເທິະຢ່າງວ່າມານີ້ ຄວນທີ່ເຮົາທັງຫລາຍຈະປະກອບການສຶກສາຮ່ຳຮຽນທ່ອງຈົ່ມສູດມົນ
ໄຫວ້ພະ ພາວະນາ ຢ່າໃຫ້ກາລະເວລາວັນຄືນລ່ວງໆໄປເສັຍເປົ່າຂາດທຶນຊີວິດທີ່ເປັນມາ,
ເຫດດັ່ງນັ້ນ ບັດນີ້ຈັກໄດ້ສະແດງວິນັຍຍະກະຖາຈົ່ງຕັ້ງໃຈຟັ່ງໃຫ້ສຳເລັດປະໂຫຍດຂອງຕົນ ເທິ້ນ.
8.
ເຮົາທັງຫລາຍນັບຖືພະຜູ້ມີພະພາກເຈົ້າ
ວ່າເປັນທີ່ເພິ່ງອັນປະເສິດ ແລະຮູ້ຈັກວ່າ ເພດສຳມະນະນີ້ເປັນເພດອັນດີ
ເປັນຫົນທາງຈະອອກຈາກທຸກກະທຳໃຫ້ແຈ້ງ ເຊິ່ງພະນິບພານໄດ້ດັ່ງນີ້ແລ້ວ ຈຶ່ງໄດ້ລະຄາລະວາດຄິຫິພັນອອກບັນພະຊາ
ນຸ່ງຜ້າຍ້ອມຝາດສີດ່ຽວ ເປັນອຸບາຍທີ່ຈະລະງັບກິເລດ ຂົ່ມກິເລດ ດ້ວຍວ່າພະສຸຄົດເຈົ້ານັ້ນ
ທ່ານເປັນຜູ້ດຳເນີນດີແລ້ວໃນປະຕິປະທາຫົນທາງຂໍ້ປະຕິບັດຊອບ ກຳຈັດກິເລດ
ດັບກິເລດຢ່າງສິ້ນເຊີງດ້ວຍພະປິຊາທີ່ຮູ້ແຈ້ງປະຈັກຊັດໃນຂອງທີ່ເປັນຈິງ ທັງເຫດທັງຜົນສອງຢ່າງການອາໂລກະຊັດຊະວານຄວາມສະຫວ່າງແຈ້ງເກີດຂື້ນ
ແຕ່ພະໄທຂອງພະອົງ ຄວາມມືດຄືກິເລດນັ້ນ ດັບຫາຍໄປເອງຈາກສັນດານດັງນີ້
ເປັນຄຸນທຳຄວາມດີທີ່ຊາບຊັດໃນຂອງຊິງແລ້ວ ພະອົງໄດ້ປະກອບຄວາມດີຄວາມຊອບຄືທຳ ແລະວິນັຍ
ເຊິ່ງເປັນອຸບາຍທີ່ຈະປະສົບຂອງຈິງໄວ້ ຈົນເຖິງເທວະດາແລະມະນຸດທັງຫລາຍໄດ້ປະພຶດໄປຕາມ
ລະໂລບ ໂກດ ຫລົງ ຂາດຈາກສັນດານໄດ້ສິ້ນທຸກດ້ວຍປະການທັງປວງແລ້ວ
ບໍ່ຕ້ອງເປັນຂ້ອຍຂ້າແຫ່ງຕັນຫາຕໍ່ໄປເປັນຄຸນແຫ່ງຄວາມປະຕິບັດຊອບ ໃນຫົນທາງສິ້ນທຸກ
ກໍເຮົາທັງຫລາຍມາຊອບໃຈນັບຖືສາດສະໜາ ຄືຄຳສອນຂອງທ່ານຜູ້ສິ້ນກິເລດ
ເປັນຫົນທາງດັບທຸກນີ້ແລ້ວຈົ່ງສືກສາທຳ ແລະວິນັຍ ຈື່ງໄດ້ເປັນເຄື່ອງຂູດເກົາຊຳລະທຸຣີຄືກິເລດ
ເປັນບາບຂອງຊົ່ວອັນໝັກໝົມພອກທາສັນດານ ໃຫ້ກຽງສະອາດເບົາບາງໄປ
ຈຶ່ງຈະສົມຄວນແກ່ການປະຕິຍານຕົນນັບຖືພະພຸດທະເຈົ້າວ່າເປັນທີ່ເພິ່ງ ດັ່ງນີ້,
ເພາະເຫດນັ້ນ ບັດນີ້ຈັກໄດ້ສະແດງວິນັຍຍະກະຖາ ຈົ່ງຕັ້ງໃຈຟັ່ງແລ້ວປະຕິບັດສຶກສາ ໃຫ້ສຳເລັດປະໂຫຍດຂອງຕົນ
ເທີ້ນ.
9.
