1.ພຣະ ເຕເມໃບ້ (ຊາດທີ່ຍິ່ງດ້ວຍ ເນກຂັມມະ ປາຣະມີ)
ເປັນເວລາອັນເຫິງນານມາແລ້ວ
ຍັງມີພະລາຊາຜູ້ຍິ່ງໃຫຍ່ອົງໜຶ່ງ ຊື່ວ່າ: ເຈົ້າກາສິກະລາດ
ຜູ້ເປັນເຈົ້າປົກຄອງເມືອງພະລານະສີ ພ້ອມດ້ວຍມະເຫສີຜູ້ມີພະນາມວ່າ
ພຣະນາງຈັນທາເທວີ.
ເຖິງວ່າກະສັດອົງນີ້ຈະມີມະເຫສີທີ່ງາມເລີດພ້ອມດ້ວຍສະໜົມເປັນຈຳນວນຫລາຍກໍຕາມ
ແຕ່ກໍຍັງບໍ່ມີຄວາມສຸກຍ້ອນວ່າບໍ່ມີ ໂອລົດ ຫລື
ທິດາທີ່ຈະມາສືບເຊື້ອແທນແນວ.
ມາວັນໜຶ່ງຊາວເມືອງທັງຫລາຍຮີບຮ້ອນໃຈຢ້ານຣາດຊະວົງຈະສູນສິ້ນບໍ່ມີຜູ້ສືບແທນຕໍ່ໄປຈຶ່ງກາບທູນໃຫ້ພະອົງເຮັດພິທີບວງສວງສັງເວີຍເທບທິດາຟ້າດິນເພື່ອຂໍບຸດໂດຍທົ່ວກັນ.
ແຕ່ປາກົດວ່າບໍ່ມີໃຜຈະໄດ້ສົມປະສົງຈັກຄົນ. ສ່ວນນາງຈັນທາເທວີ
ຜູ້ເປັນອັກຄະມະເຫສີ ໄດ້ຖືປະຕິສົນທິແຕ່ພຽງຜູ້ດຽວ. ໂດຍແມ່ນເທບພະບຸດຜູ້ທີ່ເຄີຍເປັນເຈົ້າກຸງພະລານະສີມາກ່ອນ.
ເມື່ອເຈົ້າກາ ສິກະລາດຊົງຊາບກໍ່ປື້ມປິຕິຍິນດີເປັນຢ່າງຍິ່ງ
ເມື່ອຄົບ 10
ເດືອນ ນາງກໍໄດ້ປະສູດໂອຣົດອອກມາ ພ້ອມດ້ວຍເມຍຂອງເຫຼົ່າອຳມາດທັງ 500 ຄົນກໍປະສູດບຸດພ້ອມກັບນາງຈັນທາເທວີ, ພະເຈົ້າກາສິກະລາດຈິ່ງເອົາກຸມມານເຫຼົ່ານັ້ນມາເປັນເພື່ອນຂອງໂອລົດຕົນທັງໝົດພ້ອມກັບເອົານາງນົມມາລ້ຽງເຖິງ
65 ຄົນ.
ຈາກນັ້ນພະອົງກໍໃຫ້ໂຫນຣາຈານທັງຫລາຍມາໃສ່ຊື່ໃຫ້ໂອຣົດ.
ໂຫຣາຈານທູນພະຍາກອນວ່າເປັນຜູ້ຊົງບຸນຍາທິການອັນປະເສີດອາດເປັນພະຣາຊາທິລາດເຖິງ
4ທະວີບທັງຈະບໍ່ມີອັນຕະລາຍມາພ້ອງພານດ້ວຍ, ດັ່ງນັ້ນໃນການທີ່ພຣະຣາດຊະກຸມມານປະສູດມີຝົນຕົກທົ່ວລາຊະອານາຈັກໃຫ້ຄວາມຊຸ່ມເຢັນແກ່ຄົນ,
ສັດ ແລະ ພືດຕ່າງໆໂຫຣາຈານຈິ່ງພ້ອມກັນຖວາຍພຣະນາມວ່າ:
ພຣະເຕເມ.
ເມື່ອອາຍຸໄດ້ 11ເດືອນ ພຣະເຕເມພ້ອມດ້ວຍນາງນົມທັງຫຼາຍມາເຂົ້າເຝົ້າພະລາດຊະບິດາ,ເມື່ອນັ້ນພຣະເຕເມເຫັນພໍ່ຂອງຕົນຕັດສັ່ງໃຫ້ລົງໂທດອາຍາແກ່ໂຈນທັງ
4, ຈິ່ງນຶກໄດ້ວ່າ: ໂອ!
ພະລາດຊະບິດາຂອງເຮົາຕ້ອງໄປສະເຫວີຍທຸກຢູ່ທີ່ນະຣົກແນ່ນອນ.
ຄັນແລ້ວເມື່ອກັບທີ່ຂອງຕົນເອງ
ຈຶ່ງລະລຶກຊາດປາງກ່ອນຂອງຕົນເອງໄດ້ວ່າ
ໃນຊາດອາດີດຕະການຕົນເຄີຍເປັນເຈົ້າຄອງນະຄອນແຫ່ງນີ້ ແລະ
ໄດ້ເຫັນພໍ່ຂອງຕົນຕັດສິນອາຍາແກ່ໂຈນນັ້ນອີກອັນເປັນເຫດໃຫ້ເຮົາໄປຕົກນະຣົກແນ່ນອນ.
ເມື່ອຊົງດຳຣິເຊັ່ນນັ້ນຈິ່ງສະດຸ້ງຕື່ນຢ້ານກວາເປັນຍິ່ງໜັກ
ແລ້ວຈິ່ງຄິດຕໍ່ໄປວ່າເຮັດແນວໃດນໍເຮົາຈິ່ງຈະພົ້ນຈາກລາດຊະມົນທຽນແຫ່ງນີ້.
ຄາວໜຶ່ງກໍ່ມີເທບພະທິດາຜູ້ເຄີຍເປັນແມ່ຂອງພະອົງໃນຊາດ
ປາງກ່ອນປະກົດຕົວອອກມາແລ້ວຕັດໃຫ້ຄຳແນະນຳວ່າ:
ໃຫ້ທຳຕົນເປັນຄົນເປ້ຍລ່ອຍງ່ອຍງະບ້າໃບ້
ແລ້ວເຂົາກໍຈະເຂ່ຍອອກລາດສົມບັດໄປດັ່ງປະສົງແທ້ແລ້ວ.
ຕໍ່ນັ້ນມາລາດຊະກຸມມານກໍບໍ່ສະແດງອາການໃດໆທັງສິ້ນ
ແມ້ກະທັ້ງຢາກນົມກໍ່ບໍ່ຮ້ອງບໍ່ໄຫ້ ແລະ
ກໍ່ບໍ່ເຄື່ອນໄຫວໃດໆທັງສິ້ນຈົນນາງນົມທັງຫລາຍລົງຄວາມເຫັນວ່າເປັນຄົນເປ້ຍລ່ອຍງ່ອຍໃບ້,
ດັ່ງນັ້ນຈິ່ງທົດລອງໃຫ້ສະເຫວີຍນົມທິບເປັນເວລາ 1 ປີກໍຍັງຄົງເຊັ່ນນັ້ນ. 2 ປີ
ຕໍ່ມາທົດລອງດ້ວຍການເອົາເຂົ້າໜົມມາອອຍ ກໍຍັງເຊັ່ນເຄີຍ
ບໍ່ມີທ່າທີໃດໆ. 3 ປີທົດລອງດ້ວຍຜົນລະໄມ້. 4 ທົດລອງດ້ວຍຂອງຫລິ້ນ. 5 ປີ ທົດລອງດ້ວຍດົນຕີມະໂຫລີຕ່າງໆ
ແຕ່ກຸມມານກໍຍັງບໍ່ສົນພະໄທ. 6 ປີ
ທົດລອງດ້ວຍການເອົາກຸມມານ ແລະ ເດັກທັງ 500
ຄົນໄປໄວ້ເຮືອນໃບລານ ແລ້ວຈູດໄຟຂຶ້ນ, ເດັກນ້ອຍຄົນອື່ນແລ່ນໜີອອກມາໝົດ
ແຕ່ກຸມມານຍັງນິ້ງເສີຍ. 7 ປີ ທົດລອງດ້ວຍຊ້າງຕົກມັນ. 8 ປີ ທົດລອງດ້ວຍໃຫ້ງູກ້ຽວພັນ.
ເຖິງວ່າພະລາຊາຜູ້ເປັນພໍ່ຈະໃຫ້ການທົດລອງດ້ວຍວິທີການຕ່າງໆນາເຊິ່ງອັນເປັນຜົນຮ້າຍໃຫ້ແກ່ກຸມມານແຕ່ກຸມມານກໍຍັງນິ້ງເສີຍ.
ຈົນມາຮອດອາຍຸໄດ້ 14 ປີ ພະລາຊາ
ກໍຍັງບໍ່ລົດລະຄວາມພະຍາຍາມຈິ່ງທົດລອງດ້ວຍໃຫ້ໄປນອນເກືອກກົ້ວອຸດຈະລະ.
ອາຍຸ 15 ປີ
ໃຫ້ໄປນອນເທິງແທ່ນທີ່ມີຖ່ານໄຟແຕ່ພະກຸມມານກໍຍັງອົດກັ້ນໄດ້.
ຈົນລ່ວງເຂົ້າອາຍຸໄດ້ 16 ປີ ຕອນນີ້ພະກຸມມານເປັນໜຸ່ມແລ້ວພະລາຊາຈິ່ງ
ໃຫ້ເອົາສາວທີ່ສວຍທີ່ສຸດຫລາຍຕໍ່ຫລາຍຄົນມາປະເລົ້າປະລົມແຕ່ສຸດທ້າຍກໍບໍ່ໄດ້ຜົນອີກເຊັ່ນເຄີຍ.
ພະເຈົ້າກາສິກະລາດຈິ່ງໄດ້ໃຫ້ໂຫຣາຈານມາທຳນາຍອີກຄັ້ງ ໂຫຣາຈານຈິ່ງຕັດວ່າ
ຖ້າຂືນລ້ຽງໄວ້ຈະເປັນກາລະກີຈະເກີດອາເພດຂຶ້ນສາມປະການ: ໜຶ່ງ
ຈະເປັນອັນຕະລາຍແກ່ພະຊົນຊີບຂອງພະອົງ ສອງ ຈະເປັນອັນຕະລາຍແກ່ເສດຕະສັດຂອງພະອົງ
ແລະ ສາມ ແມ່ນອັນຕະລາຍແກ່ມະເຫສີຂອງພະອົງ
ເມື່ອເປັນເຊັ່ນນັ້ນພະລາຊາຈິ່ງ
ຕັດສັ່ງຂັບໄລ່ໜີອອກຈາກວັງແຕ່ນາງຈັນທາເທວີຈິ່ງອ້ອນວອນຂໍໄວ້ຖ້າຈະຂັບໄລ່ໄສສົ່ງກໍຂໍໃຫ້ລູກຂອງຕົນເອງໄດ້ສະເຫວີຍລາດໄດ້7ປີກ່ອນ. ແຕ່ພະລາຊາບໍ່ຍອມ. ມະເຫສີກໍບໍ່ລົດລະຄວາມພະຍາມ,ດ້ວຍເຫດນັ້ນພະລາຊາຈິ່ງຕັດໃຫ້ສະເຫວີຍ ລາດພຽງ 7ວັນ ຕາມຄຳອ້ອນວອນຂອງມະເຫສີ.
ຕໍ່ມາພະຊາລາຊາກໍໄດ້ທຳພິທີລາຊາພິເສກໃຫ້ແກ່ກຸມມານຂອງຕົນ
ຈົນເຖິງວັນຖ້ວນເຈັດແຫ່ງການຄອງລາດຊະສົມບັດ ແລະ
ເປັນວັນແຫ່ງຄວາມຕາຍຂອງພະເຕເມກໍມາເຖິງ. ນາຍສຸນັນ ສາຣະຖີ
ໄດ້ຮັບລາດຊະອົງການໄປຝັງເສຍທີ່ປ່າຊ້າຜີດິບ
ຕາມຄຳແນະນຳຂອງໂຫຣາຈານແຕ່ເຊົ້າໆ ທ່າມກາງສຽງຮ້ອງໄຫ້ອາໄລອາ ວອນຂອງຜູ້ເປັນແມ່. ເມື່ອນາຍສາຣະຖີຂັບລົດອອກມາແທນທີ່ຈະໄປທາງທິດຕາເວັນຕົກກັບໄປທາງທິດຕາເວັນອອກ.
ເມື່ອຣົດຂອງກຸມມານພົ້ນຈາກປະຕູເມືອງ ກໍປື້ມພະໄທ
ຄວາມປະສົງຂອງເຮົາໄດ້ມາເຖິງທີສຸດແລ້ວ. ຝ່າຍນາຍສາຣະຖີຂັບລົດມາໄກແລ້ວ
ກໍແວະເຂົ້າປ່າຊ້າອີກແຫ່ງໜຶ່ງທີ່ບໍ່ແມ່ນປ່າຊ້າຜີດິບ,ແລ້ວລົງຈາກລົດໄປຂຸດຂຸມເພື່ອທີ່ຈະຈັດການຝັງສົບຂອງເຕເມກຸມມານ.
ພະເຕເມກໍທົດລອງເຄື່ອນໄຫວທຸກສ່ວນຂອງຮ່າງກາຍເບິ່ງເມື່ອເຫັນວ່າຍັງໃຊ້ການໄດ້ຢູ່ຈິ່ງໂດດລົງຈາກລົດ
ແລ້ວມຸ່ງໜ້າໄປຫານາຍສາຣະຖີ ແລ້ວຖາມວ່າ : ທ່ານຂຸດຂຸມສີ່ຫຼ່ຽມນີ້ເພື່ອອັນໃດ?
ນາຍສາຣະຖີຈິ່ງຕອບວ່າ ຈະຝັງສົບ ພຣະກຸມມານບ້າໃບ້
ພ້ອມທັງແຫງນໜ້າຂຶ້ນເບິ່ງແຕ່ກໍ່ຍັງຈຳບໍ່ໄດ້ແລ້ວຖາມວ່າ
ທ່ານເປັນເທວະດາ ຫລື ວ່າຄົນຫັ້ນ.
ເຮົາກໍເປັນຜູ້ທີ່ທ່ານຈະຝັງນັ້ນແຫລະ.ບໍ່ຕ້ອງສົງໄສດອກທ່ານ ເຮົາຄືເຕເມຜູ້ທີ່ທ່ານຈະຝັງນັ້ນແຫຼະ
ພະກຸມມານຫົວຂຶ້ນແລ້ວຕັດສັ່ງຕໍ່ໄປວ່າ :
ຄວາມຈິ່ງແລ້ວເຮົາບໍ່ໄດ້ເປັນຄົນເປ້ຍລ່ອຍງ່ອຍໃບ້ດອກ
ເຮົາບໍ່ຢາກຈະເປັນພະເຈົ້າແຜ່ນດິນ
ເພາະກົວຈະຕົກນະຣົກຈິ່ງໄດ້ແກ້ງທຳເພື່ອໃຫ້ລາດຊະບິດາເຂ່ຍອອກຈາກລາດຊະສົມບັດເສຍ
ຊຶ່ງທຸກຢ່າງກໍສຳເລັດຕາມຄວາມປະສົງຂອງເຮົາ.
