ສະບາຍດີຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ເວັບໄຊ ເວັບນີ້ຈະພາທ່ານຮຽນຮູ້ໄປກັບເທັກໂນໂລຊີ ການຕິດຕໍ່ສື່ສານ ສາລະໜ້າຮູ້ ເຫດການຕ່າງໆ ບໍ່ວ່າທ່ານຈະຢູ່ໃສບ່ອນໃດຂອງໂລກ ກໍ່ສາມາດຕິດຕໍ່ສື່ສານຫາກັນໄດ້ ກັບໄອທີ ໂລກຂອງຄົນຍຸກໃໝ່ ຍຸກແຫ່ງການຕິດຕໍ່ສື່ສານ.

ກ່ຽວກັບຂໍ້ມູນນັກສືກສາສາຍໄອທີ IT.ປີ 2 ວິຊາ: ອິນເຕີເນັດ: ກຸ່ມ: https://khamchan123.blogspot.com, ສົນໃຈລົງໂຄສະນາຂອງທ່ານຕິດຕໍ່ໄດ້ທີ່, E-mail: khamchan9358@gmail.com ຫຼື ຕິດຕໍ່ໄດ້ທີ່ເບີ:020 9608573 , 1. ຊື່ ພຮະ ຄຳຈັນ ທຳມະວົງ ແມ່ນເປັນຜູ້ຄວບຄຸມທັງໝົດ ຮຽນຢູ່ ວິທະຍາໄລ ທອງສະບາ ບໍ່ແກ້ວ ສາຍ ໄອທີ ວ.ດ.ປ ເກີດ 2./4/.1998 ທີ່ ບ້ານ ນ້ຳເດື່ອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ປະຈຸບັນຢູ່ບ້ານ ປາກຮາວເໜືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ. ເບີໂທ 020 96085734 KhamChan Thammavong ,2.ຊື່ ທ້າວ ປານ ຂັນທະວົງ ແມ່ນເປັນທີ່ປືກສາ ຮຽນຢູ່ ວິທະຍາໄລ ທອງສະບາ ບໍ່ແກ້ວ ສາຍ ໄອທີ ວ.ດ.ປ ເກີດ 14./3/.1998 ທີ່ ບ້ານ ສົມສະນຸກ ເມືອງ ຜ້າອຸດົມ ແຂວງ ບໍ່ແກ້ວ ປະຈຸບັນຢູ່ບ້ານ ຕິນທາດ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ. ເບີໂທ 020 54264461 https://web.facebook.com/pan.khanthavong.9,3.ຊື່ ທ້າວ ໄຊຍະສິດ ວຸດສະວົງ ແມ່ນເປັນທີ່ປືກສາ ຮຽນຢູ່ ວິທະຍາໄລ ທອງສະບາ ບໍ່ແກ້ວ ສາຍ ໄອທີ ວ.ດ.ປ ເກີດ 8./8/.1997 ທີ່ ບ້ານ ບ້ານດານ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ປະຈຸບັນຢູ່ບ້ານ ວຽງໃໝ່ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ. ເບີໂທ 020 5443540 https://web.facebook.com/profile.php?id=100039162977905

/

ນິທານ

 


#ກາລະນາຄະຣາຊ

#ນາກ [ນາຄະ-Naga] ເປັນສັດທີ່ມີອິດທິລິດ ສາມາດຈຳແລງກາຍເປັນມະນຸດໄດ້ ມີເລື່ອງລາວຕິດພັນກັບພຣະພຸດທະ ສາສະໜາ ເພາະເຫຼື້ອມໃສສັດທາໃນພຣະພຸດທະເຈົ້າ ຈົນເຖິງຖວາຍຕົວຮັບໃຊ້ ປົກປ້ອງໄພອັນຕະລາຍທີ່ຈະເກີດແກ່ພຣະພຸດທະສາສະໜາ ແລະຈຳແລງກາຍມາຂໍບວດກໍ່ມີ ນາກເປັນ ໃນພົບພູມທີ່ຖືກປົກຄອງໂດຍທ້າວວິຣູປັກ ຜູ້ເປັນໃຫຍ່ໃນທິດຕາເວັນຕົກ ເຊິ່ງເປັນ ໃນ ຂອງຈະຕຸມະຫາຣາດທີ່ປົກຄອງໃນທິດທັງສີ່ [1]

ດັ່ງປາກົດໃນເຫດການສຳຄັນຂອງການຕຣັດສະຮູ້ຂອງພຣະພຸດທະເຈົ້າວ່າ

ເຈົ້າຊາຍສິດທັດຖະ ເມື່ອສະເດັດອອກບວດ ໄດ້ສະແຫວງຫົນທາງເພື່ອພົ້ນທຸກ ໄດ້ຕະຫຼອດເວລາ ປີ ດ້ວຍວິທີການຕ່າງໆສາລະພັດ ອົດອາຫານ ທໍລະມານຕົນເອງຈົນເກືອບມໍລະນະພາບ ຈຶ່ງເຫັນວ່າການທໍລະມານຕົນບໍ່ແມ່ນທາງເພື່ອດັບທຸກ ແລ້ວຫັນມາສະເຫວີຍອາຫານໃຫ້ຮ່າງກາຍມີເຫື່ອແຮງ ໂດຍໄດ້ຮັບເຂົ້າມະທຸປາຍາດຈາກນາງສຸຊາດາເປັນພຸດທະປະເພນີຂອງພຣະພຸດທະເຈົ້າທຸກພຣະອົງ ກ່ອນທີ່ຈະຕຣັດສະຮູ້ ຕ້ອງລອຍຖາດອະທິດຖານຈິດເສຍກ່ອນ,

ພຣະໂພທິສັດສິດທັດຖະ ເມື່ອໄດ້ສະເຫວີຍເຂົ້າມະທຸປາຍາດ ທີ່ນາງສຸຊາດາຖວາຍແລ້ວ ຈັບຖາດຄຳອະທິດຖານທີ່ຮິມຝັ່ງແມ່ນ້ຳເນຣັນຊະຣາວ່າ

ຖ້າເຮົາຈະໄດ້ເປັນພຣະພຸດທະເຈົ້າໃນວັນນີ້

ຖາດຂອງເຮົາໃບນີ້ ຈົງລອຍທວນກະແສນ້ຳໄປ

ຖ້າຈະບໍ່ໄດ້ເປັນ ຈົງລອຍໄປຕາມກະແສນ້ຳ [2]