ຜູ້ຫວັງການສຶກສາ
ມາບັນພະຊາເປັນສຳມະເນນ ອຸປະສົມບົດ ບວດເປັນພິກຂຸ
ໃນພະພຸດທະສາດສະໜາຂອງພະພຸດທະເຈົ້າເປັນມັກຄາທາງດັບທຸກ
ແລະດັບເພີງກິເລດໃຫ້ເບົາບາງຈາກສັນດານຂອງຜູ້ປະຕິບັດໄດ້ຈິງ ປະເສິດກວ່າສາດສະໜາ ຄູອາຈານ
ເດັຍລະຖີ ປະຣິພາຊົກ ເຫລົ່ານີ້ ທີ່ມີສາດສະໜາ ຄຳສອນອື່ນໆທັງປວງ,
ເພາະສະນັ້ນຈຶ່ງລະເພດຄາລະວາດອອກບັນພະຊາ ບໍ່ໄດ້ບວດຢູ່ໃນເຮືອນກັບບຸດ ພະລິຍາຂອງຕົນ
ບໍ່ໄດ້ຊອບຄຳສອນສາດສະໜາເດັຍລະຖີອື່ນໆນັ້ນ ເມື່ອມາຊອບໃນຄຳສອນຂອງພະຜູ້ມີພະພາກເຈົ້າ
ເປັນສັນຕິມັກຫົນທາງພະນິບພານ ເປັນເຄື່ອງລະງັບກິເລດ ດັ່ງນີ້ແລ້ວ ຄວນຈະຕ້ອງສຶກສາ
ໃນອະທິສີນ ອະທິຈິດ ອະທິປັນຍາ ສຶກສາຂໍ້ປະຕິບັດ ກາຍ ວາຈາ ໃຈ ຕາມທີ່ຄວນກັບສາດສະໜາ
ເປັນຂອງຈິງ ບໍ່ແມ່ນຂອງຫຼີ້ນ ຂອງຄົນມີກິເລດ
ບັນຍັດ ເພິງນຸ່ງຜ້າສະບົງ ຄຸມຜ້າຈີວອນເປັນຕົນ ຕາມເສຂິຍະວັດ ສຶກສາມາລະຍາດ
ເຄື່ອງປະພຶດກາຍ ໃຫ້ພົ້ນຈາກເພດຄະຫັດ ມີນຸ່ງຜ້າສີຕ່າງໆ ສະແດງຕົວຢ່າງຜູ້ບໍລິໂພກກາມ
ເພິງຫັດແອບແຕ່ວ່າຈາ ທີ່ຈະປາກເວົ້າໃນທີ່ຄວນແກ່ກາລະ
ເມື່ອກາລະຄວນຈະປະກອບບຸນກຸສົນພ້ອມພຽງກັນ ແລະກາລະທີ່ຟັ່ງທຳຄຳສັ່ງສອນ
ຄວນຟັ່ງໂດຍເຄົາລົບ ຢ່າທຳຄວາມວຸ້ນວາຍໃຫ້ເກີດໃນຈິດ ດັ່ງຄົນເສັຍຈະຣິດ ກາຣະຄວນຈະເວົ້າ
ແລະບໍ່ຄວນຈະເວົ້າ ໃຫ້ເປັນອັນຕະລາຍແກ່ຕົນເອງ ເພິ່ງຫັດຈິດໃນກາລະທີ່ຄວນຈະລະງັບ
ສະຫງົບໃນກາລະທີ່ຄວນຈະຈະເລີນສະມະຖະວີປັດສະນາກັມມັດຖານຍັງຈິດໃຫ້ເກີດຄວາມເຫລື້ອມໃສ
ໃນພຸດທະຄຸນ ທຳມະຄຸນ ສັງຄະຄຸນ ໃນການຈະປະກອບບຸນກຸສົນນັ້ນໆ ຄວນຈະສະຫງົບລະງັບຈິດ
ບໍ່ຄວນຈະສະແດງຄວາມເພັ່ງຕໍ່ສິ່ງທີ່ຍັງຈິດໃຫ້ເພີດເພິນ
ຫົວລໍ້ຫລີ້ນຍັງຄວາມປະໝາດໃຫ້ເປັນໄປ ສະແດງຄວາມບໍ່ພໍໃຈດັ່ງຂອງຫລີ້ນ ເມື່ອເປັນເຊັ່ນນີ້
ຈິດໃຈຂອງຜູ້ນັ້ນ ກໍເຫິນຫ່າງຈາກບຸນກຸສົນ
ເພາະວ່າບຸນກຸສົນຈະເກີດຂື້ນເປັນໄປໃນຈິດບຸກຄົນ ກໍດ້ວຍປະພຶດດີປະຕິບັດຊອບ
ທີ່ຄວນແກ່ກາລະສັນດານໃຫ້ຜ່ອງແຜ້ວ ສະຫງົບລະງັບ ອົດກັນຕໍ່ກິເລດ
ແລະອາລົມທີ່ຈະພາຈິດລື່ນເລີງ ຫົວລໍ້ຫລີ້ນເປັນນິດໄສພາລະຊົນນັ້ນໆ ຈຶ່ງຈະຍັງກຸສົນໃຫ້ເກີດຂື້ນໄດ້.
ເພາະສະນັ້ນ
ເຮົາທັງຫລາຍຄວນຈະຕ້ອງສຶກສາ ຟັ່ງທຳມະວິນັຍໂດຍເຄົາລົບ ຢ່າສັກວ່າເຮັດຫລີ້ນ
ໃຫ້ເປັນການສຶກສາຄຸ້ມອາບັດ ໃຫ້ສຳເລັດປະໂຫຍດສ່ວນບຸນກຸສົນນັ້ນ ເທິ້ນ.
( ອ່ານຈົບແລ້ວ ກັບອ່ານຕັ້ງຕົ້ນໄປໃຫມ່ ມື້ລະຂໍ້ )
§§ ພຸດທະພາສິດ §§
ສະມະໂນ ອັດສະ ສຸດສະມະໂນ
ສະມະນະ ຄວນເປັນສະມະນະທີ່ດີ.