ນາຍສາຣະຖີທັງງົງພ້ອມທັງຫຼຽວໄປເບິ່ງທີ່ລົດເພື່ອຄວາມແນ່ໃຈ.
ເພື່ອຄວາມແນ່ໃຈພະເຕເມຈິ່ງຕັດສັ່ງໃຫ້ນາຍສາຣະຖີໄປສຳຫຼວດເບິ່ງທີ່ລົດ.
ຈາກນັ້ນພະເຕເມຈິ່ງໄດ້ດຳລິໃຫ້ນາຍສະຣະຖີ
ເຖິງເລື່ອງການກະທຳຂອງພະເຈົ້າແຜ່ນດິນທີ່ຈະສົ່ງຜົນໄປຕົກນະຣົກໃຫ້ຟັງ.
ຄັນແລ້ວພະເຕເມກໍ່ເວົ້າອີກວ່າ
ເຮົາຈະຂໍບວດດີກວ່າ
ຈະບໍ່ໄດ້ຕົກນະຣົກອີກຕໍ່ໄປເຮົາບໍ່ຢາກເປັນດອກພະເຈົ້າແຜ່ນດິນນັ້ນ.
ເມື່ອເປັນເຊັ່ນນັ້ນນາຍສາຣະຖີກໍຂໍບວດຕາມ.
ແຕ່ພະເຕເມກໍບໍ່ປະຕິເສດແຕ່ວ່າຕ້ອງໄດ້ໄປບອກບິດາມານດາຂອງເຮົາກ່ອນແລ້ວທ່ານຈິ່ງກັບມາບວດນຳເຮົາ
ເຮົາຈະລໍທ່ານຢູ່ທີ່ນີ້.
ເມື່ອນາຍສາຣະຖີກັບໄປແລ້ວ
ພະເຕເມກໍໄດ້ບວດເປັນລືສີ ຢູ່ໃນອາສົມທີ່ພະວິສະນຸ
ໄດ້ສ້າງຖວາຍນັ່ງບຳເພັນພຽນຢູ່.
ນາຍສາຣະຖີໄດ້ເຂົ້າໄປກາບທູນແລ້ວເລົ່າເລື່ອງທີ່ຕົນໄດ້ພົບໃຫ້ພະລາຊາ
ແລະ ມະເຫມີຟັງທຸກປະການ ເມື່ອຮູ້ດັ່ງນັ້ນມະເຫສີກໍດີໃຈເປັນທີ່ສຸດ
ຈິ່ງອອກເດີນທາງໄປຫາພະເຕເມກ່ອນໝູ່ ຮວມທັງສະໜົມ 16 000 ນາງ. ສ່ວນພະລາຊາກໍຕາມຫລັງມາເຊັ່ນກັນ
ແລ້ວພະລາຊາກໍໄດ້ວອນໃຫ້ພະເຕເມກັບໄປສະເຫວີຍລາດຕື່ມ, ແຕ່ພະເຕເມກໍປະຕິເສດແລ້ວຍັງໄດ້ເລົ່າເລື່ອງຜົນແຫ່ງກຳທີ່ຈະເປັນເຫດໃຫ້ໄປຕົກນະຣົກໃຫ້ທຸກຄົນຟັງໃນນະທີ່ນັ້ນ.ເມື່ອ
ທຸກຄົນໄດ້ຟັງແລ້ວກໍສະລົດໃຈ
ຈາກນັ້ນກໍພາກັນບວດນຳລືສີເຕເມໝົດທຸກຄົນລວມທັງພະລາຊາ ແລະ ມະເຫສີນຳ
ຈົນເຮັດໃຫ້ພະນະຄອນຈະຫວ່າງເປົ່າໄປດ້ວຍຜູ້ຄົນ. ປະຊາຊົນໃນເມືອງ
ເມື່ອຮຼ້ຂ່າວວ່າ
ພະເຈົ້າແຜ່ນດິນຂອງຕົນອອກບວດກໍ່ຄ້ອຍຕາມໄປບວດນຳກັນໝົດທຸກຄົນ.
ນະປ່າແຫ່ງ
ນັ້ນກໍເຕັມໄປດ້ວຍອາສົມລືສີສ່ວນສັດສາວາສິ່ງຕ່າງໆກໍປ່ອຍເຂົ້າປ່າໄປໝົດ.
ລືສີທັງໝົດພາຍໃຕ້ການນຳ
ພາຂອງພະເຕເມໄດ້ພາກັນຕັ້ງໃຈບຳເພັນພຽນຈົນໄດ້ຊານສະມາບັດ
ແລ້ວໄດ້ໄປເກີດໃນພົມມະໂລກໃນທີ່ສຸດ.
2 ພຣະມະຫາຊະນົກ (ຊາດທີ່ຍິ່ງດ້ວຍ
ວິຣິຍະ ປາຣະມີ)
ໃນຊາດນັ້ນພະອົງຊົງເກີດເປັນໂອລົດຂອງພະເຈົ້າ ອະລິດຖະຊະນົກ
ແຫ່ງເມືອງມິຖິລາ, ພະບິດາສະ ຫວັນນະຄົດຕັ້ງແຕ່ພະອົງຍັງຢູ່ໃນພະຄັນເນື່ອງຈາກເຮັດສົງຄາມກັບພະເຈົ້າໂປລະຊະນົກຜູ້ເປັນພະອານຸຊາແລ້ວເສຍໄຊໃນສະໜາມຮົບ,
ພະມານດານຊົງລົບລີ້ໄພແລ້ວເດີນທາງໄປເມືອງ ກາ ລະຈໍາປາ.
ອາຈານທິສາປາໂມກ ເດີນທາງຜ່ານມາພົບພະນາງແລ້ວເກີດສົງສານເລີຍຮັບເອົາເປັນນ້ອງສາວໃຫ້ດຳລົງຊີວິດຢູ່ກັບຄອບຄົວຂອງຕົນ.
ຕໍ່ມາບໍ່ນານພະນາງກໍປະສູດໂອຣົດອອກມາ
ແລ້ວໃສ່ຊື່ໃຫ້ໂອຣົດຊື່ວ່າ ພຮະມະຫາຊະນົກກຸມມານ
ເມື່ອຈະເລີນເຕີບໂຕຂຶ້ນກໍຊົງມີພວກເດັກນ້ອຍ ໃນ ໝູ່
ບ້ານນັ້ນເປັນເພື່ອນຫລິ້ນແຕ່ເຖິງຄາວອາລະວາດຜິດຖຽງກັນພວກເດັກນ້ອຍກໍເວົ້າໃຫ້ວ່າ
ລູກກໍາພ້າ ພະອົງກໍຖາມພະມານດາຢູ່ຕະຫລອດເຖິງເຫດ
ຜົນທີ່ຖືກເອີ້ນວ່າລູກກໍາພ້າ
ພະນາງເຫັນທີ່ຈະສຸດທີ່ຫລີກລ້ຽງບໍ່ໄດ້ຈິ່ງຊົງເລົ່າເລື່ອງຄວາມຈິງໃຫ້ຟັງ,
ຕັ້ງແຕ່ນັ້ນມາພະມະຫາຊະນົກຈິ່ງຕັ້ງພະໄທສຶກສາສິລະປະວິທະຍາທີ່ເກື້ອກຸນຕໍນາມພະອົງໃນພາຍພາກໜ້າຈົນສຳເລັດ.
ວັນໜຶ່ງພະມະຫາຊະນົກຕັດສິນພະໄທວ່າ
ຈະສະເດັດໄປຍັງເມືອງມິຖິລາເພື່ອແກ່ແຄ້ນແທນພະລາດຊະບິດາໃຫ້ໄດ້ແຕ່ຈະເດີນທາງໂດຍໄວກໍຄືເດີນເຮືອທາງທະເລ
ພະອົງຊົງຄິດເຖິງການຄ້າຂາຍເພື່ອຈະຊ່ວຍໃຫ້ມີທຶນພໍເຕົ້າໂຮມພົນແລະຫາຊື້ອາວຸດໄວ້ໃຊ້
ຂະບວນເຮືອແລ່ນອອກຈາກທ່າໄດ້ 7 ວັນ
ກໍເກີດລົມພະຍຸຮ້າຍພັດຢ່າງແຮງຈົນເຮັດໃຫ້ເຮືອເພພັງພວກພໍ່ຄ້າຕ່າງກໍຕົກໃຈເປັນອັນມາກ
ສ່ວນພະຊະນົກບໍ່ໄດ້ຕົກພະໄທໄປຕາມຄົນອື່ນເວລາເຮືອຈົມນ້ຳກໍປີນຂຶ້ນໄປເສົາໃບລົມຂອງເຮືອແລ້ວຫລຽວໄປເບິ່ງທິດທາງຂອງເມືອງມິຖິລາແລ້ວກໍໂດດລົງສູ່ແມ່ນ້ຳທະເລ.
ວັນທີເຮືອຂອງພະມະຫາຊະນົກຫລົ້ມຈົມນັ້ນ
ທີ່ເມືອງມິຖິລາພະເຈົ້າໂປລະຊະນົກຊົງສະຫວັນນະຄົດ
ພະມະຫາຊະນົກຊົງລອຍນໍ້າຢູ່ກາງທະເລໄດ້ເຈັດວັນ ພໍເຖິງວັນອຸໂປສົດພໍດີ
ພະອົງກໍຊົງບ້ວນປາກດ້ວຍນ້ຳທະເລແລ້ວຊົງສະມາທານອຸໂປສົດສິນ.
ວັນນັ້ນນາງມະນີເມກຂະຫລາເທບທິດາຜູ້ກວດທອ້ງທະເລ
ໄດ້ບິນມາພົບພະມະຫາຊະນົກຊົງລອຍນ້ຳຢູ່ ຈິ່ງຊົງຖາມພະມະຫາຊະນົກ
ພະອົງຈິ່ງຕອບນາງມະນີເມກຂະຫລາວ່າ
ເຊື່ອຫມັ້ນວ່າຄວາມພະຍາຍາມຈະເຮັດໃຫ້ສຳເລັດຜົນພະອົງຈິ່ງເລົ່າຄວາມຈິງໃຫ້ຟັງ
ນາງສົງສານຈິ່ງຊ່ວຍອູ້ມເອົາພະມະຫາຊະນົກໄປສົ່ງທີ່ສວນອຸທິຍານໃນເມືອງມິຖິລາແລ້ວຊົງວາງພະອົງລົງໄວ້ແຜ່ນຫີນແຜ່ນໜຶ່ງ.
ພະເຈົ້າໂປລະຊະນົກມີພະທິດາອົງໜຶ່ງຊື່
ສີວະລີ ເຈົ້າຍິ່ງອົງນີ້ມີຮູບໂສມງົດງາມ ຊາຍໃດໄດ້ເປັນພະສາມີ
ຈະໄດ້ເປັນກະສັດປົກຄອງລາດຊະສົມບັດສືບຕໍ່ພະເຈົ້າໂປລະຊະນົກທີ່ເມືອງມິຖີລາແຕ່ຊາຍທີ່ຈະໄດ້ເປັນພະສາມີຂອງນາງນັ້ນ
ຕ້ອງມີຄຸນສົມບັດຄື 1ເຮັດໃຫ້ເຈົ້າຍິງໂປດປານ 2 ສາມາດຍົກຄັນທະນູຂະໜາດ1000ຄົນຍົກໄດ້ 3 ຮູ້ຈັກຫົວນອນບັນລັງສີ່ຫລ່ຽມ 4
ຊາຍທີ່ຊີ້ຂຸມຊັບ 16ແຫ່ງໄດ້.
ແຕ່ບໍ່ມີຊາຍຄົນໃດທຳຕາມເງື່ອນໄຂໄດ້ເລີຍ ຈົນກະທັ້ງປ່ອຍລາດຊະລົດສ່ຽງທວາຍຄູ່ລາດຊະລົດກໍແລ່ນໄປຢຸດບົນພະແທ່ນບ່ອນພະມະຫາຊະນົກນອນຢູ່.
ພະມະຫາຊະນົກຈິ່ງໄດ້ອະພິເສກສົມລົດກັບພະນາງສີວະລີຕາມເງື່ອນໄຂທີ່ໄດ້ກຳນົດໄວ້
ດ້ວຍຄວາມປິຕິຍິນດີຂອງຂ້າພະລາດຊະບໍລິພານແລະ ຊາວເມືອງເປັນອັນມາກ.
ພະເຈົ້າມະຫາຊະນົກຊົງຄອງລາດສະສົມບັດມານານ
ເລີຍນຶກເຖິງພະລາດຊະມານດາແລະອາຈານທິສາປາໂມກທີເມືອງກາລະຈຳ
ວັນໜຶ່ງຈິ່ງຊົງໃຫ້ທະຫານອຳມາດໄປຮັບທັງສອງມາຢູ່ນຳທີ່ເມືອງມິຖີລາ.
ຄັ້ງໜຶ່ງພະມານດາປະທານໂອວາດຂໍໃຫ້ພະເຈົ້າມະຫາຊະນົກຊົງປົກຄອງແຜ່ນດິນດວ້ຍສິນທຳແລະໃຫ້ສ້າງໂຮງທານຂຶ້ນ
6 ແຫ່ງ
ແລະຕັ້ງພະໄທບຳລຸງບ້ານເມືອງບຳບັດທຸກບຳລຸງສຸກແກ່ປະຊາລາດຊະດອນ
ອີກຍັງນິມົນພະປັດເຈກພຸດທະເຈົ້າມາສັນພັດຕາຫານທີ່ພະລາດຊະວັງເລື້ອຍໆ.
ພະເຈົ້າມະຫາຊະນົກຈິ່ງມີພະລາດຊະໂອລົດອົງໜຶ່ງມີພະນາມວ່າທີຄາອຸ
ພະອົງຊົງແຕ່ງຕັ້ງໃຫ້ເປັນມະຫາອຸປະລາດ ແລະ
ຊົງໃຫ້ປະຕິບັດລາດຊະການແທນພະອົງຢູ່ສະເໝີໆ.
ວັນໜຶ່ງພະອົງຊົງຄິດປຽບທຽບກັບການເປັນກະສັດແລະການອອກບວດ
ພະອົງຈິ່ງລະລຶກເຖິງພະປັດເຈກພຸດທະເຈົ້າຈິ່ງຕັດສິນພະໄທອອກບວດໂດຍມອບໝາຍພະລາດຊະກິດໃຫ້ແກ່ພະໂອລົດ
ແລະ ກ່າວລາພະນາງສີວະລີ
ສະເດັດມຸງໜ້າໄປເຖິງປ່າຫິມມະພານກໍຕັ້ງພະໄທຈະເລີນສິນເປັນເວລາແປດວັນໄດ້ສຳເລັດອະພິນຍາຊະມາບັດແລ້ວກໍຂຶ້ນໄປສະເຫວີຍສຸກໃນພົມມະໂລກຕໍ່ໄປ.
