#ນາກ [ນາຄະ-Naga] ເປັນສັດທີ່ມີອິດທິລິດ ສາມາດຈຳແລງກາຍເປັນມະນຸດໄດ້ ມີເລື່ອງລາວຕິດພັນກັບພຣະພຸດທະ ສາສະໜາ ເພາະເຫຼື້ອມໃສສັດທາໃນພຣະພຸດທະເຈົ້າ ຈົນເຖິງຖວາຍຕົວຮັບໃຊ້ ປົກປ້ອງໄພອັນຕະລາຍທີ່ຈະເກີດແກ່ພຣະພຸດທະສາສະໜາ ແລະຈຳແລງກາຍມາຂໍບວດກໍ່ມີ ນາກເປັນ 1 ໃນພົບພູມທີ່ຖືກປົກຄອງໂດຍທ້າວວິຣູປັກ ຜູ້ເປັນໃຫຍ່ໃນທິດຕາເວັນຕົກ ເຊິ່ງເປັນ 1 ໃນ 4 ຂອງຈະຕຸມະຫາຣາດທີ່ປົກຄອງໃນທິດທັງສີ່ [1]
ດັ່ງປາກົດໃນເຫດການສຳຄັນຂອງການຕຣັດສະຮູ້ຂອງພຣະພຸດທະເຈົ້າວ່າ
ເຈົ້າຊາຍສິດທັດຖະ
ເມື່ອສະເດັດອອກບວດ ໄດ້ສະແຫວງຫົນທາງເພື່ອພົ້ນທຸກ ໄດ້ຕະຫຼອດເວລາ 6 ປີ
ດ້ວຍວິທີການຕ່າງໆສາລະພັດ ອົດອາຫານ ທໍລະມານຕົນເອງຈົນເກືອບມໍລະນະພາບ
ຈຶ່ງເຫັນວ່າການທໍລະມານຕົນບໍ່ແມ່ນທາງເພື່ອດັບທຸກ ແລ້ວຫັນມາສະເຫວີຍອາຫານໃຫ້ຮ່າງກາຍມີເຫື່ອແຮງ
ໂດຍໄດ້ຮັບເຂົ້າມະທຸປາຍາດຈາກນາງສຸຊາດາ,
ເປັນພຸດທະປະເພນີຂອງພຣະພຸດທະເຈົ້າທຸກພຣະອົງ
ກ່ອນທີ່ຈະຕຣັດສະຮູ້ ຕ້ອງລອຍຖາດອະທິດຖານຈິດເສຍກ່ອນ,
ພຣະໂພທິສັດສິດທັດຖະ
ເມື່ອໄດ້ສະເຫວີຍເຂົ້າມະທຸປາຍາດ ທີ່ນາງສຸຊາດາຖວາຍແລ້ວ
ຈັບຖາດຄຳອະທິດຖານທີ່ຮິມຝັ່ງແມ່ນ້ຳເນຣັນຊະຣາວ່າ
ຖ້າເຮົາຈະໄດ້ເປັນພຣະພຸດທະເຈົ້າໃນວັນນີ້
ຖາດຂອງເຮົາໃບນີ້
ຈົງລອຍທວນກະແສນ້ຳໄປ
ຖ້າຈະບໍ່ໄດ້ເປັນ
ຈົງລອຍໄປຕາມກະແສນ້ຳ [2]
ເມື່ອອະທິດຖານແລ້ວ ໄດ້ລອຍຖາດໄປ
ຖາດນັ້ນລອຍຕັດກະແສນຳ້ໄປເຖິງກາງນ້ຳ ຮອດກາງນຳ້ນັ້ນເອງ
ໄດ້ລອຍທວນກະແສນຳ້ໄປສຸດໄລຍະປະມານ 80
ສອກ ປຽບເໝືອນມ້າເຊິ່ງມີຝີຕີນອັນໄວສະນັ້ນ
ແລ້ວຈົມລົງທີ່ນ້ຳວົນແຫ່ງໜຶ່ງ ຈົມລົງໄປເຖິງພິພົບເມືອງບາດານ ຂອງກາລະນາຄະຣາຊ
ໄປກະທົບຖາດຄຳຂອງ ພຣະພຸດທະເຈົ້າອົງກ່ອນໆ ອີກ 3
ອົງ ຄື ພຣະກະກຸສັນທະ, ພຣະໂກນາຄະມະນະ, ພຣະກັດສະປະ, ມີສຽງດັງກິກໆ
ແລ້ວວາງຮອງຖາດທັງ 3 ນັ້ນ [3]
ກາລະນາຄະຣາຊ
ທີ່ຫຼັບໄຫຼຕະຫຼອດເວລາ 1 ພຸດທັນດອນ (ຈາກພຣະພຸດທະເຈົ້າອົງໜຶ່ງໄດ້ອຸບັດ
ຈົນເຖິງເວລາທີ່ພຣະພຸດທະເຈົ້າອົງໃໝ່ມາອຸບັດອີກ) ເມື່ອໄດ້ຍິນສຽງນັ້ນແລ້ວ
ຈຶ່ງຕື່ນຂຶ້ນ ກ່າວວ່າ ມື້ວານນີ້
ພຣະພຸດທະເຈົ້າກໍຊົງອຸບັດແລ້ວອົງໜຶ່ງ
ມາວັນນີ້ ອຸບັດອີກແລ້ວອົງໜຶ່ງ ແລ້ວຈຶ່ງກ່າວສະດຸດີດ້ວຍຄາຖາ 100 ບົດ