ອະທິບາຍ “ ສະມະນະ “ ແປວ່າ
ວ່າເປັນຜູ້ສະຫງົບ ລະງັບ ໄດ້ແກ່ຜູ້ສະຫງົບ ລະງັບຈາກຄວາມຊົ່ວ ອັນເກິດທາງກາຍ ວາຈາ ແລະ
ໃຈ ເຊິ່ງວ່າມີຄວາມໂລບ ຄວາມໂກດ ແລະຄວາມຫລົງເປັນມູນເຫດ.
ຄວນເປັນສະມະນະທີ່ດີ ກໍຄືໃຫ້ຜູ້ທີ່ບວດມາໃນພະພຸດທະສາດສະໜານີ້
ປະພຶດຕົນໃຫ້ດີງາມ ດ້ວຍສິນ ສາມາທິ ປັນຍາ ຢ່າໃຫ້ມີແຕ່ຊື່ວ່າ ສະມະນະ ນັກບວດ ເທົ່ານັ້ນ
ຕ້ອງບວດຈິງ ຮຽນຈິງ ປະຕິບັດຈິງ ນີ້ຄືສະມະນະທີ່ດີ.
۞ສັບພະມານັງ ທັມມະທານັງ ຊິນາຕິ ໃຫ້ທັມມະເປັນທານ
ຍ່ອມຊະນະການໃຫ້ທັງປວງ.
§§ ອະປັນນະກະປະຕິປະທາ ຄືປະຕິບັດບໍ່ຜິດ 3 ຢ່າງ §§
1.
ອິນທະຣິຍະສັງວະຣະສິນ ສັງລວມອິນຊີ 6 ຄື: ຕາ ຫູ ດັງ ລີ້ນ ກາຍ ໃຈ
ບໍ່ໃຫ້ຍິນດີຍິນຮ້າຍ ໃນເວລາ ຕາ ໄດ້ເຫັນຮູບ ຫູ ໄດ້ຍິນສຽງ ດັງ ໄດ້ດົມກິ່ນ ລີ້ນ
ໄດ້ຊິມຣົສ ກາຍ ໄດ້ສຳຜັດຖືກຕ້ອງ ໃຈ ຮູ້ທຳມາຣົມ.
2.
ໂພຊະເນ
ມັດຕັນຍຸຕາ
ຮູ້ຈັກປະມານໃນການກິນອາຫານ ແຕ່ພໍສົມຄວນ ບໍ່ນ້ອຍ ບໍ່ຫລາຍ.
3.
ຊາຄະຣິຍານຸໂຍກ ປະກອບດ້ວຍຄວາມພຽນເພື່ອຈະໄດ້ສຳລະຈິດໃຈໃຫ້ຜ່ອງໃສ
ບໍ່ເຫັນແກ່ການນອນຫລາຍ.
§§ອັນຕະລາຍຂອງ ພິກຂຸສາມະເນນ
ຜູ້ບວດໃຫມ່ 4 ຢ່າງ:§§
1.
ອົດທົນຕໍ່ຄຳສັ່ງສອນບໍ່ໄດ້ ຄື
ເບື່ອໜ່າຍຕໍ່ຄຳສັ່ງສອນ ຂີ້ຄ້ານເຮັດຕາມ.
2.
ເປັນຄົນທີ່ເຫັນແກ່ປາກແກ່ທອງ
ທົນຄວາມຢາກບໍ່ໄດ້.
3.
ເພີດເພິນໃນກາມະຄຸນ
ທະຍານຢາກໄດ້ຄວາມສຸກຍິ່ງໆ ຂື້ນໄປ.
4.
ມັກແມ່ຍິງ
ພິກຂຸສາມະເນນ
ຜູ້ຫວັງຄວາມຈະເລີນແກ່ຕົນ ຄວນລະຫວັງຢ່າໃຫ້ອັນຕະລາຍ 4 ຢ່າງນີ້ຍ່ຳຍີໄດ້.
§§ອົງແຫ່ງພິກຂຸໃຫມ່ 5 ຢ່າງ:§§
1.
ສັງລວມໃນພະປາຕິໂມກ ເວັ້ນຂໍ້ ທີ່ພະພຸດທະເຈົ້າຫ້າມເຮັດຕາມຂໍ້
ທີ່ພະອົງຊົງອານຸຍາດ.
2. ສັງລວມອິນຊີ ຄື: ລະວັງ ຕາ ຫູ ດັງ ລີ້ນ ກາຍ ໃຈ ບໍ່ໃຫ້ຄວາມຍິນດີຍິນຮ້າຍ
ໃນເວລາທີ່ເຫັນຮູບດ້ວຍ ຕາ ເປັນຕົ້ນ.
3. ຄວາມບໍ່ເປັນຄົນເອິກກະເຫລິກເຮຮາ.
4. ຢູ່ໃນເສນາສະນະອັນສະງັດ.
5.
ມີຄວາມເຫັນຖືກຕ້ອງ.
ພິກຂຸໃຫມ່ຄວນຕັ້ງຢູ່ໃນທຳ
4 ຂໍ້ນີ້.
ອະໂຄຈອນມີ 6 ຄື:
1.
ຍິງນັກເລງ.
2. ຍິງແມ່ຮ້າງ ແມ່ໝ້າຍ.