3.ພຣະສຸວັນນະສາມ (ຊາດທີ່ຍິງດ້ວຍ ເມຕຕາ ປາລະມີ)
ຄັ້ງອາດີດຕະການເມື່ອພະພຸດທະເຈົ້າເປັນພະໂພທິສັດສະເຫວີຍຊາດເປັນພະສຸວັນນະສາມ ມີເລື່ອງເລົ່າວ່າຊາຍໜຸ່ມຊື່ ທຸກຸນຣະ ກັບ ຍິງສາວຊື່ ປາຣິກາ ທັງສອງເປັນລູກຂອງນາຍພານ ແລະ ຖືກບັງຄັບໃຫ້ແຕ່ງງານກັນ ແຕ່ຊາຍໜຸ່ມ ແລະ ຍິງສາວບໍ່ຕ້ອງການ ເພາະເຫັນວ່າ ການມີຄູ່ເປັນທຸກແຕ່ບໍ່ສາມາດຫລີກລຽງໄດ້ ເມື່ອແຕ່ງງານແລ້ວ ຈິ່ງຊວນກັນອອກບວດເປັນຣືສີ ແລະ ຣືສີນີ ໃນປ່າຫິມະພານ ແຕ່ເຂົາທັງສອງກໍ່ບໍ່ເຄີຍຄິດເລີຍທີ່ຈະລ່ວງລະເມີດປະເວນີກັນ. ພະອິນຢູ່ທີ່ສວງສະຫວັນຊົງເບິ່ງເຫັນວ່າໃນອະນາຄົດຮືສີທັງສອງຈະຕາບອດຊີວິດຈະລຳບາກເພາະບໍ່ມີຄົນເບິ່ງແຍງດູແລ ຈິ່ງບອກໃຫ້ຮືສີທຸກຸນຣະລູບທ້ອງຂອງຣືສີນີປາຣິກາໃນເວລານາງຈະມີລະດູຄົບຮອບເດືອນ ໃຫ້ມີລູກທັງສອງເຫັນວ່າບໍ່ໄດ້ປະພຶດພົມມະຈາລີຈິ່ງປະຕິບັດຕາມ ຕໍ່ມາບໍ່ນານຣືສີນີປາຣິກາຈິ່ງຕັ້ງຄັນ ແລະ ຄອດບຸດອອກມາເປັນຊາຍຊື່ວ່າ ສຸວັນນະສາມ. ສຸວັນນະສາມເປັນເດັກມີບຸນ ຈິດໃຈດີມີເມດຕາ ສັດໃນປ່າກໍ່ລ້ວນແຕ່ເປັນມິດຂອງສຸວັນນະສາມໝົດທັງສິ້ນ. ວັນໜຶ່ງພໍ່ແມ່ຂອງສຸວັນນະສາມອອກໄປຫາເກັບໝາກໄມ້ຄະນະເດີນທາງກັບກໍເກີດມີຝົນຕົກໜັກ ທັງສອງຈິ່ງລົບຝົນໄປຊົ້ນຢູ່ທີ່ຈອມປວກກ້ອງຫົ່ມໄມ້ແຫ່ງໜຶ່ງ ທັນໃດນັ້ນງູເຫົ່າໄດ້ອອກມາຈາກຈອມປວກແລ້ວກໍພົ່ນພິດໃສ່ເຮັດໃຫ້ທັງສອງຕາບອດທັນທີ, ສຸວັນນະສາມເປັນຫ່ວງພໍ່ແມ່ຫລາຍຈິ່ງໄດ້ອອກໄປຕາມຊອກຫາພົບວ່າທັງສອງຕາບອດເສຍແລ້ວ. ສຸວັນນະສາມເສຍໃຈຫລາຍຈິ່ງຮ້ອງໄຫ້ເພາະສົງສານແລ້ວກໍຫົວອອກມາດ້ວຍຄວາມດີໃຈທີ່ຈະໄດ້ລ້ຽງດູພໍ່ແມ່ຢ່າງເຕັມທີ, ຕອນນັ້ນສຸວັນນະສາມມີອາຍຸໄດ້ 16 ປີ . ສຸວັນນະສາມຕັ້ງໃຈເຝົ້າບົວລະ ບັດຮັບໃຊ້ພໍ່ແມ່ຢ່າງໃກ້ສິດແລະມີຄວາມສຸກຕະຫລອດມາ.
ສຸວັນນະສາມໄດ້ມັດເຊືອກເນັ່ງຈາກສາລາໄປສະຖານທີ່ຕ່າງໆເຊັ່ນ:ບ່ອນຖ່າຍໜັກແລະຖ່າຍເບົາ,ບ່ອນພັກຜ່ອນກາງເວັນແລະບ່ອນພັກ ຜ່ອນກາງຄືນ,ບ່ອນຍ່າງຈົງກົມເພື່ອເປັນຮາວໃຫ້ແກ່ບິດາມານດາຂອງຕົນໄດ້ຈັບກ້າວເດີນໄປ.
ສຸວັນນະສາມໃຫ້ພໍ່ແມ່ຂອງຕົນໄດ້ແອບຝຶກຈັບຍ່າງໄປຕາມສະຖານທີ່ຕ່າງໆຈົນຊິນເຄີຍ
ແລ້ວບອກໃຫ້ພໍ່ແມ່ສະບາຍໃຈ ແລະ ໃຫ້ຢູ່ຢ່າງບໍ່ຕ້ອງກັງວົນໃຈ. ບິດາມານດາມີຄວາມຮູ້ສຶກຕື້ນຕັນໃຈ
ແຕ່ໃນຂະນະດຽວກັນຈິ່ງຮູ້ສຶກສົງສານລູກທີ່ຕ້ອງມາຮັບພາລະອັນຍິ່ງໃຫຍ່ຄືລ້ຽງດູບິດາມານດາ.
ວັນໜຶ່ງພະເຈົ້າກະບິນຣະຍັກຣາຊາແຫ່ງເມືອງພະຣານະສີສະເດັດປະພາດອອກໄປລ່າສັດຢູ່ທີ່ປ່າຫິມະພານຕາມລຳພັງຈິ່ງໄດ້ເຫັນສຸວັນ
ນະສາມກຳລັງຕັກນ້ຳໃຫ້ຝູງໝູ່ກວາງທີ່ກຳລັງກິນນ້ຳຢູ່ແລ້ວສົງໄສວ່າເປັນເທວະດາຫລືວ່ານາກ
ຈິ່ງໄດ້ຍິງທະນູໃສ່ຖືກຂ້າງຂອງສຸວັນນະສາມເຮັດໃຫ້ສຸວັນນະສາມລົ້ມລົງເລືອດໄຫລນອງເຕັມພື້ນດິນ
ຝູງສັດກໍສະເດີດຕື່ນແລ່ນໜີໄປໝົດ ພະຣາຊາກະບິນຣະ ຍັກ
ອອກມາເບິ່ງແລ້ວແນະນຳຕົນເອງຕໍ່ສຸວັນນະສາມ.
ສ່ວນສຸວັນນະສາມຈິ່ງໄດ້ກາບທູນເຖິງຄວາມເປັນຫ່ວງບິດາມານດາວ່າ
ຖ້າຕົນເອງຕາຍ
ແລ້ວບິດາມານດາຈະຕ້ອງທຸກກໍຕ້ອງລຳບາກເພາະບໍ່ມີຄົນເບິ່ງແຍງດູແລ,
ສ່ວນພະຣາຊາຮູ້ວ່າຕົນເອງມີຄວາມຜິດຢ່າງຍິ່ງທີ່ໄດ້ກະທຳລົງໄປຈິ່ງໄດ້ໃຫ້ສັດຈະສັນຍາຕໍ່ສຸວັນນະສາມວ່າຈະເບິ່ງແຍງດູແລພໍ່ແມ່່ໃຫ້ດີທີ່ສຸດ.
ແລ້ວຖາມທາງໄປສາລາ ຈາກນັ້ນສຸວັນນະສາມກໍ່ສະລົບໄປ.
ພະຣາຊາກໍ່ໄດ້ສາລະພາບທີ່ຕົນເອງມີຄວາມຜິດຕໍ່ຣືສີທັງສອງ. ຣືສີທັງສອງບໍ່ໄດ້ຄິດຄຽດແຄ້ນແຕ່ຢ່າງໃດ,
ແຕ່ກໍຮ້ອງໄຫ້ດວ້ຍຄວາມທຸກໂສກແລ້ວຂໍໃຫ້ຊ່ວຍພາໄປຫາສຸວັນນະສາມ
ເມື່ອໄປເຖິງນາງປາຣິກາຣືສີນີລູບຄຳເບິ່ງກໍຮູ້ວ່າສຸວັນນະສາມຍັງບໍ່ຕາຍຈິ່ງຕັ້ງສັດຈະອາທິ
ຖານຂໍໃຫ້ຢາພິດໄດ້ເຫືອດຫາຍໄປຈາກຮ່າງກາຍຂອງລູກຊາຍ, ໃນຂະນະນັ້ນເທບທິດາສູນທະລີຊຶ່ງເຄີຍເປັນມານດາຂອງສຸວັນນະສາມ
ແຕ່ຊາດອາດີດມາແລ້ວເຖິງເຈັດຊາດ ແລະ
ຄອຍຄຸ້ມຄອງຊ່ວຍເຫຼືອສຸວັນນະສາມຢູ່ ກໍກາບຄຳສັດຈະອາທິຖານ
ສຸວັນນະສາມຈິ່ງຟື້ນຂຶ້ນ ມາຢ່າງໜ້າອັດສະຈັນ ອີກຍັງເຮັດໃຫ້ດວງຕາຂອງພໍ່ແລະແມ່ຫາຍເປັນປົກກະຕິ
ທັງສີ່ມີຄວາມດີອົກດີໃຈຫຼາຍແລ້ວກັບໄປທີ່ສາລາ. ສຸວັນ
ນະສາມກາບທູນພະຣາຊາໃຫ້ຕັ້ງຢູ່ໃນສິນກິນໃນທຳ
ພະຣາຊາຈິ່ງນ້ອມຮັບເອົາຄຳເວົ້າຂອງສຸວັນນະສາມໄປປະຕິບັດຕາມ
ແລ້ວຂໍຂະມາສຸວັນນະສາມ ຈາກນັ້ນກໍອຳລາຣືສີແລະຣືສີນີກັບໄປທີ່ພະນະຄອນຂອງຕົນ
ພະຣາຊາກະບິນຣະຍັກຊົງບຳເພັນກຸສົນຕ່າງໆຕະ ຫລອດຈົນເຖິງພະຊົນຊີບ
ຝ່າຍສຸວັນນະສາມແລະບິດາມານດາກໍຕັ້ງໃຈຈະເລີນບຳເພັນທຳຈົນໄດ້ຊານຊະມາບັດຢູ່ມາຈົນຄວນແກ່ອາຍຸໄຂແລ້ວໄປເກີດໃນພົມມະໂລກ.
4.ພຣະ ເນມິລາຊ (ຊາດທີ່ຍິງດ້ວຍ ອາທິຖານ ປາລະມີ)
ເມື່ອຄັ້ງອາດີດຍັງຕະການຍັງມີພະເຈົ້າເນມີຣາດເປັນຣາຊາທີ່ສືບເຊື້ອສາຍຮາຊວົງມາແຕ່ພະຣາຊາມະຄະເທວະ
ພະອົງສືບຮາດຊະສົມບັດທີເມືອງມິຖິລາແຄວ້ນວິເທຫະ ເມື່ອຊົງຈະເລີນເຕີບໂຕຂຶ້ນກໍຊົງຍິນດີໃນການບໍລິຈາກທານແລະຮັກສາສິນ
ພະຣາຊາເນມີຣາດສັ່ງໃຫ້ສ້າງໂຮງທານຢູ່ທີ່ທ່າມການເມືອງແລະທີ່ປະຕູອ້ອມພະນະຄອນ.
ພະອົງຊົງສະຫລະຣາຊສົມບັດເພື່ອໃຊ້ຈ່າຍໃນການບຳເພັນທານທຸກວັນຊົງຮັກສາສິນຫ້າແລະໂບສົດເລື້ອຍໆມາ
ຊາວເມືອງກໍພາກັນເຮັດບຸນໃຫ້ທານຮັກສາສິນເຊັ່ນກັນ, ຊາວເມືອງເຫລົ່າ
ນັ້ນເມື່ອຕາຍໄປແລ້ວກໍໄປເກີດຢູ່ສະຫວັນຊັ້ນຕ່າງໆ ແລະ
ຕ່າງຄົນກໍເວົ້າຍ້ອງຍໍສັນລະເສີນພະກຽດຕິກຸນຂອງພະເຈົ້າເນມີຣາດໃຫ້ຖວາຍເທບເທວາຟັງ.
ຢູ່ມາວັນໜຶ່ງພະເຈົ້າເນມີຣາດຊົງສົງໄສຢູ່ວ່າຄວາມດີທີ່ພະອົງຊົງບຳເພັນຢູ່ນັ້ນຄືການໃຫ້ທານກັບການຮັກສາສິນຢ່າງໃດມີຜົນຫລາຍກວ່າກັນ,
ເຖິງເວລາໃກ້ຈະຮຸ່ງຂອງວັນ15ຄໍ່າວັນໜຶ່ງ
ພະອິນໄດ້ສະເດັດມາຫາພະອົງທີຫ້ອງບັນທົມ
ແລ້ວພະເຈົ້າເນມີຣາດຈິ່ງຖາມຂໍ້ສົງໄສ, ພະອິນຊົງຕອບວ່າ:
ການຮັກສາສິນມີຜົນຫລາຍກວ່າການໃຫ້ທານ
ການໃຫ້ທານສົ່ງຜົນໄປໃຫ້ເກີດແຕ່ເທິງສະຫວັນ, ແຕ່ການຮັກສາສິນສົ່ງຜົນໃຫ້ໄປເກີດທີ່ພົມມະໂລກ,
ແທ້ຈິງແລ້ວການໃຫ້ທານແລະການຮັກສາສິນຕ່າງກໍເປັນການສ້າງຄວາມດີ
ຈິ່ງຄວນເຮັດທັງສອງຢ່າງຄວບຄູ່ກັນໄປ.
ເມື່ອພະອິນກັບໄປເຖິງສະຫວັນຊັ້ນດາວະດິງຈິ່ງຕັດເລົ່າເລື່ອງຂອງພະເຈົ້າເນມີຣາດໃຫ້ເທວະດາທັງຫລາຍຟັງ,
ເທວະດາທັງຫລາຍຈິ່ງຂໍອັງເຊີນໃຫ້ພະເຈົ້າເນມີຣາດສະ
ເດັດຂຶ້ນມາເທິງສະຫັວນ ຊັ້ນດາວະດິງ, ພະອິນກໍຊົງມີບັນຊາໃຫ້ມາຕະລີເທບພະບຸດມາຮັບພະເຈົ້າເນມີຣາດສະເດັດໄປທີ່ສະ
ຫວັນຊັ້ນດາວະດິງ. ພະເຈົ້າເນມີຣາດຊົງຮັບຄຳເຊີນ ແລະ
ກໍໄດ້ອຳລາພະຣາຊບໍຣິພານສະເດັດຂຶ້ນນັ່ງທີ່ເວຊຍັນຣາດຊະຣົດ.
ກ່ອນເຖິງສະຫວັນຊັ້ນດາວະດິງມາຕະລີເທບພະບຸດກໍໄດ້ນຳພາພະເຈົ້າເນມີຣາດ
ສະເດັດທ່ຽວຊົມນະຣົກກ່ອນ, ມາຕະລີເທບພະບຸດບັນດານໃຫ້ນະຣົກຂຸມຕ່າງໆປະກົດໃຫ້ພະເຈົ້າເນມີຣາດໄດ້ເຫັນໃນເວລາດຽວກັນເນື່ອງຈາກເວລາບໍ່ພໍທີ່ຈະຊົມນະຣົກທັງ
16 ຂຸມ.