ແລ້ວກໍຫຼັບຕໍ່ໄປ ຈົນກວ່າພຣະພຸດທະເຈົ້າອົງໃໝ່ຄື ພຣະສີອະຣິຍະເມດໄຕ ມາອຸບັດ
ຈຶ່ງຕື່ນຂຶ້ນອີກ
ໄລຍະເວລາ 1 ພຸດທັນດອນ
ນີ້ນັບປະມານບໍ່ໄດ້ ປຽບເໝືອນມີພູເຂົາຫິນແທ່ງທຶບ ສູງ 1 ໂຍດ (16 ກິໂລແມັດ)
ຄົບຮ້ອຍປີ ຈະມີເທວະດາເອົາຜ້າເບົາບາງ ເໝືອນຄວັນໄຟ ມາລູບຄັ້ງໜຶ່ງ
ເປັນແບບນີ້ທຸກໆຮ້ອຍປີ ຈົນກວ່າພູເຂົານີ້ຈະຮາບກັບໜ້າດິນ ນີ້ເອີ້ນວ່າ 1 ພຸດທັນດອນ
ຫຼື 1 ມະຫາກັບ
ອາຍຸຂອງກາລະນາຄະຣາຊຢືນຍາວຫຼາຍເພາະຫາກຖືຕາມນີ້
ໜຶ່ງພຸດທັນດອນ ເທົ່າກັບ 1 ວັນຂອງພະຍານາກ
ອະດີດຂອງພະຍານາກຕົນນີ້
ເຄີນເກີດເປັນສາມະເນນຜູ້ເຮັດໜ້າທີ່ອຸປະຖຳພຣະພິກຂຸຫຼາຍຮ້ອຍອົງ
ຕັ້ງແຕ່ອຸປະຖາກພຣະພິກຂຸ ບໍ່ເຄີຍໄດ້ຫຼັບໄດ້ນອນເຕັມຈັກມື້ເລີຍ ຈຶ່ງອະທິດຖານວ່າ
ຜົນບຸນທີ່ຂ້ານ້ອຍທີ່ອຸປະຖາກພຣະສົງນີ້ ຂໍໃຫ້ຂ້ານ້ອຍໄດ້ນອນຫຼັບເຕັມອິ່ມດ້ວຍເທີ້ນ, ເມື່ອຕາຍໄປແລ້ວສາມະເນນໄດ້ໄປເກີດເປັນກາລະນາຄະຣາຊ
ນອນຢູ່ໃນນາກພິພົບອັນເປັນທິບ ຈົນກວ່າພຣະພຸດທະເຈົ້າມາຕຣັດສະຮູ້ ຈຶ່ງຕື່ນຂຶ້ນຄັ້ງໜຶ່ງ
ປິດສະໜາທັມໃນເລື່ອງນີ້
1. ຖາດຄຳສອນຂອງພຣະພຸດທະເຈົ້າ, ແມ່ນ້ຳຄື
ໂລກ ຫຼື ສັດໂລກ, ຄຳສັ່ງສອນ ຫຼື ພຣະພຸດທະເຈົ້າ ພາສັດໂລກໄຫຼທວນກະແສໂລກ
ໄປສູ່ກະແສນິບພານ ຄື ຄວາມພົ້ນທຸກທີ່ບໍ່ມີເກີດ ແກ່ ເຈັບ ຕາຍ
ສ່ວນກະແສໂລກໄຫຼໄປສູ່ຄວາມເກີດ ແກ່ ເຈັບ ຕາຍ
2. ພະຍານາກໃຕ້ບາດານທີ່ຫຼັບໄຫຼ ຄື ສັດໂລກ ທີ່ໜາແໜ້ນໄປດ້ວຍກິເລດ
ເມື່ອພຣະພຸດທະເຈົ້າອຸບັດຂຶ້ນມາໃນໂລກ ປຸກໃຫ້ສັດໂລກຕື່ນຈາກການມົວເມົາດ້ວຍກິເລດຕັນຫາ
ແລ້ວພົບທາງສະຫວ່າງແຫ່ງຊີວິດ
3. ການເປັນຄົນມັກນອນ ພຣະພຸດທະເຈົ້າ ກ່າວວ່າ
ການຫຼັບເປັນໝັນຂອງຊີວິດ [5] ເພາະການນອນຫຼັບ ເປັນທາງຕັນໃນການສ້າງບຸນກຸສົນ
ເຜົາຜານເວລາໃຫ້ເສຍຖິ້ມໄປໂດຍບໍ່ມີປະໂຫຍດ ແລະຕັ້ງຢູ່ໃນຄວາມປະມາດ
4. ການອຸບັດຂອງພຣະພຸດທະເຈົ້າເປັນເລື່ອງຍາກ
ແລະການໄດ້ຮັບຟັງພຣະທັມມະເທສະໜາເປັນເລື່ອງຍາກ ດັ່ງພຣະບາລີວ່າ ກິດສັງ
ສັດທັມມະສະວະນັງ ກິດໂສ ພຸດທານະມຸບປາໂທ [4]
ສະນັ້ນ
ເປັນຄວາມໂຊກດີຂອງເຮົາຊາວພຸດທັງຫຼາຍທີ່ໄດ້ເກີດມາພົບພໍ້ພຣະພຸດທະສາສະໜາ ແລະ
ໄດ້ຮັບຟັງຄຳສອນຂອງພຣະພຸດທະເຈົ້າ ຂໍຈົ່ງພາກພຸມໃຈ ຕັ້ງຕົວຢູ່ໃນຄຸນງາມຄວາມດີ
ໃຫ້ໄດ້ພົບທາງສະຫວ່າງແຫ່ງຫົນທາງຊີວິດ ແລະປະສົບສຸກທຸກທິວາຣາຕີການເທີ້ນ.