3. ສາວແກ່.
4. ພິຂຸນີ.
5. ຄົນມອງ (ກະເທີຍ ຫຼື ຄົນສອງເພດ )
6.
ໂຮງເຫລົ້າ ໂຮງຢ່າຝິ່ນ.
ບຸກຄົນກໍດີ ສະຖານທີ່ກໍດີ ອັນພິກຂຸບໍ່ຄວນໄປຫາມາສູ່ ເອີ້ນວ່າ
ມີ 6 ປະເພດດ້ວຍກັນ ດັ່ງນີ້ເປັນຕົ້ນ.
§§ສິນ 10 ຂອງສາມະເນນ§§
ສິນ
ຫຼື ວິນັຍຂອງສາມະເນນ ພະພຸດທະເຈົ້າໄດ້ສົງບັນຍັດໄວ້ ຄັ້ງສະໃຫມ່ພະພຸດທະອົງ
ຊົງປະທັບຢູ່ວັດພະເຊຕະວັນມະຫາວິຫານກຸງສາວັດຖີ ມີຢູ່ 10 ຂໍ້ ຫຼື 10 ສິກຂາບົດຄື:
1.
ປານາຕິປາຕາ ເວຣະມະນີ ເວັ້ນຈາກການຂ້າສັດ.
2.
ອະທິນນາທານາ ເວຣະມະນີ ເວັ້ນຈາກການລັກສິ່ງຂອງ ທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້.
3.
ອະພຼົມມະຈາຣິຍາ ເວຣະມະນີ ເວັ້ນຈາກການເສບເມຖູທຳ.
4.
ມຸສາວາທາ ເວຣະມະນີ ເວັ້ນຈາກການເວົ້າຕົວະ.
5.
ສຸລາເມຣະຍະມັດຊະປະມາ ເວຣະມະນີ ເວັ້ນຈາກການດື່ມສຸລາ ແລະເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະໝາດ.
6.
ວິກາຣະໂພຊະນາ ເວຣະມະນີ ເວັ້ນຈາກການບໍລິໂພກອາຫານໃນເວລາວິການ ຄືຕັ້ງແຕ່ທ່ຽງ ແລ້ວໄປ.
7.
ນັດຈະຄິຕະວາທິຕະວິສຸກະທັດສະນາ
ເວຣະມະນີ ເວັ້ນຈາກການຟ້ອນ ລຳ ຂັບ ຮ້ອງເພງ ປະໂຄມດົນຕີ
ແລະການເບີ່ງສິ່ງຕ່າງໆ ເຊິ່ງເປັນຂ້າເສິກແກ່ພຼົມມະຈັນ.
8.
ມາລາຄັນທະວິເລປະນະທາຣະນະມັນດະນະວິພູສະນັດຖານາ
ເວຣະມະນີ ເວັ້ນຈາກການປະດັບຕົກແຕ່ງຮ່າງກາຍດ້ວຍດອກໄມ້
ແລະຂອງຫອມອັນເປັນທີ່ຕັ້ງແຫ່ງຄວາມກຳໜັດ.
9.
ອຸດຈາສະຍະນະມະຫາສະຍະນາ
ເວຣະມະນີ ເວັ້ນຈາກທີ່ນອນສູງ ແລະທີ່ນອນໃຫຍ່.
10. ຊາຕະຣູປະຣະຊະຕະປະຕິຄະຫະນະ ເວຣະມະນີ
ເວັ້ນຈາກການຮັບ ເງິນ ແລະ ຄຳ.
ສາມະເນນຜູ້ປະພຶດລ່ວງເກີນສິກຂາບົດ ຫຼື ສິນ 10 ຂໍ້ດັ່ງກ່າວນີ້ຂໍ້ໃດຂໍ້ໜື່ງແລ້ວ
ຍ່ອມມີໂທດ 2 ຢ່າງຄື:
1.
ໂທດຢ່າງໜັກ: ເອີ້ນວ່າ ນາສະນັງຄະ
ໄດ້ແກ່ການຂັບໄລ່ໃຫ້ຈິບຫາຍ ເສັຍຈາກເພດ ຄືໃຫ້ສິກໄປເສັຍ.
2.
ໂທດຢ່າງເບົາ: ເອີ້ນວ່າ
ທັນດະກັມ ໄດ້ແກ່ການລົງໂທດບໍ່ເຖີງກັບວ່າຂັບໄລ່ໃຫ້ສິກ
ເປັນແຕ່ພຽງໃຫ້ປັດກວາດວັດວາອາຣາມເດີ່ນພະທາດເຈດີ ເສັຍຫຍ້າຫຼືຖອກງ້ຽງເປັນຕົນ.
ໂທດນາສະນັງຄະ
ມີ 10 ຂໍ້:
1.
ຂ້າສັດ.
2.
ລັກຊັບ.
3.
ເສບເມຖຸທັມ.
4.
ເວົ້າຕົວະ.
5.
ດື່ມສຸຣາ ແລະ ເມໄຣ.
6.
ເວົ້າຕິຕຽນພະພຸດທະເຈົ້າ.
7.
ເວົ້ນຕິຕຽນພະທັມ.
8.
ເວົ້າຕິຕຽນພະສົງ.
9.
ມີຄວາມເຫັນຜິດຈາກຮີດຄອງປະເພນີ.