ເມື່ອອະທິດຖານແລ້ວ ໄດ້ລອຍຖາດໄປ ຖາດນັ້ນລອຍຕັດກະແສນຳ້ໄປເຖິງກາງນ້ຳ ຮອດກາງນຳ້ນັ້ນເອງ ໄດ້ລອຍທວນກະແສນຳ້ໄປສຸດໄລຍະປະມານ 80 ສອກ ປຽບເໝືອນມ້າເຊິ່ງມີຝີຕີນອັນໄວສະນັ້ນ ແລ້ວຈົມລົງທີ່ນ້ຳວົນແຫ່ງໜຶ່ງ ຈົມລົງໄປເຖິງພິພົບເມືອງບາດານ ຂອງກາລະນາຄະຣາຊ ໄປກະທົບຖາດຄຳຂອງ ພຣະພຸດທະເຈົ້າອົງກ່ອນໆ ອີກ ອົງ ຄື ພຣະກະກຸສັນທະພຣະໂກນາຄະມະນະພຣະກັດສະປະມີສຽງດັງກິກໆ ແລ້ວວາງຮອງຖາດທັງ ນັ້ນ [3]

ກາລະນາຄະຣາຊ ທີ່ຫຼັບໄຫຼຕະຫຼອດເວລາ ພຸດທັນດອນ (ຈາກພຣະພຸດທະເຈົ້າອົງໜຶ່ງໄດ້ອຸບັດ ຈົນເຖິງເວລາທີ່ພຣະພຸດທະເຈົ້າອົງໃໝ່ມາອຸບັດອີກ) ເມື່ອໄດ້ຍິນສຽງນັ້ນແລ້ວ ຈຶ່ງຕື່ນຂຶ້ນ ກ່າວວ່າ ມື້ວານນີ້ ພຣະພຸດທະເຈົ້າກໍຊົງອຸບັດແລ້ວອົງໜຶ່ງ ມາວັນນີ້ ອຸບັດອີກແລ້ວອົງໜຶ່ງ ແລ້ວຈຶ່ງກ່າວສະດຸດີດ້ວຍຄາຖາ 100 ບົດ ແລ້ວກໍຫຼັບຕໍ່ໄປ ຈົນກວ່າພຣະພຸດທະເຈົ້າອົງໃໝ່ຄື ພຣະສີອະຣິຍະເມດໄຕ ມາອຸບັດ ຈຶ່ງຕື່ນຂຶ້ນອີກ

ໄລຍະເວລາ ພຸດທັນດອນ ນີ້ນັບປະມານບໍ່ໄດ້ ປຽບເໝືອນມີພູເຂົາຫິນແທ່ງທຶບ ສູງ ໂຍດ (16 ກິໂລແມັດ) ຄົບຮ້ອຍປີ ຈະມີເທວະດາເອົາຜ້າເບົາບາງ ເໝືອນຄວັນໄຟ ມາລູບຄັ້ງໜຶ່ງ ເປັນແບບນີ້ທຸກໆຮ້ອຍປີ ຈົນກວ່າພູເຂົານີ້ຈະຮາບກັບໜ້າດິນ ນີ້ເອີ້ນວ່າ ພຸດທັນດອນ ຫຼື ມະຫາກັບ

ອາຍຸຂອງກາລະນາຄະຣາຊຢືນຍາວຫຼາຍເພາະຫາກຖືຕາມນີ້ ໜຶ່ງພຸດທັນດອນ ເທົ່າກັບ ວັນຂອງພະຍານາກ

ອະດີດຂອງພະຍານາກຕົນນີ້ ເຄີນເກີດເປັນສາມະເນນຜູ້ເຮັດໜ້າທີ່ອຸປະຖຳພຣະພິກຂຸຫຼາຍຮ້ອຍອົງ ຕັ້ງແຕ່ອຸປະຖາກພຣະພິກຂຸ ບໍ່ເຄີຍໄດ້ຫຼັບໄດ້ນອນເຕັມຈັກມື້ເລີຍ ຈຶ່ງອະທິດຖານວ່າ ຜົນບຸນທີ່ຂ້ານ້ອຍທີ່ອຸປະຖາກພຣະສົງນີ້ ຂໍໃຫ້ຂ້ານ້ອຍໄດ້ນອນຫຼັບເຕັມອິ່ມດ້ວຍເທີ້ນເມື່ອຕາຍໄປແລ້ວສາມະເນນໄດ້ໄປເກີດເປັນກາລະນາຄະຣາຊ ນອນຢູ່ໃນນາກພິພົບອັນເປັນທິບ ຈົນກວ່າພຣະພຸດທະເຈົ້າມາຕຣັດສະຮູ້ ຈຶ່ງຕື່ນຂຶ້ນຄັ້ງໜຶ່ງ

ປິດສະໜາທັມໃນເລື່ອງນີ້

1. ຖາດຄຳສອນຂອງພຣະພຸດທະເຈົ້າແມ່ນ້ຳຄື ໂລກ ຫຼື ສັດໂລກຄຳສັ່ງສອນ ຫຼື ພຣະພຸດທະເຈົ້າ ພາສັດໂລກໄຫຼທວນກະແສໂລກ ໄປສູ່ກະແສນິບພານ ຄື ຄວາມພົ້ນທຸກທີ່ບໍ່ມີເກີດ ແກ່ ເຈັບ ຕາຍ ສ່ວນກະແສໂລກໄຫຼໄປສູ່ຄວາມເກີດ ແກ່ ເຈັບ ຕາຍ

2. ພະຍານາກໃຕ້ບາດານທີ່ຫຼັບໄຫຼ ຄື ສັດໂລກ ທີ່ໜາແໜ້ນໄປດ້ວຍກິເລດ ເມື່ອພຣະພຸດທະເຈົ້າອຸບັດຂຶ້ນມາໃນໂລກ ປຸກໃຫ້ສັດໂລກຕື່ນຈາກການມົວເມົາດ້ວຍກິເລດຕັນຫາ ແລ້ວພົບທາງສະຫວ່າງແຫ່ງຊີວິດ

3. ການເປັນຄົນມັກນອນ ພຣະພຸດທະເຈົ້າ ກ່າວວ່າ ການຫຼັບເປັນໝັນຂອງຊີວິດ [5] ເພາະການນອນຫຼັບ ເປັນທາງຕັນໃນການສ້າງບຸນກຸສົນ ເຜົາຜານເວລາໃຫ້ເສຍຖິ້ມໄປໂດຍບໍ່ມີປະໂຫຍດ ແລະຕັ້ງຢູ່ໃນຄວາມປະມາດ

4. ການອຸບັດຂອງພຣະພຸດທະເຈົ້າເປັນເລື່ອງຍາກ ແລະການໄດ້ຮັບຟັງພຣະທັມມະເທສະໜາເປັນເລື່ອງຍາກ ດັ່ງພຣະບາລີວ່າ ກິດສັງ ສັດທັມມະສະວະນັງ ກິດໂສ ພຸດທານະມຸບປາໂທ [4] ສະນັ້ນ ເປັນຄວາມໂຊກດີຂອງເຮົາຊາວພຸດທັງຫຼາຍທີ່ໄດ້ເກີດມາພົບພໍ້ພຣະພຸດທະສາສະໜາ ແລະ ໄດ້ຮັບຟັງຄຳສອນຂອງພຣະພຸດທະເຈົ້າ ຂໍຈົ່ງພາກພຸມໃຈ ຕັ້ງຕົວຢູ່ໃນຄຸນງາມຄວາມດີ ໃຫ້ໄດ້ພົບທາງສະຫວ່າງແຫ່ງຫົນທາງຊີວິດ ແລະປະສົບສຸກທຸກທິວາຣາຕີການເທີ້ນ.