ຫລັງຈາກຂັບເວດຊະຍັນຣາຊຣົດນຳພະເຈົ້າເນມີຣາດທ່ຽວຊົມຂຸມນະຣົກແລ້ວມາຕະລີເທບພະບຸດກໍນຳໄປຊົມສະຫວັນໄດ້ພົບວິມານຂອງນາງເທບທິດາອາລຸນີກ່ອນເປັນອັນດັບທຳອິດ
ວິມານນັ້ນເປັນແກ້ວມະນີກ້ວາງໃຫຍ່ໄດ້12ສອງໂຍດ ມີຍອດປະດັບດ້ວຍແກ້ວມະນີ
ໃນບໍລິເວນຂອງວິມານນັ້ນມີສວນແລະສັດໂບຄະຣະນີໜ້າຊື່ນຊົມ, ຈາກນັ້ນມາຕະລີເທບພະບຸດກໍຂັບເວຊະຍັນຣາຊຣົດນຳພະເຈົ້າເນມີຣາດໄປທ່ຽວຊົມວິມານອົງອື່ນໆມີເທບພະບຸດແລະເທບທິດາເຈົ້າຂອງວິມານອອກມາຕ້ອນຮັບແລ້ວບອກຜົນບຸນຕ່າງໆທີຕົນເອງໄດ້ກະທຳມາແຕ່ຊາດດີດໃຫ້ພະເນມີຣາດໄດຮັບຟັງ
ມາຕະລີເທບພະບຸດກໍບັນດານໃຫ້ສະຫວັນຊັ້ນຕ່າງຕ່າງປະກົດແລ້ວກໍຟ້າວນຳພະເຈົ້າເນມີຣາດສະເດັດໄປເຝົ້າພະອິນທີ່ສຸທຳມາເທວະສະພາຕາມພະບັນຊາຂອງພະອິນ.
ພະເຈົ້າເນມີຣາດໄດ້ກ່າວທຳໃຫ້ເຫລົ່າເທວະດາທັງຫລາຍໄດ້ຟັງຕິດຕໍ່ກັນເຖິງເຈັດວັນ
ຈາກນັ້ນພະອົງໄດ້ກ່າວສັນລະເສີນພະຄຸນຂອງມາຕະລີເທບພະບຸດທີ່ໄດ້ພາຕົນເອງຊົມນະຣົກແລະສະຫວັນແລ້ວທູນລາພະອິນກັບໂລກມະນຸດ.
ໝູ່ອຳມາຣາດຊະບໍລິພານແລະຊາວເມືອງຕ່າງກໍທູນຂໍໃຫ້ພະເນມີຣາດເລົ່າສິ່ງທີ່ຕົນເອງເຫັນໃຫ້ພວກເຂົາຟັງ,
ພະເຈົ້າເນມີຣາດຊົງເລົ່າໃຫ້ຟັງເມື່ອໄດ້ຟັງເລື່ອງນະຣົກສະຫວັນແລ້ວທຸກຄົນຕ່າງກໍມີຈິດໃຈຍຶດ
ໝັ້ນທຳຄວາມດີຢູ່ໃນບຸນກຸສົນຂອງຕົນຂຶ້ນຫລາຍກວ່າເກົ່າສະເໝີມາ.
ຝ່າຍພະເຈົ້າເນມີຣາດຊົງສະເຫວີຍຣາດໂດຍຜາສຸກສືບມາ, ຈົນວັນໜຶ່ງພະອົງຊົງເຫັນເສັ້ນຜົມຂອງຕົນຫງອກຂາວອອກມາເສັ້ນໜຶ່ງຈິ່ງເຂົ້າໃຈໃນຄວາມບໍ່ທ່ຽງແທ້ຂອງສັງຂານ,
ພະອົງຈິ່ງຊົງອອກບວດຕາມບູຮານຣາຊປະເພນີແລ້ວຈະເລີນພົມວິຫານ
4 (ເມດຕາ ກະຣຸນາ ອຸເບກຂາ ແລະ ມຸທິຕາ)
ຈົນສຳເລັດຊານຊະມາບັດຄັນຕໍ່ກາລະນານ
ກໍໄດ້ເຖິງຊີວິດຕັກກະໄສໄປບັງເກີດໃນພົມມະໂລກ.
5. ພຣະມະໂຫສົດ
(ຊາດທີ່ຍິງດ້ວຍ ປັນຍາປາຣະມີ)
ໃນກາລະຄັ້ງໜຶ່ງນານມາແລ້ວຢູ່ທີ່ນະໝູ່ບ້ານແຫ່ງໜຶ່ງຊື່ ປາຈີນວະນະມັດຊະຄາມ
ແຫ່ງເມືອງມິຖີລາແຄວ້ນວິເທຫະ ມີເສດຖີທີ່ມີຊື່ວ່າສີຣິວັດທະນະກະ ແລະ
ມີພັນລະຍາ ຊື່ ສຸມະນະເທວີ ທັງສອງມີລູກຊາຍຄົນໜຶ່ງຊື່ວ່າ ມະໂຫສົດ
ທີ່ໄດ້ຊື່ນີ້ກໍເພາະວ່າເວລາຄອດອອກມານັ້ນມະໂຫສົດກຳຢາອອກມານຳແລ້ວ
ສົ່ງໃຫ້ມານດາເພື່ອແຈກໃຫ້ຄົນທີ່ເຈັບໄຂ້ໄດ້ພະຍາດຕ່າງໆທຸກຊະນິດ
ເຮັດໃຫ້ຝູງຊົນຕ່າງກໍຫາຍດີຈາກໂຣກຕ່າງໆທີ່ຕົນມີຢູ່.
ຂະນະທີ່ມະໂຫສົດເກີດນັ້ນພະເຈົ້າວິເທຫະຣາດຊຶ່ງເປັນກະສັດຊົງພະສຸບິນນິມິດປະຫລາດ
ແລ້ວນັກປາດຕ່າງກໍພາກັນທຳນາຍວ່າຈະມີນັກປາດຄົນໃໝ່ທີ່ຫາໃຜມາສະເໝີເໝືອນບໍ່ໄດ້ກຳເນີດຂຶ້ນມາ.
ເມື່ອມະໂຫສົດອາຍຸໄດ້ 7ຂວບ
ໄດ້ອອກແບບສາຣາຫລັງໃຫຍ່ໄວ້ກາງໝູ່ບ້ານມີລັກ
ສະນະແຕກຕ່າງສາຣາທົ່ວໄປແບ່ງເປັນຫ້ອງໆສຳລັບຄົນຍາກຈົນ, ນັກບວດ, ພໍ່ຄ້າ, ແລະຄົນເດີນທາງ
ຍິງອານາຖາເກີດລູກ, ອີກຍັງມີສະໜາມກິລາ ແລະ
ບ່ອນປະຊຸມ ມະໂຫສົດຍັງອອກແບບສະນໍ້າສຳລັບຄົນພັກອາໄສໄດ້ລົງອາບ.
ສ່ວນພະເຈົ້າວິເທຫະຣາດຊົງສົ່ງອຳມາດສີ່ຄົນຊອກຫານັກປາດຕາມທີ່ຕົນໄດ້ສຸບິນນິມິດ.
ອຳມາດຄົນໜຶ່ງໄດ້ໄປທີ່ສາລາ
ທີມະໂຫສົດອອກແບບໄວ້ຈິ່ງໄດ້ຮູ້ວ່ານັກປາດຄົນນັ້ນຄືມະໂຫສົດກຸມມານ
ແລ້ວຈິ່ງໄປກາບທູນພະເຈົ້າວິເທຫະຣາດ, ພະເຈົ້າວິເທຫະຣາດຈິ່ງສັ່ງໃຫ້ສັງເກດການເບິ່ງກ່ອນ.
ອຳມາດຕັ້ງໃຈສັງເກດການເບິ່ງ
ຈິ່ງໄດ້ເຫັນການແກ້ບັນຫາຫລາຍເລື່ອງດ້ວຍປັນຍາຂອງມະໂຫສົດກຸມມານ
ຈິ່ງແນ່ໃຈວ່າເປັນນັກປາດແນ່ນອນຕົວຢ່າງເຊັ່ນເລື່ອງ: ງົວ
ມີຊາຍຄົນໜຶ່ງຊື້ງົວມາຈາກບ້ານນອກ
ພໍເດີນທາງມາຮອດລະຫວ່າງທາງຈິ່ງພັກຜ່ອນຢູ່ກ້ອງຮົ່ມໄມ້ແຫ່ງໜຶ່ງແລ້ວເຊືອບລັບໄປ,
ເມືອຕື່ນຂຶ້ນມາບໍ່ເຫັນງົວຂອງຕົນຈິ່ງໄດ້ແລ່ນໄລ່ຕາມຫາ
ຈົນມາເຫັນໂຈນຄົນໜຶ່ງກຳລັງຈູງງົວຂອງຕົນຍ່າງໄປ
ແຕ່ໂຈນກໍອ້າງວ່າເປັນຂອງຕົນຖຽງກັນໄປຖຽງກັນມາ
ຈົນມາເຖິງສາລາຂອງມະໂຫສົດ.
ມະໂຫສົດຈິ່ງຕັດສິນດ້ວຍການຖາມຊາຍທັງສອງວ່າໃຫ້ງົວກິນຫຍັງເປັນຄັ້ງສຸດທ້າຍໂຈນຕອບວ່າໃຫ້ກິນແປ້ງປົນກັບງາ
ແລະ ເຂົ້າໜົມ ສົດຕ່າງຕ່າງ ສ່ວນອີກຄົນໜຶ່ງໃຫ້ກິນຫຍ້າຢ່າງດຽວ, ມະໂຫສົດຈິ່ງໃຊ້ໃຫ້ຄົນໄປຫາໃບປະຍົງ
ມາເຮັດຢາແລ້ວໃຫ້ງົວກິນປາກົດວ່າງົວຮາກອອກມາເປັນຫຍ້າຄວາມຈິງ
ຈິ່ງປາກົດ. ມະໂຫສົດໄດ້ແກ້ບັນຫາເລື່ອງຍາດລູກ, ຢູ່ມາວັນໜຶ່ງຍິງຄົນໜຶ່ງກຳລັງລົງອາບນ້ຳ
ແລະ ກໍໄດ້ວາງລູກຂອງຕົນໄວ້ແຄມແມ່ນ້ຳ ຂະນະນັ້ນນາງຍັກສິນິໂຕໜຶ່ງໄດ້ຈຳແລງແປງເພດເປັນຍິງມາຂໍອູ້ມເອົາເດັກແລ້ວກໍຍ່າງລົບຫນີໄປ
ແມ່ຂອງເດັກຈິ່ງແລ່ນຕາມ ເກີດໂຕ້ຖຽງກັນມາເຖິງສາລາຂອງມະໂຫສົດ.
ມະໂຫສົດຈິ່ງຂີດເສັ້ນລົງ ໃສ່ໜ້າດິນແລ້ວວາງເດັກລົງຂວາງເສັ້ນ
ຈາກນັ້ນໃຫ້ ນາງຍັກສິນິຈັບມືເດັກສ່ວນແມ່ຈັບຂາເດັກແລ້ວໃຫ້ດຶງ
ຖ້າໃຜຍາດແຍ່ງໄດ້ກໍເປັນລູກຂອງຄົນນັ້ນເມື່ອຕ່າງຝ່າຍຕ່າງດຶງຈິ່ງເຮັດໃຫ້ເດັກນ້ອຍເຈັບ
ແລ້ວຮ້ອງໄຫ້ຍິງຄົນທີ່ຈັບຂາກໍຟ້າວປ່ອຍເດັກຄົນນັ້ນແຕ່ອີກຄົນໜຶ່ງບໍ່ຍອມປອ່ຍ
ມະໂຫສົດຈິ່ງຕັດສິນວ່າຄົນທີ່ຟ້າວປອ່ຍແມ່ນແມ່ຄົນທີ່ແທ້ຈິງຂອງເດັກເພາະແມ່ມັກມີຈິດໃຈອ່ອນໂຍນໃນເມື່ອເຫັນລູກຕ້ອງໄດ້ຮັບບາດເຈັບ
ສ່ວນອີກຄົນຫນຶ່ງເປັນນາງຍັກສິນິ ມະໂຫສົດຈິ່ງແນະນຳໃຫ້ນາງຍັກສິນີ
ໃຫ້ຕັ້ງໝັ້ນຢູ່ໃນສິນກິນໃນທຳ. ວັນໜຶ່ງມະໂຫສົດຕ້ອງແກ້ບັນຫາເລື່ອງໄກ່ເພາະພະເຈົ້າວິເທຫະຣາດໄດ້ຮັບສັ່ງໃຫ້ຊາວບ້ານວ່າໃຫ້ສົ່ງງົວເຜືອກ
ທີມີເຂົາຢູ່ຂາມີໜອກທີ່ຫົວ ຮ້ອງວັນລະ 3ເວລາ
ໄປໃຫ້ ຖ້າບໍ່ໄດ້ຈະປັບໃຫມເປັນເງິນພັນຕຳລຶງ, ມະໂຫສົດຈິ່ງບອກໃຫ້ຊາວບ້ານນຳເອົາໄກ່ຂາວໄປຖວາຍເພາະໄກ່ຂາວມີໜອກທີ່ຫົວເປັນຄືໜອກງົວ
ແລະ ມີເດືອຢູ່ຂາຄືເຂົາງົວ ແລ້ວຍັງຂັນວັນລະສາມເວລາ
ເມື່ອຊາວບ້ານນຳໄກ່ຂາວມາຖວາຍພະເຈົ້າວິເທຫະຣາດພະອົງສຸດທີ່ດີພະໄທເປັນອັນມາກເພາະໄດ້ຕາມປະສົງ.
ພະເຈົ້າວິເທຫະຣາດຊົງອອກອຸບາຍລັບສັ່ງໃຫ້ສົ່ງແກ້ວມະນີທີ່ນ້ອຍແລະບອບບາງປະມານແປດຄົດ,
ສົ່ງໃຫ້ຊາວບ້ານເອົາດ້າຍເກົ່າທີ່ຮ້ອຍຢູ່ນັ້ນອອກແລ້ວຮ້ອຍໃຫມ່ເສຍ
ຖ້າເຮັດບໍ່ໄດ້ຈະປັບໄຫມເປັນ ເງິນພັນຕຳລຶງ, ມະໂຫສົດກຸມມານຈິ່ງຮັບອາສາ,
ຄືເອົາດ້າຍໃຫມ່ຈຸ່ມນ້ຳເຜິ້ງແຍ່ເຂົ້າໄປຮູຂອງແກ້ວມະ
ນີແລ້ວໃຊ້ນໍ້າເຜິ້ງທາແກ້ວມະນີອີກເບື້ອງໜຶ່ງຈາກນັ້ນຈິ່ງໄດ້ນຳໄປໄວ້ໃກ້ກັບຮັງມົກແດງ
ມົດແດງໄດ້ກິນຈິ່ງຄາບດ້າຍເຂົ້າໄປໃນຮູຂອງແກ້ວມະນີ ແລະ
ຄາບດ້າຍເກົ່າອອກດ້າຍໃຫມ່ຈິ່ງຮ້ອຍເຂົ້າໄປແທນດ້າຍເກົ່າ, ຈາກນັ້ນມະໂຫສົດກຸມມານສັ່ງໃຫ້ຄົນນຳໄປຖວາຍພະເຈົ້າວິເທຫະຣາດພະອົງພໍພະໄທມາກ.