10. ປະທຸດສະຮ້າຍຮ່າງກາຍ ຂົ່ມຂຶນນາງພິກຂຸນີຫຼືແມ່ຍິງ.
ໂທດທັນດະກຳມີ
10 ຂໍ້:
1.
ບໍລິໂພກອາຫານໃນເວລາວິການ
ຄືຕັ້ງແຕ່ທ່ຽງ ແລ້ວໄປ.
2.
ຟ້ອນລຳຂັບຮອງເພງປະໂຄມດົນຕີ
ແລະ ເບີ່ງການຫຼີ້ນຕ່າງໆ.
3.
ປະດັບຕົກແຕ່ງຮ່າງກາຍດ້ວຍດອກໄມ້
ຂອງຫອມ ເຄື່ອງຍ້ອມ ເຄື່ອງທາ.
4.
ນັ່ງນອນເທິງທີ່ນອນສູງ
ແລະທີ່ນອນໃຫຍ່.
5.
ຮັບຫຼືຈັບບາຍເງິນ ແລະ ຄຳ.
6.
ພະຍາຍາມເຮັດໃຫ້ພິກຂຸທັງຫລາຍ
ເຊື່ອມຈາກລາບສັກກາຣະ.
7.
ພະຍາຍາມສ້າງຄວາມເສັຍຫາຍ
ໃຫ້ເກີດຂື້ນແກ່ພິກຂຸທັງຫລາຍ.
8.
ພະຍາຍາມເຮັດໃຫ້ພິກຂຸທັງຫລາຍຢູ່ບໍ່ໄດ້.
9.
ດ່າ ເວົ້າສຽດສີພິກຂຸທັງຫລາຍ.
10. ຍຸແຫຍ່ໃຫ້ພິກຂຸທັງຫລາຍແຕກຄວາມສາມັກຄີ.
ສະຫຼຸບແລ້ວ ສິກຂາບົດ 10 ຂໍ້ດັ່ງນີ້ ແບ່ງເປັນ ນາສະນັງຄະ 5 ຂໍ້ ໄດ້ແກ່ ປານາ ອະທິນນາ
ອະພຼົມມະຈະຣິຍາ ມຸສາ ສຸຣາ ແລະທັນດະກຳ 5 ຂໍ້ ໄດ້ແກ່ວິກາລະໂພຊະນາ ນັດຈະຄີຕະວາ
ມາລາຄັນທະວິເລປະນະ ອຸດຈາສະຍະນະ ແລະ ຊາຕະຣູ ປະຣະຊະຕະ ນອກຈາກນັ້ນ
ພະພຸດທະເຈົ້າຍັງໄດ້ຊົງບັນຍັດເອົາຄວາມປະພຶດຢ່າງອື່ນມາຕື່ມເຂົາອີກຢ່າງລະ 5 ຂໍ້
ຈຶ່ງເປັນນາສະນັງຄະ 10 ທັນດະກຳ 10 ລວມບັນຍັດຂ້ໍຫ້າມຂອງສາມະເນນທັງໝົດຈຶ່ງມີ 20 ຂໍ້.
ອັນໜື່ງ ປະໂຫຍດຄືການພະຍາຍາມຂົນຂວາຍເຮັດໃຫ້ ສິກຂາບົດ 10 ຂໍ້ນັ້ນຂາດ ຫຼືທຳລາຍມີຢູ່ 2
ຢ່າງຄື:
1.
ທຳເອງຫຼືວ່າເຮັດເອງ ເອິ້ນວ່າ
ສາທັດຖີກະປະໂຫຍກ.
2.
ໃຊ້ໃຫ້ຜູ້ອື່ນທຳ ເອິ້ນວ່າ
ອານັດຕິກະປະໂຫຍກ.
ສິກຂາບົດທີ 1 ປານາ ທີ 2 ອະທິນນາ ແລະທີ 10 ຊາຕະຣູ ທັງ 3 ສິກຂາບົດນີ້
ເປັນອານັດຕິປະໂຫຍກ ຕົນທຳເອງ ແລະໃຊ້ຜູ້ອື່ນທຳກໍເປັນອັນວ່າ ລ່ວງລະເມີດ ຄື ສິນຂາດ ແລະ
ສິກຂາບົດທີ 3 ອະພຼົມມະຈະຣິຍາ
ສິກຂາບົດທີ 4 ມູສາວາທາ
ສິກຂາບົດທີ 5 ສຸຣາເມຣະຍະ
ສິກຂາບົດທີ 6 ວິກາລະໂພຊະນາ
ສິກຂາບົດທີ 7 ນັດຈະຄີຕະວາທິຕະ
ສິກຂາບົດທີ 8 ມາລາຄັນທະວິເລປະນະ
ສິກຂາບົດທີ 9 ອຸດຈາຊະຍະນະມະຫາ
ທັງ 7 ສິກຂາບົດນີ້
ເປັນສາຫັດທິກະປະໂຫຍກ ທຳເອງສິນຈື່ງຂາດ ໃຊ້ໃຫ້ຜູ້ທຳສິນບໍ່ຂາດ
ແຕ່ວ່າສິນຈະຂາດຫລືວ່າບໍ່ຂາດນັ້ນຂື້ນຢູ່ກັບສ່ວນປະກອບຂອງແຕ່ລະສິກຂາບົດ
ເປັນຫລັກການພິຈາລະນາວິນິໄສຕັດສິນຊີ້ຂາດ ເຊິ່ງເອີ້ນວ່າ ອົງສິນ ມີດັ່ງນີ້:
1.ປານາ ມີອົງ 5
1.