 


ນິທານ ສອນໃຈ
ເລື່ອງ: ຄົນຫາປາ ແລະ ປານ້ອຍໂຕໜື່ງ.
ແປຈາກ: ນິທານ AESOP ຂອງຕ່າງປະເທດ
ແປໂດຍ: ຍົມມະລາ ວົງພະຈັນ
ຄົນຫາປາຜູ້ໜື່ງ ດຳລົງຊີວິດໂດຍການຫາປູຫາປາມາເປັນອາຫານໃນແຕ່ລະມື້, ມື້ໜື່ງເປັນມື້ທີ່ໂຊກບໍ່ດີປານໃດ ລາວໄປຕຶກປາບໍ່ໃດ້ດີເລີຍ ໃດ້ແຕ່ປາໂຕນ້ອຍໆມາໂຕດຽວ.
ແລະໃນຂະນະທີ່ຄົນຫາປາກຳລັງຈະເອົາປານ້ອຍທີ່ຕຶກໃດ້ນັ້ນໃສ່ລົງໃນຂ້ອງ ແຕ່ປານ້ອຍໂຕນັ້ນກໍ່ເວົ້າຂື້ນ.
” ທ່ານເອີ້ຍ ກະລຸນາປ່ອຍຂ້ອຍໄປຖ້ອນ ຂ້ອຍເປັນພຽງປາໂຕນ້ອຍໆ ມັນບໍ່ຄຸ້ມຄ່າດອກທີ່ຈະຈັບຂ້ອຍໄປ, ຖ້າເຈົ້າປ່ອຍຂ້ອຍໄປ ມື້ໜື່ງຂ້ອຍໂຕໃຫຍ່ກ່ອນນີ້ ເຈົ້າຈີ່ງຈະໃດ້ຄາບເຂົ້າໄຫຍ່ໆ “
ແຕ່ຄົນຫາປາກໍ່ບໍ່ສົນໃຈຄຳເວົ້າຂອງປານ້ອຍ ແລ້ວກໍ່ຟ້າວຈັບປາໄສ່ຄ້ອງກັບບ້ານ.
“ ຂ້ອຍບໍ່ໂງ່ດອກ ປານ້ອຍເອີ້ຍ, ” ຄົນຫາປາເວົ້າຂື້ນ. “ ເຖິງວ່າເຈົ້າສິນ້ອຍສຳໃດກໍ່ຕາມ ຢ່າງໜ້ອຍມັນກະດີກ່ວາຂ້ອຍບໍ່ໃດ້ຫຍັງ “ .
ນິທານເລື່ອງນີ້ສອນໃຫ້ເຮົາຮູ້ຫຍັງແນ່?
ນິທານ ສອນໃຈ: ຫຼັບຝັນດີ.



ເລື່ອງ: ໝາ ແລະ ເງົາຂອງໂຕເອງ.
ແປຈາກ: ນິທານ AESOP ຂອງຕ່າງປະເທດ
ແປໂດຍ: ຍົມມະລາ ວົງພະຈັນ
ໝາໂຕໜື່ງ ໃດ້ຮັບກະດູກຈາກຄົນຂາຍຊິ້ນທີ່ໂຍນໃຫ້. ມັນຄາບກະດູກຕອນນັ້ນແລະຟ້າວແລ່ນກັບບ້ານດ້ວຍຄວາມດີໃຈ.
ແລະ ໃນຂະນະທີ່ມັນກຳລັງຈະຂ້າມຂົວໄມ້ແຄບໆທີ່ມີຫ້ວຍນຳ້ໃສ….,, ມັນໃດ້ຊ່ອງເບິ່ງນຳ້ ແລະກໍ່ຫຼຽວເຫັນເງົາຂອງເອງຢູ່ຮ່ອງນຳ້ຢ່າງຊັດເຈນປານກັບແຍງແວ່ນ.
ແຕ່ດ້ວຍຄວາມໂລບມາກຂອງໝາກໂຕນັ້ນ ມັນຈຶ່ງຄິດວ່າ ມັນເຫັນໝາໂຕອື່ນອີກ ທີ່ກຳລັງຄາບກະດູກທີ່ໄຫຍ່ກົ່ວກະດູກຂອງໂຕເອງ. ຖ້າໝາໂຕນັ້ນໃດ້ໃຈເຢັນລົງແນ່ຈັກໜ້ອຍ ແລະໃຊ້ຄວາມຄິດຕຶກຕອງໃຫ້ຖີ່ຖ້ວນ ມັນຄົງຈະຮູ້ວ່ານັ້ນເປັນພຽງເງົາຂອງໂຕມັນເອງ.
ແຕ່ໜ້າເສຍດາຍ ແທນທີ່ມັນຈະຄິດ ແຕ່ມັນຊຳ້ພັດຖິ້ມກະດູກທີ່ມັນກັບລັງຄາບຢູ່ ແລ້ວໂດດລົງຍາດເອົາກະດູກກັບໝາທີ່ຢູ່ໃນນຳ້.
ແລະແລ້ວມັນກໍ່ເຫັນວ່າຢູ່ໃນນຳ້ນັ້ນ ນອກຈາກມັນເອງທີພະຍາຍາມລອຍນຳ້ເພື່ອເອົາຊີວິດລອດແລ້ວ ກໍ່ບໍ່ມີຜູ້ໃດອີກ ແຕ່ຢ່າງໜ້ອຍມັນກໍ່ລອດຊີວິດແລະກັບຂື້ນຝັ່ງໃດ້ຢ່າງປອດໄພ, ເມື່ອຂື້ນມາຮອດຝັ່ງ ມັນກໍ່ມັນຢືນຊຶງດ້ວຍຄວາມເສຍໃຈ ແຕ່ກວ່າຈະຄິດໃດ້ກະດູກທີ່ມັນຄາບມານັ້ນກໍ່ຈົມນຳ້ໄປເສຍແລ້ວ.
ນິທານເລື່ອງນີ້ສອນໃຫ້ເຮົາຮູ້ຫຍັງແນ່?
ນິທານ ສອນໃຈ: ຫຼັບຝັນດີ.