ພະເຈົ້າວິເທຫະຣາດຮັບສັ່ງໃຫ້ມະໂຫສົດເຂົ້າເຝົ້າ
ພ້ອມມ້າອັດສະດອນ ມະໂຫສົດເດີນທາງມາພ້ອມບິດາ, ບໍລິວານ
ແລະ ລາ, ພະເຈົ້າວິເທຫະຣາດຊົງມີຄວາມເຊື່ອຢູ່ວ່າພໍ່ແມ່ຍ່ອມດີກວ່າລູກສະ
ເໝີ ມະໂຫສົດຄັດຄ້ານວ່າບໍ່ເປັນຢ່າງທີ່ພະອົງຄິດສະເໝີໄປ,
ນັກປາດທັງສີ່ບໍ່ພໍໃຈທີ່ມະໂຫສົດຄັດຄ້ານແລະ ສະຫລາດກວ່າ
ມະໂຫສົດຈິ່ງທູນໄປວ່າລາທີ່ນຳມາໂຕລະເທົ່າໃດ
ພະເຈົ້າວິເທຫະຣາດຕັດວ່າປະມານແປດຕຳລຶງ ມະໂຫສົດຈິ່ງຖາມອີກວ່າມ້າອັດສະດອນທີ່ເປັນລູກຂອງລາໂຕນີ້ມີຄ່າເທົ່າໃດພະ
ອົງຕັດວ່າ ຫາປະເມີນຄ່າບໍ່ໄດ້ ມະໂຫສົດຈິ່ງກາບທູນວ່າ
ເພາະເຫດນີ້ບິດາຫລືມານດາບໍ່ດີກວ່າບຸດສະ ເໝີໄປ
ພະເຈົ້າວິເທຫະຣາດດີພະໄທມາກ
ພະອົງຈິ່ງຂໍມະໂຫສົດໄວ້ເປັນຣາຊບຸດບຸນທຳຈາກສີຣິວັດທະ
ນະກະເສດຖີຜູ້ເປັນບິດາ ແລ້ວໃຫ້ຢູ່ເປັນຂ້າເຝົ້າຮັບຮາຊການຕໍ່ໄປ.
ມະໂຫສົດຮັບຣາຊການຖວາຍພະເຈົ້າວິເທຫະຣາດຈົນມີອິດສະຣິຍາຍົດ ແລະ
ບໍລິວານມາກມາຍ. ເມື່ອມະໂຫສົດອາຍຸໄດ້ 16 ປີ ພະ
ນາງອຸທຸມ ພອນມະເຫສີຂອງພະເຈົ້າວິເທຫະຣາດ ຈະຈັດຫາຍິງມາໃຫ້ເປັນຄູ່ຂອງມະໂຫສົດແຕ່ມະໂຫສົດຂໍເລືອກເອງຈິ່ງປອມຕົວເປັນຊ່າງຊຸນຜ້າ
ເດີນທາງໄປເຖິງໝູ່ບ້ານອຸດຕະຣະວະຍະມັດສະຄາມ.ໃນລະຫວ່າງທາງນັ້ນເອງ
ມະໂຫສົດໄດ້ສວນທາງກັບນາງອະມອນເຊິ່ງເປັນທິດາຂອງຕະກຸນເສດຖີທຸກຍາກ
ກຳລັງນຳເຂົ້າຕົ້ມໄປສົ່ງບິດາ
ຢູ່ທີນາແຕ່ນາງເປັນຄົນທີ່ສະຫລາດປາດເປືອງດ້ວຍປັນຍາເໝາະສົມທີຈະເປັນຄູ່ຄອງຂອງຕົນ,
ຕໍ່ມາທັງສອງພະເຈົ້າວິເມຫະລາດກໍໄດ້ຈັດງານແຕ່ງງານໃຫ້ທັງສອງຢ່າງສົມກຽດ.
ຕັ້ງແຕ່ນັ້ນມານາງອະມອນ ແລະ ໂຫສົດກໍຢູ່ດ້ວຍກັນໂດຍຜາສຸກ.
ສ່ວນມະໂຫສົດໄດ້ເປັນເສບໍດີຜູ້ທີ່ທຸກຄົນຮວ່ມທັງພະມະຫາກະສັດກໍນັບຖືເປັນຢ່າງຍິ່ງເຂົາໄດ້ຮັບຣາດຊະການສະໜອງພະເດດພະຄຸນມາຕາບຈົນອາຍຸໄຂຂອງຕົນ.
6.ພຣະ ພູຣິທັດ
(ຊາດທີ່ຍິ່ງດ້ວຍ ສີຣ ປາຣາມີ)
ພຣະທິດາຂອງພະເຈົ້າພົມມະທັດຊຶ່ງມີພະນາມວ່າ
ພຣະນາງສະມຸດທະຊາ ໄດ້ອະພິເສກສົມຣົດກັບພະຍານາກຜູ້ແປງກາຍເປັນມະນຸດ
ຊື່ວ່າພຣະຕະຣົດກະສັດ ແຫ່ງນາກພິພົບມີພຣະໂອຮົດດ້ວຍກັນ 4ພຣະອົງຄື:
ສຸທັດສະນະກຸມານ, ພຣະທັດຕະກຸມມານ, ສຸໂພຄະກຸມມານ ແລະ ອະຣິດທະກຸມມານ ເມື່ອພຣະໂອຣົດຈະເລີນເຕີບໂຕ
ພຣະຍານາກຕະຮົດໄດ້ແບ່ງສົມບັດໃນນາກພິພົບໃຫ້ປົກຄອງກັນຄົນລະສ່ວນຄື:
ທັດຕະກຸມມານໄປເຝົ້າພະບິດາເດືອນລະສອງຄັ້ງ
ສ່ວນພະໂອຣົດອີສາມພະອົງເຝົ້າພຽງເດືອນລະຄັ້ງ
ດ້ວຍສາເຫດທີ່ທັດຕະກຸມມານສະຫຼາດກວ່າຈິ່ງສະໜອງວຽກງານໄດ້ຫຼາຍກວ່າ
ຄັ້ງທ້າວວິຣູປັກ ພາພວກນາກຂຶ້ນໄປເຝົ້າພະອິນເທິງສະຫັວນຊັ້ນດາວະດຶງທັດຕະກຸມມານກໍຕາມສະເດັດໄປນຳ
ໃນເວລານັ້ນເຫຼົ່າເທວະດາແກ້ຂໍ້ສົງໄສຂອງພະອິນບໍ່ໄດ້ ທັດຕະກຸມມານ
ຈິ່ງອາສາຂໍສະແດງຄວາມສາ ມາດເຮັດໃຫ້ພະອິນໂປດປານ ແລະ
ປະທານຊື່ໃຫ້ວ່າ: ພູຣິທັດກຸມມານ ແປວ່າກຸມມານຜູ້ມີປັນຍາ
ກ້ວາງຂວາງດຸດແຜ່ນດິນ ແລະ ເມື່ອໄດ້ໄປເຫັນສະຫວັນ
ພູຣິທັດມີຄວາມຮູ້ສຶກຢາກເກີດເປັນເທວະດາທີ່ຈະໄດ້ຢູ່ເທິງສະຫວັນ,
ເມື່ອເຄີຍໄດ້ຮູ້ວ່າຢາກໄປເກີດເປັນເທວະດາຕ້ອງຮັກສາສິນ
ພູຮິທັດຈິ່ງກາບທູນຂໍອານຸຍາດບິດາມານດາ ແລະ ພະຊາຍາ ຂຶ້ນມາຮັກສາສິນຢູ່ເທິງໂລກມະນຸດ
ພູຮິທັດກຸມມານຮັກສາສິນໄດ້ຢ່າງເຄັ່ງຄັດ ອາທິຖານຈິດໄວ້ວ່າ: ໜັງ ເອັນ
ກະດູກ ເລືອດຂອງເຮົາ ຫາກໃຜຕ້ອງການກໍຈົ່ງເອົາໄປເຖີດ ເຮົາຈະບໍ່ຫວງ
ບໍ່ປ້ອງກັນ ຍິນດີຍອມສະຫຼະໃຫ້ ພູຣິທັດຈຳສິນຢູ່ທີ່ນັ້ນເປັນເວລາປົກ
ກະຕິສຸກສະເໝີມາ.
ມີນາຍພານສອງພໍ່ລູກມາຈາກເມືອງພະຣານະສີອອກຫາລ່າສັດມາຕາມແຄມແມ່ນ້ຳ
ມາເຖິງບ່ອນພະພູຣິທັດຈຳສິນຢູ່ກໍເຫັນຮອຍຕີນສັດນາໆຊະນິດ
ລົງໄປກິນນ້ຳໃນແມ່ນໍ້າຈິ່ງເຝົ້າມອງດູເບິ່ງ
ພານສອງພໍ່ລູກໄດ້ຍິນສຽງເພງບັນເລງຈິ່ງຮູ້ວ່າພວກນາກມາຖວາຍສັກກາຣະແດ່
ພູຣິທັດກຸມມານ
ທັງສອງຈິ່ງເຂົ້າໄປຫາພູຮິທັດກຸມມານແລ້ວຖາມເຖິງເລື່ອງລາວ
ພູຣິທັດເລົ່າຄວາມເປັນມາດ້ວຍທ່າທາງທີ່ເປັນມິດຕໍ່ນາຍພານທັງສອງແລ້ວຈິ່ງສົ່ງພານທັງສອງພໍ່ລູກໄປນາກພິພົບທາງສາຍນ້ຳວົນ
ເມື່ອມາເຖິງນາກພິພົບທັງສອງໄດ້ຮັບການຕ້ອນຮັບເປັນຢ່າງດີ
ສ່ວນພູຣິທັດກຸມມານ ກໍສະເດັດກັບໄປຈຳສິນຢູ່ທີ່ເດີມ
ຕໍ່ມາມີພາມຄົນໜຶ່ງ ຊື່ອາລຳພາຍ
ໄດ້ຮຽນເວດມົນການຈັບງູມາຈາກຣືສີຕົນໜຶ່ງ
ອຳນາດມົນຊ່ວຍໃຫ້ໄດ້ແກ້ວວິເສດມາຈາກນາງນາກ ພາມເດີນໃຊ້ເວດມົນມາເລື້ອຍໆ
ຈົນມາພົບພານສອງພໍ່ລູກ
ພານພໍ່ເຫັນລູກແກ້ວວິເສດເກີດຢາກໄດ້ຈິ່ງຂໍແກ້ວວິເສດຈາກພາມຄົນນັ້ນ
ຝ່າຍພາມກໍຍິນດີແຕ່ຕ້ອງມີຂໍ້ແລກປ່ຽນຄືໃຫ້ບອກທີ່ຢູ່ຂອງພະຍານາກ
ຝ່າຍພານລູກບໍ່ພໍໃຈທີ່ບິດາອະກະຕັນຍູຈິ່ງໄດ້ໜີໄປບວດເປັນຮືສີ
ເມື່ອພາມໄປເຖິງທີ່ຢູ່ຂອງພະຍານາກຕາມຕ້ອງການແລ້ວ
ພານພໍ່ກໍໄດ້ແກ້ວວິເສດຈາກພາມ
ແຕ່ແລ້ວແກ້ວວິເສດກໍໄດ້ຫລຸດອອກຈາກມືຂອງເຂົາຈົມຫາຍລົງໄປໃນນາກພິພົບ
ພາມອາລຳພາຍ ທຳພິທີໃຊ້ເວດມົນຈັບພູຣິທັດເຮັດໃຫ້ພະຍານາກພູຣິທັດ
ສະເຫວີຍທຸກຄະເວດທະນາແສນສາຫັດແຕ່ພະຍາຍາຂົ່ມໃຈບໍ່ໂກດເຄືອງເພື່ອຮັກສາສິນໄວ້
ພາມຈັບພູຣິທັດໃສ່ຖົງມັດເຖົາວັນແລ້ວເດີນທາງໄປທີ່ຕ່າງໆເພື່ອສະແດງໃຫ້ພະເຈົ້າພະຣານະສີທອດພະເນດຢູ່ທີ່ປະຕູເມືອງ
ຂະນະນັ້ນສຸທັດສະນະກຸມມານຜູ້ເປັນອ້າຍປອມຕົວເປັນຣືສີ ແລະ
ນາງນາກອັດຈະມຸຄີປອມເປັນລູກຂຽດ
ສຸທັດສະນະກຸມມານຈິ່ງທ້າທາຍໃຫ້ພາມນຳພູຣິທັດນາກໃຫ້ມາສູ້ກັບຂຽດຂອງຕົນພາມຮັບຄຳທ້າ
ແລ້ວຂຽດກໍຄາຍພິດອອກມາສາມຢົດໃສ່ຝ່າມືຣືສີແປງອາຍພິດໄດ້ຖືກຜິວໜັງຂອງພາມເຮັດໃຫ້ກາຍເປັນໂລກເຮື້ອນທັນທີ
ພາມຕົກໃຈຢ້ານກົວຈິ່ງຍອມປອຍພະຍານາກພູຣິທັດນາກ
ເມື່ອພະຍານາກພູຣິທັດໄດ້ຮັບອິດສະຫຼະພາບແລ້ວ
ກໍສະແດງຣິດແປງຮ່າງເປັນມະນຸດມີເຄື່ອງຊົງສວຍງາມດ້ວຍການບຳເພັນສິນບາຣະມີຂັ້ນສູງສຸດເຖິງຈະຖືກທໍລະມານຈົນເກືອບ
ຕາຍກໍບໍ່ທຳຮ້າຍຕໍ່ຜູ້ທີ່ທໍລະມານນັ້ນ
ຟ່າຍພະເຈົ້າພະຣານະສີເມື່ອຊົງຊາບວ່າພະຍານາກເປັນພະໂອຣົດຂອງພະນາງສະມຸດທະຊາ
ຜູ້ເປັນພະທິນີຂອງພະອົງກໍດີພະໄທ
ຊົງໂອບກອດຫຼານດ້ວຍຄວາມຍິນດີຫລັງຈາກນັ້ນຈິ່ງແຍກຍ້າຍກັບວິຫານສະຖານຂອງຕົນ.ນາງສະມຸດທະຊາຢູ່ໃນເມືອງນາກ
ຈົນສິ້ນອາຍຸໄຂ ສວ່ນພູຮິທັດ ແລະບໍຣິວານ
ເມືອສິ້ນອາຍຸສັງຂານແລ້ວ
ໄດ້ໄປບັງເກີດໃນສະຫວັນອັນເຕັມໄປດ້ວຍບໍລົມສຸກທຸກຖ້ວນໜ້າ.