ປາໂນ ສັດມີຊີວິດ.
2.
ປານາສັນຍິຕາ ຮູ້ວ່າສັດມີຊີວິດ.
3.
ວະທະກະຈິດຕັງ ຈິດຄິດຈະຂ້າໃຫ້ຕາຍ.
4.
ອຸປັກກາໂມ ພຽນພະຍາຍາມຂ້າ.
5.
ເຕນະ ມະຣະນັງ ສັດຕາຍດ້ວຍຄວາມພະຍາຍາມນັ້ນ.
2.ອະທິນນາ ມີອົງ 5
1.
ປະຣະປະຣິກຄະຫິຕັງ ຂອງນັ້ນມີເຈົ້າຂອງຫວງແຫນ.
2.
ປະຣະປະຣິກຄະຫິຕະສັນຍິຕາ ຮູ້ວ່າຂອງນັ້ນມີເຈົ້າຂອງຫວງແຫນ.
3.
ເຖຍຍະຈິດຕັງ ຈິດຄິດຈະລັກ.
4.
ອຸປັກກາໂມ ພ່ຽນພະຍາຍາມເພື່ອວ່າຈະລັກ.
5.
ເຕນະ ຫະຣະນັງ ໄດ້ຂອງມາດ້ວຍຄວາມພະຍາຍາມນັ້ນ.
3.ອະພຼົມມະຈະຣິຍາ
ມີອົງ 4
1.
ຕິນນັງ ມັກຄານັງ ອັນຍະຕະຣະຕາ
ເພທະນະວັດຖຸ ວັດຖຸອັນເປັນເຫດໃຫ້ທຳລາຍສິນໃນທະວານທັງ 3 ທະວານໃດທະວານໜື່ງ.
2.
ຕັດສະມິງ ເສວະນາຈິດຕັງ ຈິດຄິດຈະເສບໃນທະວານທັງ 3 ນັ້ນ.
3.
ຕັດໂຕ ວາຍາໂມ ພຽນພະຍາຍາມເພື່ອຈະສອງເສບ.
4.
ມັກເຄນະ ມັກຄັບປະຕິປັດຕິ ໃຫ້ມັກເຖິງກັນ
ຄືເອົາອະໄວຍະວະສືບພັນໃຫ້ຈຸເຖິງກັນ.
4.ມຸສາ ມີອົງ 4
1.
ອັດທັງ ວັດຖຸ ເລື່ອງບໍ່ຈິ່ງ.
2.
ວິສັງວາທະນະຈິດຕັງ ຈິດຄິດຈະເວົ້າໃຫ້ຜິດ.
3.
ຕັດໂຊ ວາຍາໂມ ພຽນພະຍາຍາມເວົ້າອອກໄປ.
4.
ປະຣັດສະຕະທັດຖະວິຊານະມັງ ຜູ້ອື່ນຮູ້ ແລະ
ເຂົ້າໃຈໃນເນື້ອຄວາມນັ້ນ.
5.ສຸຣາ ມີອົງ 4
1.
ມະທະນິຍັງ
ນ້ຳເມົາ.
2.
ປາຕຸກັມມະຍະຕາຈິດຕັງ
ຈິດຄິດຈະດື່ມນ້ຳເມົາ.
3.
ຕັດໂຊ
ວາຍາໂມ ພຽນພະຍາຍາມດື່ມນ້ຳເມົາ.
4.
ປິຕັບປະເວສະນັງ
ນ້ຳເມົານັ້ນລ່ວງຮູຄໍລົງໄປ.
6.ວິກາລະໂພ ມີອົງ 4
1.
ວິກາລະຕາ ຕັ້ງແຕ່ຕາເວັນທ່ຽງແລ້ວໄປ.
2.
ຍາວະກາລິກາຕາ ອາຫານແລະໝາກໄມ້
ທີ່ເປັນຂອງຫຍ້ຳຄ້ຽວ.
3.
ອັດໂຊຫະຣະນັບປະໂຍໂຄ
ປະໂຫຍກໃນການກືນກິນ.
4.
ເຕນະ
ອັດໂຊຫະຣະນັງ ກືນໃຫ້ລ່ວງລົງຄໍລົງໄປດ້ວຍປະໂຫຍກນັ້ນ.
7.ນັດຈະຄີ ມີອົງ 3
1.
ນັດຈາທິຕາ ການຫຼີ້ນຕ່າງໆ
ມີຟ້ອນລຳຂັບຮ້ອງເພງເປັນຕົ້ນ.
2.
ທັດສະນັດຖາຍະ
ຄະມະນັງ ໄປເພື່ອຕ້ອງການເບີ່ງ.
3.
ທັດສະນັງ
ກິລິຍາອາການທີ່ໄດ້ເຫັນ.
8.ມາລາ ມີອົງ 3
1.
ມາລາທິນັງ
ອັນຍະຕະຣະຕາ ດອກໄມ້ຂອງຫອມມີນ້ຳຫອມເປັນຕົ້ນ.
2.
ອະນຸຍາຕະກາຣະນາພາໂວ
ບໍ່ອານຸຍາດໃຫ້ທາຂອງຫ້ອມແມ່ນແຕ່ຈະທາເປັນຢາແກ້ເຈັບປ່ວຍ ກໍບໍ່ໄດ້.