ເລື່ອງ: ແບ້ ແລະ ໝາໄນ
ແປຈາກ: ນິທານ AESOP ຂອງຕ່າງປະເທດ
ແປໂດຍ: ຍົມມະລາ ວົງພະຈັນ
ໝາໄນໂຕໜື່ງຫຍ່າງຕົກລົງໄປໃນອ່າງນຳ້ສ້າງເກົ່າແຫ່ງໜື່ງ ທີ່ມີນຳ້ພຽງເອາະເຈາະ. ລາວຄິດໃນໃຈວ່າ ມັນຄົງຈະບໍ່ເລິກປານໃດ, ແຕ່ເມື່ອລາວພະຍາຍາມແລ້ວ ພະຍາຍາມອີກຫຼາຍເທື່ອເພື່ອຈະຂື້ນມາ ລາວກໍ່ຂື້ນມາຈາກບໍ່ນຳ້ສ້າງເກົ່ານັ້ນບໍ່ໃດ້.
ໃນຂະນະນັ້ນເອງ ກໍ່ມີແບ້ທີ່ກະຫາຍນຳ້ໂຕໜື່ງຫຍ່າງຜ່ານມາ. ແບ້ ຄິດວ່າ ໝາໄນຕັ້ງໃຈລົງໄປໃນນຳ້ສ້າງເພື່ອດື່ມນຳ້ ສະນັ້ນແບ້ ຈື່ງຮ້ອງຖາມໝາໃນວ່າ ນຳ້ຢູ່ໃນນັ້ນເປັນແນວໃດ.
“ ໂອ ມັນແມ່ນນຳ້ທີ່ແຊບ, ສະອາດ ແລະ ເຢັນຊື່ນໃຈທີ່ສຸດໃນປະເທດເລີຍລະ “ໝາໃນ ຮ້ອງຄານຕອບໂຕແບ້ ຢ່າງມີເລດສະໄນແອບແຝງຢູ່.
” ລົງມາແມ້ ລອງມາດື່ມເບິ່ງແມ້ ນຳ້ຢູ່ບໍ່ນີ້ ມີເຫຼືອເຟືອສຳລັບສອງຄົນເຮົາ “ ໝາໄນເວົ້າຕໍ່ໄປ.
ພໍແບ້ຜູ້ກະຫາຍນຳ້ ໃດ້ຍິນແນວນັ້ນກໍບໍ່ລໍຊ້າ ຟ້າວໂດດລົງໄປໃນນຳ້ສ້າງເພື່ອດື່ມນຳ້ທັນທີ ແລະໃນຂະນະນັ້ນເອງ ໝາໄນ ກໍ່ຮີບຟ້າວໂດດຂື້ນຫຼັງແບ້ ແລ້ວກໍ່ໂດດຂື້ນຈາກນຳ້ສ້າງຢ່າງໄວວາ.
ເມື່ອແບ້ທີ່ໂງ່ງ່າວຮູ້ວ່າຕົວວ່າໂຕເອງຖຶກຕົວະ ໃຫ້ລົງໄປໃນນຳ້ສ້າງເພື່ອເປັນຂັ້ນໄດໃຫ້ໝາໄນໃດ້ໄຕ່ຂື້ນ ລາວກໍ່ຂໍຮ້ອງໃຫ້ໝາໄນຊ່ວຍລາວອອກໄປແນ່ ແຕ່ໝາໄນ ກໍ່ບໍ່ໃດ້ສົນໃຈຄຳຂໍຮ້ອງຂອງໂຕແບ້ເລີຍ ໝາໄນ ທັງແລ່ນທັງເວົ້າອອກມາວ່າ: “ ຖ້າເຈົ້າມີສະໝອງ ເຈົ້າຄົງຈະຄິດຫາທາງຂື້ນມາກ່ອນຈະໂດດລົງໄປ“ ເວົ້າ ແລ້ວກໍ່ແລ່ນລິບເຂົ້າໄປໃນປ່າ.
ຫຼັບຝັນດີ



ເດັກລ້ຽງແກະ
ເດັກລ້ຽງແກະຄົນໜຶ່ງລ້ຽງແກະຢູ່ໃນທົ່ງຫຍ້າ ວັນໜຶ່ງຄິດມ່ວນແລ່ນເຂົ້າໄປໃນໝູ່ບ້ານ ຮ້ອງບອກ
ໝາປ່າກິນແກະຂ້ອຍ ຊາວບ້ານແລ່ນເຂົ້າມາ ແຕ່ແລ້ວເດັກລ້ຽງແກະຈຶ່ງຫົວຂວັນ ທີ່ຕົວະຊາວບ້ານໄດ້
ຊາວບ້ານຮູ້ຕົວຕ່າງກໍພາກັນກັບ ຕໍ່ມາເດັກລ້ຽງແກະກໍແລ່ນເຂົ້າໄປໃນໝູ່ບ້ານອີກ
ຮ້ອງດັງໆ ໝາປ່າໆ ມາກິນແກະຂ້ອຍ ຊາວບ້ານໄດ້ຍິນຕ່າງຮີບພາກັນມາຊ່ວຍ
ເດັກລ້ຽງຫົົວຂັນທີ່ຕົວະຊາວບ້ານໄດ້ອີກຄັ້ງ ຊາວບ້ານຮ້າຍຈຶ່ງພາກກັນກັບອີກ
ວັນໜຶ່ງປ່າໝາມາເຫັນຝູງແກະຂອງເດັກລ້ຽງແກະມັນກໍເຂົ້າມາກິນແກະ ເທື່ອລະໂຕໆໆ
ເດັກລ້ຽງແກະຈຶ່ງແລ່ນເຂົ້າໝູ່ບ້ານບອກ ໝາປ່າມາກິນແກະຂ້ອຍ ແຕ່ເຄາະຮ້າຍເທື່ອນີ້ບໍ່ມີຊາວບ້ານຄົນໃດອອກມາຊ່ວຍ
ແກະຂອງລາວຈຶ່ງໝົດກ້ຽງ
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ຄົນຂີ້ຕົວະຍ່ອມບໍ່ມີໃຜເຊື່ອຖື