7.ພຣະຈັນທະກຸມານ (ຊາດທີ່ຍິ່ງດ້ວຍຂັນຕິ
ປາຣາມີ)
ພະເຈົ້າເອກະລາດແຫ່ງເມືອງບຸບພະວະດີ
ຊົງມີພະໂອຣົດພະນາມວ່າເຈົ້າຊາຍ ຈັນທະກຸມມານ
ດຳລົງຕຳແໜ່ງອຸປະຣາດເຮັດໜ້າທີ່ວ່າຣາຊະການແທນພະເຈົ້າເອກະຣາດ
ມີປຸໂຣຮິດຄົນໜຶ່ງຊື່ ກັນທະຫາລະເຂົາເຮັດວຽກ ແລະ ຊື່ສັດພັກດີໃນທຳອິດ
ແຕ່ຕໍ່ມາເປັນຄົນບໍ່ຊື່ກົງເພາະຮັບສິນບົນ, ວັນຫນຶ່ງເຈົ້າຊາຍຈັນທະກຸມມານ
ຊົງພົບຊາຍຄົນໜຶ່ງຍ່າງມາດ້ວຍຄວາມໂສກເສົ້າເສຍໃຈ ເຈົ້າຊາຍຈິ່ງຕັດຖາມ
ຊາຍຄົນນັ້ນຈິ່ງໄດ້ຮູ້ວ່າເຂົາຄືຜູ້ຊະນະຄະດີແຕ່ຕ້ອງຖືກຕັດສິນໃຫ້ແພ້
ຈິ່ງສະເດັດໄປສາລາວ່າຄວາມແລ້ວຮັບສັ່ງໃຫ້ຮືຟື້ນຄະດີຂຶ້ນມາພິຈາລະ
ນາໃຫມ່ຊົງສອບສວນດ້ວຍພະອົງເອງ ແລະ
ເມື່ອພິຈາລະນາລັກຖານແລ້ວຈິ່ງຕັດສິນໃຫ້ຊາຍຄົນນັ້ນຊະນະຄະດີ
ປະຊາຊົນຈິ່ງໄດ້ຍ້ອງຍໍສັນລະເສີນ
ພະເຈົ້າເອກະຣາດຈິ່ງຊົງຕັ້ງເຈົ້າຊາຍຈັນທະກຸມມານໃຫ້ເປັນຜູ້ພິພາກສາແທນກັນທະຫາລະ,
ກັນທະຫາລະຮູ້ສຶກອັບອາຍແລະໂກດແຄ້ນເຈົ້າຊາຍ
ຈິ່ງຫາທາງແກ້ແຄ້ນຕະຫຼອດເວລາ ຄືນວັນໜຶ່ງພະເຈົ້າເອກະຣາດຊົງສຸບິນ ນິ
ມິດເຖິງສະຫວັນຊັ້ນດາວະດຶງ ພໍຮຸ່ງເຊົ້າ
ກັນທະຫາລະມາເຂົ້າເຝົ້າຈິ່ງຕັດຖາມເຖິງທາງໄປສະຫັວນ ກັນທະຫາລະເຫັນໂອກາດຈະໄດ້ແກ້ແຄ້ນຈິ່ງກາບທູນໃຫ້ທຳພິທີບູຊາຍັນ
ດ້ວຍການຂ້າພະມະເຫສີ,ພະໂອຣົດ ແລະ
ພະທິດາຖວາຍໃຫ້ເທບພະເຈົ້າ ຄວາມຈິງແລ້ວ ກັນທະຫາລະ
ມີປະສົງຈະຂ້າເຈົ້າຊາຍຈັນທະກຸມມານພຽງພະອົງດຽວ
ແຕ່ຢ້ານຈະຖືກກ່າວຫາວ່າມີຄວາມແຄ້ນຕໍ່ເຈົ້າຊາຍ
ຈິ່ງເອົາຄົນອື່ນມາກ່ຽວຂ້ອງນຳ ເພື່ອບໍ່ໃຫ້ພະເຈົ້າເອກະຣາດສົງໄສ.
ເຈົ້າຊາຍຈັນທະກຸມມານຊົງຢືນຢູ່ປາກຂຸມບູຊາຍັນ ແລະ ກາບທູນວິ້ງວອນວ່າ:
ຂ້າແຕ່ພະບິດາພໍ່ແມ່ທັງຫຼາຍໃນໂລກຍ່ອມຢາກໄດ້ລູກແມ້ຈະຍາກພຽງໃດກໍບໍ່ຫວັ່ນ
ຖ້າໄດ້ສົມປາຖະໜາແລ້ວກໍຕ້ອງອົບອ້ອມລ້ຽງດູດ້ວຍຄວາມຮັກ
ແຕ່ພະອົງເປັນເຖິງກະສັດຜູ້ທີ່ພຽບພ້ອມດ້ວຍສັກສະລິນຄານ
ເຫດໃດໄດ້ລູກເມຍມາແລ້ວຈະຂ້າຖິ້ມເສຍ.
ຝ່າຍພະເຈົ້າເອກະຣາດຕັດວ່າເມື່ອພວກເຈົ້າເປັນທຸກເພາະຮັກຊີວິດ
ພໍ່ກໍເປັນທຸກເພາະຮັກພວກເຈົ້າ
ແຕ່ພໍ່ຢາກໄປສະຫວັນຍິ່ງໜັກຈິ່ງຈະຂ້າຄົນເລົ່ານນີ້ບູຊາຍັນ
ເຖິງລູກເມຍຂອງເຮົາຕາຍແລ້ວກໍຈະໄດ້ໄປຢູ່ບົນສະຫວັນກັບເຮົາ
ຂະນະທີ່ທຸກຄົນກຳລັງໂສກເສົ້າຢູ່ນັ້ນການທຳພິທີບູຊາຍັນກໍສຳເລັດພໍດີ
ອຳມາດຈິ່ງຈັບພະກຸມມານໃຫ້ເຂົ້າໄປປະທັບກົ້ມ
ພະສຽນລໍຄົມດາບຢູ່ທີ່ປາກຂຸມ, ຝ່ານປຸໂຣຫິດກັນທະຫາລະຫຼຽວເບິ່ງເຈົ້າຊາຍດ້ວຍຄວາມແຄ້ນເຂົາກຳດາບໄວ້ແໜ້ນຍ່າງເຂົ້າໄປໃກ້
ຫວັງຈະໝາຍຕັດພະສຽນຂອງເຈົ້າຊາຍໃຫ້ກະເດັນສົມແຄ້ນແລ້ວທັນໃດນັ້ນ
ດ້ວຍການອະທິຖານຂອງພະ ນາງຈັນທາພະຊາຍາຂອງເຈົ້າຊາຍຈັນທະກຸມມານກໍມີສຽງລັ່ນອອກມາຈາກເບື້ອງບົນຟ້າ
ຢ່າ ຢ່າແຕະຕ້ອງເຈົ້າຊາຍຈັນທະກຸມມານຜູ້ເປັນທີ່ຮັກຂອງຂ້າ
ຖ້າເຈົ້າຝືນຂັດຄຳສັ່ງຂອງຂ້າ ຂ້າຈະຕີຫົວຂອງເຈົ້າໃຫ້ແຫຼກລະອຽດ
ພະອິນຊົງຖືກະບອງເຫຼັກແກ່ວງຢູ່ກາງອາກາດເບິ່ງດູປຸໂຣຫິດດ້ວຍສາຍພະເນດແຂງແຂງ
ແລ້ວຕັດກັບພະເຈົ້າເອກະຣາດວ່າ ທ່ານເອງເປັນເຖິງພະຣາຊາ
ແຕ່ກໍຊົ່ວຊ້າໂງ່ງ່າວ
ຫຼົງເຊື່ອຄຳຍຸແຍ່ເຖິງກັບຍອມຂ້າລູກເມຍຕົວເອງ
ດ້ວຍຫວັງວ່າຈະໄດ້ໄປສະຫັວນແຕ່ບໍ່ມີທາງໄດ້ໄປດອກ ນອກຈາກຈະໄດ້ລົງນະຣົກເທົ່ານັ້ນແຫຼະ
ເມື່ອພະອິນມາຊ່ວຍພວກຊາວບ້ານກໍໄດ້ໂອກາດໂຮມກັນເຂົ້າໄລ່ຕີກັນທະຫາຣະ
ເຖິງກັບຕາຍໄປເລີຍ, ຈາກນັ້ນກໍ່ພາກັນລູ່ເຂົ້າມາຫວັງຈະປົງພະຊົນຊີບຂອງເຈົ້າເອກະຣາດ
ເຈົ້າຊາຍຈັນທະກຸມມານເຂົ້າຂັດຂວາງແລະວອນຂໍຊີວິດພະບິດາຂອງຕົນ
ພວກຊາວເມືອງຍອມຍົກໂທດໃຫ້ແຕ່ບໍ່ຍອມຮັບພະເຈົ້າເອກະຣາດເປັນພະເຈົ້າແຜ່ນດິນຂອງຕົນອີກຕໍ່ໄປ,
ພວກເຂົາພ້ອມໃຈກັນເນຣະເທດພະອົງໃຫ້ໄປຢູ່ໃນເມືອງຂອງຄົນຈັນທານ
ແລະ ອາພິເສກເຈົ້າຊາຍຈັນທະກຸມມານຂຶ້ນເປັນພະເຈົ້າແຜ່ນດິນແທນ.
ເຈົ້າຊາຍຈັນທະກຸມມານຊົງຈຳໃຈໃຫ້ພະບິດາຖືກເນຣະເທດຕາມະຕິຂອງມະຫາຊົນ
ຫລັງຈາກຊົງຈັດການປົກຄອງບ້ານເມືອງຮຽບຮ້ອຍແລ້ວ
ພະອົງກໍສະເດັດອອກໄປຢ້ຽມພະບິດາຢູ່ບໍ່ຂາດ
ຮັບສັ່ງໃຫ້ເຈົ້າຫນ້າທີ່ດູແລ ແລະຈັດຫາສິ່ງທີ່ພະບິດາຕ້ອງການມາໃຫ້ ເມືອງບຸບພະວະດີກັບສູ່ສະພາວະປົກກະຕິອີກຄັ້ງໜຶ່ງຜູ້ຄົນເບີກບານແຈ່ມໃສດຳລົງຊີວິດຢູ່ດ້ວຍກັນຢ່າງມີຄວາມສຸກຕະລອດກາລະນານ.
8.
ພຣະນາຣະທະ(ຊາດທີ່ຍິ່ງດ້ວຍ ອຸເປກຂາ
ປາຣາມີ)
ເມື່ອຄັ້ງພະເຈົ້າອັງຄະຕິຣາດສະເຫວີຍຣາຊສົມຢູ່ໃນເມືອງມິຖິລາ
ພະອົງມີພະຣາຊທິດາຊົງພະນາມວ່າ ພຣະນາງຣຸຈາຣາດກຸມາຣີ ມີອຳມາດຜູ້ໃຫຍ່ 3 ນາຍ ຄື: ວິໄຊ ສຸນາມ
ແລະ ອະລາດ. ຄັນເຖິງວັນເພັນເດືອນ12 ຊາວເມືອງກໍພາກັນຕົບແຕ່ງພຣະນະຄອນ
ແລ້ວຫລິ້ນມະຫໍຣະສົບຄຶກຄື້ນສະໜຸກສະ ໜານ
ຝ່າຍພຣະເຈົ້າອັງຄະຕິໄດ້ຮຽກປະຊຸມອຳມາດທັງສາມຊົງຕັດປຶກສາວ່າ
ໃນຄືນເດືອນຫງາຍຢ່າງນີ້ເຮົາຄວນທຳຢ່າງໃດຈິ່ງຈະດີ? ອຳມາດທັງສາມຕ່າງຖວາຍຄຳແນະນຳຄົນລະຢ່າງວ່າ ຂໍເດຊະ
ເຮົາຄວນຍົກທັບໄປຕີເອົາບ້ານເມືອງທີ່ຍັງບໍ່ຂຶ້ນແກ່ເຮົາ
ຢ່າງນີ້ຈິ່ງຈະດີ ອະລາດອຳມາດກາບທູນ.
ຂໍເດຊະເຫຼົ່າອະຣິຣາດສັດຕູຕ່າງໆຕ່າງກໍພາກັນພ່າຍແພ້ສວາມີພັກຕໍ່ພະອົງແລ້ວທັງນັ້ນໃນຣາຕີຢ່າງນີ້ຄວນລ້ຽງດູອວຍໄຊໃຫ້ພອນ
ແລະ ມີການຟ້ອນລຳຂັບຮ້ອງໃຫ້ສະໜຸກສະໜານຈະເປັນການດີກວ່າ
ສຸນາມອຳມາດທູນ. ສ່ວນວິໄຊອຳມາດຄົນສຸດທ້າຍທູນວ່າ
ການລ້ຽງດູອວຍໄຊໃຫ້ພອນ ແລະ ການຟ້ອນລຳບໍ່ຈຳເປັນເລີຍ
ເພາະຫາສາລະບໍ່ໄດ້ ຄວນສະແຫວງຫາສາລະປະໂຫຍດ
ດ້ວຍການໄປໄຕ່ຖາມກັບສະມະ ນະພຣາມຜູ້ມີສິນທັມຈະດີກວ່າ. ເມື່ອພະເຈົ້າອັງຄະຕິໄດ້ຟັງດັ່ງນັ້ນແລ້ວ
ກໍເຫັນດ້ວຍກັບວິໄຊອຳມາດກໍຍົກພົນໂຍທາອອກໄປຍັງມະຣຶກຄະທາຍະວັນ
ຕັດຖາມປັນຫາກັບຄຸນາຊີວົກວ່າ ຄົນຄວນປະພຶດຕົນຕໍ່ມານດາບິດາ ຄູອາຈານ
ພັນລະຍາ ຄົນຊະລາ ສະມະນະພຣາມພົນພາຫະນະ ບ້ານເມືອງຢ່າງໃດ? ຄົນປະພຶດເຊັ່ນໃດຈິ່ງຈະໄປສະຫວັນ ແລະ ນະຣົກ
ໄດ້ໂປຣດຊີ້ແຈງໃຫ້ຂ້າພະເຈົ້າໄດ້ຊາບດ້ວຍເຖີດ. ຄຸນາຊີວົກ
ໄດ້ຊີແຈງແກ່ພະຣາຊາດ້ວຍ ປາສາຂອງນັກບວດນອກສາສະໜາ ກ່າວຄື
ປະຕິເສດບາບບຸນ ຄຸນໂທດ ຄຸນບິດາມານດາ ທັງໝົດຊຶ່ງຂໍ້ໄຂຂອງຄຸນາຊີວົກນີ້ໄດ້ຮັບການສະຫນັບສະໜູນຈາກອະລາດອຳມາດເປັນຢ່າງດີ.
ຂະນະດຽວກັນບຸຣຸດເຂັນໃຈຜູ້ນັ່ງຢູ່ຂ້າງໆ
ຄົນໜຶ່ງໄດ້ຟັງຄຳຂອງຄຸນາຊີວົກແລະອະລາດອຳມາດແລ້ວ ກໍຮ້ອງໄຫ້
ພະເຈົ້າອັງຄະຕິຈິ່ງຕັດຖາມເຖິງສາເຫດ ເຂົາໄດ້ທູນວ່າ ເພາະໄດ້ຟັງຄຳຂອງທ່ານທັງສອງນັ້ນເກີດຣະລຶກຊາດຫົນຫລັງໄດ້ແລ້ວນຳເລື່ອງອາດີດມາເລົ່າຟັງວ່າ
ໃນອາດີດຂ້າພະເຈົ້າໄດ້ເກີດເປັນເສດຖີ
ຢູ່ໃນເມືອງສາເກດໃຫ້ທານຮັກສາສິນເປັນນິດຄັນຕາຍຈາກຊາດນັ້ນແລ້ວໄດ້ມາເກີດເປັນລູກທາສີໃນເມືອງນີ້ໄດ້ຮັບຄວາມຍາກຈົນເລື້ອຍມາຈົນບັດນີ້
ແຕ່ແລ້ວຂ້າພະເຈົ້າກໍທຳຄວາມດີຢູ່ສະເໝີຄວາມດີບໍມີເລີຍ
ຂ້າພະເຈົ້າຮູ້ສຶກເສຍແຮງທີ່ທຳຄວາມດີເປັນອັນມາກຈຶ່ງຮ້ອງໄຫ້.