3.
ອະລັງກະຕະພາໂວ
ຕັ້ງໃຈຈະຕົກແຕ່ງກາຍດ້ວຍເຄື່ອງປະດັບດອກໄມ້ເຂົ້າແປັງ ແລະ ນ້ຳຫ້ອມເປັນຕົ້ນ.
9.ອຸດຈາ ມີອົງ 3
1.
ອະກັບປິຍະທາຣະຕາ ທີ່ນັ່ງທີ່ນອນ
ແລະເຄື່ອງປູລາດມີນຸ່ນແລະສຳລີຝັາຍພາຍໃນ ອັນວິຈິດຈົບງາມຕ່າງໆ.
2.
ປະມານະຕິກກັນຕະມັນຈະປິຖະຕາ ຕຽງ ຕັ່ງ
ມີຂາສູງເກີນປະມານ (ຄືເກີນ 10 ນີ້ວ ຫຼື 15 ຊັງຕີແມັດ).
3.
ອະພິນິສິທະນັງວາ
ອະພິນິ ປັດຊະນັງວາ ນັ່ງນອນຕຽງ
ແລະເຄື່ອງປູລາດນັ້ນ.
10.ຊາຕະຣູ ມີອົງ 3
1.
ຊາຕະຣູປະຣະຊະຕະພາໂວ ເງິນ ຄຳແກ້ວ
ມາສົກທີ່ເຂົາໃຊ້ ແລະ ຊື້ຂາຍກັນໄດ້ໃນປະເທດນັ້ນໆ.
2.
ອັດຕຸດເທສິກະຕາ
ສະເພາະເປັນຂອງຕົນເອງ.
3.
ປະຕິກຂາຫະນາທິອັນຍະຕະຣະຕາພາໂວ ຮັບເອງກໍດີ
ໃຊ້ໃຫ້ຜູ້ອື່ນກໍດີ ຫຼືບໍ່ຫ້າມໃຫ້ຜູ້ອື່ນຮັບເພື່ອຕົນກໍດີ.
ເມຶ່ອສຳມະເນນປະພຶດລ່ວງເກີນສິກຂາບົດຂໍ້ໃດຂໍ້ໜື່ງ
ຕ້ອງພ້ອມໄປດ້ວຍອົງໃນສິກຂາບົດຂໍ້ນັ້ນໆ ຈຶ່ງເປັນອັນວ່າລ່ວງເກີນ ເປັນແຕ່ພຽງດ່າງພ້ອຍ
ຫຼືເສົ້າໝອງໄປທໍ່ນັ້ນ ແຕ່ຖ້າວ່າສຳມະເນນຕົນໃດມີຄວາມປະໝາດ ປະພຶດລ່ວງເກີນແລ້ວ
ຕ້ອງນາສະນັງຄະໃຫ້ຈິບຫາຍຈາກເພດຄືໃຫ້ສິກເສັຍເມື່ອຍັງຫວັງຄວາມບໍລິສຸດ
ເພື່ອທີ່ຈະຢູ່ໃນສາດສະໜາຕໍ່ໄປ ກໍເພິງເຂົ້າໄປຫາພະອຸປັດຊາແລ້ວ
ກ່າວຄຳຂໍສະຣະນະຄົມແລະຂໍສິນໃຫມ່.
ດ້ວຍຄຳວ່າ:
ອະຫັງ ພັນເຕ ສະຣະນະສິລັງ ຍາຈາມິ
ຕຸຕິຍັມປິ ອະຫັງ ພັນເຕ ສະຣະນະສິລັງ ຍາຈາມິ
ຕະຕິຍັມປິ ອະຫັງ ພັນເຕ
ສະຣະນະສິລັງ ຍາຈາມິ
ຂ້າແຕ່ທ່ານຜູ້ຈະເລີນ
ຂະນ້ອຍຂໍສະຣະນະແລະສິນເປັນເທື່ອທີ່ໜື່ງ
ຂ້າແຕ່ທ່ານຜູ້ຈະເລີນ
ຂະນ້ອຍຂໍສະຣະນະແລະສິນເປັນເທື່ອທີ່ສອງ.
ຂ້າແຕ່ທ່ານຜູ້ຈະເລີນ
ຂະນ້ອຍຂໍສະຣະນະແລະສິນເປັນເທື່ອທີ່ສາມ.
ແລະຂ້າແຕ່ທ່ານສຳມະເນນລ່ວງລະເມີດຂໍ້ບັນຍັດຫ້າມ
ເຊິ່ງບໍ່ເຖິງກັບຕ້ອງ ນາສະນັງຄະ ກໍໃຫ້ລົງທັນດະກຳ ກະທຳໂທດເສັຍ ສຳມະເນນເມື່ອຖືກໃສ່ໂທດ
ເພິງເຂົ້າໄປຫາພະອຸປັດຊາ ພະອາຈານ ຫຼືພະພິກຂຸອົງໃດອົງນຶ່ງແລ້ວ
ເພິງກ່າວຄຳປະຕິຍານຕົນວ່າ:
ລະເພຍຍະຫັງ ພັນເຕ ທັນທະກັມມັງ ອາຍະຕິງ
ສັງວະຣັງ ອາປັດສິດສາມິ. ແປ່ຄວາມວ່າ ຂ້າແຕ່ທ່ານຜູ້ຈະເລີນ
ຂ້ານ້ອຍໄດ້ລົງທັນດະກັມແລ້ວຂ້ານ້ອຍຈັກບໍ່ທຳຜິດອີກ ແລະຈັກໄດ້ສັງລວມ ລະມັດລະວັງຕໍ່ໄປ.