ກະຕ່າຍກັບເຕົ່າ
ກະຕ່າຍໂຕໜຶ່ງເວົ້າໂອ້ອວດເຖິຄວາມໄວຂອງຕົນ ມັນຖ້າສັດທັງຫຼາຍແຂ່ງກັບມັນ
ບໍ່ມີສັດໂຕໃດກ້າທີ່ຈະແຂ່ງກັບມັນ ຈົນເຕົ່າໂຕໜຶ່ງຮັບຄຳທ້າຂອງມັນ
ເມື່ອການແຂ່ງຂັນເລີ່ມຂື້ນ ກະຕ່າຍແລ່ນໄປໄວລິບຫູລິບຕາ ມັນຫົວຂວັນແລະລົ້ມລົງນອນກາງທາງ
ດ້ວຍຄວາມໝັ້ນໃຈ ເຕົ່າຢ່າງຄານຕ້ວມຕ້ຽມຕາມມາ ມັນຢ່າງກາຍກະຕ່າຍທີ່ຫຼັບຢູ່ ແລະເຂົ້າເຖິງເສັ້ນໄຊກ່ອນ
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ຄວາມປະໝາດນຳພາສູ່ຄວາມພິນາດ
ນິທານ ຕະຫຼົກ
ເລື່ອງ : ກາງເກງໃນມືສອງ
- ທຸລະກິດທີ່ກຳລັງໄດ້ຮັບຄວາມນິຍົມເປັນຢ່າງຫຼາຍໃນຕອນນີ້ຄື : ຂາຍກາງເກງໃນຜູ້ຍິງມືສອງ
- ປົກະຕິຈະຂາຍ ຕົວລະ 50000 ກີບ ( ແລະຕ້ອງບໍ່ຊັກ ຖ້າຊັກບໍ່ມີຄົນຊື້ )
- ລູກຄ້າມັກເປັນຜູ່ຊາຍ
- ແຕ່ຖ້າຊື້ກາງເກງໃນຜູ່ຂາຍ ແມ່ນ 200000 ກີບ ( ຖອດໃຫ້ເລີຍ )
- ແຕ່ມີມື້ໜຶ່ງ ມີລູກຄ້າຜູ່ຊາຍຄົນໜຶ່ງ ທ່າທີຈັບເບິ່ງດ້ວຍທ່າທາງເຂີນໆ
- ພໍເຫັນຄົນໜ້ອຍ ກໍເວົ້າກັບຜູ່ຍິງຄົນຂາຍວ່າ " ນ້ອງ ອ້າຍຂໍຊື້ຕົວທີ່ນ້ອງໃສ່ໄດ້ບໍ່ "
- ຄົນຂາຍຕອບທັນທີວ່າ " ໄດ້ ແຕ່ຕົວລະ 200000 ກີບ ໃດ໋ ຖ້າເອົາຖອດໃຫ້ດຽວນີ້ເລີຍ "
- ຄົນຊື້ບອກວ່າ ອ້າຍໃຫ້ 500000 ເລີຍ ແຕ່ວ່າ ຕ້ອງໃຫ້ອ້າຍຖອດເອງກັບມື
- ຄົນຂາຍຄິດໜ້ອຍໜຶ່ງ " ໂອເຄ ອ້າຍມາຫຼັງຮ້າຍເລີຍ "
- ພໍໄປຮອດ ຄົນຂາຍກໍຍົກກະໂປງຂື້ນ ແລ້ວເວົ້າວ່າ " ເອົາເລີຍ ຖອດຕາມສະບາຍເລີຍ "
- ຊາຍຄົນຊື້ກໍຄ່ອຍໆ ຖອດກາງເກງໃນລົງຢາງຊ້າໆ ຈົນຮອດເຂົ່າ ຈາກນັ້ນກໍດຶງຂື້ນຄືນ
- ສາວຄົນຂາຍກໍເລີຍຖາມວ່າ " ອ້າວ ເປັນຫຍັງອ້າຍບໍ່ຖອດໄປ "
- ຊາຍລູກຄ້າຕອບວ່າ " ບໍ່ມີເງິນ "

ເລື່ອງ : ແປວ່າຢ່າງນັ້ນ
- ເດັກນ້ອຍຄົນໜຶ່ງຖືກເພື່ອນດ່າມາວ່າ " ບັກຫ່າ" ພໍກັບເຮືອນເດັກນ້ອຍຄົນນັ້ນກໍຖາມແມ່ວ່າ ...
ເດັກ : ແມ່ " ຫ່າ " ແປວ່າຫຍັງ
ແມ່ : ແປວ່າ " ໂຊຟາ " ຕີ
ມື້ຕໍ່ມາຖືກດ່າວ່າ " ບັກຫີ " ພໍກັບເຮືອນເດັກນ້ອຍຄົນນັ້ນກໍຖາມແມ່ວ່າ ...
ເດັກ : ແມ່ " ຫີ " ແປວ່າຫຍັງ
ແມ່ : ແປວ່າ " ຈານ " ຕີ
ວັນທີສາມເພື່ອນກໍດ່າອີກວ່າ " ບັກຄວຍ " ຫໍກັບເຮື່ອນ....
ເດັກ : ແມ່ " ຄວຍ " ແປວ່າຫຍັງ
ແມ່ : ເອີ່ ແປວ່າ " ທີວີ " ຕີ
ມື້ທີ່ສີ່ ມີແຂກມາເຮືອນ ແມ່ລ້າງຈານຢູ່ ເດັກນັ້ນຈຶ່ງໄປຮັບແຂກ ພໍເຂົ້າມາເດັກນັ້ນເວົ້າວ່າ ...
ເດັກ : ເຊີນນັ່ງ ຫ່າ ກ່ອນ ແມ່ກຳລັງລ້າງ ຫີ ຢູ່ ດຽວຂ້ອຍຈະເປີດ ຄວຍ ໃຫ້ເບິ່ງ|||

ເລື່ອງ : ຮອຍຍິ້ມ
ຮອຍຍິ້ມເຈົ້ານ່າຮັກຄືຜັກເນົ່າ
ຮອຍຍິ້ມເຈົ້ານ່າເສົ້າຄືສົບຜີ
ຮອຍຍິ້ມເຈົ້ານ່າຮັກກວນຕີນດີ
ຍິ້ມອີກທີ ກວນຕີນ ກວນຕີນ ແທ້