ເມື່ອພະເຈົ້າອັງຄະຕິໄດ້ສະດັບຟັງຖ້ອຍຄຳຂອງມິດສາທິດຖີບຸກຄົນດັ່ງນັ້ນແລ້ວກໍຊົງມີພະໄທນ້ອມໄປນຳແລ້ວສະເດັດກັບໄປສູ່ວັງຊົງຮັບສັ່ງໃຫ້ບຳເລີພະອົງດ້ວຍເບັນຈະກາມ
ງົດການຊ່ວຍເຫຼືອເກື້ອກຸນໄພຟ້າຂ້າແຜ່ນດິນເສຍ
ບຳລຸງພະອົງໃຫ້ເພີດເພີນຢູ່ໃນຄວາມສຸກເທົ່ານັ້ນ. ຕໍ່ມາ
ພວກລ້ຽງນາງນົມໄດ້ນຳພຶດຕິກຳຂອງພະເຈົ້າອັງຄະຕິໄປກາບທູນພະນາງຣຸຈາໃຫ້ຊົງຊາບ
ພະນາງຊົງສະຣົດພະໄທຈຶ່ງເຂົ້າເຝົ້າກາບທູນແນະນຳດ້ວຍ
ຊົງຫວັງຈະໃຫ້ພະຣາຊບິດາລະມິດສາທິດຖິເສຍ
ແຕ່ເຖິງແມ້ພະນາງຈະທູນແນະນຳດ້ວຍປະການໃດໆພະຣາຊບິດາກໍບໍ່ຊົງລະມິດທິດຖິໄດ້
ພະນາງຈິ່ງຕັ້ງຈິດອາທິຖານຂໍໃຫ້ທ້າວໂລກກະບານມະຫາພົມຊະມະນະພາມຜູ້ຊົງທຳ
ແລະ
ເທວະດາມາຊ່ວຍຊີ້ແຈງໃຫ້ພະຣາຊບິດາກັບຕັ້ງຢູ່ໃນສຳມາທິດຖິທີ່ເຄີຍມາ
ໃນຂະນະນັ້ນນາຣະທະພົມຊາບເຫດການໂດຍຕະຫລອດແລ້ວຈິ່ງເນຣະມິດເພດເປັນຣືສີເຫາະລົງມາສູ່ຈັນທະປະສາດ
ຢືນຢູ່ຕົງພະພັກຂອງພະເຈົ້າອັງຄະຕິ ແລະ ພະນາງຣຸຈາຣາດ , ພະນາງຣຸຈາຣາດເຫັນດັ່ງນັ້ນກໍຊົງໂສມານັດຍິນດີ
ແລ້ວຖວາຍນະມັດສະການ
ຝ່າຍພະເຈົ້າອັງຄະຕິຣາດໄດ້ສະເດັດລົງຈາກບັນລັງປະທັບຢືນຢູ່ນະພາກພື້ນແລ້ວຕັດຖາມວ່າ
ທ່ານເປັນໃຜ ມາຈາກໃສ? ນາຣະທະຣືສີຕອບວ່າ ອະຕະມາ
ຊື່ນາຣະທະ ມາຈາກເທວະໂລກເປັນກັດສະປະໂຄດເມື່ອຢູ່ໃນເມືອງມະນຸດ
ພະເຈົ້າອັງຄະຕິຖາມວ່າ ທ່ານນາຣະທະທ່ານເຫາະໄດ້ດ້ວຍເຫດອັນໃດ? ດ້ວຍບຳເພັນທຳ 4 ປະການ ຄື ສັດຈະ ສຸຈະຣິດ
ການຝຶກຝົນກາຍ ແລະ ໃຈ ແລະ ການບໍລິຈາກທານ ນາຣະທະຣືສີຕອບ. ຈາກນັ້ນນາຣະທະຣືສີໄດ້ສະແດງທັມເພື່ອໃຫ້ພະອົງລະມິສາທິດຖິເສຍ
ແລ້ວສະແດງທຸກຂະໄພໃນນະຣົກມີປະການຕ່າງໆ ແລະ
ສຸກໃນສະຫວັນມາກມາຍໃຫ້ພະອົງສະດັບຟັງ. ເມື່ອພະອົງລະມິດສາທິດຖິ ແລະ
ຕັ້ງຢູ່ໃນສິນແລ້ວທູນແນະນຳໃຫ້ພະອົງລະຖິ້ມຄົນຊົ່ວ ແລະ ບໍ່ໃຫ້ຊົງປະໝາດອີກຕໍ່ໄປ.
ຄັນແລ້ວນາຣະທະຣືສີກໍກັບເທວະໂລກຕາມເດີມ
ພະເຈົ້າອັງຄະຕິຣາດໄດ້ຕັ້ງຢູ່ໃນໂອ ວາດຂອງນາຣະທະຣືສີ ພະເຈົ້າອັງຄະຕິຣາດ
ໄດ້ບຳເພັນທານເປັນນິດສະເໝີມາ ຄັນແລ້ວສະເດັດສະຫວັນນະຄົດ
ກໍໄປສູ່ເທວະໂລກດວ້ຍປະການສະນີ້ເອງ…
9. ພຣະວິທູນ (ຊາດທີ່ຍິ່ງດ້ວຍ ສັດຈະ ປາຣາມີ)
ນະມິດຊາຊິນະອຸດທິຍານພະເຈົ້າທະນັນໄຊໂກບໄດ້ພົບຊາຍສາມຄົນ
ຄົນທີ່ ໜຶ່ງ ເປັນພະອິນແປງ ຄົນທີ່ສອງເປັນພະຍາຄຸດແປງ ແລະ
ຄົນທີ່ສາມເປັນພະຍານາກແປງ
ທັງສີ່ມາທີ່ອຸດທິຍານແຫ່ງນີ້ກໍເພື່ອຫາທີ່ວິເວດຮັກສາສິນອຸໂບສົດ
ແລະ ໄດ້ສົນທະນາກັນວ່າໃຜຈະຮັກສາສິນອຸໂບສົດໄດ້ດີກວ່າກັນ
ພະອິນກ່າວວ່າ
ສິນຂອງພະອົງດີກວ່າຜູ້ອື່ນເພາະພະອົງໄດ້ສະລະສົມບັດຢູ່ສະຫັວນມາຮັກສາສິນ
ສ່ວນພະຍາຄຸດກ່າວວ່າສິລຂອງຕົນດີກວ່າເພາະວ່າບໍ່ຈັບນາກກິນເປັນອາຫານ
ແລ້ວພະຍານາກກ່າວວ່າສິນຂອງຕົນດີກວ່າເພາະຕົນບໍ່ເຄີຍໂກດພະຍາຄຸດຜູ້ເປັນສັດຕູ
ແລະ ພະເຈົ້າທະນົນໄຊໂກບ
ກ່າວວ່າຕົນຫລີກໜີສິ່ງຍົ້ວເຍົາໃນວັງເພື່ອມາຮັກສາສິນ
ສະນັ້ນສິລຂອງຕົນດີກວ່າແນ່ນອນແຕ່ແລ້ວທັງສີ່ກໍສະຫລຸບບໍ່ໄດ້ວ່າໃຜຮັກສາສິລໄດ້ດີກວ່າກັນ
ພະເຈົ້າທະນົນໄຊໂກບ ຈິ່ງພາມາຫາພະວິທູນບັນດິດ ຊ່ວຍຕັດສິນ
ຊຶ່ງວິທູນບັນດິດນັ້ນເປັນບັນດິດປະຈຳຣາດຊະສຳນັກຂອງພະເຈົ້າທະນົນໄຊໂກບ
ມີໜ້າທີ່ຖວາຍຄວາມຮູ້ດ້ານຕ່າງໆແກ່ພະຣາຊາເມື່ອວິທູນບັນດິດໄດ້ຟັງເລື່ອງລາວກໍວິໄສວ່າສິ່ງທີ່ພະອົງທັງສີ່ໄດ້ທຳນັ້ນລ້ວນແຕ່ເປັນຄວາມດີສະເໝີເໝືອນກັນຫາກທຳໃນຖານະ
ແລະ
ໂອກາດຕ່າງກັນຫາກມີພ້ອມຢູ່ບຸກຄົນໃດກໍຈະທຳໃຫ້ສະຫງົບລະງັບຈາກສິ່ງຊົ່ວຮ້າຍຕ່າງໆ
ຫຼື ບາບກຳໄດ້ ກະສັດທັງສີ່ພໍພະໄທໃນຂໍ້ວິນິໄສຂອງວິທູນບັນດິດມາກ
ເມື່ອພະຍານາກກັບເຖິງນາກພິພົບແລ້ວກໍໄດ້ເລົ່າເລື່ອງໃຫ້ນາງວິມາລາຜູ້ເປັນມະເຫສີແຫ່ງຕົນຟັງ
ນາງຈິ່ງເກີດສັດທາຢາກຟັງທຳ
ຈິ່ງວາງແຜນໃຫ້ພະຍານາກໄປນຳວິທູນບັນດິດມານາກພິພົບ
ນາງຈິ່ງທຳເປັນຄົນນອນປ່ວຍບໍ່ໄດ້ອອກໄປເຝົ້າສາມີເໝືອນແຕ່ກ່ອນ
ພະຍານາກສະເດັດມາຢ້ຽມພະນາງຈິ່ງກາບທູນວ່າທີ່ປ່ວຍເຊັ່ນນີ້ເພາະຢາກໄດ້ຫົວໃຈຂອງວິທູນບັນດິດ
ພະຍານາກຕັດວ່າ ຢາກໄດ້ຫົວໃຈຂອງວິທູນບັນດິດ
ກໍປຽບເໝືອນຢາກໄດ້ດວງອາທິດຍາກທີ່ຈະເຂົ້າເຖິງຕົວໄດ້ເມື່ອ ອິຣັນທະດີ
ຜູ້ເປັນທິດາຮູ້ເລື່ອງ ນາງກາບທູນພະນາງວິມາຣາ
ວ່າຈະຂຶ້ນໄປໂລກມະນຸດແລ້ວນຳຫົວໃຈຂອງວິທູນບັນ ດິດມາຖວາຍ
ທີ່ຊາຍຝັ່ງມະຫາສະມຸດໃກ້ປ່າຫິມະພານມີບຸບຜາກາຣະຄີຣີຕັ້ງເປັນຕະງານ
ນາງອິຣັນທະດີ
ຂຶ້ນຈາກນາກພິພົບແລ້ວເຫາະປະກົດຕົວພ້ອມກັບຂັບຮ້ອງເພງວ່າຜູ້ໃດນຳຫົວໃຈຂອງວິທູນບັນດິດມາຖວາຍມານດາຂອງຕົນໄດ້ນາງຍິນດີຈະເປັນເມຍຂອງຜູ້ນັ້ນ
ຂະນະນັ້ນ ປຸນນະຍັກຂີ່ມ້າສິນທົບເຫາະມາພົບນາງກໍເກີດຫລົງຮັກ
ຈິ່ງຮັບອາສານຳຫົວໃຈຂອງວິທູນບັນດິດມາຖວາຍໃຫ້ໄດ້
ນາງອິຣັນທະດີໄດ້ພາປຸນນະຍັກມາເຝົ້າພະບິດາ ແລະ ພະມານດາໃນນາກພິພົບ.
ປຸນນະຍັກເຫາະໄປເອົາແກ້ວມະນີດວງຫນຶ່ງທີ່ພູເຂົາເວປຸນຣະ
ແລ້ວກໍມຸ່ງຫນ້າໄປຍັງເມືອງອິນທະປັດ
ເພື່ອທ້າພະເຈົ້າທະນົນໄຊໂກບຫຼິ້ນຊະກາຖ້າຫາກພະເຈົ້າທະນົນໄຊໂກບຊະນະຈະໄດ້ແກ້ວວິເສດແລະມ້າສິນທົບ
ແຕ່ຖ້າແພ້ ຈະຕ້ອງໃຫ້ສິ່ງທີ່ຕົນຕ້ອງການເປັນຂໍ້ແລກປ່ຽນຍົກເວັ້ນຕົວພະອົງ
ແລະ ອັກຄະມະເຫສີ
ເມື່ອການພະນັນຈົບເປັນວ່າພະເຈົ້າທະນົນໄຊໂກບເປັນຄົນແພ້
ສະນັ້ນປຸນນະຍັກຈິ່ງກ່າວວ່າຕ້ອງການນຳຕົວຂອງວິທູນບັນດິດໄປ
ພະເຈົ້າທະນົນໄຊໂກບຊົງຄັດຄ້ານ ເພາະພະອົງຖືວ່າວິທູນບັນດິດເປັນຍາດຄົນໜຶ່ງ
ເມື່ອທັງສອງຕົກລົງກັນບໍ່ໄດ້ຈິ່ງໄປຫາວິທູນບັນດິດ
ເພື່ອໃຫ້ຊ່ວຍຕັດສິນ
ຟ່າຍວິທູນບັນດິດກ່າວວ່າຕົນເປັນຊັບສົມບັດຂອງພະເຈົ້າທະນົນໄຊໂກບເປັນທາດຮັບໃຊ້ມາຕັ້ງແຕ່ເກີດ
ແລະ ບໍ່ອາດຍົກຕົນສະເໝີພະເຈົ້າທະນົນໄຊໂກບຈິ່ງບໍ່ຍອມຍົກເວັ້ນພະເຈົ້າທະນົນໄຊໂກບເສຍພະໄທມາກ
ແຕ່ຕ້ອງຍອມໃຫ້ປຸນນະຍັກເອົາວິທູນບັນດິດໄປ
ປຸນນະຍັກບອກໃຫ້ວິທູນບັນດິດເກາະຫລັງຂີ່ມ້າໄປດ້ວຍກັນ
ມຸ່ງຫນ້າໄປຍັງເຂົາກາຣະຄີຣີທີ່ປ່າຫິມະພານ ຂະນະທີ່ຂີ່ມ້າໄປນັ້ນປຸນນະຍັກຄິດຂ້າວິທູນບັນດິດຕະຫລອດເວລາ
ຈິ່ງສັ່ງມ້າຂອງຕົນ ເລັດລອດໄປຕາມກິ່ງໄມ້ ແລະ ກ້ອນຫີນຊ່ອງແຄບໆ
ວິທູນບັນດິດຈິ່ງຖາມເຫດຜົນທີ່ຄິດຈະຂ້າຕົນ ປຸນນະຍັກຈິ່ງຕອບວ່າ
ເພື່ອນຳຫົວໃຈໄປໃຫ້ນາງວິມາລາມະເຫສີຂອງພະຍານາກຜູ້ເປັນແມ່ຂອງນາງອິຣັນທະດີ
ຫາກທຳໄດ້ສຳເລັດກໍຈະໄດ້ນາງອິຣັນທະດີມາເປັນຄູ່ຄອງ
ວິທູນບັນດິດໄດ້ສະແດງທຳໃຫ້ປຸນນະຍັກຟັງ
ສະຫລຸບໄດ້ວ່າບໍ່ໃຫ້ທຳລາຍມິດບໍ່ໃຫ້ຫລົງໄຫລໃນສະຕຣີ
ຈົນປຸນນະຍັກເຫຼື້ອມໃສແລ້ວຈິ່ງໃຫ້ປຸນນະຍັກພາມາຍັງນາກພິພົບວິທູນບັນດິດໄດ້ແນະນຳພະຍານາກ
ໃຫ້ທຳບຸນດ້ວຍການແພ່ເມດຕາຈິດໃຫ້ແກ່ນາກບໍລິວານທັງຫຼາຍ
ຈາກນັ້ນຈິ່ງເຂົ້າພົບນາງວິມາຣາທັນທີທີ່ຮູ້ວ່າຊາຍທີ່ຢືນຢູ່ຂ້າງໜ້າຄືວິທູນບັນດິດ
ນາງວິມາຣາກໍດີໃຈເປັນອັນມາກ ພະຍານາກກັບນາງວິມາຣາເກີດສັດທາວິທູນບັນດິດມາກ
ຈາກນັ້ນຈິ່ງຍົກນາງອິຣັນທະດີໃຫ້ແກ່ປຸນນະຍັກຕາມທີ່ຕົກລົງໄວ້
ຝ່າຍປຸນນະຍັກກໍປຣາບປຣຶ້ມໃຈເປັນທີ່ສຸດໄດ້ກ່າວຍົກຍ້ອງວິທູນບັນດິດວ່າເປັນຜູ້ມີພະຄຸນ
ແລ້ວໄດ້ມອບແກ້ວມະນີດວງທີ່ທ້າພະນັນກັບພະເຈົ້າທະນົນໄຊໂກບ ຈາກນັ້ນຈິ່ງນຳວິທູນບັນດິດຂຶ້ນຫລັງມ້າມາສົ່ງທີ່ນະຄອນອິນທະປັດ
ວິທູນບັນດິດໄດ້ອວຍພອນໃຫ້ປຸນນະຍັກກັບນາງອິຣັນທະດີຢູ່ດ້ວຍກັນຢ່າງມີຄວາມສຸກແລ້ວທັງສາມກໍລາຈາກກັນ.