ເມື່ອສຳມະເນນຜູ້ກະທຳຜິດ ໄດ້ຮັບສາຣະນະຄົມ
ແລະສິນ 10 ຂໍ້ຫຼືໄດ້ລົງທັນດະກຳຕາມໂທສະນຸໂທດແລ້ວ ຍ່ອມກັບຄືນສູ່ຄວາມບໍລິສຸດຕາມເດີມ,
ຂໍ້ບັນຍັດຫ້າມ 20 ຂໍ້ ແລະອາຈາຣະຄວາມປະພຶດເລື່ອງເລັກໆນ້ອຍໆ
ນອກເໜຶອຈາກຂໍ້ທີ່ພະພຸດທະເຈົ້າໄດ້ຊົງບັນຍັດໄວ້ນັ້ນແລ້ວ ກໍໃຫ້ອະນຸໂລມປະຕິບັດຕາມສິກຂາບົດ
ຫຼືສິກຂາຂອງພິກຂຸ ເຊັ່ນ: ສຳມະເນນແກ້ງເຮັດນ້ຳອະສຸຈິ (ນ້ຳກາມ) ອອກ,
ມີຄວາມກຳນັດຈັບຕ້ອງກາຍແມ່ຍິງ, ເວົ້າຍອກຫລອກລ້ໍໃຫ້ແມ່ຍິງເສບກາມດ້ວຍຕົນ,
ເວົ້າຊັກຊື່ໃຫ້ຊາຍ ຍິງ ເປັນຜົວເມຍກັນ ແລະ ເສຂິຍະວັດ 75 ຂໍ້ເປັນຕົ້ນແລະອື່ນໆອີກ
ກໍໃຫ້ສຳມະເນນປະຕິບັດຕາມຢ່າງພະພິກຂຸນັ້ນທຸກປະການ.
§§ກິດຈະວັດ
10 ຢ່າງຄື:§§
1.
ລົງອຸໂປສົດສັງຄະກຳ.
2.
ບິນທະບາດລ້ຽງຊີບ.
3.
ໄຫວ້ພະສູດມົນເຊົ້າຄຳທຸກມື້.
4.
ກວາດອາຣາມວິຫານເດີ່ນພະເຈດີແລະອື່ນພາຍໃນວັດ.
5.
ຮັກສາຜ້າຄອງໃຫ້ຖືເປັນກິດສຳຄັນ.
6.
ຢູ່ປະຣິວາດສະກຳຕາມກາຣະອັນຄວນ.
7.
ແຖຜົມ
ແຖໜວດ ແລະຕັດເລັບ.
8.
ສິກສາສິກຂາບົດ
ແລະປະຕິບັດພະອຸປັດຊາ ອາຈານ.
9.
ເທສະນາບັດ
(ສະແດງອາບັດ).
10.
ປັດຈະຍະປັດຈະເວກຂະນະພິຈາລະນາເສັຍກ່ອນ
ຈື່ງບໍລິໂພກປັດຈັຍ 4 ຄື: ຈີວອນ ບິນທະບາດ ເສນາສະນະ ແລະຄິລິນາເພສັດ (ປະຕິສັງຂາໂຍ,
ຍະຖາປັດຈະຍັງ ແລະອັດຊະມະຍາ ເປັນຕົ້ນ ຢ່າງລະ 4 ບົດ).
ກິດຈະວັດ 10 ຢ່າງນີ້
ພິກຂຸສຳມະເນນຈະຕ້ອງສຶກສາໃຫ້ຮູ້ແຈ້ງ ແລະຈົດຈຳ
ເພີ່ອເປັນຂໍ້ວັດປະຕິບັດໃຫ້ສົມຄວນແກ່ສຳມະນະຮູບແຫ່ງຕົ້ນເທິ້ນ.
§§ພິກຂຸສາມະເນນບໍ່ຄວນສັນເນື້ອ
(ຊີ້ນ) 10 ຢ່າງ ຄື:§§
1.
ເນື້ອມະນຸດ
(ຊີ້ນຄົນ).
2.
ເນື້ອຊ້າງ.
3.
ເນື້້ອມ້າ.
4.
ເນື້ອສຸນັກ
(ໝາ).
5.
ເນື້ອງູ
(ຊີ້ນງູທຸກຊະນິດ).
6.
ເນື້ອຣາຊະສີ.
7.
ເນື້ອໝີ.
8.
ເນື້ອເສຶອໂຄ່ງ.
9.
ເນື້້ອເສຶອເຫລືອງ.
10.
ເນື້ອເສຶອດາວ.
ມັງສະ (ຊິ້ນ) 10 ຢ່າງນີ້ຫ້າມບໍ່ໃຫ້ພິກຂຸສາມະເນນສັນ
ແລະຮັບປະເຄນເປັນອັນຂາດ ທາຍົກຜູ້ຈະຖວາຍອາຫານແກ່ພິຂຸຄວນເວັ້ນຈາກ ຊິ້ນ 10 ຢ່າງນີ້
ເພາະຈະນ້ຳໂທດມາສູ່ທ່ານ.
ຂຽນໂດຍ: ພຮະ ຄຳຈັນ ທຳມະວົງ