ເລື່ອງ : ໝາກເຂືອຍາວ
ມີກະເທີຍ ແກ່ຄົນໜຶ່ງ
ລາວຊ່າງອາພັບເຫຼືອເກີນ
ຫ່າງຫາຍອາການຜູ່ຊາຍຕົກເຖິິງທ້ອງມາຫຼາຍເດືອນ
ບັດນີ້.....ລາວເກີດຄວາມຢາກຫຼາຍ
ຈຶ່ງແປງກາຍອອກລ້າເຫຍື່ອຜູ້ຊາຍຕາມຕ້ອງການ !!!
ຄືນທີ 1 ຜ່ານໄປ ລາວ....ກໍຫາຈິກຜູ່ຊາຍບໍ່ໄດ້ຕາມທີ່ຕ້ອງການ
ຄືນທີ 2 ລາວ....ກໍບໍ່ມີຄວາມສາມາດທີ່ຈະຈິກໄດ້
ດ້ວຍຄວາມຢາກຢ່າງແຮງ ລາວຈຶ່ງຄິດວິທີໄໝ່ຂື້ນມາ
ເຊົ້າຮຸ່ງຂື້ນລາວກໍໄປຕະຫຼາດເພື່ອຫາຊື້ ໝາກເຂືອຍາກ ເພື່ອທົດແທນ
ລາວຢ່າງຊອກຫາຢູ່ດົນພໍສົມຄວນ ກໍໄປເຈີຢູ່ຮ້າຍໜຶ່ງ
ລາວຫຍິບເອົາໝາກເຂືອຍາວນັ້ນມາທົດລອງຈັບເບິ່ງ
ໂອ໋!! ແມ່ນເລີຍ ຕາມຂະໜາດທີ່ຕ້ອງການ ທັງໃຫຍ່ ທັງຍາວ ( ຄິດຢູ່ໃນໃຈ )
ລາວຈຶ່ງບອກແມ່ຄ້າວ່າ....ເອົາອັນນີ້ແລະ
ກະເທີຍແກ່ຍືນຍິ້ມ ງຸງງິງດີໃຈທີ່ຈະໄດ້ຜົມດັງທີ່ໃຈຕ້ອງການ
ດ້ວຍຄວາມຫວັງດີຂອງແມ່ຄ້າ ແມ່ຄ້າກໍຫັ່ນໝາກເຂືອຍາວເປັນແຜ່ນໆ
ກະເທີຍແກ່ຫັນໄປເຫັນກໍຮ້ອງ ກິດ ດ້ວຍຄວາມຮ້າຍ ແລ້ວດ່າແມ່ຄ້ານັ້ນວ່າ...
ອ້າຍ!!! ອີນີ້.....ໃຜສັ່ງໃຫ້ເຈົ້າຫັນໝາກເຂືອຍາວ
ເຈົ້າເຫັນກົ້ນຂ້ອຍເປັນກະປຸກອອມສິນ ຫຼືໃດ໋ຍະ !


ໜູກັບສິງໂຕ
ໜູຕົວໜຶ່ງແລ່ນເຂົ້າໄປລົບກວນສິງໂຕທີ່ກຳລັງນອນຫຼັບ ມັນຕື່ນຂື້ື້ນມາຄຶ໊ບໜູໄວ້
ໜູນ້ອຍຮ້ອງຄຳຄວນໃຫ້ໄວ້ຊີວິດມັນ ແລ້ວຈັກວັນມັນຈະຕອບແທນຄຸນສິງໂຕ
ສິງໂຕຫົວຂວັນ ໜູໂຕນ້ອຍໆຈະຊ່ວຍຫຍັງຂ້າພະເຈົ້າໄດ້ 555 ສິງໂຕຫົວຂວັນ ແຕ່ແລ້ວສິງໂຕກໍປ່ອຍໜູໄປ
ວັນໜຶ່ງຂະນະຢ່າງຫຼີ້ນ ສິງໂຕຕິດບ້ວງນາຍພານ ພະຍາຍາມໜີແຕ່ບໍ່ສາມາດອອກໄດ້
ໜູຕົວນ້ອຍມາກັດບ້ວງຂາດ ສິງໂຕຈຶ່ງໜີອອກມາໄດ້ ສິງໂຕຂອບໃຈໜູ ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ເພື່ອນຕົວນ້ອຍອອາດຊ່ວຍເຮົາໄດ້ຫຼາຍກວ່າທີ່ເຮົາຄິດ


ໝາກັບເງົາສະທ້ອນ
ໝາໂຕໜຶ່ງຄາບເນື້ອຊີ້ນມາທອນໜຶ່ງ ມັນຢ່າງມາແຄມແມ່ນ້ຳເຫັນເງົາສະທ້ອນຂອງໂຕເອງກຳລັງຄາບທອນຊີ້ນຢູ່
ມັນຄິດວ່າເປັນໝາອີກໂຕທີ່ຄາບຊີ້ນຢູ່ ຈຶ່ງຕັດສິນໃຈອ້າປາກຈະຍາດເອົາຊີ້ນອີກທອນໜຶ່ງມາເປັນຂອງຕົນ
ຂະນະທີ່ອ້າປາກ ຊີ້ນທີ່ຢູ່ໃນປາກກໍຫຼົ່ນລົງແມ່ນ້ຳ ມັນຈຶ່ງເສຍຊີ້ນໄປ

ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ໂລບມາກລາບຫາຍ

ຫ່ານກັັບໄຂ່ທອງຄຳ
ຊາວບ້ານຄົນໜຶ່ງລ້ຽງຫານໄວ້ ລາວເອົາໄຂ່ຫ່ານມາກິນທຸກວັນ
ວັນໜຶ່ງລາວໄປເອົາໄຂ່ຕາມປົກະຕິ ແຕ່ແລ້ວລາວພົບໄຂ່ຫ່ານເປັນສີເຫຼືອງແວວວາວ
ລາວຈັບເບິ່ງແລະຮູ້ສຶກໜັກ ຈົນຮູ້ວ່າມັນເປັນໄຂ່ທອງຄຳ ລາວນຳໄປຂາຍໃນໝູ່ບ້ານ
ແລະໄດ້ເງິນມາຫຼວງຫຼາຍ ຫ່ານອອກໄຂ່ໃຫ້ທຸກວັນ ຈົນໃນທີ່ສຸດລາວລ້ຳລວຍຈາກການຊາຍໄຂ່
ດ້ວຍຄວາມໂລບ ວັນໜຶ່ງລາວຂ້າຫ່ານແລະຜ່າທ້ອງ ຫວັງຈະໄດ້ທອງຄຳຫຼາຍກວ່າເກົ່າ
ແຕ່ແລ້ວພາຍໃນທ້ອງຫ່ານກັບບໍ່ມີຫຍັງເລີຍ
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ໂລບມາກລາບຫາຍ


ກົບເລືອກນາຍ
ເຫຼົ່າກົບຝູງໜຶ່ງຢູ່ກັນຢ່າງຜາສຸກ ວັນໜຶ່ງພວກເຂົາຕ້ອງການຜູ້ມາເປັນຣາຊາຂອງພວກເຂົາ
ຈຶ່ງຮ້ອງຂໍໍຕໍ່ເທວະດາ ເທວະດາສົ່ງປາຫຼາດມາໃຫ້ ເມື່ອກົບເຫັນປາຫຼາດລອຍແຕ່ນ້ຳບໍ່ເຮັດຫຍັງ
ຈຶ່ງຮ້ອງຂໍເທວະດາອີກຄັ້ງ ເທວະດາລຳຄານຈຶ່ງສົ່ງ ນົກຢາງລົງມາເປັນຣາຊາໃຫ້ພວກກົບ
ນົກຢາງລົງມາ ແລະ ກິນກົບເທື່ອລະໂຕ ລະໂຕ ຈົນວັນໜຶ່ງກົບຫາຍໄປຈາກໜອງນ້ຳນັ້ນ
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ຢ່າດິ້ນລົນເມື່ອຕົນຢູ່ດີ ກິນດີແລ້ວ