ຈາກນັ້ນວິທູນບັນດິດໄດ້ໃຫ້ໂອວາດແກ່ປະຊາຊົນດັ່ງທີ່ເຄີຍມາ ໄດ້ບຳເພັນບາ
ຣາມີມາ ຕາບຈົນສິນອາຍຸສັງຂານແລ້ວໄດ້ໄປເກີດໃນສະຫວັນ.
10.ພຣະເວສ໌ສັນດອນ(ສັດຈະ ປາຣາມີ)
ຄັ້ງອາດີດຕະການຊ້ານານມາແລ້ວທີ່ພະນະຄອນເຊດຕຸດອນຣາຊທານີ
ພຣະເວດສັນດອນຂຶ້ນຄອງ ຣາຊຕັ້ງແຕ່ອາຍຸໄດ້16ພັນສາ
ອະພິເສກສົມຣົດກັບພະນາງມັດທີເຈົ້າຍິງແຫ່ງແຄ້ວນ ມັກຄະມີພະໂອຮົດ ແລະ
ທິດາຄືເຈົ້າຊາຍຊາລີ ແລະ ເຈົ້າຍິງກັນຫາ
ພະເວດສັນດອນໃຈບຸນມາກສ້າງໂຮງທານໄວ້ບໍລິຈາກທານໃຫ້ແກ່ຄົນຍາກຈົນເຖິງ 6ແຫ່ງ, ຕໍ່ມາໄດ້ຊົງທານຊ້າງປັດໃຈນາຄຊຶ່ງເປັນຊ້າງມຸງຄຸນໃຫ້ແກ້ແຄ້ວນ
ກະລິງຄະລັດທີສົ່ງທູດມາຂໍ
ເຮັດໃຫ້ຊາວເມືອງສີພີບໍ່ພໍໃຈເຖິງກັບພາກັນໄປກາບທູນພະເຈົ້າສົນໄຊຜູ້ເປັນພະບິດາໃຫ້ເນລະເທດອອກໄປຈາກບ້ານເມືອງ
ພະບິດາຍອມທຳຕາມມະຕິຂອງມະຫາຊົນ ພຣະເວດສັນດອນເອງກໍຍອມຮັບ
ແຕ່ກ່ອນຈະ
ຈາກໄປນັ້ນໄດ້ທູນຂໍໂອກາດບໍລິຈາກທານຄັ້ງຍິ່ງໃຫຍ່ເອີ້ນວ່າສັດຕະຊາດົກມະຫາທານຄືໃຫ້ຂອງຢ່າງລະ700ເປັນທານຊຶ່ງພະບິດາກໍຊົງອານຸຍາດ
ຝ່າຍພະນາງພຸດສະດີຜູ້ເປັນພະມານດາເສຍພະໄທມາກ ເຖິງກັບຮ້ອງໄຫ້ພະເຈົ້າສົນໄຊສຸດສົງສານພະ
ນາງມັດທີ ແລະ
ພະເຈົ້າຫຼານທັງສອງພະອົງຫຼາຍຈິ່ງຕັດສັ່ງໃຫ້ພະນາງມັດທີ ແລະ
ພະເຈົ້າຫຼານຢູ່ ແຕ່ພະນາງມັດທີ
ບໍ່ຢູ່ແຕ່ຈະຂໍຕາມສະເດັດໄປນຳພະສາມີໄປຢູ່ປ່າດ້ວຍ
ລະຫວ່າງທາງທີ່ຈະໄປເຂົາວົງກົດຕ້ອງຜ່ານເມືອງເຈດຕະຣາດພະເຈົ້າເຈດຕະຣາດຊົງຖວາຍການຕ້ອນຮັບ
ແລະ ທູນເຊີນໃຫ້ສະເດັດຄອງ ຣາຊສົມບັດທີ່ບ້ານເມືອງຂອງພະອົງ
ແຕ່ພະເວດສັນດອນຊົງປະຕິເສດ ແລະ ໃຫ້ເຫດຜົນເຖິງການອອກ
ບວດເປັນຮືສີຢູ່ທີ່ເຂົາວົງກົດພະເຈົ້າເຈດຕະຣາດຈິ່ງຖວາຍຄຳແນະນຳທາງທີ່ຈະໄປ
ແລະໃຫ້ພານເຈດຕະບຸດໄປບົວລະບັດຮັກສາລະຫວ່າງທາງ.
ນະໝູ່ບ້ານທູນນະວິດແຄວ້ນກະລິງຄະຣັດມີຄອບຄົວຜົວແກ່ເມຍສາວຢູ່ຄູ່ໜຶ່ງຜົວແກ່ຊື່
ຊູຊົກ ສ່ວນເມຍສາວຊື່ອະມິດຕະຕາ
ນາງອະມິດຕະຕາບອກຊູຊົກໃຫ້ໄປຂໍສອງກຸມມານຄື ຊາລີ ແລະ ກັນຫາ
ມາເປັນຄົນຮັບໃຊ້ ຊູຊົກ
ຈິ່ງອອກເດີນທາງໄປທີ່ແຄວ້ນສີພີສອບຖາມເລື່ອງລາວຂອງພະເວດສັນດອນເລື້ອຍໄປ
ຂະນະເດີນທາງໄປນັ້ນເຖົ້າຊູຊົກໄດ້ພັບກັບພານເຈດຕະບຸດຈິ່ງອ້າງຕົນເອງວ່າເປັນທູດທີ່ມາຈາກແຄ້ວນສີພີເພື່ອທູນເຊີນພຣະເວດສັນດອນພະນາງມັດທີ
ພະໂອຣົດ ແລະ ພະທິດາ ກັບໄປຍັງແຄວ້ນສີພີ
ຊູຊົກເດີນໄປຕາມທາງທີ່ນາຍພານເຈດຕະບຸດບອກຈົນໄປເຖິງສາຣາຂອງອັດຈຸຕະຣືສີ
ຊູຊົກຖາມເຖິງທາງໄປສາຣາຂອງພະເວດສັນດອນໂດຍຕົວະວ່າມາເພື່ອພົບປະສົນທະນາທັມກັບພະເວດສັນດອນ.
ເມື່ອຊູຊົກມາຮອດສາຣາຂອງພະເວດສັນດອນ ເວລານັ້ນພະ
ນາງມັດທີເຂົ້າປ່າໄປຫາຫມາກໄມ້ຕ່າງໆ ຊູຊົກຈິ່ງເຂົ້າໄປຂໍພະໂອຣຣົດ ແລະ
ພະທິດາ ເວດສັນດອນຈິ່ງເວົ້າເຫດ ແລະ ຜົນໃຫ້ພະໂອຣົດ ແລະ
ພະທິດາຮູ້ເລື່ອງເຖິງການບຳເພັນໃຫ້ທານຄັ້ງຍິ່ງໃຫຍ່ ແລະ ໄດ້ຕັ້ງລາ
ຄາຄ່າໄຖ່ພົນຈາກຄວາມເປັນທາດຄື ຕ້ອງມີທາດຮ້ອຍໜຶ່ງ ທາສີຮ້ອຍໜຶ່ງ ຊ້າງຮ້ອຍ
ມ້າຮ້ອຍ ງົວອຸສຸພະຣາຊ ຮ້ອຍ ແລະ ທອງຄຳອີກຮ້ອຍເຫຼັ້ມ
ເມື່ອຜູ້ໃດ້ນຳຊັບເຫຼົ່ານີ້ມາຖວາຍໄດ້ແລ້ວຈະພົ້ນຈາກຄວາມເປັນທາດຈຳໄວ້ໃຫ້ດີ.ຈາກນັ້ນພະເວດສັນດອນກໍບໍລິຈາກ
ພະໂອຣົດ ແລະ ພະທິດາ
ໃຫ້ແກ່ຊູຊົກໄປເມື່ອພະນາງມັດທີຊົງຊາບກໍເສຍພະໄທມາກ
ພະເວດສັນດອນຈິ່ງຊີ້ແຈງເຖິງການບຳເພັນທານ
ພະນາງມັດທີ່ຈິ່ງອານຸໂມທະນາໃນການບໍລິຈາກຄັ້ງນີ້.
ການບຳເພັນທານບາຣະມີຂອງພະເວດສັນດອນຍັງບໍ່ສົມບູນພະອິນຈິ່ງແປງເພດເປັນພານໄປທູນຂໍພະນາງມັດທີກັບພະເວດສັນດອນ
ເຖິງວ່າພະເວດສັນດອນຈະຮັກນາງມັດທີຫຼາຍແຕ່ເພື່ອການບຳເພັນບາຣາມີສົມບູນຈິ່ງຍອມສະຫຼະພະນາງມັດທີສ່ວນນາງມັດທີເຂົ້າພະໄທດີຈິ່ງອານຸໂມທະນາ
ຝ່າຍພະອິນກໍໄດ້ຖວາຍນາງມັດທີຄືນແກ່ພະເວດສັນດອນ ແລະ
ໄດ້ຖວາຍພອນແກ່ພະເວດສັນດອນໄດ້ແກ່
ຫນຶ່ງຂໍໃຫ້ພະເຈົ້າສົນໄຊມາທູນສະເດັດກັບພະນະຄອນເພື່ອຄອງຣາຊ
ສອງຂໍໃຫ້ຊ່ວຍຊາວເມືອງໃຫ້ພົ້ນທຸກ
ສາມໃຫ້ຊາວເມືອງຈົ່ງມີຄວາມສຸກທຸກເພດທຸກໄວ ສີ່ຂໍໃຫ້ຢ່າໄດ້ຕົກຢູ່ໃຕ້ອຳນາດຂອງສະຕຣີ
ຫ້າຂໍໃຫ້ໄດ້ພົບພະໂອຣົດ ແລະ ພະທິດາທີ່ໄດ້ພັດ ພາກຈາກກັນ
ຫົກຂໍໃຫ້ໄດ້ອາຫານທິບທຸກວັນນັບຕັ້ງແຕ່ໄດ້ຄອງຣາຊ
ເຈັດຂໍໃຫ້ມີຈິດໃຈຜ່ອງໃສໃນການໃຫ້ທານ
ແປດເມື່ອຈາກໂລກນີ້ຂໍໃຫ້ໄປຢູ່ສະຫວັນ ແລະ ເມື່ອເກີດມາເປັນມະນຸດອີກຄັ້ງກໍຂໍໃຫ້ໄດ້ຕັດສະຣູ້ເປັນພະພຸດທະເຈົ້າ
ພະເວດສັນດອນນ້ອມຮັບຄຳອວຍພອນດ້ວຍຄວາມຍິນດີ. ຊູຊົກພາພະກັນຫາ ແລະ
ພະຊາລີມາເຖິງທາງແບ່ງສອງທາງ
ທາງສາຍໜຶ່ງແຍກໄປທາງອື່ນສ່ວນອີກທາງສາຍໜຶ່ງໄປເມືອງເຊດຕຸດອນ ຣາຊ ທານີແຕ່ດວ້ຍບຸນຂອງພະສອງກຸມມານ
ຈິ່ງບັນດານໃຫ້ຊູຊົກຕັດສິນໃຈໄປເມືອງເຊດຕຸດອນ
ເພື່ອພາສອງກຸມມານເຂົ້າເຝົ້າພະເຈົ້າສົນໄຊ
ເມື່ອເຫັນຫຼານທັງສອງກໍຈຳໄດ້ພະນາງບຸດສະດີກໍເຊັ່ນກັນທັງສອງພະອົງດີພະໄທມາກ
ຮັບສັ່ງໃຫ້ສັບສິນ ແລະ ສິ່ງຂອງສ່ວນພະອົງມາໄຖ່ເອົາຫຼານຮັກຂອງຕົນ
ແລະ ໃຫ້ຊັບສິນອື່ນໆເປັນຈຳນວນຫຼວງຫລາຍແລ້ວລ້ຽງອາຫານຊູຊົກຢ່າງເຕັມທີ່
ສ່ວນຊູຊົກໂລບມາກກິນອາຫານຫລາຍຈົນເກີນໄປເຮັດອາຫານຍ່ອຍຍາກແລະທ້ອງກໍແຕກຕາຍໄປໃນທີ່ສຸດ
ພະເຈົ້າສົນໄຊຮັບສັ່ງຂະບວນໃຫ້ໄປຮັບເອົາພະເວດສັນດອນ ແລະ
ນາງມັດທີຢູ່ເຂົາວົງກົດ ຂະນະນັ້ນພະເຈົ້າກະລິງຄະຣັດ
ກໍໃຫ້ພາມນຳຊ້າງປັດໃຈນາຄມາຄືນ
ພະເຈົ້າສົນໄຊຈິ່ງນຳຂະບວນດ້ວຍຊ້າງປັດໃຈນາຄ. ເມື່ອກະສັດທັງ 6 ພະອົງໄດ້ແກ້ ພະເຈົ້າສົນໄຊ ພະນາງບຸດສະດີ ພະເວດສັນດອນ ພະນາງ
ມັດທີ ພະຊາລີກຸມມານ ແລະ ພະກັນຫາກຸມມາຣີໄດ້ພົບກັນກໍດີພະໄທ
ຮ້ອງໄຫ້ຈົນສະລົບໄປທຸກ ພະອົງພະອິນຈິ່ງດົນບັນດານໃຫ້ຝົນຕົກ
ເຮັດໃຫ້ກະສັດທັງຫົກຈິ່ງຟື້ນຂຶ້ນມາ ເມື່ອສະເດັດກັບພະນະຄອນ
ພະເວດສັນດອນຈິ່ງໄດ້ຂຶ້ນຄອງຣາຊສົມອີກຄັ້ງໜຶ່ງດ້ວຍຄວາມສັນຕິສຸກ
ເມື່ອພະເວດສັນດອນສະຫວັນນະຄົດໄປສະຫວີຍສຸກຢູບົນສະຫວັນຊັ້ນດຸສິດສະຫວັນນະທີ່ນັນເປັນເວລາຊ້າງນານຈິ່ງຈຸຕິລົງມາເກີດເປັນເຈົ້າຊາຍສິດທັດທະກຸມມານ
ແລະໄດ້ຕັດສະຮູ້ເປັນພະພຸດທະເຈົ້າຂອງເຮົາໃນກາຣະຕໍ່ມາ.