ໝີ ແລະ ສອງນັກເດີນທາງ
ນັກເດີນທາງສອງຄົນເປັນເພືອນກັນ ພວກເຂົາຢ່າງໄປທ່ອງທ່ຽງໃນປ່າແຫ່ງໜຶ່ງ ທັນໃດນັ້ນມີໝີໂຕໃຫຍ່ປະກົດກາຍຂື້ນ
ນັກເດີນທາງຄົນທຳອິດແລ່ນແລະປີ້ນຂື້ນຕົ້ນໄມ້ ແລະປ່ອຍໃຫ້ເພື່ອນອີກຄົນໜຶ່ງຜະເຊີນໝີຢູ່
ເມື່ອໝີເຂົ້າມາໃກ້ ລາວຈຶ່ງລົ້ມຕົວນອນ ໝີເຂົ້າມາດົມກິ່ນຮອບໆຕົວລາວ ລາວຈຶ່ງກັ້ນຫາຍໃຈ
ໝີຄິດວ່າລາວຕາຍຈຶ່ງໜີໄປ ເມື່ອໝີໜີໄປໄກແລ້ວນັກເດີນທີ່ປີ້ນຕົ້ນໄມ້ກໍລົງມາ ຈຶ່ງຖາມວ່າ ໝີມາເວົ້າຫຍັງໃຫ້ເຈົ້າຕອນເຈົ້ານອນ ລາວຈຶ່ງຕອບວ່າ ໝີບອກວ່າ ຈຳໄວ້ຢ່າຄົບເພື່ອນທີ່ຖິ້ມເຈົ້າໃນຍາມມີອັນຕະລາຍ
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ຍາມຄັບຂັນພິສູດມິດແທ້


ຊາວນາກັບງູເຫົ່າ
ວັນໜຶ່ງໃນລະດູໜາວຊາວນາເດີນທາງອອກຈາກບ້ານ
ລະຫວ່າງທາງພົບງູເຫົ່າໂຕໜຶ່ງ ນອນໂຕແຂງໃກ້ຕາຍຢູ່ແຄມທາງ ດ້ວຍຄວາມໜາວ
ຊາວນາສົງສານມັນ ຈຶ່ງອູ້ມເອົາມັນກອດເພື່ອໃຫ້ມັນຫາຍໜາວ
ເມື່ອງູເຫົ່າຫາຍໜາວ ມັນຈຶ່ງກັດຊາວນາ ແລ້ວເລື້ອຍໜີໄປ
ຊາວນາທົນພິດບາດແຜບໍ່ໄຫວ ກໍສິ້ນໃຈຕາຍໃນເວລານັ້ນ
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ທຳຄຸນກັບຄົນພານມີແຕ່ວິບັດ




ຊີວິດເມື່ອຊະຣານຳໄປຢູ່...





ສະໄໝໜຶ່ງພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ.
ຄັ້ງນັ້ນແລ ພຣາມ ໒ ຄົນ ເປັນຄົນຊະຣາແກ່ເຖົ້າ ລ່ວງກາລຜ່ານວັຍມາໂດຍລຳດັບ ມີອາຍຸໄດ້ ໑໒໐ ປີແຕ່ກຳເນີດ ໄດ້ຊວນກັນໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານການປາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈິ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູນວ່າ:
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພວກຂ້ານ້ອຍເປັນພຣາມຊະຣາ ແກ່ເຖົ້າ ລ່ວງກາລຜ່ານວັຍມາໂດຍລຳດັບ ມີອາຍຸໄດ້ ໑໒໐ ປີແຕ່ກຳເນີດ ແຕ່ບໍ່ໄດ້ສ້າງຄວາມດີ ບໍ່ໄດ້ທຳກຸສົລ ບໍ່ໄດ້ກະທຳກັມອັນເປັນທີ່ຕ້ານທານຄວາມກົວໄວ້ ຂໍພຣະໂຄດົມຜູ້ຈະເຣີນຊົງໂອວາທສັ່ງສອນພວກຂ້ານ້ອຍໃນຂໍ້ທີ່ຈະເປັນໄປເພື່ອປະໂຫຍດແລະຄວາມສຸຂແກ່ພວກຂ້ານ້ອຍສິ້ນກາລນານເຖີດ.
ພຣາມ! ເປັນຄວາມຈິງ ພວກທ່ານເປັນຄົນຊະຣາ ແກ່ເຖົ້າ ລ່ວງກາລຜ່ານວັຍມາໂດຍລຳດັບ ມີອາຍຸໄດ້ ໑໒໐ ປີແຕ່ກຳເນີດ ແຕ່ບໍ່ໄດ້ສ້າງຄວາມດີ ບໍ່ໄດ້ທຳກຸສົລ ບໍ່ໄດ້ກະທຳກັມອັນເປັນທີ່ຕ້ານທານຄວາມກົວໄວ້.
ພຣາມ! ໂລກນີ້ຖືກຊະຣາ ພະຍາທິ ມະຣະນະ ນຳໄປຢູ່ ເມື່ອໂລກຖືກຊະຣາ ພະຍາທິ ມະຣະນະ ນຳໄປຢູ່ເຊັ່ນນີ້ ຄວາມສັງຣວມກາຍ ຄວາມສັງຣວມວາຈາ ຄວາມສັງຣວມໃຈໃນໂລກນີ້ ຍ່ອມເປັນທີ່ຕ້ານທານ ເປັນທີ່ຫລີກເຣັ້ນ ເປັນເກາະ ເປັນທີ່ເພິ່ງ ເປັນທີ່ຢຶດໜ່ວງຂອງເຂົາຜູ້ລະໄປແລ້ວ.
ຊີວິດຖືກຊະຣານຳເຂົ້າໄປໃກ້ຄວາມມີອາຍຸສັ້ນ ຜູ້ທີ່ຖືກຊະຣານຳໄປຢູ່ ຍ່ອມບໍ່ມີທີ່ຕ້ານທານ ເມື່ອບຸຄຄົລເລັງເຫັນພັຍຄືຄວາມຕາຍນີ້ ຄວນທຳບຸນທັງຫລາຍທີ່ຈະນຳຄວາມສຸຂມາໃຫ້ ຄວາມສັງຣວມກາຍ ຄວາມສັງຣວມວາຈາ ຄວາມສັງຣວມໃຈໃນໂລກນີ້ ຍ່ອມເປັນໄປເພື່ອຄວາມສຸຂແກ່ຜູ້ທີ່ລະໂລກນີ້ໄປແລ້ວ ຜູ້ທີ່ສ້າງສົມບຸນໄວ້ແຕ່ຍັງມີຊີວິດຢູ່.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໔໘/໔໙໑

ເລື່ອງສັ້ນສອນໃຈ ເຮົາຈະບໍ່ຮ້າຍໃຜອີກເລີຍ
ມີພະອາຈານທ່ານໜຶ່ງໄດ້ປູກກ້ວຍໄມ້ໄວ້ໃນໂຖອັນນ້ອຍໆ
ທ່ານໄດ້ປູກດ້ວຍຄວາມທະນຸຖະໜອມ ຈົນກ້ວຍໄມ້ກໍ່ເລີ່ມເຕີບໃຫຍ່
ບໍ່ດົນນານກໍອອກດອກມາໃຫ້ຊື່ນຊົມຄວາມສວຍງາມ
ດອກກ້ວຍໄມ້ຊ່າງງົດງາມຫລາຍ
ມີຢູ່ມື້ໜຶ່ງ…!!ພະອາຈານຈະຕ້ອງໄດ້ອອກໄປວຽກ ຢູ່ນອກຫລາຍມື້
ຈຶ່ງໄດ້ຝາກໄວ້ກັບຈົວໃຫ້ເບິ່ງແຍງ ຈົວກໍເອົາໃຈໃສ່ເບິ່ງແຍງເປັນຢ່າງດີ
ຍິ່ງຜ່ານໄປຫຼາຍມື້ ກ້ວຍໄມ້ກໍ່ຍິ່ງອອກດອກງົດງາມຫຼາຍຂຶ້ນເລື້ອຍໆ
ມື້ໜຶ່ງຈົວໄດ້ ອອກໄປວຽກ ກ່ອນທີ່ຈະອອກໄປໄດ້ນຳໂຖ
ຕົ້ນໄມ້ໄປວາງຕາກແດດໄວ້ແຄມປ່ອງຢ້ຽມເພື່ອຮັບແດດ ຫຼັງຈາກນັ້ນບໍ່ດົນ
ກໍ່ເກີດພາຍຸຢ່າງບໍ່ທັນຄາດຄິດ ເຮັດໃຫ້ພັດໂຖ
ຕົກມາທີ່ພື້ນແຕກກະຈາຍ ກ້ວຍໄມ້ກໍ່ຫັກ
ເມື່ອຈົວກັບມາກໍຕົກໃຈ ແລະ ເສີຍໃຈເປັນຢ່າງຫຼາຍ
ຢ້ານວ່າຈະຖືກພະອາຈານຕຳໜິອີກດ້ວຍ
ຜ່ານໄປບໍ່ຈັກມື້ພະອາຈານກໍ່ກັບມາ ຈົວກໍ່ໄດ້ເລົ່າຕາມຄວາມຈິງ
ກຽມຕົວກຽມໃຈທີ່ຈະຖືກພະອາຈານຮ້າຍ
ແຕ່ພະອາຈານກັບບໍ່ໄດ້ວ່າຫຍັງເລີຍແມ້ແຕ່ໜ້ອຍດຽວ…!!
ເຮັດໃຫ້ຈົວເປັນກັງວົນໃຈເປັນຢ່າງຫຼາຍ
ແລະ ບໍ່ຄິດວ່າພະອາຈານຈະບໍ່ຮ້າຍເຂົາ
ເພາະພະອາຈານຮັກກ້ວຍໄມ້ໂຖນີ້ຫຼາຍໆ
ພະອາຈານໄດ້ແຕ່ຍິ້ມ ແລະ ໄດ້ກ່າວວ່າ…!!” ຂ້ອຍປູກກ້ວຍໄມ້ເອົາໄວ້ຊື່ນຊົມ ບໍ່ໄດ້ປູກໄວ້ເພື່ອເອົາໄວ້ຮ້າຍໃຜ”
ຄຳງ່າຍໆສັ້ນໆ ແຕ່ເລິກເຊິ່ງ ແລະ ກິນໃຈເປັນຢ່າງຫຼາຍ
ເປັນສັດຈະທຳສອນຈົວໃຫ້ຮູ້ຈັກຄຳວ່າປ່ອຍວາງໄດ້ເປັນຢ່າງດີ
ຄົນເຮົາເຮັດວຽກຜິດພາດອິຫຍັງໜ້ອຍໜຶ່ງ
ບາງເທື່ອກໍ່ບໍ່ຈຳເປັນຕ້ອງຮ້າຍກັນກໍ່ໄດ້
ບາງເທື່ອຄູ່ຊີວິດ ຜິດພາດກັນໄດ້ ບາງເລື່ອງຫາກ
ບໍ່ແມ່ນເລື່ອງໃຫຍ່ຍອມໄດ້ກໍ່ຍອມ ບໍ່ຕ້ອງໄປຮ້າຍກັນ
ສິ່ງໃດທີ່ເຮັດໄປແລ້ວເອົາກັບຄືນມາບໍ່ໄດ້
ກໍບໍ່ຕ້ອງໄປຄິດໂທດໃຜ ຫຼື ວ່າເສີຍໃຈ
ຕອນມີຈະຕ້ອງໃສ່ໃຈໃຫ້ຫຼາຍ ຕອນເສີຍ
ໄປໃຫ້ປົງໃຈຢ່າໄດ້ຕິດຄ້ອງໃຜກໍພໍແລ້ວ
ຖ້າເຈົ້າຄິດແຄ້ນຊີວິດຂອງເຈົ້າກໍຈະເຕັມໄປດ້ວຍຄວາມແຄ້ນ
ຖ້າເຈົ້າຄິດນຶກເຖິງຂອບໃຈ ທີ່ໃດໆກໍຕາມຈະເຕັມໄປດ້ວຍຄຳວ່າຂອບໃຈ
ຖ້າເຈົ້າກ້າທີ່ຈະເຕີບໃຫຍ່ໃນມື້ນີ້ໃນມື້ໜ້າ
ເຈົ້າຈະຕ້ອງເຕີບໂຕຢ່າງແນ່ນອນ
ໂລກນີ້ບໍ່ແມ່ນຂອງເຈົ້າ ຢ່າເຮັດຫຍັງຕາມໃຈຕົວເອງຫຼາຍເກີນໄປ
ເພາະວ່າໂລກມັນກ້ວາງຄົນຮອບຂ້າງຈຶ່ງສຳຄັນ ໃສ່ໃຈຜູ້ຄົນໃຫ້ຫຼາຍກວ່າສິ່ງຂອງ…!!
ໂດຍ: ຢາກໃຫ້ອ່ານ


ไม่มีความคิดเห็น:

แสดงความคิดเห็น